ເສັ້ນທາງຂອງຊີວິດ ແລະ ຫົວໃຈ ຕອນທີ 21

ຕອນທີ 21 ໜ້າເນື້ອໃຈເສືອ

ຢຸ້ຍໄປເຮັດວຽກຕາມປົກກະຕິທີ່ໂຮງແຮມໃນຕຳແໜ່ງຜູ້ບໍລິຫານ ມື້ນີ້ຢຸ້ຍໄດ້ເອີ້ນຫົວໜ້າຝ່າຍການຕະຫຼາດ ແລະ ຫົວໜ້າຝ່າຍໂຄສະນາຂອງໂຮງແຮມເຂົ້າມາພົບເປັນການສ່ວນຕົວທີ່ຫ້ອງເຮັດວຽກ ເນື່ອງຈາກເດືອນໜ້າກໍ່ຈະກ້າວເຂົ້າສູ່ລະດູຝົນແລ້ວ ແນ່ນອນນັກທ່ອງທ່ຽວທີ່ຈະເຂົ້າມາພັກໃນໂຮງແຮມກໍ່ຕ້ອງຫຼຸດນ້ອຍລົງ ແລະ ນັ້ນໝາຍເຖິງລາຍຮັບກໍ່ຕ້ອງຫຼຸດໜ້ອຍລົງຄືກັນ. ສະນັ້ນຢຸ້ຍຈິ່ງເອີ້ນທັງສອງຄົນເຂົ້າມາປຶກສາຫາລືເພື່ອຊອກຫາຫົນທາງຫາເງິນເຂົ້າໂຮງແຮມໃຫ້ໄດ້ໃນຊ່ວງລະດູຝົນນີ້.

ເມື່ອຫົວໜ້າຝ່າຍການຕະຫຼາດ ກັບ ຫົວໜ້າຝ່າຍໂຄສະນາເຂົ້າມາທີ່ຫ້ອງ ທັງສາມຄົມນັ່ງສ່ອງໜ້າກັນທີ່ໂຕະມົນ ໃນຫ້ອງເຮັດວຽກ. ຢຸ້ຍໄດ້ເອກກະສານສະບັບໜຶ່ງສົ່ງໃຫ້ຝ່າຍການຕະຫຼາດ ແລະ ຝ່າຍໂຄສະນາ ຂອງໂຮງແຮມໄດ້ເບິ່ງ ກ່ອນຈະເວົ້າໄປວ່າ:

ຢຸ້ຍ: “ນີ້ຄືລາຍຊື່ຂອງພາກສ່ວນຕ່າງໆທີ່ຈະຈັດກອງປະຊຸມ, ງານສຳມະນາ ແລະ ການວາງສະແດງສິນ ຄ້າໃນຊ່ວງລະດູຝົນ ຂ້ອຍຢາກໃຫ້ການຕະຫຼາດໄປຫາຂໍ້ມູນແຕ່ລະພາກສ່ວນວ່າໃຜເປັນຜູ້ຮັບຜິດຊອບເລືອກສະຖານທີ່ຈັດງານ ແລ້ວໄປດິວງານມາໃຫ້ໄດ້, ສ່ວນຫົວໜ້າຝ່າຍໂຄສະນາໃຫ້ໄປຄິດຫາວິທີໂປຣໂໝດໂຮງແຮມໃນຊ່ວງລະດູຝົນອອກມາພາຍໃນ 3 ວັນຕ້ອງໄດ້ຄຳຕອບ”

ຫົວໜ້າຝ່າຍການຕະຫຼາດ ເມື່ອອ່ານເບິ່ງລາຍຊື່ໃນເອກະສານທີ່ຢຸ້ຍຢື່ນໃຫ້ເຖິງກັບອຶ້ງ ແລະ ຕະລຶງວ່າຢຸ້ຍໄປເອົາສຸດຍອດຂໍ້ມູນນີ້ມາຈາກໃສ ແຕ່ກໍ່ເກັບປາກມິດງຽບບໍ່ໄດ້ເອີ່ຍຖາມຫຍັງຫຼາຍຄວາມ ເພາະເຫັນວ່າມັນຄົງເບິ່ງບໍ່ດີທີ່ຈະເອີ່ຍຖາມ ຕົນບໍ່ມີໜ້າທີ່ຮູ້ແຫລ່ງທີ່ມາ ມີພຽງໜ້າທີ່ຈັດການງານທີ່ສັ່ງໃຫ້ສຳເລັດ.

ຫຼັງຈາກຫົວໜ້າຝ່າຍການຕະຫຼາດ ກັບ ຫົວໜ້າຝ່າຍໂຄສະນາໄດ້ອອກຈາກຫ້ອງໄປ ເລາຂາສ່ວນຕົວຂອງ ຢຸ້ຍກໍ່ຍ່າງເຂົ້າມາພ້ອມກັບຊອງເອກະສານສີເຫຼືອງ 1 ຊອງ ມາວາງໄວ້ໜ້າໂຕະເຮັດວຽກ ຢຸ້ຍແນມເບິ່ງໜ້າເລຂາແວ໊ບໜຶ່ງກ່ອນຈະຈັບຊອງເອກະສານເຫຼືອງຂຶ້ນມາແລ້ວຈົກເອົາສິ່ງຂອງຢູ່ໃນຊອງນັ້ນກໍ່ຄືຮູບພາບ ປະມານ ຫຼາຍສິບໃບອອກມາຈາກຊອງດັ່ງກ່າວ ເຊິ່ງເປັນຮູບຖ່າຍຂອງຄົນທີ່ຢຸ້ຍຈ້າງໄປສະກົດຮອຍຕາມເອກຜົວຂອງຕົນ ແລະ ຜູ້ຍິງທີ່ຢູ່ໃນຮູບນັ້ນຢຸ້ຍກໍ່ຮູ້ຈັກດີ ເພາະເປັນສັດຕູຫົວໃຈໝາຍເລກໜຶ່ງຂອງນາງ ເລຂາໄດ້ເອີ່ຍຖາມ

ນາລີ (ເລຂາຢຸ້ຍ):​ “ຫົວໜ້າຈະເຮັດແນວໃດຕໍ່ໄປ”
ຢຸ້ຍຈັບຮູບຂຶ້ນມາເບິ່ງດ້ວຍສາຍຕາຄຽດແຄ້ນກ່ອນຈະເອີ່ຍໄປວ່າ: “ສົ່ງຄົນໄປເຕືອນຜູ້ຍິງໃນຮູບນີ້! ບໍ່ຕ້ອງເຮັດໃຫ້ມັນເຈັບຫຼາຍ! ພຽງແຕ່ເຮັດໃຫ້ມັນອັບອາຍກໍ່ພໍ! ບອກພວກທີ່ໄປສັ່ງສອນຜູ້ຍິງຄົນນີ້ວ່າຄົນທີ່ຈ້າງພວກເຂົາມີຊື່ວ່າ ມາດາມ ລິນດາ”
ນາລີ: “ຮັບຊາບ” ແລ້ວກໍ່ຍ່າງອອກຈາກຫ້ອງໄປ
3 ວັນຕໍ່ມາ ເວລາ 20:00 ໂມງ ທີ່ເຮືອນອາລີ້ກຳລັງເຊັດອ່າງລ້າງຈານ ແລະ ເຕົາແກ໊ດ ໂທລະສັບຈາກຖົງໂສ້ງດັງຂຶ້ນກໍ່ຟ້າວຈົກອອກມາຮັບສາຍ
ເອກ: “ເຮັດຫຍັງຢູ່”
ອາລີ້: “ເຊັດອ່າງລ້າງຖ້ວຍ ກັບເຊັດເຕົາແກ໊ດຢູ່”
ເອກ: “ໃຫ້ໄປເຊັດຊ່ວຍບໍ່”
ອາລີ້: “ໂຫ…ບໍ່ກ້າໃຊ້ໃຫ້ເຮັດຊ່ວຍດອກ ເພາະຄ່າໂຕອ້າຍເອກແພງເກີນໄປນ້ອງບໍ່ມີປັນຍາຈ່າຍ ຮາຮາ”
ເອກ: “ຕອນນີ້ຂ້ອຍກຳລັງຂັບລົດເຂົ້າໄປຫາ! ແວ່ຊື້ເຕົ້າຮວຍໃກ້ໆນີ້ແປັບໜຶ່ງເດີ້ ອີກ 15 ນາທີພົບກັນ”

ອາລີ້ຍິ້ມໜ້າບານກ່ອນຈະວາງສາຍໂທລະສັບແລ້ວກໍ່ຫັນໄປແຊັດເຕົາແກ໊ດຕໍ່ ຢູ່ດີໆກໍ່ໄດ້ຍິນສຽງ ຈູ່ລີ່ ໝານ້ອຍພັນປັກເຫົ່າບໍ່ຢຸດເຫົ່າສຽງລົວໆ ດ້ວຍຄວາມສົງໃສອາລີ້ຈິ່ງຍ່າງອອກໄປເຮືອນສະໂງສະເງເບິ່ງແລະຄ່ອຍຍ່າງໄປທີ່ພຸ່ມກ້ວຍແຄມຮົ້ວຕາມສຽງໝາເຫົ່າ ສາຍຕາຈ້ອງເບິ່ງດ້ວຍຄວາມສົງໃສ ແລະ ຫວາດກົວເລັກນ້ອຍ ຢູ່ໆກໍ່ມີຜູ້ຄົນໜຶ່ງຮູບຮ່າງສູງຈ່ອຍຕົວເຫຼືອງຕາຄ້ຳມີອາການຄ້າຍຄົນຕິດຢາເສບຕິດພຸ່ງອອກມາຈາກຊຸ່ມກ້ວຍມຸ່ງມາໂອບກອດຮັດນາງໄວ້ແໜ້ນ ແລະ ພະຍາຍາມຊຸດລາກອາລີ້ເຂົ້າໄປທີ່ແຈຊຸມກ້ວຍຫວັງຈະຂົ່ມ ແຕ່ມັນກໍ່ບໍ່ໄດ້ງ່າຍຢ່າງທີ່ຄິດອາລີ້ດຶ້ນຕໍ່ສູ່ສຸດຂີດທັງດີດທັງວ່ຽງໃນຂະນະທີ່ຂັດຂຶນຢູ່ນັ້ນອາລີ້ໄດ້ຈົກໂທລະສັບອອກຈາກຖົງໂສ້ງ ໂຊກດີທີ່ໂທລະສັບໄຟສາຍຂອງນາງບໍ່ໄດ້ໃສ່ລັອກມ້ຽນ ນາງຈິ່ງກົດໂທອອກເຊື່ອມຕໍ່ສາຍທີ່ນາງຫາກໍ່ວາງສາຍໄປບໍ່ດົນນັ້ນກໍ່ຄືສາຍໂທເຂົ້າຈາກເອກ ໂທລະສັບເອກໄດ້ດັ່ງຂຶ້ນໃນຂະ ນະທີ່ລາວກຳລັງຂັບລົດ ເມື່ອເຫັນວ່າມີສາຍເຂົ້າກໍ່ກົດຮັບສາຍ ປະກົດວ່າສຍງທີ່ລອດອອກມາຈາກໂທລະ ສັບນັ້ນເປັນສຽງຂອງຍິງຄົນຮັກກຳລັງຕໍ່ສູ້ກັບຜູ້ຊາຍຄົນໜຶ່ງເຊິ່ງເປັນໃຜກໍ່ບໍ່ຮູ້ ແຕ່ທີ່ແນ່ນອນນັ້ນກໍ່ຄືອາລີ້ຕອນນີ້ກຳລັງຕົກຢູ່ໃນອັນຕະລາຍ ດັ່ງນັ້ນເອກຈິ່ງຂັບລົດຕົບເກຍຜີຊິ້ງມຸ່ງໜ້າໄປທີເຮືອນເພື່ອຫວັງໄປຊ່ວຍອາລີ້ໃຫ້ທັນເວລາ.

ທີ່ເຮືອນສຽງໝານ້ອຍເຫົ່າສະນັ່ນ ມື້ນີ້ຊ່າງໂຊກບໍ່ດີ ເພາະຄົນເຮືອນໃກ້ທັງສອງຫຼັງຕ່າງກໍ່ບໍ່ມີຄົນຢູ່ຈິ່ງບໍ່ມີໃຜເຂົ້າມາຊ່ວຍ ອາລີ້ຕ້ອງໄດ້ຊ່ວຍຕົວເອງດ້ວຍການຕໍ່ສູ້ກັບຊາຍນິລະນາມຈົນອິດເມື່ອຍ ຊາຍຜູ້ນັ້ນກໍ່ເມື່ອຍບໍ່ໜ້ອຍ ໃນລະຫວ່າງການຕໍ່ສູ້ຊາຍຜູ້ນັ້ນໄດ້ດຶງເສື້ອອາລີ້ຂາດຊ້ອຍບາງສ່ວນ ເມື່ອຊາຍຄົນຮ້າຍໄດ້ເຫັນເນີນໜ້າເອິກອັນຂາວນວນນຽນຂອງອາລີ້ຈິ່ງເກີດຕັນຫາເພີ່ມທະວີຄູນ ເມື່ອໃຊ້ໄມ້ອ່ອນບໍ່ຍອມຕ້ອງໃຊ້ໄມ້ແຂງ ຊາຍຄົນຮ້າຍໄດ້ຕົບຕີອາລີ້ທັງຕົບໜ້າ ທັງໃຊ້ກຳປັ້ນຊົກທ້ອງຈົນຈຸກແໜ້ນຫາຍໃຈຝືດ ອາລີໝົດແຮງທີ່ຈະຕໍ່ສູ້ຂັດຂືນໄດ້ແຕ່ຄົດຕົວລົງໄປນອນກອງທີ່ພື້ນ ເພາະຄວາມຮ້ອນໃຈຢ້ານໄປຊ່ວຍຄົນຮັກບໍ່ທັນ ເອກເກືອບຂັບລົດຕຳກັບປະຕູຮົ້ວໂຊກດີທີ່ເບກລົດທັນເຫຼືອພຽງຄືບເທົ່ານັ້ນກໍ່ຈະຟາດໃສ່ປະຕູຮົ້ວ ເມື່ອຈອດລົດກໍ່ຟ້າວໄຂປະຕູລົດ ລົງລົດໄຂປະຕູຮົ້ວແລ້ວແລ່ນໄປຕາມເສຍໝາເຫົ່າ ພໍດີໄປເຫັນພາບຊາຍຄົນນັ້ນກຳລັງຈີກເສື້ອ ຂອງຍິງຄົນຮັກຈິ່ງຟ້າວກະໂດດຖີບຕົວຊາຍຄົນຮ້າຍໃຫ້ອອກຫ່າງຈາກຍິງຄົນຮັກທັນທີ ສອງຊາຍມີການຕໍ່ສູ້ກັນແຕ່ເພາະເອກມີຄົນມີຊີວິດໃນດ້ານການຕໍ່ສູ້ຢູ່ແລ້ວ ເພາະຕອນຮຽນໄດ້ເປັນເຖິງຮອງປະທານຊົມລົມເທຄວັນໂດ ແລະ ຢູ່ໃນລະດັບສາຍດຳ ຈິ່ງຈັດການຊາຍຄົນຮ້າຍນີ້ໄດ້ບໍ່ຍາກ ເມື່ອອາລີ້ແນມເຫັນເອກຂັດຕົວຊາຍຄົນນັ້ນໄວ້ ຕົນເອງກໍ່ຄານກະເສືອກກະສົນໄປຕາມພື້ນຫຍ້າ ໄປຄວ້າເອົາເຊືອກຄວາຍເສັ້ນເທົ່ານິ້ວກ້ອຍ ທີ່ລົ່ນຢູ່ພື້ນກ້ອງກົກໝາກມ່ວງໃກ້ບໍລິເວນໄດ້ ເມື່ອຈັບໄດ້ເຊືອກກໍ່ຈັດໃຈລວມເຫື່ອແຮງຫຶດດຶກເຊືອກນັ້ນໄປໃຫ້ເອກ

ເອກໄດ້ໃຊ້ເຊືອກທີ່ອາລີ້ດຶກມາໃຫ້ທີ່ມີຄວາມຍາວ 4-5 ແມັດ ມັດຜູ້ຊາຍຄົນນັ້ນຕິດຕົ້ນໄມ້ໄວ້ແໜ້ນຍາກທີ່ຈະດຶ້ນຫຼຸດ ຈາກນັ້ນກໍ່ໄປໂຈມເອົາຍຍິງຄົນຮັກໄວ້ທີ່ອ້ອມກອດ ໃນເວລານັ້ນອາລີ້ມີສະພາບອິດເມື່ອຍຮ່າງ ກາຍບອບຊ້ຳ ແລະ ມີຄວາມຢ້ານກົວ ເອກໄດ້ຖອດເສື້ອແວັດທີ່ຕົນສວມໃສ່ມານຸ້ງໃຫ້ອາລີ້ ເພື່ອປົກປິດເສື້ອຜ້າທີ່ຂາດແລ້ວເອກໂທແຈ້ງເພື່ອນທີ່ເປັນຕຳຫຼວດໃຫ້ມາ ທັງສອງໄດ້ຢືນເຝົ້າຄົນຮ້າຍຢ່າງບໍ່ລະສາຍຕາ ເວລາຜ່ານ 20 ນາທີ ເພື່ອນກໍ່ມາຮອດພ້ອມກັບຕຳຫຼວດອີກ 2-3 ຄົນ ລົດກະບະໄດ້ມາຈອດທີ່ໜ້າບ້ານ ເມື່ອເຈົ້າໜ້າທີ່ຕຳຫຼວດມາຮອດຊາຍຄົນນັ້ນເກີດອາການຕື່ນຕົກໃຈແລະຫວາດກົວຢ້ານຕົນໄດ້ຕິດຄຸກ ຈິ່ງກາບຂໍຂະມາອາລີ້ກັບເອກ ພ້ອມທັງກ່າວຢື່ນຂໍ້ສະເໜີ

ຄົນຮ້າຍ: “ຂະນ້ອຍຂໍໂທດ! ຂະນ້ອຍຜິດໄປແລ້ວ! ຖ້າ! ຖ້າ ຫົວໜ້າປ່ອຍຂະນ້ອຍໄປຂະນ້ອຍຈະຍອມບອກຜູ້ຢູ່ເບື້ອງຫຼັງເລື່ອງນີ້! ທ່ານກໍ່ຈະໄດ້ຈັບຕົວຄົນຮ້າຍລາຍໃຫ້ມາລົງໂທດໄດ້”
ເອກເຮັດສີໜ້າຕາຂຶງໃສ ພ້ອມຖາມໄປດ້ວຍນ້ຳສຽງດຸດັນໄປວ່າ: “ໃຜເປັນຄົນຈ້າງມຶງມາ”
ຄົນຮ້າຍ: “ຄົນທີ່ຈ້າງຂະນ້ອຍມາມີຊື່ວ່າ ມາດາມ ລິນດາ”
ຮ.ອ ສີວິໄລ (ເຈົ້າໜ້າທ່ຕຳຫຼວດເພື່ອນຂອງເອກ) ເອກ ແລະ ອາລີ້ ເຖິງກັບຕະລຶງຊຶງໄປພັກໜຶ່ງ ເມື່ອຊາຍຄົນຮ້າຍເອີ່ຍຊື້ຄົນວ່າຈ້າງ ເພາະເປັນຊື່ຂອງຄົນທີ່ພວກຕົນຮູ້ຈັກດີທີ່ສຸດ ເອກແທບເຊເພາະຄວາມຜິດຫວັງເສຍໃຈຈາກທີ່ກັງວົນໃຈຢູ່ແລ້ວ ກັບແຮງເພີ່ມທະວີຄູນຂຶ້ນໄປອີກ.
ຮ.ອ ສີວິໄລ: “ເອກ ເຈົ້າຈະເຮັດແນວໃດກັບຊາຍຜູ້ນີ້”
ເອກກ່າວດ້ວຍນ້ຳສຽງອ່ອນແຮງ ສະເລີສະລືມຄ້າຍຄົນເມົາວ່າ: “ເອົາມັນໄປດຳເນີນຄະດີຕາມກົດໝາຍ! ສ່ວນຄົນບົງການຢູ່ເບື້ອງຫຼັງຂ້້ອຍຈະຂໍຈັດການເອງກ່ອນ”
ຄົນຮ້າຍ: “ຢ່າໃດ໋! ຢ່າ! ຢ່າຈັບຂະນ້ອຍ! ໃສວ່າຂະນ້ອຍບອກຄົນຢູ່ເບື້ອງຫຼັງແລ້ວຫົວໜ້າຈະປ່ອຍຂະນ້ອຍໄປ”
ເອກ: “ຂ້ອຍຍັງບໍ່ທັນໄດ້ເວົ້າຫຍັງຈັກຄຳ! ເຈົ້າຄິດໄປເອງ ຄົນຊົ່ວຄືເຈົ້າໄປໃຊ້ກຳໃນຄຸກເຖີດ! ເມື່ອອອກຈາກຄຸກມາກໍ່ຢ່າຄິດອາຄາດກັບມາທຳຮ້າຍຈອງເວນກັນອີກ ເພາະຖ້າຍັງຈອງເວນກັນບໍ່ເລີກ ຂ້ອຍນີ້ລະຈະເປັນຄົນສົ່ງເຈົ້າໄປລົງນະຣົກແບບບໍ່ໄດ້ພຸດໄດ້ເກີດເອງ! ຈຳໃສ່ຫົວໄວ້! ເອົາມັນໄປ (ສຽງໜັກ)”
ເຈົ້າໜ້າທີ່ຕຳຫຼວດສອງນາຍທີ່ມາກັບ ຮ.ອ ສີວິໄລ ໄດ້ຄຸມຕົວຮ້າຍໄປຂຶ້ນລົດ ຈາກນັ້ນເອກ ກັບ ຮ.ອ ສີວິໄລ ໄດ້ຢືນລົມກັນເປັນການສ່ວນຕົວ
ຮ.ອ ສີວິໄລ: “ເຮີ້ຍ! ແລ້ວເພິ່ນຈະເຮັດແນວໃດຕໍ່ໄປເລື່ອງນີ້ຜູ້ບົງການເປັນແມ່ເຈົ້າເອງ”
ເອກ: “ຂໍຄິດກ່ອນ! ຕອນນີ້ສະໝອງຕັນຄິດຫຍັງບໍ່ທັນອອກ”
ຮ.ອ ສີວິໄລ: “ແລ້ວຍິງສາວຄົນທີ່ຖືກທຳຮ້າຍນັ້ນແມ່ນໃຜ? ໝູ່ເຈົ້າຫວະ, ຄົນຮູ້ຈັກເຈົ້າຫວະ! ຕິດຕໍ່ໃຫ້ແນ່ແມ໋ະເຮົາສົນໃຈ”
ເອກຫຼັບຕາຊັງໄປບາດໜຶ່ງ ແລະ ຖອນຫາຍໃຈໄປເຫືອກໃຫຍ່ກ່ອນຕອບດ້ວຍນ້ຳສຽງຂຶງຂັງໜັກແໜ້ນໄປວ່າ: “ເມຍຂ້ອຍເອງ”
ສີວິໄລອ້າປາກຄ້າງ ກ່ອນຈະຖາມກັບແບບກະອຶກກະອັກວ່າ: “ທີ່ເຮົາຮູ້ຈັກບໍ່ແມ່ນຄົນນີ້ຕວະຫວະ”
ເອກ: “ເລື່ອງນີ້ມັນຊັບຊ້ອນ! ມື້ໜ້າຈະເລົ່າສູ່ຟັງ! ມື້ນີ້ເຈົ້າກັບໄປກ່ອນ ຢ່າປ່ອຍໃຫ້ຄົນຮ້າຍ ແລະ ເພື່ອນາຍຕຳຫຼວດຂອງເຈົ້າລໍຖ້າດົນ! ຂອບໃຈທີ່ມາຊ່ວຍ” ແລ້ວເອກກໍ່ຍ່າງກັບມາຫາອາລີທີ່ຢືນຖ້າໜ້າປູຕູເຮືອນກ່ອນຈະໂອບບ່າໄຫລ່ອາລີ້ຍ່າງເຂົ້າໄປທີ່ເຮືອນ.

ຢຸ້ຍທີ່ກຳລັງນັ່ງກວດເບິ່ງອີເມວທີ່ຫ້ອງນອນ ສຽງໂທລະສັບກໍ່ດັງຂຶ້ນ ເລຂາໂທມາລາຍງານສະພາບການ

ນາລີ ເລຂາຢຸ້ຍ: “ຫົວໜ້າພາລະກິດລົ້ມເລວ! ຄົນທີ່ຈ້າງໄປຖືກຈັບເຈົ້າໜ້າທີ່ຕຳຫຼວດຈັບຕົວໄດ້”
ຢຸ້ຍຕົກໃຈເລັກນ້ອຍແຕ່ກໍ່ຄຸມສະຕິບໍ່ໃຫ້ຫຼຸດ: “ຊ່າງມັນ! ຖ້າມັນໂງ່ໃຫ້ຖືກຈັບໄດ້ກໍ່ປ່ອຍມັນໄປພວກປາຊິວປາຊ້ອຍຢ່າໄປໃສ່ໃຈ”
ນາລີ: “ແລ້ວມັນຈະບໍ່ຊັກທອດມາຮອດພວກເຮົາບໍ”
ຢຸ້ຍ: “ບໍ່ມີທາງ ເພາະມັນບໍ່ຮູ້ຊື້ຂອງພວກເຮົາ ມັນຮູ້ພຽງແຕ່ວ່າມາດາມ ລິນດາເປັນຄົນສັ່ງ”

ຫຼັງຈາກວາງສາຍໂທລະສັບຈາກເລຂາແລ້ວຢຸ້ຍໄດ້ຈັບເອາຮູບຖ່າຍຂອງອາລີ້ໃບໜຶ່ງອອກມາຈາກຊອງເອກະສານເຫລືອງ ແລ້ວຈົກເອົາມີດປອກໝາກໄມ້ທີ່ລີ້ນຊັກໂຕະຂຶ້ນມາຂີດທີ່ຮູບຫຼາຍໆບາດດ້ວຍສີໜ້າທີ່ສະໃຈ ຢຸ້ຍເຫຼືອກສາຍຕາໄປເບິ່ງຮູບພຣີເວດດິ້ງທີ່ແຂວນໄວ້ຝາຫ້ອງ ຈ້ອງຕາເບິ່ງໜ້າເອກແລ້ວກ່າວພິມພຳຄົນດຽວວ່າ “ເອກ! ໃນເມື່ອເຈົ້າບໍ່ມັກຜູ້ຍິງຮ້າຍກາດໂວຍວາຍດັ່ງທີ່ຂ້ອຍເປັນຜ່ານມາ ຂ້ອຍພະຍາຍາມປ່ຽນຕົວເອງໃຫ້ເຈົ້າຮັກແຕ່ເຈົ້າຍັງບໍ່ມີວີ່ແວວວ່າຈະຮັກຂ້ອຍໄດ້! ເຮິ! ຢ່າຫາວ່າຂ້ອຍໃຈດຳ ເພາະຕໍ່ໄປນີ້ຂ້ອຍຈະຮ້າຍງຽບໆ ສຽບໃຫ້ເຈົ້າເຈັບເລິກໆດັ່ງທີ່ຂ້ອຍຮູ້ສຶກໃນຕອນນີ້” ເມື່ອເວົ້າສຸດກໍ່ຫົວສະໃຈເປັນບາດເປັນບາດຄ້າຍຄືຄົນມີອາການໂຣກຈິດຂັ້ນເລີ່ມຕົ້ນ.

ເອກພາອາລີ້ມານັ່ງທີ່ຕັ່ງໂຊຟາໃນເຮືອນ ເອົາມືລູບທີ່ໜ້າອາລີ້ເບົາໆແນມເຫັນແຕ່ຮອມຂຽວຊ້ຳບວມຕາມຮ່າງກາຍແລະໃບໜ້າ ທັງປາກທັງໜ້າໂປໄຂ່ຂຶ້ນບັກໃຫຍ່ເນື່ອງຈາກຖືກຕົບຢ່າງແຮງດ້ວຍຄວາມສົງສານ ແລະ ແຄ້ນໃຈທີ່ເກີດເຫດການຮ້າຍໆນີ້ຂຶ້ນກັບຄົນຮັກ ເອກໄດ້ເອີ່ຍຖາມດ້ວຍສີໜ້າແວວຕາທີ່ເປັນຫ່ວງວ່າ:

ເອກ: “ເຈັບຫຼາຍບໍ່! ຂ້ອຍຂໍໂທດຂ້ອຍໜ້າຈະມາໄວກ່ວານີ້! ຂ້ອຍໜ້າຈະຢູ່ກັບເຈົ້າຕະຫຼອດ”
ອາລີ້ຍິ້ມເຈື່ອນໆ: “ຂ້ອຍບໍ່ເປັນຫຍັງຫຼາຍດອກ ທາຢາກິນຢາກໍ່ຫາຍ”
ເອກ: “ໄປໃຫ້ແພດໝໍກວດເບິ່ງອາການແນ່ດີບໍ່”
ອາລີ້: “ບໍ່ດອກບາດແພພຽງເທົ່ານີ້ມັນໄກຫົວໃຈຫຼາຍ ຂ້ອຍທົນໄດ້ອີກສອງສາມມື້ມັນກໍ່ເຊົາແລ້ວ ເຈົ້າຢ່າເປັນກັງວົນໄປເລີຍ”
ເອກ: ຊັ້ນວັນອັງຄານທີ່ຈະມາຮອດນີ້ເຮົາໄປສູດຣົດນ້ຳ, ເຮັດບຸນປ່ອຍສັດກັນເນາະ ເພື່ອລ້າງສວາຍຕໍ່ໄປຈິ່ງຈະມີແຕ່ເລື່ອງດີທເຂົ້າມາໃນຊີວິດ
ອາລີ້ຍິ້ມເບົາໆ:​”ກໍ່ດີ”

ໂຊກດີທີ່ຊາຍຄົນນັ້ນທຳຮ້າຍຮ່າງກາຍແຕ່ພາຍນອກຍັງບໍ່ທັນໄດ້ເຮັດການລ່ວງເກີນທາງເພດກັບອາລີ້ເທື່ອ ແຕ່ເລື່ອງນີ້ມັນກໍ່ເຮັດໃຫ້ທັງເອກ ແລະ ອາລີ້ຄືນນີ້ນອນບໍ່ຫຼັບຍາກທີ່ຈະຂົ່ມຕາລົງຕ່າງຄົນຕ່າງນອນຫັນຫຼັງໃສ່ກັນດ້ວຍສີໜ້າເຄັ່ງຄຽດ ເພາະຕ່າງກໍ່ຄິດເຖິງເລື່ອງລາວທີ່ເກີດຂຶ້ນ ອາລີ້ຄິດສົງໃສໃນຄຳເວົ້າຂອງຊາຍຜູ້ນັ້ນກ່າວໃນລະຫວ່າງຕໍ່ສູ້ກັບຕົນທີ່ບອກວ່າ “ຄົນຮ້າຍກ່າວ (ມື້ນີ້ຈະລໍລອງກິນເມຍນ້ອຍຊາວບ້ານ ຢາກຮູ້ວ່າຈະເດັດພຽງໃດ)” ອາລີ້ຮູ້ສຶກງົງກັບຄໍາເວົ້າຂອງຄົນຮ້າຍ ດ້ວຍເຫດໃດຈິ່ງກ່າວວ່າຕົນເອງເປັນເມຍນ້ອຍ ທັງທີ່ຄວາມຈິງແລ້ວຕົນຄິດວ່າຕົນບໍ່ໄດ້ໄປຫຍຸ້ງວຸ້ນວາຍກັບຜົວຜູ້ໃດ ຊາຍຄົນຮັກກໍ່ມີພຽງເອກເທົ່ານັ້ນ ຫຼື ຜົວເຂົາທີ່ຊາຍຄົນຮ້າຍຜູ້ນັ້ນກ່າວເຖິງຈະເປັນເອກ ແລ້ວຈະເປັນໄປໄດ້ແນວໃດ ເລື່ອງນີ້ຕ້ອງສືບໃຫ້ຮູ້ຄວາມ ແລະ ກໍ່ຄິດຕິດໃຈໂມໂຫຄຽດຊັງຝັງໃຈໃຫ້ມາດາມ ລິນດາ ທີ່ສົ່ງຄົນມາທຳຮ້າຍຕົນເອງ, ສຳລັບເອກຄິດມາແລ້ວອຸກອັ່ງໃຈ ຄິດສົງໃສວ່າແມ່ຮູ້ໄດ້ແນວໃດວ່າຕົນແອບຊ້ອນອາລີ້ໄວ້ເຮືອນນີ້ ຫຼື ວ່າຈະເປັນເອື້ອຍນູ່ນີ່ເປັນຄົນບອກໃຫ້ແມ່ຮູ້ ມືອື່ນໄປຫ້ອງການຕ້ອງຖາມໃຫ້ຮູ້ແຈ້ງ.

ອ່ານຄືນຍ້ອນຫຼັງຕອນທີ 20 ຕາມລິ້ງ: https://www.laopost.com/2017/04/07/88401