ຕອນທີ 19 ຄັ້ງນີ້ຜິດພາດໃຫຍ່ຫຼວງ
ກ່ອນງານແຕ່ງງານຈະເລີ່ມ ເຫຼືອເວລາພຽງ 2 ອາທິດ ເອກວ່າທີ່ເຈົ້າບ່າວປ້າຍແດງ ທັງຫຍຸ້ງເລື່ອງວຽກງານໃນບໍລິສັດ ທັງຫຍຸ້ງເລື່ອງງານແຕ່ງງານ ເຖິງຈະມີຄົນກຽມທຸກຢ່າງໄວ້ໃຫ້ແລ້ວກໍ່ຕາມ ແຕ່ບາງວຽກຕົນເອງກໍ່ຕ້ອງໄດ້ມີສ່ວນຮ່ວມເຊັ່ນ: ການຖ່າຍຮູບພາບພຣີເວດດິ້ງ, ການໄປຢາຍບັດເຊີນໃຫ້ແຂກຊັ້ນຈຳ ຮ່ວມກັບຢຸ້ຍ ເຖິງຈະບໍ່ຄ່ອຍເຕັມໃຈເຮັດສິ່ງພວກນີ້ພຽງໃດ ແຕ່ເອກກໍ່ຕ້ອງຝືນໃຈເຮັດໃຫ້ຈົບຕາມໜ້າທີ່ເພື່ອເອົາກຽດໃຫ້ພໍ່ແມ່ ແລະ ໄລຍະນີ້ ເອກຈິ່ງບໍ່ຄ່ອຍມີເວລາໄປຫາອາລີ້ເລື່ອຍໆຄືແຕ່ກ່ອນ ແລະ ບໍ່ສາມາດແຊັດ ຫຼື ລົມສາຍກັບອາລີ້ໄດ້ເທົ່າເມື່ອກ່ອນ ແຕ່ອາລີ້ເອງເຖິງຈະຮູ້ສຶກເຫງົາເລິກໆ ແຕ່ກໍ່ເຂົ້າໃຈດີ ດັ່ງນັ້ນສິ່ງທີ່ອາລີ້ເຮັດໄດ້ກໍ່ຄືການລໍຖ້າວັນທີ່ເອກມາຫາ.
ຢຸ້ຍ ວ່າທີ່ເຈົ້າສາວປ້າຍແດງ ເຫຼືອເວລາພຽງ 2 ອາທິດ ຕ້ອງຫາເວລາເຂົ້າຄຣີນິກເສີມຄວາມງາມ ເພື່ອຂັດສີສະຫວີວັນໃຫ້ຜິວພັນງາມຜ່ອງເປັນຍອງໃຍສົມກັບທີ່ຈະໄດ້ເປັນເຈົ້າສາວ ແຕ່ສຳລັບເອກແລ້ວແຮງເວລາໃກ້ເຂົ້າມາເທົ່າ ໃດກໍ່ຍິ່ງຮູ້ສຶກວ່າຕົນເອງເປັນທຸກເພີ່ມຂຶ້ນເທົ່ານັ້ນ ເພື່ອລືມຄວາມທຸກເສົ້າໄລຍະນີ້ຂໍເອົາເລື່ອງງານເປັນຫຼັກ ເຮັດໃຫ້ໃຫ້ຫຼາຍແຕ່ເຊົ້າຮອດເດິກບໍ່ໃຫ້ສະໝອງມັນພັກ ແລະ ມີເວລາໄປຄິດເລື່ອງແຕ່ງງານ, ທີ່ບໍລິສັດນູ່ນີ່ ເຫັນສີໜ້ານ້ອງຊາຍບໍ່ສູ່ດີປານໃດ ຈິ່ງຍ່າງເຂົ້າມາສອບຖາມອາການນ້ອງຊາຍດ້ວຍຄວາມເປັນຫ່ວງ
ນູ່ນີ່: “ເອກ! ເຫຼືອບໍ່ພໍເທົ່າໃດມື້ກໍ່ຈະຮອດງານແຕ່ງງານເຈົ້າແລ້ວ! ເອື້ອຍວ່າເຈົ້າພັກເລື່ອງວຽກໄວ້ແລ້ວ ໄປກຽມຕົວເຮັດຫຼໍ່ເພື່ອຮອດມື້ນັ້ນເຈົ້າຈະກາຍເປັນເຈົ້າບ່າວທີ່ຫຼໍ່ທີ່ສຸດໃນສາມໂລກ”
ເອກ ຖອນຫາຍໃຈເຫືອກໃຫຍ່: “ເຫຼືອອີກຈັກມື້”
ນູ່ນີ່: “ເຫຼືອອີກຈັກມື້! ເຮີ້ຍ… ຢ່າບອກໃດ໋ວ່າເຈົ້າບໍ່ຈື່ວ່າມື້ງານດອງເຈົ້າມື້ໃດ”
ເອກ: “ຂ້ອຍບໍ່ເຄີຍຄິດວ່ານີ້ຄືງານແຕ່ງງານຂອງຂ້ອຍ! ຂ້ອຍເລີຍບໍ່ເຄີຍໃສ່ໃຈວ່າງານຈະຈັດຂຶ້ນເມື່ອໃດ”
ນູ່ນີ່: “ໃສ່ໃຈບໍ່ໃສ່ໃຈແລ້ວຈັ່ງໃດ! ຮອດຂັ້ນນີ້ແລ້ວບໍ່ສາມາດປ່ຽນແປງຫຍັງໄດ້ອີກແລ້ວ! ເອື້ອຍວ່າເຈົ້າຍອມຮັບຊະຕາກຳນີ້ເຖາະ! ຕັດໃຈຈາກຍິງຄົນນັ້ນ ແລ້ວເລີ່ມຕົ້ນຊີວິດກັບຍິງທີ່ຈະເປັນເຈົ້າສາວຂອງເຈົ້າໃນອີກບໍ່ພໍເທົ່າໃດມື້ນີ້ດີກວ່າ”
ເອກ: “ຂ້ອຍບໍ່ມີທາງຍອມຈຳນົນຕໍ່ຊະຕາກຳທີ່ບໍ່ເປັນທຳຄືແນວນີ້ເດັດຂາດ” ເວົ້າສຸດກໍ່ຍ່າງໜ້າໜ້າເຢັນຊາອອກຈາກຫ້ອງໄປ
ນູ່ນີ່ເຮັດໜ້າເຊັງແລະຖອນຫາຍໃຈ ກຸ້ມກັບຄວາມດື້ຂອງນ້ອງຊາຍ, ເວລາຜ່ານໄປໄວພຽງຫຼັບບໍ່ພໍເທົ່າໃດຕື່ນກໍ່ຮອດມື້ແຕ່ງງານ ຕອນເຊົ້າມີພິທີບາສີສູ່ຂັວນທີ່ເຮືອນຂອງເຈົ້າສາວ ຕອນຄ່ຳງານລ້ຽງໄດ້ຈັດຂຶ້ນທີ່ໂຮງແຮມ ເຊິ່ງເປັນໂຮງແຮມ ປຣິນພາຣຊາ ເຊິ່ງເປັນກິດຈະການໂຮງແຮມຄອບຄົວຂອງຝ່າຍເຈົ້າສາວເອງ ໃນຄ່ຳຄືນຂອງງານລ້ຽງມີແຂກເຂົ້າມາຮ່ວມງານເປັນຈຳນວນຫຼາຍທັງຍາດພີ່ນ້ອງເພື່ອນຝູງ, ທັງຄົນໃຫຍ່ຄົນໂຕ, ນັກທຸລະກິດ ແລະ ຄົນມີສື່ສຽງທາງສັງຄົມຫຼາຍທ່ານເຂົ້າມາສະແດງຄວາມຍິນດີແກ່ຄູ່ບ່າວສາວ ບັນຍາກາດເຕັມໄປດ້ວຍຄວາມສຸກຂອງເຈົ້າພາບທັງສອງຝ່າຍຕ່າງກໍ່ມີຮອຍຍິ້ມ, ເຈົ້າສາວມື້ນີ້ຍີ້ມໜ້າບານເປັນພິເສດແວວຕາເຕັມໄປດ້ວຍຄວາມສຸກສົມ ສ່ວນເຈົ້າບ່າວຢືນນິ້ງໜ້າຕາຍບາງເວລາກໍ່ຝືນຍິ້ມເບົາໆເມື່ອເບິ່ງເຈົ້າບ່າວແລ້ວຮູ້ສຶກວ່າບໍ່ຄ່ອຍສົດຊື່ນເບິ່ງຄ້າຍໆກັບຄົນປ່ວຍ. ສຳລັບຕຣີມຈັດງານດອງມື້ນີ້ເປັນສີບົວຫວານທັງງານ ມີດອກໄມ້ປະດັບສະລັບກັບຮູບຖ່າຍພຣີເວດດິ້ງນ້ອຍໃຫຍ່ຕົບແຕ່ງຕັ້ງແຕ່ຕີນຂັນໄດຂຶ້ນໄປຫາຫ້ອງງານລ້ຽງ ຊຸ້ມດອກໄມ້ໄວ້ຖ່າຍພາບລວມຢູ່ໜ້າງານກໍ່ງົດງາມໃຫຍ່ໂຕສົມຖານະ, ອາຫານຈັດເປັນໂຕະຈີນມີອາຫານທັງຄາວ-ຫວານຫຼາຍຊະນິດພ້ອມເສີບ ເຄື່ອງດື່ມກໍ່ພຽງພ້ອມໄປດ້ວຍເຫຼົ້າຝຣັ່ງຊັ້ນດີ ມີພະນັກງານປຸງເຫຼົ້າຄອຍບໍລິການເປັນພິເສດ ດົນຕີພ້ອມແສງສີສຽງພ້ອມ ນີ້ຖືໄດ້ວ່າເປັນງານຊ້າງອີກງານໜຶ່ງ ເພາະເປັນງານແຕ່ງຂອງ 2 ຄອບຄົວເສດຖີໃຫຍ່. ຫຼັງງານລ້ຽງເລີກກໍ່ຮອດເວລາສົ່ງເຈົ້າບ່າວ-ເຈົ້າສາວເຂົ້າຫ້ອງຫໍ ທີ່ທາງໂຮງແຮມຈັດກຽມໄວ້ ມີທັງເພື່ອນສະໜິດ ແລະ ຍາດພີ່ນ້ອງຂອງທັງສອງຝ່າຍໄດ້ມາສົ່ງເຈົ້າບ່າວເຈົ້າສາວຢ່າງຄຶກຄື້ນທີ່ຫ້ອງ ໃຊ້ເວລາກວ່າ 20 ນາທີ ແຂກທັງໝົດຈິ່ງອອກໄປນອກຫ້ອງແລະປ່ອຍເຈົ້າບ່າວ-ເຈົ້າສາວໄວ້ໃນຫ້ອງພຽງສອງຕໍ່ສອງ.
ກາງເດິກຂອງຄ່ຳຄືນນີ້ມີຝົນຕົກຟ້າຮ້ອງ, ຟ້າຜ່າ, ລົມແຮງອາລີ້ນອນຫຼັບໄຫລຢູ່ໃນຫ້ອງຄົນດຽວຈິ່ງນິມິດຝັນໄປວ່າ ຕົນເອງຖືກຄົນຈັບໄປທຳຮ້າຍທຸບຕີ ແລະ ຖືກຍິງສາວຄົນໜຶ່ງໃຊ້ຜ້າປົກປິດໃບໜ້າໄດ້ຈົກແກ່ນຕາທັງສອງຂອງຕົນໄປເຮັດໃຫ້ຕົນຮ້ອງໄຫ້ດ້ວຍຄວາມເຈັບປວດຢູ່ໃນຝັນຄວາມໂສກເສົ້ານັ້ນໄດ້ແຜ່ລາມຕິດໃນໃຈຈິ່ງໄດ້ສະດຸ້ງຕື່ນກາງເດິກກໍ່ຍັງຮູ້ສຶກສະທ້ານຫວາດກົວ ພໍແນມໄປເບິ່ງທີ່ປະຕູປ່ອງຢ້ຽມ ແລະ ແນມມາບ່ອນທີ່ເອກເຄີຍນອນແລ້ວຮູ້ເຖິງຄວາມເຫງົາຄວາມເສົ້າທີ່ສະທ້ານເຂົ້າມາເຖິງຊວງໃນທັນທີ.
ທີ່ຫ້ອງຫໍຂອງຄູ່ສ້າງຄອບຄົວໃໝ່ ແທນທີ່ຈະມີຄວາມສຸກຫວານຊື່ນຢ່າງຄູ່ອື່ນໆເຂົາ ແຕ່ຄູ່ນີ້ກັບກົງກັນຂ້າມ ເພາະເອກບໍ່ມີຄວາມຕ້ອງການທີ່ຈະແຕະຕ້ອງຮ່າງກາຍຂອງຢຸ້ຍແມ່ນແຕ່ປາຍກ້ອຍ ຂະໜາດໜ້າຍັງບໍ່ໄດ້ແນມເບິ່ງຢ່າງເຕັມສາຍຕາດ້ວຍຊ້ຳ ທັງສອງນັ່ງນິ້ງທີ່ຕີນຕຽງໄປຫຼາຍຊົ່ວໂມງ ກ່ອນທີ່ຢຸ້ຍຈະເປັນຝ່າຍບຸກຄ່ອຍ ຕອດໆເຂົ້າໄປຫາເອກກ່ອນ ຢຸ້ຍຢັບເຂົ້າຫາເອກກໍ່ຍັບໜີຫ່າງ ແລະ ໃນທີ່ສຸດເອກກໍ່ໄຂປະຕູຍ່າງອອກຈາກຫ້ອງເພື່ອຈະໄປເປີດຫ້ອງອື່ນນອນ ປ່ອຍໃຫ້ເຈົ້າສາວຢູ່ລຳພັງໃນຫ້ອງຄົນດຽວຢ່າງວ້າເວ່ໂດຍບໍ່ຄິດເຖິງຄວາມຮູ້ສຶກຂອງເຈົ້າສາວເລີຍແມ່ນແຕ່ໜ້ອຍດຽວ.
ນີ້ຄືຄືນທຳອິດໃນການເປັນເຈົ້າຂອງຢຸ້ຍ ແຕ່ກັບຖືກເຈົ້າບ່າວປະຕິເສດ ມັນໄດ້ສ້າງຄວາມອັບອາຍເຈັບຊ້ຳນ້ຳໃຈໃຫ້ກັບຢຸ້ຍບໍ່ໜ້ອຍ ດັ່ງນັ້ນນາງຈິ່ງຫາທາງອອກດ້ວຍການສັ່ງເຫຼົ້າຂຶ້ນມາດື່ມທີ່ຫ້ອງນອນຢ່າງໂດດດ່ຽວ
ພາຍຫຼັງແຕ່ງງານໄດ້ 1 ອາທິດ ເອກໄດ້ພາຢຸ້ຍຍ້າຍໄປຢູ່ທີ່ເຮືອນຫຼັງໃໝ່ແຖວວັດໃຕນ້ອຍ ເປັນເຮືອນຕິດແຄມແມ່ນ້ຳຂອງສອງຊັ້ນສີຂາວສວຍງາມ ເຊິ່ງເຮືອນຫຼັງນີ້ເປັນເຮືອນຂອງນູ່ນີ່ທີ່ປຸກໄວ້ໃຫ້ຄົນເຊົ່າ ແຕ່ຕອນນີ້ເອກຂໍເຊົ່າຢູ່ໃນລາຄາຖືກ. ຢຸ້ຍຮູ້ສຶກດີໃຈທີ່ຈະໄດ້ໃຊ້ຊີວິດຄູ່ຢູ່ກັບຊາຍທີ່ຕົນຮັກແບບສອງຕໍ່ສອງຜົວເມຍ ເຖິງຈະຮູ້ຢູ່ເຕັມເອິກວ່າ ການແຕ່ງງານນີ້ເປັນພຽງການແຕ່ງງານໃນນາມເທົ່ານັ້ນ ແລະ ກໍ່ຮູ້ອີກວ່າຕອນນີ້ເອກບໍ່ໄດ້ມີຄວາມຮູ້ສຶກນຶກຮັກຕົນເອງ ແຕ່ນາງກໍ່ຍັງມີຄວາມຫວັງໄວ້ໃນໃຈສ່ວນເລິກວ່າຈັກມື້ໜຶ່ງເອກຈະຮັບຮູ້ຄວາມຈິງໃຈຂອງນາງ ແລະ ຮັບຮັກນາງຢ່າງສະໝັກໃຈ. ຢຸ້ຍເຮັດໜ້າທີ່ເມຍທີ່ແສນໄດ້ຢ່າງບໍ່ຂາດຕົກບົ່ງຜ່ອງຄອຍດູແລເລື່ອງອາຫານ, ເສື້ອຜ້າ ແລະ ຂອງໃຊ້ພາຍໃນເຮືອນ ເຖິງຢູ່ເຮືອນຈະມີແມ່ບ້ານ ແຕ່ສຳລັບເລື່ອງອາຫານທີ່ໃຫ້ເອກກິນນັ້ນຢຸ້ຍຕ້ອງເປັນຜູ້ກຳກັບທຸກຄັ້ງ ນອກຈາກຈະພະຍາຍາມເປັນເມຍທີ່ດີແລ້ວ ຍັງພະຍາຍາມເປັນລູກໄພ້ທີ່ດີ ໃນເວລາຫວ່າງກໍ່ໝັ່ນໄປມາຫາສູ່ພໍ່ແມ່ຝ່າຍຜົວເປັນປະຈຳ ຢຸ້ຍຈະສະໜິດກັບແມ່ຂອງເອກທີ່ສຸດ ເພາະເມື່ອກ່ອນມີສັກນັບຖືກັນເປັນປ້າຫຼານ ເມື່ອມາຫຼິ້ນທີ່ເຮືອນຂອງເອກ ຢຸ້ຍມັກຈະເຂົ້າໄປຫຼິ້ນກັບມາດາມ ລິນດາ ແມ່ຂອງເອກຕັ້ງແຕ່ນ້ອຍຈົນໃຫຍ່ ຈົນຕອນນີ້ຄວາມສຳພັດພັດທະນາກາຍມາເປັນແມ່ຍ່າກັບລູກໄພແລ້ວ. ເຖິງແມ່ນວ່າຢຸ້ຍຈະນາງຈະສາມາດເປັນທີ່ຮັກຂອງຄົນອື່ນ ແຕ່ນາງບໍ່ສາມາດເປັນທີ່ຮັກຂອງເອກໄດ້ ເພາະດ້ວຍຫົວໃຈທີ່ມີຮັກອັນໝັ້ນຄົງຂອງເອກຄວາມດີຂອງຢຸ້ຍຈິ່ງບໍ່ສາມາດທຳລາຍກຳແພງຄວາມຮູ້ສຶກຂອງເອກໃຫ້ຫວັ່ນໄຫວໄດ້.
ເອກຍັງທຽວໄປມາຫາສູ່ກັບອາລີ້ເປັນປະຈຳ ອາດຈະບໍ່ໄປເລື່ອຍໆຄືເມື່ອກ່ອນແຕ່ອາທິດໜຶ່ງກໍ່ຈະໄປນອນຄ້າງຄືນຢູ່ 2-3 ເທື່ອ ໃນດ້ານຂອງອາລີ້ເອງກໍ່ເປັນຍິງສາວທີ່ໜ້າຮັກໃສຊື້ບໍລິສຸດທາງດ້ານຄວາມຄິດ ເປັນຄົນຄິດບວກ ແລະ ຍັງມີຈິດໃຈດີງາມ ເຖິງຈະເກີດໃນຄອບຄົວຍາກຈົນແຕ່ກໍ່ບໍ່ຍໍ້ຖໍ້ຕໍ່ໂຊກຊະຕາ ພະຍາ ຍາມພັດທະນາຕົວເອງພັດທະນາໄຂ່ວຂ້ວາຫາໂອກາດເພື່ອຍົກລະດັບໃຫ້ຊີວິດດີຂຶ້ນ, ອາລີ້ໄດ້ໃຊ້ເງິນເດືອນທີ່ເອກມອບໃຫ້ນັ້ນ ໄປກັບການສຶກສາຫາຄວາມຮູ້ ອາລີ້ມັກໃນເລື່ອງການອອກແບບເສື້ອຜ້າ ຈິ່ງໄດ້ເກັບເງິນແລະ ໄປສຶກສາດ້ານນີ້ໂດຍສະເພາະ ເຊິ່ງເອກເອງກໍ່ເຫັນດີທີ່ອາລີ້ເລືອກຮຽນດ້ານນີ້ ແລະ ຍັງມີແຜນຈະສົ່ງອາລີ້ໄປຮຽນຕໍ່ດ້ານແຟຊັ່ນດີໄຊລທີເມືອງນອກອີກຕ່າງຫາກ ເພາະເອກຝັນໄວ້ວ່າອານາຄົດຈະໃຫ້ອາລີ້ມາເປັນສ່ວນໜຶ່ງໃນການອອກແບບຜະລິດຕະເສື້ອຜ້າ ແລະ ອື່ນໃນບໍລິສັດຂອງຕົນ.
ຢຸ້ຍກັບເອກແຕ່ງງານກັນມາເປັນເດືອນແລ້ວ ແຕ່ກໍ່ບໍ່ເຄີຍໄດ້ມີໂອກາດນອນຮ່ວມຫ້ອງນຳກັນຈັກເທື່ອ ເພາະເອກຂໍນອນແຍກຫ້ອງຕ່າງຫາກ ວັນໜຶ່ງຢຸ້ຍເກີດຄວາມຄິດຢາກຈະລວບຫົວລວບຕົວຜົວເຂົ້າຫ້ອງ ຈິ່ງໄດ້ປະສົມຢາບຸກເຊັກສ໌ລົງໄປທີ່ອາຫານໃຫ້ເອກຜູ້ເປັນຜົວກິນ ຫຼັງກິນອາຫານແລ້ວເອກກໍ່ໄປນັ່ງອ່ານເອກກະສານວຽກງານທີ່ຫ້ອງນອນ ເວລາຜ່ານປະມານ 10 ນາທີ ເອກກໍ່ຮູ້ສຶກອອກຮ້ອນຈາກຂ້າງໃນຫົວໃຈວູບວາບຂຶ້ນມາທັນທີ ຢູ່ດີໆກໍ່ມີຄວາມຕ້ອງການທາງເພດສູງ ເອກພໍຮູ້ແລ້ວວ່ານີ້ຕົນຄົງຖືກວາງຢາປຸກເຊັກສ໌ແນ່ນອນ ຈິ່ງໄດ້ຮວບຮວມສະຕິ ຍ່າງຊັດເຊໄປຫາປະຕູຫ້ອງຫວັງຈະໄປກົດໃສ່ລັອກປະຕູຫ້ອງໄວ້ ແຕ່ກໍ່ບໍ່ທັນການເສຍແລ້ວຢຸ້ຍໄດ້ໄຂປະຕູຫ້ອງເຂົ້າມາໃນກ່ອນ ຢຸ້ຍ! ສວມໃສ່ຊຸດນອນສີຂາວເນື້ອແຜບາງເບົາດັ່ງຜ້າໃຍແກ້ວແນມທະລຸເຫັນເຮືອນຮ່າງສວດຊົງສຸດເຊັກຊີ້ ເອິກດຸ໊ມ, ແອວໂຄ້ງເວົ້າ, ສະໂພກໃຫຍ່ໜ້າຈັບ ຫຸ່ນດັ່ງຄຸກກະຕາບາບີ້ ຜິວພັນຂາວນຽນແຖມກິ່ນກາຍຫອມເຢົ້າຢວນຊວນຫຼົງໄຫລ ເຫັນແລ້ວໜ້າເຂົ້າໄປຂະຍີ້ຂະຫຍ້ຳທັງວັນທັງຄືນ ເອກພະຍາຍາມບັງຄັບໃຈບໍ່ແນມເບິ່ງ, ພະຍາ ຍາມບໍ່ຟັງຄຳເວົ້າອອດອ້ອນ, ພະຍາຍາມຍູ້ຍິງທີ່ຢູ່ຕໍ່ໜ້າອອກໄປຈາກຫ້ອງ ແຕ່ກໍ່ທົນທານຕໍ່ແຮງເຢົ້າຢວນບໍ່ໄຫວເຊິ່ງມັນອາດເປັນເພາະລິດຢາບຸກເຊັກສ໌ທີ່ໄດ້ກິນລົງໄປ ເຮັດໃຫ້ເອກຄວບຄຸມສະຕິຕົວເອງໄວ້ບໍ່ຢູ່ສຸກແຮງຈະຕ້ານທານຄວາມຕ້ອງການຂອງອາລົມ ເພາະເອກກໍ່ເປັນມະນຸດຜູ້ຊາຍຄົນໜຶ່ງ ເມື່ອມີເຍື່ອມາວາງໄວ້ເຖິງປາກເຖິງຈະຫັກຫ້າມໃຈບໍ່ໃຫ້ຢາກແຕ່ເມື່ອເຖິງເວລາກໍ່ຕ້ອງກິນ ກໍ່ເລີຍເຜີຕົວນົວເນຍກອດວັດຟັດວ່ຽງຕາມບົດບັນເລງເພງຮັກລີລາສຸດຮ້ອນແຮງໄປສາກໜຶ່ງ ກ່ອນທີ່ລິດຢາຈະໝົດກໍ່ເຮັດໃຫ້ທັງສອງໝົດແຮງອ່ອນລ້ານອນນິ້ງລົງທີ່ຕຽງ ຄືນນີ້ຢຸ້ຍສຸກສົມໃຈຫວັງ ໃນທີ່ສຸດກໍ່ສົມໃຈໄດ້ເປັນຜົວເມຍກັນຢ່າງແທ້ຈິງ.
ເອກເຈັບໃຈໜັກທີ່ໄດ້ພາດທ່າເສຍທີໃຫ້ກັບແຜນນາງຈິ້ງຈອກ ຮຸ່ງເຊົ້າມາເອກຈິ່ງຕັດສິນໃຈເກັບເສື້ອຜ້າໃສ່ກະເປົາເພື່ອຈະອອກໄປອາໃສຢູ່ບ່ອນອື່ນ ຢຸ່ຍມີຄວາມສຸກພຽງເວລາອັນສັ້ນ ແຕ່ກໍ່ຕ້ອງມາຊ້ຳໃຈອີກຄັ້ງເມື່ອຜົວສຸດທີ່ຮັກຫອບກະເປົາເສື້ອຜ້າອອກຈາກເຮືອນໂດຍທີ່ບໍ່ສົນໃຈຄຳຂໍຮ້ອງ ຫຼື ສຽງຮ້ອງໄຫ້ຂອງຕົວເອງເລີຍພຽງແຕ່ໜ້ອຍ.
ເອກຂັບລົດອອກຈາກເຮືອນຂັບມຸ່ງໜ້າໄປທີ່ເຮືອນຂອງຕົນຫຼັງທີ່ອາລີ້ອາໃສຢູ່ ເມື່ອຮອດເຮືອນກໍ່ຫິ້ວກະເປົາເຄື່ອງລົງຈາກລົດແລ້ວລາກເອົາເຂົ້າໄປໄວ້ໃນຫ້ອງນອນ ອາລີ້ກໍ່ງົງໆ ທີ່ເຫັນເອກລາກກະເປົາເສື້ອຜ້າມາໄວ້ທີ່ຫ້ອງ ຈິ່ງເອີ່ຍຖາມໄປວ່າ
ອາລີ້: “ເອ໋ະ! ອ້າຍເອກຈະມາຢູ່ທີ່ເຮືອນຫຼັງນີ້ຫວາ”
ເອກຍ່າງເຂົ້າໄປໂອບກອດອາລີ້ໄວ້ກ່ອນເວົ້າໄປວ່າ: “ແມ່ນແລ້ວ! ນັບຈາກມື້ນີ້ໄປອ້າຍຈະຢ້າຍມາຢູ່ກັບເຈົ້າທີ່ນີ້”
ອາລີ້: “ເພາະເຫດໃດ໋! ອ້າຍມີບັນຫາກັບມາດາມ ລິນດາຊັ້ນຫວາ”
ເອກເອົາມືລູບຫົວອາລີ້ເບົາໆ: “ບໍ່ດອກ! ອ້າຍເປັນຜົວເຈົ້າແລ້ວອ້າຍຈະປ່ອຍໃຫ້ເຈົ້າຢູ່ຄົນດຽວລຳພັງໄດ້ແນວໃດ!”
ເພາະຄວາມໃສສື່ອາລີ້ກໍ່ເລີຍເຊື້ອໃນຄຳເວົ້າຂອງເອກຊາຍຄົນຮັກ, ຢຸ້ຍຮ້ອນຫົນບໍ່ລໍຊ້າຂັບລົດມາທີ່ບໍລິສັດຫວັງຈະມາປັບຄວາມເຂົ້າໃຈກັບເອກຜົວສຸດທີ່ຮັກ ແຕ່ມື້ນີ້ເອກບໍ່ເຂົ້າບໍລິສັດ ຕິດຕໍ່ກໍ່ບໍ່ໄດ້ ຈິ່ງໄດ້ຍ່າງມຸ້ງໜ້າໄປຫາມາດາມ ລິນດາ ຜູ່ເປັນແມ່ຍ່າເຖິງໃນຫ້ອງເຮັດວຽກສ່ວນຕົວ ຕອນທີ່ຢຸ້ຍເຂົ້າໄປນູ່ນີ່ກໍ່ຢູ່ໃນຫ້ອງນັ້ນນຳ ຢຸ້ຍໄດ້ບອກພຽງວ່າຕົນເອງມີບັນຫາກັບເອກຂັ້ນຮຸນແຮງຈົນເອກເກັບເສື້ອຜ້າໜີອອກຈາກເຮືອນ ຢຸ້ຍທັງເລົ່າເລື່ອງ ແລະ ຮ້ອງໄຫ້ໂສກເສົ້າເຊິ່ງໄດ້ຮັບຄວາມເຫັນອົກເຫັນໃຈຈາກຜູ້ເປັນປ້າກັບຍ່າໄດ້ບໍ່ໜ້ອຍ. ທຸກຄົນພາກັນວຸ້ນໂທລະສັບຕິດຕໍ່ຫາເອກ ແຕ່ກໍ່ບໍ່ສາມາດຕິດຕໍ່ໄດ້ເອກປິດໂທລະສັບ ແລະ ບໍ່ຍອມເຂົ້າມາຫ້ອງການອີກ.
ເອກຮູ້ສຶກຜິດໃນໃຈຕໍ່ອາລີ້ຢູ່ບໍ່ໜ້ອຍ ຄວາມຮູ້ສຶກໜ່ວງໃນໃຈທັກຖາໂທມເຂົ້າມາ ແລະ ເພີ່ມຂຶ້ນເລື່ອຍໆ ໃນສະໜອງຄິດແຕ່ເລື່ອງເມື່ອຄື ນີ້ມັນຄືຄວາມຜິດພາດຄັ້ງໃຫຍ່ໃນຊີວິດ ທີ່ມັນບໍ່ຄວນເກີດຂຶ້ນເລີຍ ເອກຮູ້ສຶກກຸ້ມໃຈ ແລະ ຕອນນີ້ຍັງບໍ່ຢາກໄປເຫັນໜ້າຄອບຄົວ ແລະ ຕ້ອງການຫຼີກລ້ຽງບັນຫາ ຈິ່ງຊວນອາລີ້ໄປທ່ຽວຕ່າງແຂວງໃຫ້ສະບາຍໃຈຈັກ 6-7ວັນ
ຫຼັງເລີກວຽກນູ່ນີ່ຄິດໄດ້ວ່າບາງເທື່ອເອກນ້ອງຊາຍອາດໄປພັກທີ່ເຮືອນແຖວບ້ານດອນປາໃໝ່ກໍ່ໄດ້ ເລີຍຂັບລົດໄປເບິ່ງຄົນດຽວໂດຍບໍ່ບອກໃຫ້ໃຜໄດ້ຮູ້ ແຕ່ນູ່ນີ່ບໍ່ສາມາດເຂົ້າເຮືອນໄດ້ ເພາະບໍ່ມີກະແຈໄປປະຕູຮົ້ວເຂົ້າໄປ ແຕ່ແນມໆເບິ່ງຈາກທາງນອກກໍ່ຮູ້ສຶກວ່າເຮືອນມີສິ່ງທີ່ແປກຕາໄປຈາກເມື່ອກ່ອນ ຮູ້ສຶກວ່າສິ່ງຂອງຖືກຈັດສັນໄວ້ເປັນລະບຽບ ຕົ້ນໄມ້ຂຽວງາມ ຄືມີຄົນຄອຍບົວລະບັດຮັກສາ ແລະ ຍັງມີສວນດອກກຸຫຼາບເຕັມບ້ານ ຄ້າຍໆວ່າເຮືອນຫຼັງນີ້ຈະມີຄົນອາໃສຢູ່ ນູ່ນີ່ລອງກົດກິ່ງທີ່ໜ້າປະຕູ ຢູ່ຫຼາຍຄັ້ງຫວັງວ່າຈະມີຄົນຢູ່ ແຕ່ກໍ່ງຽບບໍ່ມີຄົນອອກມາໄຂປະຕູໃຫ້ ສົງໃສມື້ນີ້ຄົງມາເສຍທ້ຽວເສຍແລ້ວ
ເອກໄດ້ພາອາລີ້ຂຶ້ນເໜືອໄປທ່ຽວສະຫວີດຫວານນ້ຳຕານຂຶ້ນມົດທີ່ຜົ້ງສາລີ ໄປສູດດົມອາກາດສົດຊື່ນ ພ້ອມຊົມວິຖີການດຳລົງຊີວິດຂອງຄົນຜົ້ງສາລີ ຕື່ນເຊົ້າມາໄປເກັບໃບຊາ ພວກເຂົາໄດ້ໄປທ່ຽວຊົມສວນຊາພັນປີ ຢ່າງມີຄວາມສຸກຕະຫຼອດ 1 ອາທິດ ທີ່ທ່ຽວຢູ່ຜົ້ງສາລີຍິ່ງເຮັດໃຫ້ຄວາມສຳພັນຂອງທັງສອງໜຽວແໜ້ນຍິ່ງຂຶ້ນເປັນທະວີຄູນ.
ສ່ວນຢຸ້ຍຫຼັງຈາກພວກໜີອອກຈາກບ້ານກໍ່ພະຍາຍາມອອກຕາມຫາຜົວ ຄອຍຊອບຖາມຈາກຄົນທີ່ຄິດວ່າຜົວຈະໄປຫາ ຫຼື ຄົນທີ່ສາມາດຕິດຕໍ່ຜົວຕົວເອງໄດ້ ແຕ່ 1 ອາທິດແລ້ວກໍ່ບໍ່ມີວີ່ແວວ ນາງຈິ່ງເຮັດໄດ້ແຕ່ຮ້ອງ ໄຫ້ຄ້ຳຄວນຢູ່ໃນເຮືອນຫຼັງໃຫຍ່ພຽງລຳພັງ ແມ່ບ້ານທີ່ຢູ່ໃນເຮືອນນຳກໍ່ຮູ້ສຶກເຫັນໃຈກັບຄວາມທຸກໂສກທີ່ນາຍຍິງຢຸ້ຍຂອງຕົນໄດ້ຮັບ.
ອ່ານຄືນຍ້ອນຫຼັງຕອນທີ 18 ຕາມລິ້ງນີ້ https://www.laopost.com/2017/04/04/88141