spot_img
Homeວັນນະກຳເລື່ອງສັ້ນເສັ້ນທາງຂອງຊີວິດ ແລະ ຄວາມຮັກ ຕອນທີ 17

ເສັ້ນທາງຂອງຊີວິດ ແລະ ຄວາມຮັກ ຕອນທີ 17

Published on

ຕອນທີ 17 ເກັບຫົວໃຈໄວ້ໃກ້ຕົວ

ນາຍນ້ອຍເອກໄດ້ຮັບມອບໝາຍເປັນຜູ້ຈັດການແກ້ໄຂບັນຫາຂອງບໍລິສັດທັງໝົດ ຍ້ອນນາຍນ້ອຍເອກບໍ່ເຄີຍຮ່ວມງານກັບພະນັກງານພວກເຮັດຄວາມຜິດຕໍ່ບໍ່ລິສັດມາກ່ອນ ຈິ່ງບໍ່ຮູ້ສົງສານພະນັກງານບັນຊີ-ການເງິນ, ພະນັກ ງານຫ້ອງຂາຍ ແລະ ພະນັກງານຄຸ້ມຄອງສາງ ເມື່ອພວກເຂົາເຫຼົ່ານັ້ນເຮັດຄວາມຜິດໂດຍການສໍ້ໂກງ, ລັກຊັບຂອງບໍລິສັດ ບໍ່ວ່າຈະເປັນເງິນ ຫຼື ວັດຖຸດິບ ເມື່ອນາຍນ້ອຍໄດ້ຮັບການຢືນຢັນຈຳນວນຕົວເລກແນ່ນອນຂອງເງິນທີ່ກວດພົບວ່າມັນຫາຍໄປຈຳນວນເທົ່າໃດ ຈາກບົດສະຫຼຸບລາຍງານການກວດສອບຂອງພະນັກງານກວດສອບບັນຊີທີ່ຕົນຈ້າງມາຮັບຜິດຊອບກວດຊອບໃນເລື່ອງນີ້ ເອກກໍ່ຈັດການໃຫ້ຜູ້ທີ່ກ່ຽວຂ້ອງຮັບຜິດ ຊອບຕາມກົດໝາຍ, ກົດລະບຽບຂອງບໍລິສັດ ເຊິ່ງການຊົດໃຊ້ເງິນຄືນນັ້ນແບ່ງເປັນລາຍບຸກຄົນໄປຈຳນວນຫຼາຍໜ້ອຍອີກຕາມຄວາມເປັນຈິງ ແລະ ປົດອອກຈາກບໍລິສັດທັນທີ ໂດຍບໍ່ມີການປານີປານອມໃດໆທັງນັ້ນ. ສໍາລັບພະນັກງານທີ່ບໍ່ເອົາໃຈໃສ່ໃນຖ້າທີ່ກໍ່ຖືກເອີ້ນເຂົ້າມາຮົມອົມນິໃສຕັກເຕືອນ ແລະ ໃຫ້ເວລາໃນປັບປຸງຄວາມປະພຶດເປັນເວລາ 1 ເດືອນ ກ່ອນຈະມີການປະເມີນຄວາມປະພຶດຄືນອີກຄັ້ງ ຕະຫຼອດເວລາ 1 ອາທິດມີວຽກງານຫຼາຍຢ່າງທີ່ຕ້ອງສະສາງ ຄະນະບໍລິຫານງານມີການປະຊຸມຮ່ວມກັນມີການທົບທວນວຽກງານທີ່ຜ່ານມາທັງຈຸດອ່ອນ,​ ຈຸດແຂງຂອງບໍລິສັດ,​ ຂໍ້ຄົງຄ້າງ ແລະ ມີການວາງແຜນການເຮັດວຽກຢ່າງມີລະບົບ ທັງແຜນປະຈຳອາທິດ, ປະຈຳເດືອນ, ປະຈຳປີ ແຕ່ລະໜ່ວຍງານອອກຢ່າງມີຂັ້ນຕອນລະ ອຽດ ລະບົບການເຮັດວຽກຂອງບໍລິສັດໄດ້ມີຫັນປ່ຽນຈາກເມື່ອກ່ອນເປັນແບບບໍລິຫານເກື້ອກູນ ແຕ່ປັດຈຸບັນຫັນມາເປັນທຸກລະກິດ ທຸກຄົນທຸກໜ່ວຍງານຕ້ອງມີການແຂ່ງຂັນສ້າງຜົນງານ ເພື່ອໃຫ້ບໍລິສັດຈະເລີນກ້າວນ້າກວ່າທີ່ເປັນຢູ່ ມີນະໂຍບາຍບາງຕົວທີ່ຕ້ອງມີການຕັດແກ້ເຊັ່ນ: ນະໂຍບາຍປະກັນສັງຄົມຂອງບໍລິສັດທີ່ເມື່ອກ່ອນຢູ່ໃນການຄຸ້ມຄອງຂອງບໍລິສັດ 100% ແຕ່ຕອນນີ້ແມ່ນຈະຍົກຂອດວຽກນີ້ໄປເຂົ້າກັບປະກັນສັງ ຄົມຂອງລັດ ທັງພະນັກງານ ແລະ ບໍລິສັດມີສ່ວນຮ່ວມໃນການຈ່າຍ ມີພະນັກງານບາງຈຳນວນທີ່ບໍ່ເຫັນດີ ແຕ່ນາຍນ້ອຍເອກບໍ່ສົນໃຈກັບຄົນພວກນັ້ນ ໃຜຢູ່ໄດ້ກໍ່ຢູ່ ເພາະນີ້ຄືການບໍລິຫານແບບທຸລະກິດ ສິ່ງທີ່ຄິດຕອນນີ້ຄືກຳໄລ ແລະ ຕັ້ງເປົ້າໄວ້ຊ້າສຸດໆ 2-3 ເດືອນຕ້ອງຟື້ນຟູສະພາບທາງການເງິນໃຫ້ກັບມາເຂັ້ມ ແຂງຂຶ້ນກວ່າທີ່ເປັນຢູ່ ນີ້ຖືວ່າເປັນການຕັດສິນໃຈທີ່ເດັດຂາດຂອງນາຍນ້ອຍເອກໂດຍມີແຮງສະໜັບສະໜູນຈາກປະທານ ແລະ ຮອງປະທານຂອງບໍລິສັດ.

ນີ້ກໍ່ຄົບເວລາ 7 ວັນແລ້ວທີ່ສັນຍາກັບນາຍນ້ອຍເອກວ່າຈະກັບໄປເຮັດວຽກຕອບແທນບຸນຄຸນທີ່ນາຍນ້ອຍເອກຊ່ວຍຕົວເອງໄວ້ ອາລີ້ນັ່ງພັບເຄື່ອງຢັດໃສ່ກະເປົາລໍຖ້ານາຍນ້ອຍເອກມາຮັບ ໃນຂະນະທີ່ອາລີ້ນັ່ງພັບເຄື່ອງໃສ່ກະເປົາໃນຫ້ອງນອນຄົນດຽວລຳພັງ ລຸງປ້າກໍ່ຍ່າງເຂົ້າມາສົນທະນາດ້ວຍຄວາມສົນໃຈ ແລະ ເປັນຫ່ວງໃນໃຈກໍ່ບໍ່ຢາກໃຫ້ຫຼານກັບໄປພົວພັນກັບຄົນໃນຄອບຄົວນັ້ນອີກ ເພາະຢ້ານຫຼານສາວພົບກັບບັນຫາເດືອດເນື້ອຮ້ອນໃຈຢ່າງທີ່ຜ່ານມາ ລຸງກັບປ້າ ໄດ້ຍ່າງເຂົ້າໄປນັ່ງທີ່ຕຽງຂ້າງຫຼານແລ້ວເອີ່ຍຖາມໄປວ່າ

ລຸງ:​ “ອາລີ້! ຫຼານຕັດສິນໃຈຄັກແລ້ວບໍ”

ປ້າ: “ອາລີ້! ເລື່ອງນີ້ຢ່າຟ້າວໃຈຮ້ອນດ່ວນຕັດສິນໃຈໄປເລີຍ ປ້າບອກຕາມຕົງບໍ່ຢາກໃຫ້ຫຼານໄປໃສໄກເທື່ອຕອນນີ້ນະ! ປ້າເປັນຫ່ວງ, ເວົ້າແບບແປນໆປ້າກັບລຸງບໍ່ຢາກໃຫ້ເຈົ້າໄປພົວພັນກັບທ້າວເອກນັ້ນປານ ໃດ ເບິ່ງໆແລ້ວລາວກໍ່ເປັນຄົນດີຢູ່ປ້າກັບລຸງນີ້ກໍ່ມັກນິໃສລາວຢູ່ ແຕ່ເຮົາກັບລາວມັນຕ່າງກັນເກີນໄປໂພດ ຢ້ານເຈົ້າສິເຈັບໜັກໃນພາຍພາກໜ້າ”

ລຸງ: “ຫຼານຄິດໃໝ່ ນອນຄິດຄັກໆອີກເບິ່ງກ່ອນກະໄດ້ຕວະຫຼານ! ລຸງລະໃຈຫວັ່ນໆຢ້ານເຈົ້າໄປແລ້ວຈະເກີດເລື່ອງທີ່ຜ່ານມາອີກ”

ອາລີ້: “ປ້າກັບລຸງບໍ່ຕ້ອງເປັນຫ່ວງ! ບໍ່ຕ້ອງຄິດຫຍັງຫຼາຍ! ຫຼານກັບນາຍນ້ອຍເອກບໍ່ໄດ້ມີຫຍັງກັນເລິກຊຶ້ງຄືກັບທຸກຄົນຄິດ! ທີ່ໄປນີ້ກໍ່ເພື່ອໄປເຮັດວຽກຫາເງິນ ສ້າງຕົນສ້າງອານາຄົດເພື່ອຈະໄດ້ມີເງິນມາດູແລປ້າກັບລຸງ! ດັ່ງນັ້ນລຸງປ້າບໍ່ຕ້ອງເປັນຫ່ວງຫຼານດູແລຕົວເອງໄດ້! ສັນຍາເລີຍ”

ພວກເຂົາທັງສາມຄົນນັ່ງສົນທະນາກັນດົນເຕີບທີ່ຫ້ອງນອນ ລຸງກັບປ້າພະຍາຍາມເວົ້າກ່ອມໃຫ້ຫຼານສາວປ່ຽນໃຈ ແຕ່ເບິ່ງທ່າທີແລ້ວຈະບໍ່ໄດ້ຜົນປານໃດ ໃນທີ່ສຸດເມື່ອເວລາປະມານ 17:30 ນາທີ ນາຍນ້ອຍເອກກໍ່ຂັບລົດມາຈອດທີ່ໜ້າບ້ານ ລຸງສັ່ງໃຫ້ປ້າຢູ່ຄຸມຫຼານສາວບໍ່ໃຫ້ອອກໄປຫານາຍນ້ອຍເອກ ແລະ ຕົນເປັນຄົນອອກໄປລົມກັບນາຍນ້ອຍເອກເອງ

ທັງລຸງກັບນາຍນ້ອຍເອກໄດ້ຢືນລົມກັນກວ່າ 1 ຊົ່ວໂມງ ນາຍນ້ອຍເອກໄດ້ເວົ້າກ່ອມຈົນລຸງໃຈອ່ອນຍອມອະນຸຍາດໃຫ້ອາລີ້ເດີນທາງກັບໄປພ້ອມນາຍນ້ອຍເອກດ້ວຍຄວາມເຕັມໃຈ ໃນຂະນະທີ່ອາລີ້ນັ່ງຢູ່ໃນລົດກໍ່ສົງໃສວ່ານາຍນ້ອຍເອກລົມສິ່ງໃດກັບລຸງຂອງດົນຢູ່ເປັນເວລາດົນ ກ່ອນໄປພົບນາຍນ້ອຍເອກລຸງຍັງມີສີໜ້າປຶ້ງຕຶງ ແຕ່ຫຼັງຈາກລົມກັນສອງຕໍ່ສອງແລ້ວສີໜ້າລຸງກໍ່ປ່ຽນໄປເບິ່ງຄືອາລົມດີຂຶ້ນ ຊ້ຳບໍ່ໜຳຍັງອະນຸຍາດໃຫ້ຕົນເອງຂຶ້ນລົດມາກັບນາຍນ້ອຍເອກງ່າຍໆ ດ້ວຍຄວາມຢາກຮູ້ອາລີ້ຈິ່ງເອີ່ຍຖາມໄປວ່າ

ອາລີ້: “ນາຍນ້ອຍເອກລົມຫຍັງກັບລຸງຂະນ້ອຍ”
ນາຍນ້ອຍເອກ ແນມເບິ່ງໜ້າອາລີ້ຍິ້ມເບົາໆກ່ອນຕອບວ່າ “ເປັນຄວາມລັບຂອງລູກຜູ້ຊາຍ! ແລ້ວມີອີກສິ່ງໃນເວລານີ້ເຈົ້າບໍ່ຕ້ອງເອີ້ນຂ້ອຍວ່ານາຍນ້ອຍເອກອີກແລ້ວ ຂໍໃຫ້ເຈົ້າເອີ້ນຂ້ອຍວ່າ ອ້າຍເອກແທນ ໂອເຄ”
ອາລີ້: “ໄດ້ໆ”

ນາຍນ້ອຍເອກໄດ້ຂັບລົດພາອາລີ້ໄປກິນອາຫານຄ່ຳທີ່ຮ້ານອາຫານເຂດສາລະຄຳ ກ່ອນຈະຂັບລົດພາອາລີ້ມາທີ່ຫ້ອງພັກທີ່ຕົນເອງເຊົ່າໄວ້ເຊິ່ງເປັນອາພາດເມັ້ນເຂດໂຊກປາຫຼວງ ເມື່ອຮອດສະຖານທີ່ພັກນາຍນ້ອຍເອກໄດ້ຫິ້ວກະເປົາພາອາລີ້ຂຶ້ນໄປທີ່ຊັ້ນສອງຫ້ອງ 204 ເມື່ອຮອດໜ້າຫ້ອງກໍ່ໄຂປະຕູຫ້ອງພາອາລີ້ເຂົ້າໄປ ອາລີ້ແປກໃຈເລັກນ້ອຍເລີຍເອີ່ຍຖາມນາຍນ້ອຍເອກດ້ວຍສີໜ້າແວວຕາຢາກຮູ້ວ່າ

ອາລີ້ “ອ້າຍເອກຄືພາຂ້ອຍມາພັກຢູ່ບ່ອນນີ້”
ເອກ ຕອບແບບກະອຸກະອັກໄປວ່າ: “ມັກບໍ່ທີ່ພັກ”
ອາລີ້ ເບິ່ງເອກມີພິລຸດເລີຍຈ້ອງໜ້າດ້ວຍຄວາມສົງໃສກ່ອນເອີ່ຍໄປວ່າ: “ຕອບມາ! ພາຂ້ອຍມາຢູ່ບ່ອນນີ້ເພືອ….”

ເອກ ເຮັດໜ້າເຈົ້າເລ້ກ່ອນຕອບ “ເພື່ອ…..” ແລ້ວຍ່າງຍັບເຂົ້າໄປໃກ້ອາລີ້ຖອຍໜີກ້າວໜຶ່ງເອກຍັບເຂົ້າກ້າວໜຶ່ງອາລີ້ຖອຍໜີ ເອກຍັບເຂົ້າໃກ້ຈົນສຸດທາງຕັນອາລີຢືນຫຼັງຕິດຝາຢືນຈ້ອງໜ້າເອກດ້ວຍຄວາມເຂີນອາຍ ແລະ ຢ້ານກົວເລັກນ້ອຍ ກ່ອນທີ່ເອກຈະໂນ້ມໜ້າລົງມາໃກ້ໆອາລີ້ແລ້ວຍິ້ມສີກມຸມປາກບາງເບົາດ້ວຍສາຍຕາຫວານຊ່ຳແລ້ວເວົ້າວ່າ “ມາຢູ່ທີ່ນີ້ໃນຖານະຄົນຮັກ ແລະ ພັນລະເມຍໃນອານາຄົດ”

ອາລີ້ເຮັດໜ້າງຶດກັບຄຳຕອບຂອງນາຍນ້ອຍເອກ ຈິ່ງໄດ້ຢູ້ຕົວນາຍນ້ອຍເອກໃຫ້ອອກຫ່າງກ່ອນຈະເວົ້າດ້ວຍສີໜ້າ, ນ້ຳສຽງຈິງຈັງໄປວ່າ: “ອ້າຍເອກຢ່າເວົ້າຫຼິ້ນ! ຂ້ອຍຈິງຈັງ ບອກຂ້ອຍມາຕົງໆສິໃຫ້ຂ້ອຍມາເຮັດວຽກຫຍັງຕອບແທນເຈົ້າແທ້”

ເອກ: “ກໍ່ເວົ້າແທ້ເວົ້າຈິງນີ້ລະ”
ອາລີ້ແກ່ວງຫົວແລ້ວຍ່າງໄປຈັບເອົາກະເປົາ: “ຖ້າເປັນແບບນີ້ຂ້ອຍຂໍກັບ”
ນາຍນ້ອຍເອກເຫັນອາລີ້ບໍ່ຂຳບໍ່ເຄີ້ມກັບຄຳເວົ້າຂອງຕົນເອງກໍ່ເລີຍຟ້າວຍ່າງໄປຈັບແຂນອາລີ້ໄວ້ແລ້ວເອີ່ຍອອກໄປວ່າ: “ໂອເຄ! ຂ້ອຍບໍ່ຢອກເຈົ້າແລ້ວ! ອີກສອງມື້ເຈົ້າຈະໄດ້ໄປເຮັດວຽກ! ຂ້ອຍຫາວຽກໄວ້ໃຫ້ເຈົ້າແລ້ວ” ສຽງໂທລະສັບເອກສັ່ນໃນຖົງໂສ້ງ ເອກຈົກອອກຈາກຖົງໂສ້ງມາຮັບສາຍ
ເອກ: “ອາໂຫຼ! ”
ນູ່ນີ່:​”ຢູ່ໃສຕອນນີ້! ເປັນຫຍັງໂທຫາຕັ້ງຫຼາຍສາຍຄືຫາກໍ່ຮັບ! ເຈົ້າຮູ້ບໍ່ນິທັງພໍ່ທັງແມ່ໂທຫາຂ້ອຍຖາມວ່າເຈົ້າຢູ່ໃສນິຈົນສາຍໂທລະສັບຂ້ອຍສິລະເບີດແລ້ວ”
ເອກ: “ອີກ 1 ຊົ່ວໂມງກັບຮອດເຮືອນ ຕອນນີ້ມີທຸລະສຳຄັນຕ້ອງເຮັດ”
ນູ່ນີ່: “ເອີ້! ໂທໄປບອກພໍ່ກັບແມ່ແນ່ ພວກເພິ່ນຈິ່ງເຊົາເປັນຫ່ວງ”
ເມື່ອວາງສາຍໂທລະສັບປຸບ ເອກກໍ່ຫັນມາບອກກັບອາລີ້ວ່າ: “ຄືນນີ້ເຈົ້ານອນພັກທີ່ນີ້ໃຫ້ສະບາຍໃຈ ອີກສອງມື້ຂ້ອຍຈະພາເຈົ້າໄປເຮັດວຽກ” ກ່ອນຈະໄປເອກຝາກຮອຍຈູບໄວ້ທີ່ໜ້າຜາກຂອງອາລີ້ 1 ບາດ
ອາລີ້ຢືນເກົາຫົວເຮັດໜ້າເຊັງແລ້ວຈົ່ມພຶມພຳວ່າ: “ຄົນບ້າ! ຈັກສິຟ້າວໄປຮັບເຮົາມາເຮັດຫຍັງຕັ້ງສອງມື້ພຸ້ນຈິ່ງຈະໄດ້ເຮັດວຽກ” ແຕ່ເບິ່ງຮອບໆແລ້ວຫ້ອງນີ້ກໍ່ໜ້າຢູ່ບໍ່ໜ້ອຍ ອາລີ້ຢ່າງສໍາຫຼວດຮອບໆ ຫຼັງຈາກນັ້ນກໍ່ເອົາເຄື່ອງອອກຈາກກະເປົາແລ້ວໄປຈັດໃສ່ຕູ້ຢ່າງຮຽບຮ້ອຍກ່ອນຈະເອນກາຍລົງບ່ອນນອນເບິ່ງໂທລະທັດຢ່າງສະບາຍໃຈພຽງຄົນດຽວໃນຫ້ອງ.

ປະມານ 21:00 ໂມງ ເອກຂັບລົດຮອດເຮືອນ ພໍຍ່າງເຂົ້າໄປໃນເຮືອນກໍ່ຖືກພໍ່ແມ່ເອີ້ນໄປສອບຖາມທີ່ຫ້ອງຮັບແຂກໃຫຍ່ຂອງເຮືອນ ເອກຖືກພໍ່ແມ່ສອບຖາມແລະ ຕັກເຕືອນເຖິງພຶດຕິກຳຂອງຕົນໄປສອງສາມບົດສວດ ໂດຍທີ່ຕົນເອງໄດ້ແຕ່ນັ່ງຟັງບໍ່ປາກບໍ່ເວົ້າສິ່ງໃດກ່ອນທີ່ຈະຖືກປ່ອຍຕົວໃຫ້ເປັນອິດສະຫຼະໃຫ້ໄປພັກ ຜ່ອນທີ່ຫ້ອງນອນໄດ້ ສິ່ງທີ່ພໍ່ແມ່ເວົ້າມາທັງໝົດຄືນນີ້ເອກບໍ່ໄດ້ເກັບມາໃສ່ໃຈແມ່ນແຕ່ຄຳດຽວເວົ້າເຂົ້າຫູຊ້າຍທະລຸອອກຫູຂວາ ເລີຍບໍ່ມີຄຳໃດຄ້າງຄາໃຈເລີຍ ຫຼັງຈາກອາບນ້ຳແລ້ວກໍ່ມາເອນກາຍນອນລົງທີ່ບ່ອນນອນ ແລ້ວຈັບໂທລະສັບຂຶ້ນມາໂທລົມກັບອາລີ້ເກືອບຊົ່ວໂມງກວ່າຈະວາງສາຍຫຼັບນອນ ຄືນນີ້ຊ່າງເປັນຄືນທີ່ຝັນດີຂອງທັງຄູ່ໂດຍແທ້.

ເອກຂັບລົດມາທີ່ຫ້ອງການແຕ່ເຊົ້າມາດັກຖ້າພົບເອື້ອຍທີ່ໜ້າຫ້ອງ ເພາະມື້ນີ້ມີເລື່ອງຂໍໃຫ້ເອື້ອຍຊ່ວຍ ນຸ່ນີ່ແປກໃຈທີ່ເຫັນນ້ອງຊາຍມາດັກໜ້າຫ້ອງແຕ່ເຊົ້າ ກ່ອນຈະໄຂປະຕູແລ້ວພາກັນເຂົ້າໄປນັ່ງໃນຫ້ອງສົນທະນາກັນສອງຄົນ.

ເບື້ອງຕົ້ນນາຍນ້ອຍເອກທີ່ພາອາລີ້ມາພັກທີ່ອາພາດເມັ້ນກໍ່ເພື່ອຈະມາສົ່ງເສີມຮຽນກະວ່າຈະມາລ້ຽງດູປູເສື່ອປະມານນີ້ ຈະສົ່ງໃຫ້ຮຽນສົ່ງເງິນໃຫ້ໃຊ້ ແບບສະບັບຊ່ວຍເຫຼືອຄົນຮັກ ແລະ ຄິດວ່າຈະແອບໄປສະແດງຄວາມຮັກແນ່ບາງເວລາ ແຕ່ເລື່ອງມັນບໍ່ໄດ່ງ່າຍຢ່າງທີ່ຄິດ ເພາະນິໃສຂອງອາລີ້ນັ້ນບໍ່ຍອມເຮັດຕາມຄວາມຕ້ອງການຂອງຕົນງ່າຍໆ ນາງຕ້ອງການເຮັດວຽກ ແລະ ຕ້ອງການຮຽນໄປນຳ ງານນີ້ຈິ່ງເຮັດໃຫ້ເອກຕ້ອງມີການປັບປ່ຽນແບບແຜນໃໝ່ເລັກໜ້ອຍ

ເອກແນມເບິ່ງນ້າເອື້ອຍດ້ວຍສາຍຕາອ້ອນເລັກໜ້ອຍ ນູ່ນີ່ເຫັນແວວຕານີ້ກໍ່ຮູ້ເລີຍວ່ານ້ອງຊາຍສຸດທີ່ຮັກມີແນວຢາກໄດ້ເລີຍຖາມໄປວ່າ
ນູ່ນີ່: “ໜ້າຕາແບບນີ້ແປວ່າມີເລື່ອງໃຫ້ຊ່ວຍ! ມີແນວຢາກໄດ້ ບອກມາວ່າຕ້ອງການຫຍັງ”
ເອກ: “ໄດ້ຍິນວ່າຮ້ານອາຫານອ້າຍເຂີຍຕ້ອງການຜູ້ຊ່ວຍແມ່ຄົວ”
ນູ່ນີ່: “ແມ່ນ! ແລ້ວຈັ່ງໃດ”
ເອກ: “ຢາກຝາກຄນຮູ້ຈັກເຂົ້າເຮັດວຽກ”
ນູ່ນີ່:​ ”ຂ້ອຍຫູຟາດ ຫຼື ເຈົ້າເວົ້າຜິດນິ! ປົກກະຕິຮ້ອຍວັນພັນປີເຈົ້າບໍ່ເຄີຍສົນໃຈຊອກຫາວຽກໃຫ້ໃຜ ສົງໃສຄົນທີ່ມາຝາກນິຄືສິສຳຄັນກັບເຈົ້າຫຼາຍເນາະ! ໃຜລ່ະ” (ນູ້ນີ່ຈັບຈອກກາເຟຂຶ້ນມາດື່ມຊ້າໆ)
ເອກ: “ຄົນທີ່ນ້ອງຈະຝາກນັ້ນເອື້ອຍຮູ້ຈັກນາງແລ້ວນັ້ນກໍ່ຄື ອາລີ້”
ເທົ່ານັ້ນລະ ນູ້ນີ່ຈົນສະໝັກນ້ຳກາເຟທັນທີ ຟ້າວວາງຈອກກາງເຟທີ່ຖືຢູ່ລົງທີ່ໜ້າໂຕະ ແລ້ວຖາມນ້ອງດ້ວຍສີໜ້າຕາຕື່ນ
ນູ່ນີ່: “ເອກ….! ເວົ້າແທ້ນິ ຢ່າອຳເອື້ອຍຫຼິ້ນໃດ໋”
ເອກ: “ເລື່ອງນີ້ຈິງຈັງ! ເອື້ອຍພໍຊ່ວຍເຮົາໄດ້ ຫຼື ບໍ່”
ນູ່ນີ່: “ເລື່ອງນີ້ມັນບໍ່ມີບັນຫາ ແຕ່ເອື້ອຍບໍ່ເຂົ້າໃຈວ່າ ເຫດໃດນ້ອງຊາຍນ້ອງເອື້ອຍຕ້ອງຊ່ວຍຍິງຄົນນັ້ນ! ຫຼື ວ່ານ້ອງມີໃຈຈິງບໍ່ແມ່ນຫຼົງພຽງຊົ່ວຄັ້ງຄາວ”
ເອກ: “ສຳລັບອາລີ້ນ້ອງບໍ່ມີທາງຄິດກັບນາງຫຼິ້ນໆແນ່ນອນ”
ນູ່ນີ່:​”ຜູ້ຍິງຜ່ານໜ້າເຈົ້າຮ້ອຍພັນຜ່ານມາແລ້ວຜ່ານໄປທຸກຄົນຕ່າງຢາກເຂົ້າມາຕິດພັນກັບເຈົ້າແຕ່ເຈົ້າກໍ່ບໍ່ເຄີຍເປີດໂອກາດໃຫ້ພວກນາງພຽງຄັ້ງດຽວ! ແຕ່ສຳລັບຍິງຄົນນີ້ເປັນພຽງຍິງສາວທຳມະດາທັງການສຶກສາ, ຊາດຕະກຸນຫາທຽບແມ່ຍິງສູງສົ່ງພວກນັ້ນໄດ້ ແຕ່ເປັນຫຍັງນ້ອງຈິ່ງຕ້ອງປັກໃຈເລືອກນາງ”
ເອກ: “ອາລີ້ປຽບດັ່ງສິ່ງຂອງອັນດຽວໃນໂລກ ເປັນສິ່ງທີ່ມີຄ່າ ແລະ ຕອນນີ້ຂ້ອຍໄດ້ຫາມັນພົບແລ້ວ…ຄືນາງພິເສດກວ່າຄົນອື່ນນະ! ເອື້ອຍນູ່ນີ່ຂໍຮ້ອງຊ່ວຍຂ້ອຍແນ່! ຂ້ອຍບໍ່ອາດມີຄວາມສະບາຍໃຈໄດ້ຖ້ານາງໄປເຮັດວຽກຢູ່ບ່ອນອື່ນ ນອກຈາກຮ້ານເຈົ້າແລ້ວນ້ອງກໍ່ບໍ່ໄວ້ໃຈໃຜອີກ”
ນູ່ນີ່ຖອນຫາຍໃນເຫືອກໃຫຍ່ ເຮີ້ຍ: “ເກີດມາຫາກໍ່ເຫັນຜູ້ຊາຍຍິ່ງທະນົງຢ່າງເຈົ້າມາຂໍຮ້ອງເອື້ອຍເປັນຄັ້ງທຳອິດ! ຕົກລົງ ມື້ອື່ນເອົາລາວໄປເລີ່ມງານໄດ້”
ເອກ ຟ້າວກອດເອື້ອຍໄວ້ດ້ວຍຄວາມດີໃຈ: “ຂອບໃຈເອື້ອຍ”

ອ່ານຍ້ອນຄືນຕອນທີ 16 ທີ່ລິ້ງ https://www.laopost.com/2017/04/02/87981

ບົດຄວາມຫຼ້າສຸດ

ປະກາດອະໄພຍະໂທດ 195 ນັກໂທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 49 ປີ

ໃນວັນທີ 23 ທັນວາ 2024, ທີ່ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຄໍາມ່ວນ ໄດ້ຈັດພິທີປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ທີ່ມີການປະພຶດດີ ເນື່ອງໃນໂອກາດວັນຊາດທີ...

ກຽມປູກຕົ້ນໝາກແມັກຄາເດເມຍ ແລະ ຖົ່ວລຽນ ເນື້ອທີ່ 150 ເຮັກຕາ ຢູ່ເມືອງປາກຊ່ອງ

ອີງຕາມແຫຼ່ງຂ່າ່ວຈາກແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 20 ທັນວາ 2024 ຜ່ານມາ, ທີ່ແຂວງຈຳປາສັກ ໄດ້ຈັດພິທີເຊັນສັນຍາສຳປະທານ ເນື້ອທີ່ດິນ 150 ເຮັກຕາ ເພື່ອປູກຕົ້ນໝາກແມັກຄາເດເມຍ ແລະ...

ແຈ້ງເຕືອນສະພາບອາກາດຫນາວເຢັນ ແລະລົມພັດແຮງ ປະຈໍາວັນທີ 23 ທັນວາ 2024, ເວລາ 12 ໂມງ 00

ມວນອາກາດຫນາວເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເຫນືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ ອາກາດຈະເຢັນ ຫາ ຫນາວເຢັນ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ໃນແຕ່ລະພາກ, ສໍາລັບ ເຂດພູສູງ, ພູດອຍ,...

ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປິດລົງດວ້ຍຜົນສໍາເລັດຢ່າງຈົບງາມ

ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ, ປິດລົງດວ້ຍຜົນສໍາເລັດຢ່າງຈົບງາມ, ພາຍຫຼັງດໍາເນີນມາເປັນເວລາ 10 ວັນ ເລີ່ມແຕ່ວັນທີ 13-22 ທັນວາ 2024. ຂະນະທີ່...