ຕອນທີ 15 ຫົວໃຈຄິດຮອດ.
ອາລີ້ ຊົມຊານຊອກຊ້ຳສະບັກສະບອມຖືກະເປົາເຄື່ອງກັບມາເຮືອນດ້ວຍຫົວໃຈທີ່ຂົມຂື່ນ ທັງອາລົມນ້ອຍໃຈໃຫ້ຄົນຮັກ, ຄຽດແຄ້ນຊິງຊັງໃຫ້ແກ່ຜູ້ທີ່ທຳຮ້າຍຕົນມັນທັບຖົມເຂົ້າມາໃນຄວາມຄິດຈົນຍາກທີ່ຈະແຍກແຍະອອກ ຊ່າງເປັນເລື່ອງທີ່ໜ້າອັບອາຍຄົນທົ່ວໄປຮູ້ຮອດໃສອາຍຮອດນັ້ນ ເຖິງຈະຖືກຄົນອື່ນຮ້ອຍໝື່ນພັນຄົນເຫີນຫ່າງເສີຍຊາໃສ່ແຕ່ກໍ່ຍັງບໍ່ປວດໃຈເທົ່າຄົນທີ່ຮັກບໍ່ໃຍດີ ອາລີ້ຍິງສາວທີ່ບໍ່ເຄີຍຄິດແຕະຕ້ອງເລື່ອງສຸຣາກັບກາຍເປັນລຳຍອງສາວຂີ້ເມົາກອດແກ້ວເຫຼົ້າເຂົ້າບໍ່ກິນໄປຊົ່ວຂ້າມຄືນ ລຸງປ້າ, ເອື້ອຍ ແລະ ເພື່ອນຝູງສຸດກຸ້ມທີ່ເຫັນອາລີ້ຕົກຢູ່ໃນສະພາບແບບນີ້ ທັງໜ້າຕາເນື້ອຕົວຂຽວຊ້ຳ ໃຜເຂົ້າໄປຖາມກໍ່ບໍ່ຍອມບອກ ມີແຕ່ຮ້ອງໄຫ້ຄ້ຳຄວນພຶມພຳດັ່ງຄົນເສຍສະຕິ ລຸງປ້າ,ເອື້ອຍ, ເພື່ອນຝູງທົນເຫັນສະພາບ ແລະ ປ່ອຍໃຫ້ອາລີ້ຕົກຢູ່ໃນຮ້ວງແຫ່ງຄວາມທຸກເສົ້າບໍ່ໄດ້ເລີຍພາກັນເຂົ້າໄປປອບໃຈ ຈິ່ງເຮັດໃຫ້ລົມພະຍຸໃນໃຈອ່ອນກຳລັງລົງແນ່ເລັກນ້ອຍ ແລະ ຄ່ອຍໆຫຼັບລົງໃນລາຕີໃຕ້ແສງຈັນ.
ນາຍນ້ອຍເອກອາໄລຮັກໃນຕົວອາລີ້ຍິ່ງໜັກຜ່ານໄປ 2 ມື້ແລ້ວທີ່ຕິດຕໍ່ອາລີ້ບໍ່ໄດ້ໂທໄປກໍ່ປິດເຄື່ອງບໍ່ມີສັນ ຍານຕອບຮັບຈາກເລກໝາຍປາຍທາງ ຍ່າງໄປທົ່ວເຮືອນກວ້າງກໍ່ຮູ້ສຶກອ້າງວ້າງໜາວເໜັບເຂົ້າເຖິງຊວງ ຫັນເບິ່ງໄປທິດທາງໃດກໍ່ພົບແຕ່ຮ່ອງຮອຍພາບແຫ່ງຄວາມສົງຈຳທີ່ແສນສຸກເມື່ອຄັ້ງທີ່ມີອາລີ້ຢູ່ ແຕ່ຕອນນີ້ເຮືອນນີ້ຊ່າງງຽບເຫງົາ ຕົ້ນໄມ້ໃບຫຍ້າທີ່ເຄີຍສົດຊື່ນສວຍງາມກັບກາຍເປັນໝົດອາໄລຕາຍຍາກເພາະເວລານີ້ບໍ່ມີເຈົ້າ, ນາຍນ້ອຍເອກນອນເອນກາຍໃນອ່າງອາບນ້ຳເຖິງນ້ຳຈະໜາວເຢັນພຽງໃດກໍ່ບໍ່ສາມາດດັບໄຟສະເໜ່ຫາອັນແສນຮ້ອນຮົນໃນໃຈລົງໄປໄດ້ ຫຼັບຕາລົງກໍ່ຄິດເຖິງແຕ່ໃບໜ້າຫູຟາດແວ້ວໄດ້ຍິນແຕ່ສຽງຮຽກຂອງນາງ ໂອ້ຂ້ານີ້ຊ່າງອັດນິຈາໃຈໃນຄວາມຮັກ ຫຼື ວາດສະໜາທາງຮັກຂອງເຮົາຈະຂາດເດີນມາສຸດທາງຕັນແລ້ວນໍ! ກ່ອນນາຍນ້ອຍເອກຈະຄ່ອຍໆຫຼັບຕາໄຫລຕົວຈົມລົງໃນອ່າງນ້ຳກັ້ນຫາຍໃຈດຳນ້ຳໄປພັກໃຫຍ່ຈົນໃຈເກືອບຂາດຕາຍສິ້ນ ກ່ອນຈະໂຜ່ຂຶ້ນມາໜ້ານ້ຳໄດ້ທັນ ດ້ວຍທ່າຫາຍໃຈຫອບເມື່ອຍ ແລະ ຄິດຂຶ້ນມາໄດ້ວ່າ ອາລີ້ປຽບດັ່ງຄວາມຮັກ ແລະ ນ້ຳຕາ ຖ້າຊາດນີ້ບໍ່ໄດ້ຢູ່ຄຽງຂ້າງເປັນຄູ່ຄອງຄົງໂສກເສົ້າໄປຕະຫຼອດຊາດ ດັ່ງນັ້ນບໍ່ວ່າຈະຕ້ອງບຸກສົງຄາມໄຟ ລຸຍທະເລນ້ຳຕາ ຝືນໂຊກຊະຕາຟ້າລິຂິດ ພຽງໃດກໍ່ຕາມແຕ່ຕົນຈະຈັບມືນາງໄວ້ບໍ່ຍອມປ່ອຍໄປຊົ່ວຊີວິດ.
ເຊົ້າມື້ຕໍ່ມານາຍນ້ອຍເອກກັດກຸ້ມອຸກອັ່ງໜ້າຄຶມເຂັ້ມຢູ່ຄົນດຽວໃນຫ້ອງເຮັດວຽກ ເກືອບຈະບໍ່ມີຈິດໃຈເຮັດສິ່ງໃດໆ ແຕ່ຍັງດີທີ່ມີນູ່ນີ້ເອື້ອຍແສນດີດັ່ງນາງຟ້າທີ່ເຂົ້າມາປອບໃຈ ແລະ ສະແດງຄວາມຄິດເຫັນທີ່ເປັນປະໂຫຍດໃຫ້ຕົນຕັ້ງສະຕິນຶກຄິດຂຶ້ນມາໄດ້
ນູ່ນີ່ ລູບຫົວນ້ອງຊາຍເບົາກ່ອນເວົ້າດ້ວຍນ້ຳສຽງນຸ້ມນວນຜ່ານສີໜ້າເປັນຫ່ວງປົນກັດກຸ້ມອອກໄປວ່າ: “ເອກ! ຖ້ານ້ອງຄິດຮອດລາວຫຼາຍເລີກວຽກນ້ອງກໍ່ໄປຊອກຫາລາວໄດ້! ແຕ່ສຳລັບເວລາວຽກເອື້ອຍຂໍໃຫ້ເຈົ້າຕັ້ງສະຕິກັບມາເອົາໃຈໃສ່ເລື່ອງວຽກໄດ້ ຫຼື ບໍ່? ໃນຖານະຂອງລູກກະຕັນຍູຕ້ອງຕອບແທນບຸນຄຸນພໍ່ແມ່ຢ່າໄດ້ຂາດຕົກບົກຜ່ອງ, ໃນຖານະຄົນຮັກຕ້ອງດູແລຄົນຮັກໃຫ້ດີ ເຈົ້າສາມາດເຮັດສອງຢ່າງນີ້ຄວບຄູ່ກັນໄດ້ ພຽງແຕ່ເຈົ້າຕ້ອງແຍກແຍະເວລາໃນການປະຕິບັດສອງໜ້າທີ່ນີ້ອອກຢ່າງຊັດເຈນ ເຈົ້າຈິ່ງຈະບໍ່ເສຍຫາຍຈັກທາງ”
ເມື່ອນາຍນ້ອຍເອກຟັງຄຳເວົ້າທີ່ເອື້ອຍເວົ້າອອກມາແລ້ວເມື່ອຄຳນວນຄິດທົບທວນແລ້ວກໍ່ສົມເຫດຜົນຢ່າງທີ່ເອື້ອຍນູ່ນີ່ເວົ້າທຸກຢ່າງ ຈາກອາລົມມືດມົນສະໝອງຕັນຕຶ້ງກໍ່ໂລ່ງສະຫວ່າງເຫັນທາງອອກໄດ້ບາງສ່ວນ. ນາຍນ້ອຍເອກອາລົມດີໄດ້ບໍ່ດົນຄວາມມືດມົນກໍ່ເຂົ້າມາທັບຖົມອີກຄັ້ງ ເມື່ອຄູ່ໝັ້ນຈອມວຸ້ນວາຍ “ຢຸ້ຍ” ນາງມານຮ້າຍໃນສາຍຕາເອກ ຍ່າງເຂົ້າມາຫາພ້ອມກັບປິ່ນໂຕເຫຼັກ 3 ຊັ້ນໃສ່ຂອງກິນ ກ່ອນເອີ່ຍອອກມາດ້ວຍສີໜ້າຍິ້ມແຍ້ມວ່າ
ຢຸ້ຍ: “ສະບາຍດີເອື້ອຍນູ່ນີ່! ເອກ! ຂ້ອຍໄດ້ຍິນຍາປ້າວ່າສອງມື້ນີ້ເຈົ້າເຮັດວຽກໜັກເພື່ອບໍລິສັດຈົນບໍ່ໄດ້ພັກຜ່ອນ! ຂ້ອຍເລີຍໃຫ້ແມ່ຄົວຢູ່ເຮືອນເຮັດຊຸບໄກ່ໃສ່ໂສມມາໃຫ້ເຈົ້າກິນ! ໄລຍະນີ້ເບິ່ງເຈົ້າໂຊມລົງຫຼາຍກິນນີ້ຈັກໜ່ອຍຈະໄດ້ສົດຊື່ນຂຶ້ນ”
ນາຍນ້ອຍເອກຫັນໜ້າໜີບໍ່ເບິ່ງໜ້າ ແລ້ວຕອບກັບດ້ວຍນ້ຳສຽງເຢັນຊາໄປວ່າ: “ເອົາຊຸບໄກ່ໂສມເຈົ້າກັບໄປກິນເອງເຖີດ! ຂ້ອຍບໍ່ຕ້ອງການຂອງບຳລຸງໃດໆຈາກເຈົ້າ” ເມື່ອກ່າວຈົບກໍ່ຍ່າງອອກຈາກຫ້ອງໄປໂດຍບໍ່ໃຍດີ
ນູ່ນີ່ເຮັດໜ້າຕາຕື່ນ ແລະ ກໍ່ຍິ້ມເຈື່ອນໆກົບເກືອນສິ່ງທີ່ນ້ອງຊາຍຕົນເຮັດເຊິ່ງເປັນສິ່ງບໍ່ສົມຄວນເລີຍ! ຢຸ້ຍໜ້າບຶ້ງຕຶງຄຽດ ແຕ່ເກັບກົດຄວາມໂມໂຫໄວ້ໃຈໃນສ່ວນເລິກ ຟ້າວຫິ້ວປິ່ນໂຕຍ່າງອອກຈາກຫ້ອງໄປໂດຍບໍ່ໄດ້ເອີ່ຍອຳລານູ່ນີ່ທີ່ຢືນຢູ່ຂ້າງໆແມ່ນແຕ່ປະໂຫຍກດຽວ ແຕ່ກ່ອນຈະຍ່າງໄປຮອດລົດທີ່ຈອດຢູ່, ແຄມທາງຍ່າງມີຖັງຂີ້ເຫຍື້ອ ດ້ວຍຄວາມໂມໂຫຢຸ້ຍຈິ່ງຖິ້ມປິ່ນໂຕທີ່ຕັ້ງໃຈຖືມາແຕ່ເຮືອນນັ້ນລົງຖັງຂີ້ເຫຍື້ອໄປໂດຍບໍ່ໃຍດີ ກ່ອນຈະຍ່າງໄປຂຶ້ນລົດແລ້ວຂັບລົດອອກຈາກບໍລິສັດ.
ຢຸ້ຍນັ່ງຮ້ອງໄຫ້ເສຍໃຈໃຫ້ກັບການກະທຳຂອງເອກທີ່ກະທຳກັບຕົນເອງທີ່ໜ້າແວ່ນໂຕະແຕ່ງໜ້າ ດ້ວຍອາລົມຜິດຫວັງເສຍໃຈຖືກຫັກໜ້າຢ່າງແຮງເຈັບປວດມຶນງົງດັ່ງມີຄົນເອົາໄມ້ທ່ອນມາຟາດແຊກກາງໜ້າຜ່າກາງໃຈ ເຈັບປວດຢັບເຢີນເກີນບັນຍາຍ ຕົນບໍ່ເຄີຍຄິດວ່າຜູ້ຍິງງາມສູງສັກພຽບພ້ອມໄປດ້ວຍຖານະການສຶກສາ ຮູບລັກງົດງາມຢ່າງຕົນຈະຖືກປະຕິເສດຄວາມຫວັງດີແບບບໍ່ມີເຍື້ອໃຍຈາກຜູ້ຊາຍທີ່ຕົນພະຍາຍາມເຮັດໃຫ້ເຂົາຫັນມາຮັກຕັ້ງແຕ່ນ້ອຍຈົນໃຫຍ່ ເມື່ອຄິດໃນໃຈແລ້ວຮູ້ສຶກຄຽດແຄ້ນຊິງຊັງໃຫ້ຍິງຊັ້ນຕ່ຳຕ້ອຍຜູ້ນັ້ນທີ່ບັງອາດມາເປັນຄູ່ແຂ່ງຍາດຊິງຫົວໃຈຂອງຊາຍທີ່ຕົນໝາຍປອງ ຄິດທົບທວນຫຼາຍຮອບຈົນຫົວຈະລະເບີດທັງແນມເບິ່ງໜ້າເຈົ້າຂອງຜ່ານແວ່ນແກ້ວສະທ້ອນ ແລ້ວຖາມຕົວເອງວ່າ: “ຕົນມີສິ່ງໃດທີ່ສູ້ຍິງຄົນຊັ້ນຕ່ຳນັ້ນບໍ່ໄດ້” ເຫດໃດມັນຈິ່ງໄດ້ຮັບການດູແລເອົາໃຈໃສ່ຈາກເອກຊາຍທີ່ຕົນມີໃຈ ເມື່ອຄິດເຖິງພາບເຫດການທີ່ເຫັນໃນວັນນັ້ນ ຄິດເຫັນພາບທີ່ເອກສະຫວີດຫວານກັບມັນ ຄິດເຫັນພາບທີ່ເອກຄອຍປົກປ້ອງມັນ ທັງພາບທັງສຽງກໍ່ວົນ ວຽນກ້ອງມາທີ່ຫູ ພຽງຊົ່ວວູບວິນາທີດຽວອາລົມພູເຂົາໄຟລະເບີດແຕກບັງເກີດຂຶ້ນມາທັນທີ ມືທັງສອງເບື້ອງໄດ້ປັດກວດເຄືອງສຳອາງທັງນ້ຳຫອມ, ໂລຊັ່ນທາໜ້າ, ທາຜິວ,ນ້ຳມັນຜົມ ແປ້ງແຕ່ງໜ້າ ຫວີ, ກິບຜົມ ແລະ ອື່ນໆ ດອນຟົ້ງກະຈາຍອອກຈາກໂຕະແຕ່ງໜ້າລົ່ນລົງເຕັ້ມພື້ນຫ້ອງນອນ ພ້ອມສຽງກີ໊ດກ້າດໂວຍວາຍຄຸ່ມຄັ້ງດັ່ງຄົນເສຍສະຕິ ພໍ່ແມ່ນັ່ງຢູ່ຊັ້ນລຸ່ມ ພ້ອມຄົນຮັບໃຊ້ຕື່ນຕົກໃຈຟ້າວແລ່ນຂຶ້ນໄປຫາລູກທີ່ໜ້າຫ້ອງ ເຄາະປະຕູເອີ້ນຈັ່ງໃດລູກກໍ່ບໍ່ຍອມເປີດ ຈົນໃນທີ່ສຸດໄດ້ໃຫ້ຄົນຮັບໃຊ້ເອົາກະແຈສຳຮອງຫ້ອງລູກມາເປີດໄຂເຂົ້າໄປ ກໍ່ເຫັນພື້ນຫ້ອງເຕັມໄປດ້ວຍສິ່ງຂອງແຕກຫັກເສຍຫາຍເຕັມໄປໝົດ ຜູ້ເປັນແມ່ພໍ່ຄ່ອຍຢ້ອງຕີນຍ່າງເຂົ້າໄປຫາລູກທີ່ກຳລັງນັ່ງໝົດແຮງ, ໝົດອາໄລຕາຍຍາກທີ່ຕີນຕຽງ ພໍ່ແມ່ເຫັນສະພາບລູກເປັນແບບນີ້ແລ້ວໜ້າສັງແວດໃຈແທ້ ທັງສົງສານລູກຈິ່ງໄດ້ສອບຖາມຫາສາເຫດ ແລະໄດ້ຮັບຮູ້ຄວາມຈິງທີ່ແສນໜ້າອັບອາຍຂາຍໜ້າທີ່ລູກໄດ້ພົບ ຜູ້ເປັນພໍ່ແມ່ຮູ້ສຶກອົດສູໃຈທີ່ສຸດ ເລື່ອງນີ້ຍອມຄວາມກັນງ່າຍໆບໍ່ໄດ້ ຝ່າຍຊາຍຕ້ອງເປັນຄົນຮັບຜິດ ເວົ້າແລ້ວຄືນນີ້ຕອນອາຫານຄ່ຳຕ້ອງມຸ່ງໜ້າເດີນທາງໄປເຂົ້າພົບ ມາດາມ ລິນດາ ແລະ ດ.ຣ ສົມບູນ ເພື່ອຕໍ່ວ່າຫາຄວາມກັນເສຍແລ້ວ;
ໝົດເວລາວຽກງານແລ້ວຕໍ່ໄປນັບຈາກວິນາທີນີ້ກໍ່ຄືເວລາຂອງຫົວໃຈ ແນ່ນອນວ່າຫົວໃຈຢູ່ແຫ່ງໃດຕົວຕ້ອງໄປຕາມຫາໃຫ້ພົບ ນາຍນ້ອຍເອກຈຳໄດ້ວ່າ ອາລີ້ເປັນສາວທີ່ມາຈາກບ້ານຊຽງຄັວນ, ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ, ຫຼັງເລີກວຽກຈິ່ງບໍ່ລໍຊ້າຂັບລົດມຸ່ງໜ້າໄປຫາດ້ວຍຫົວໃຈຈົດຈໍ່ທີ່ຈະໄດ້ພົບນາງອີກຄັ້ງ ຂັບລົດເດີນທາງມາຫຼາຍກິໂລແມັດຜ່ານສາລະຄຳ, ສະໜາມກັອຟຫຼັກ 14 ກາຍສວນວັດທະນະທຳອິນແປງ, ກາຍຂົວມິດຕະພາບ, ດ່ານທ່ານາແລ້ງ, ກາຍໂຮງໝໍເມືອງຫາດຊາຍຟອງໄປໄກຫຼາຍກິໂລແມັດ ຈາກທາງລາດຍາງ ຈົນປ່ຽນເປັນທາງດິນແດງຝຸ່ນປົກຄຸມທົ່ວຖະໜົນຫົນທາງໃນທີ່ສຸດກໍ່ມາຮອດ ວັດຊຽງຄວັນ ໜຶ່ງໃນສະຖານທີ່ທ່ອງທ່ຽວຊື່ດັງຂອງນະຄອນຫຼວງວຽງຈັນ ນາຍນ້ອຍເອກຄ່ອຍໆຂັບລົດໄປຈອດຖາມຫາເຮືອນຂອງອາລີ້ທີ່ຮ້ານຂາຍເຄື່ອງແຄມທາງ ແຕ່ໂຊກບໍ່ດີໄປຖາມ 2-3 ຮ້ານຄ້າກໍ່ບໍ່ມີຄົນຮູ້ຈັກ ຈົນຂັບລົດໄປຮອດຮ້ານຂາຍເຄື່ອງຍ່ອຍຮ້ານທີ 4 ບັງເອີນໂຊກດີ ພົບກັບໝີນ້ອຍເອື້ອຍຂອງອາລີ້ ໝີນ້ອຍຈຳນາຍນ້ອຍເອກໄດ້ ແຕ່ນາຍນ້ອຍເອກຈຳໝີນ້ອຍບໍ່ໄດ້ ແຕ່ກໍ່ຖືວ່າໂຊກດີທີ່ນາຍນ້ອຍຖາມຖືກຄົນ ເພາະຍິງທີ່ຖາມນັ້ນເປັນເອື້ອຍຂອງອາລີ້ ແລ້ວໝີນ້ອຍກໍ່ຂັບລົດຈັກນຳໜ້າພານາຍນ້ອຍເອກຂັບລົດເຂົ້າໄປທີ່ເຮືອນ ເຮືອນທີ່ອາລີ້ອາໃສນັ້ນຢູ່ໃນຊອຍເຂົ້າໄປເລິກກວ່າ 2 ຫຼັກຈິ່ງຈະຮອດເຮືອນທາງເຂົ້າໄປກໍ່ລຳບາກເປັນຂຸມຄຸຄະໄປສຸດທາງ ຊ່ວງຍາມແລ້ວນີ້ກໍ່ຍັງໃຄຢູ່ ແຕ່ຊ່ວງຍາມຝົນຄົງເດີນທາງສັນຈອນລຳບາກຫຼາຍ ກວ່າຈະໄປຮອດເຮືອນຂອງອາລີ້ກໍ່ມືດຄ່ຳຕະເວັນຕົກດິນພໍດີ ຕອນນັ້ນເປັນເວລາ 19:00 ໂມງແລ້ວ ລຸງປ້າທີ່ນັ່ງເບິ່ງໂທລະທັດຢູ່ໃນເຮືອນເມື່ອໄດ້ຍິນສຽງລົດໃຫຍ່ຂັບເຂົ້າມາຈອດຢູ່ບໍລິເວນເດີນບ້ານກໍ່ພາກັນອອກມາເບິ່ງດ້ວຍຄວາມຢາກຮູ້ວ່າໃຜມາ ແລ້ວກໍ່ເຫັນຊາຍໜຸ່ມຮູບງາມແຕ່ຕົວສະອາດສະອ້ານເບິ່ງແລ້ວມີຊາດຕະກູນໃຫຍ່ຜູ້ໜຶ່ງລົງມາຈາກລົດ ພ້ອມທັງຍ່າງເຂົ້າມາຫາແລ້ວຍົກມືກາບສະບາຍດີດ້ວຍກິລິຍາມາລະຍາດຮຽບຮ້ອຍສຸພາບ ລຸງປ້າອາລີ້ ຈິ່ງເອີ່ຍຖາມວ່າ “ເຈົ້າມາຫາໃຜ”
ນາຍນ້ອຍເອກກໍ່ຕອບກັບໄປວ່າ: “ມາຫາອາລີ້”
ຈາກນັ້ນລຸງກັບປ້າກໍ່ເຊີນນາຍນ້ອຍເອກເຂົ້າມານັ່ງທີ່ສາດໃນເຮືອນ ເຊິ່ງນາຍນ້ອຍເອກກໍ່ປົດເກີບຍ່າງເຂົ້າໄປນັ່ງພັບແພບຕາມຄຳເຊີນຂອງລຸງກັບປ້າ ໝີນ້ອຍເອື້ອຍຂອງອາລີ້ ຟ້າວຍົກນ້ຳເຢັນເຂົ້າມາເສີບ ກ່ອນຈະເອີ່ຍຖາມນາຍນ້ອຍເອກອອກໄປວ່າ:
ໝີນ້ອຍ: “ນາຍນ້ອຍເອກ! ເປັນຫຍັງຈິ່ງມາຕາມຫາອາລີ້ນ້ອງສາວຂອງຂ້ອຍໃນຍາມຄ່ຳມືດແບບນີ້”
ລຸງປ້າ ສະເງີ້ຕົກໃຈ ທີ່ໝີນ້ອຍລູກສາວຂອງຕົນຮູ້ຈັກຊາຍທີ່ມາຫາອາລີ້ ແລະ ກໍ່ຮູ້ຄວາມຈິງວ່າຜູ້ຊາຍຄົນນີ້ຄືລູກເຈົ້ານາຍຂອງເຮືອນທີ່ອາລີ້ໄປເຮັດວຽກ ລຸງຈິ່ງເອີ່ຍຖາມໄປວ່າ
ລຸງຖາມດ້ວຍສີໜ້າກັງວົນ: “ເຈົ້າມາທີ່ນີ້ເພາະມີເລື່ອງຫຍັງ ຫຼື ບໍ່? ຫຼານສາວຂ້ອຍໄປກໍ່ເລື່ອງຫຍັງ ຫຼື ບໍ່”
ນາຍນ້ອຍເອກຟ້າວຕອບໄປວ່າ: “ບໍ່ໆ! ອາລີ້ບໍ່ໄດ້ໄປສ້າງບັນຫາໃດໆທັງນັ້ນ! ທີ່ຂ້ອຍມາກໍ່ເພື່ອຢາກມາປັບຄວາມເຂົ້າໃຈບາງຢ່າງກັບອາລີ້! ລຸງກັບປ້າ! ພໍຮູ້ບໍ່ວ່າຕອນນີ້ອາລີ້ຢູ່ໃສ”
ປ້າຖອນຫາຍໃຈເຫືອກໜຶ່ງກ່ອນຕອບໄປວ່າ: “ນອນເມົາຢູ່ໃນຫ້ອງ ມື້ນີ້ກໍ່ມື້ທີສາມແລ້ວ ຍັງເມົາບໍ່ໄດ້ສະຕິຢູ່ເລີຍບໍ່ຮູ້ວ່າໄປພົບເລື່ອງຮ້າຍແຮງຫຍັງມາໃຜຖາມກໍ່ບໍ່ຕອບເອົາແຕ່ມິດງຽບກິນເບຍ ແລ້ວຮ້ອງໄຫ້”
ຄຳເວົ້ານີ້ຂອງປ້າຕຳໃຈສະທົບຄວາມຮູ້ສຶກອັນແສນເສົ້າດູຕົນຄົນຮັກທີ່ມີໃນຕົນນາຍນ້ອຍເອກຂຶ້ນມາທັນທີ ນາຍນ້ອຍເອກຢາກເຫັນໜ້າອາລີ້ໃຈຈະຂາດ ຈິ່ງໄດ້ຂໍອະນຸຍາດຈາກລຸງກັບປ້າເພື່ອເຂົ້າໄປພົບ ແຕ່ລຸງກັບປ້າບໍ່ຍອມໃຫ້ຜູ້ຊາຍທີ່ຫາກໍ່ເຫັນໜ້າກັນບໍ່ຮອດຊົ່ວໂມງຢ່າງນາຍນ້ອຍເອກເຂົ້າໄປພົບຫຼານສາວເຖິງໃນຫ້ອງແນ່ນອນ ດັ່ງນັ້ນ ຈິ່ງໃຫ້ໝີນ້ອຍລູກສາວເຂົ້າໄປປຸກອາລີ້ອອກມາຈາກຫ້ອງ ເຊິ່ງໝີນ້ອຍກໍ່ເຂົ້າໄປຕາມທີ່ພໍ່ກັບແມ່ສັ່ງ ເມື່ອເຂົ້າໄປໃນຫ້ອງໄປຈັບເບິ່ງຕົວນ້ອງກໍ່ຮູ້ສຶກຕົກໃຈເພາະຕົວນ້ອງເຢັນປານນ້ຳແຂງໜ້າຊີດປາກສັ່ນນອນໜາວສັ່ນດັ່ງຄົນປ່ວຍອາດເປັນເພາະຊັອກແອລກໍຮໍ ໝີນ້ອຍຈິ່ງຮ້ອງໂຫຂຶ້ນດ້ວຍຄວາມຕົກໃຈວ່າ “ພໍ່ແມ່! ເຂົ້າມາໃນໄວໆ ອາລີ້ມັນເປັນຫຍັງ” ບໍ່ລໍຊ້ານາຍນ້ອຍເອກຟ້າວລຸກແລ່ນເຂົ້າໄປໃນຫ້ອງອຸ້ມເອົາອາລີ້ຄົນຮັກແລ່ນໄປຂຶ້ນລົດ ພ້ອມກັບໝີນ້ອຍ ແລະ ລຸງກໍ່ຂຶ້ນລົດຂັບມຸ່ງໜ້າໄປທີ່ໂຮງໝໍເມືອງ ຫາດຊາຍຟອງທີ່ເປັນໂຮງໝໍທີ່ຢູ່ໃກ້ທີ່ສຸດໃນຕອນນັ້ນ ເມື່ອຂັບລົດໄປຈອດທີ່ໜ້າໂຮງໝໍ ນາຍນ້ອຍເອກກໍ່ຟ້າວອຸ້ມອາລີ້ລົງລົດແລ່ນເຂົ້າໄປໃນໂຮງໝໍທັນທີດ້ວຍສີໜ້າກັງວົນ ແພດໝໍກໍ່ພາກັນເຂົ້າມາໃຫ້ການຊ່ວຍເຫຼືອ ຜ່ານໄປຊົ່ວເວລາໜຶ່ງອາການຂອງອາລີ້ເລີ່ມດີຂຶ້ນຢູ່ໃນພາວະປອດໄພແລ້ວ ນາຍນ້ອຍເອກແລະທຸກຄົນຄ່ອຍໂລ່ງໃຈຂຶ້ນ ຄືນນີ້ອາລີ້ຕ້ອງໄດ້ນອນໃສ່ນ້ຳເກືອທີ່ໂຮງຫມໍເພື່ອເບິ່ງອາການ ອາລີ້ນອນສະຫງົບນິ້ງທີ່ຕຽງໂດຍມີນາຍນ້ອຍເອກ ກັບ ໝີນ້ອຍນັ່ງເຝົ້າທີ່ໂຮງໝໍທັງຄືນ ສ່ວນລຸງອາລີແມ່ນນາຍນ້ອຍເອກໄດ້ຂັບລົດເມືອສົ່ງທີ່ເຮືອນຕັ້ງແຕ່ຕອນຮູ້ວ່າອາລີ້ປອດໄພ ແລ້ວຈິ່ງຄ່ອຍຂັບລົດກັບມານັ່ງເຝົ້າອາລີ້ທີ່ໂຮງໝໍ ນາຍນ້ອຍເອກນັ່ງຈັບມືອາລີ້ໄວ້ຕະຫຼອດທັງຄືນບໍ່ຮ່າງກາຍພຽງນາທີດຽວດ້ວຍຄວາມເປັນຫ່ວງສຸດຫົວໃຈ ຈົນເຮັດໃຫ້ໝີນ້ອຍເອື້ອຍຂອງອາລີ້ເຊິ່ງເລີ່ມຕົ້ນທຳອິດກໍສົນໃຈນາຍນ້ອຍເອກຢູ່ແລ້ວກໍ່ຍິ່ງຮູ້ສຶກປະທັບໃຈໃນຕົວຜູ້ຊາຍຄົນນີ້ ແວັບໜຶ່ງຈິ່ງເກີດຄວາມຮູ້ສຶກອິດສານ້ອງທີ່ໄດ້ຜູ້ຊາຍດີໆຢ່າງນາຍນ້ອຍເອກເຂົ້າມາໃນຊີວິດ ເຊິ່ງຕົນເອງກໍ່ຢາກໄດ້ຜູ້ຊາຍແບບນີ້ຄືກັນ.
ອາລີ້ຫຼັບໄປຈົນຮອດ 4 ໂມງເຊົ້າແລ້ວຮູ້ເມື່ອຕື່ນຂຶ້ນມາເມື່ອມືນຕາຂຶ້ນມາກໍ່ຮູ້ສຶກວິນໆມຶນໆທີ່ຫົວຄືກັບຖືກຄ້ອນທຸບມາ ແລະ ກໍ່ແປກໃຈເມື່ອແນມເບິ່ງເພດານກ້ອງ ເຫັນພັດລົມປິ່ນເວີໆໃກ້ໆກັບຕຽງທີ່ຕົວນອນ ແນມໄປທາງຂວາ ເຫັນທັງຄົນເຈັບ ແລະ ຍາດຄົນເຈັບນອນຫຼັບສະໜິດກັນເປັນແຖວ ແຂນຊ້າຍຮູ້ສຶກເຄືອງເລັກນ້ອຍເພາະຖືກແທງນ້ຳເກືອຢູ່ ຄິດຂຶ້ນມາໄດ້ໂອນີ້ເຮົາຢູ່ໂຮງໝໍນີ້ເອງ ແນມດີທມີຜູ້ຊາຍຄົນໜຶ່ງກຳລັງຈັບມືເຮົາໄວ້ພ້ອມເອົາຫົວໝູນມືເຮົາໄວ້ ອາລີ້ຄິດຈະຖົກມືອອກຈາກຫົວຄ່ອຍໆ ແຕ່ນາຍນ້ອຍກໍ່ຮູ້ສຶກຕື່ນ ເມື່ອເງີຍໜ້າຂຶ້ນມາເຫັນອາລີ້ຮູ້ເມື່ອຄີງແລ້ວກໍ່ດີໃຈຈົນນ້ຳຕາຈະໄຫລ ສ່ວນອາລີ້ແນມເບິ່ງນາຍນ້ອຍເອກດ່ວຍສີໜ້າຕາຕື່ນ ແປກໃຈວ່ານາຍນ້ອຍເອກມາຢູ່ທີ່ນີ້ໄດ້ແນວໃດ ນາຍນ້ອຍເອກຍັງບໍ່ທັນເອີ່ຍປາກຖາມຈັກຄຳ ພຽງລຸກຢືນຂຶ້ນແລ້ວໂນ້ມໜ້າລົງມາຈູບທີ່ໜ້າຜາກເບົາໆພ້ອມເອົາມືລົບຫົວເບົາໆ ຕອນນັ້ນອາລີ້ຍັງຮູ້ສຶກຄຽດໃນໃຈຈິ່ງຫັນໜ້າເມີນໜີ ພ້ອມພິກຕົວຫັນຂ້າງໃສ່ ນາຍນ້ອຍຮູ້ດີວ່າອາລີ້ຍັງຮູ້ສຶກຄຽດໃຫ້ຕົວເອງເນື່ອງຈາກເລື່ອງວັນນັ້ນທີ່ຕົນບໍ່ຊ່ວຍເວົ້າ ແຕ່ກໍ່ເຂົ້າໃຈເຫດຜົນຂອງອາລີ້ດີວ່າສົມຄວນລົງໂທດຕົວເອງແບບນີ້ຢູ່ ແຕ່ຕອນນີ້ບໍ່ແມ່ນເວລາທີ່ຕ້ອງອະທິບາຍໃຫ້ເຂົ້າໃຈເທື່ອ ເຊິ່ງຕອນນີ້ກໍ່ຍັງເດິກຢູ່ນາຍນ້ອຍເອກຈິ່ງຄ່ອຍໆຊື່ມໃສ່ຫູອາລີ້ເບົາໆວ່າ: “ອາລີ້! ຕອນນີ້ຍັງບໍ່ທັນແຈ້ງເຈົ້ານອນຫຼັງຕໍ່ໃຫ້ສະບາຍເຖີດ” ເມື່ອໄດ້ຍິນນາຍນ້ອຍເວົ້າແບບນັ້ນອອກມາອາລົມອ່ອນໄຫວກໍ່ພັດເຂົ້າມາໃນຕົວອາລີ້ທັນທີ ຢູ່ດີໆນ້ຳຕາກໍ່ຄ່ອຍໄຫລຊຶມອອກມາແບບຄວບຄຸມບໍ່ໄດ້ ໃຈອ່ອນກໍ່ໃຈອ່ອນ, ຍັງຄຽດຢູ່ກໍ່ປານນັ້ນ ຄວາມຮູ້ສຶກສັບສົນຈົນຍາກທີ່ຈະຂົ່ມຕາໃຫ້ນອນຫຼັງຕໍ່ໄປຈົນເຖິງເຊົ້າໄດ້.
ພໍຮອດຮຸ່ງເຊົ້ານາຍນ້ອຍເອກກໍ່ຂັບລົດອອກຈາກໂຮງໝໍຫາຍໄປເກືອບຊົ່ວໂມງແລ້ວກັບມາພ້ອມເຂົ້າປຽກເຂົ້າຮ້ອນໆ ກັບນ້ຳເຕົ້າຮູ້ພ້ອມຂະໜົມຄູ່ອຸ່ນໆໃໝ່ໆ ພ້ອມເສີບໃຫ້ຄົນປ່ວຍຮັບປະທານ ນາຍນ້ອຍເອກໄດ້ປ້ອມອາຫານໃຫ້ອາລີ້ກິນ ເບື້ອງຕົ້ນອາລີ້ກໍ່ບໍ່ຍອມຂໍກິນເອງແຕ່ນາຍນ້ອຍເອກບໍ່ຍອມຂໍດູແລ ເຊິ່ງອາລີ້ກໍ່ຂັດຂືນບໍ່ໄດ້ຈິ່ງຍອມໃຫ້ນາຍນ້ອຍເອກປ້ອນອາຫານແຕ່ໂດຍດີ ມີສາຍຕາຫຼາຍຄູ່ໃນຫ້ອງນັ້ນແນມເບິ່ງດ້ວຍຄວາມເຂີນອາຍ ແລະ ອິດສາໃຫ້ຄວາມຫວານຂອງສາວງາມກັບໜຸ່ມຫຼໍ່, ໝີນ້ອຍໂທແຈ້ງລຸງກັບປ້າວ່າບໍ່ຕ້ອງມາທີ່ໂຮງໝໍກໍ່ໄດ້ ເພາະຕອນນີ້ອາລີ້ກຳລັງຈະກັບບ້ານແລ້ວ ນາຍນ້ອຍເອກະໄປສົ່ງຮອດເຮືອນເອງ ປະມານ 9:00 ໂມງເຊົ້າໝໍກໍ່ອະນຸຍາດໃຫ້ອາລີ້ອອກຈາກໂຮງໝໍ ສຳລັບຄ່າໃຊ້ຈ່າຍປິ່ນປົວ ນາຍນ້ອຍເອກເປັນຄົນຈັດການເອງທັງໝົດ ແລ້ວໃນທີ່ສຸດກໍ່ໄດ້ອອກຈາກໂຮງໝໍກັບເຮືອນໂດຍດີ ຕາມທາງມາໃນລົດອາລີ້ນັ່ງມິດງຽບ ນາຍນ້ອຍເອກຖາມສິ່ງໃດໄປກໍ່ບໍ່ຕອບກັບນັ່ງປານຄົນໄບ້ມາຈົນຮອດເຮືອນ ນາຍນ້ອຍເອກປະຄອງອາລີ້ຍ່າງຈົນຮອດປະຕູເຮືອນກ່ອນຈະສົ່ງໃຫ້ລຸງກັບປ້າດູແລຕໍ່ ລຸ່ງກັບປ້າກ່າວຄຳຂອບໃຈນາຍນ້ອຍເອກດ້ວຍສີໜ້າຍິ້ມແຍ້ມ ໃນຂະນະທີ່ນາຍນ້ອຍເອກກຳລັງຍ່າງໄປຫາລົດ
ອາລີ້ໄດ້ເອີ່ຍອອກໄປວ່າ : “ຂອບໃຈນາຍນ້ອຍເອກທີ່ດູແລທັງຄືນ ສ່ວນຄ່າໃຊ້ຈ່າຍທີ່ຕິດຄ້າງໄວ້ມື້ໜ້າຈະຫາໄປໃຊ້ໃຫ້ຄືນ”
ໄດ້ຍິນອາລີ້ເວົ້າພຽງເທົ່ານັ້ນ ນາຍນ້ອຍເອກກໍ່ຟ້າວຢຸດຍ່າງແລ້ວຫັນກັບມາຍິ້ມຫວານໃຫ້ອາລີ້ໜຶ່ງຄັ້ງກ່ອນຈະຍ່າງໄປຫ່ລົດແລ້ວຂັບລົດກັບໄປທີ່ບໍລິສັດ.
ອ່ານຍ້ອນຄືນຕອນທີ 14 https://www.laopost.com/2017/03/31/87904