ຕອນທີ 14 ຈຸດເລີ່ມຂໍມໍລະສຸມຄວາມຮັກ
ເຊົ້າວັນອາທິດທ້ອງຟ້າແຈ່ມໃສມື້ນີ້ອາກາດດີ ຄິດຢາກອອກໄປທ່ຽວນອກບ້ານ ເພາະຢູ່ໃນເຮືອນຕະຫຼອດກໍ່ຮູ້ສຶກເບື່ອໆ ແຕ່ຈະອອກໄປຄົນດຽວກໍ່ພັດບໍ່ຄັກໃນໃຈ ຈິ່ງຫາເຫດຜົນຊວນອາລີ້ອອກໄປນຳ ກໍ່ຍັງໃຊ້ເຫດ ຜົນເກົ່າທີ່ເຄີຍໃຊ້ ນັ້ນກໍ່ຄືໃຫ້ອາລີ້ໄປຊ່ວຍຖືເຄື່ອງ ນາຍນ້ອຍເອກເວລາຢູ່ກັບອາລີ້ເໝືອນກັບເປັນອີກຄົນໜຶ່ງໄປທັນທີ ເພາະໂດຍປົກກະຕິແລ້ວພາບຫຼັກສ່ວນໃຫຍ່ທີ່ຜູ້ຄົນຄຸ້ນເຄີຍກັບບຸກຂະລິກຂອງນາຍນ້ອຍເອກນັ້ນ ຈະເປັນຄົນຂຶມໆ ໜ້ານິ້ງ ເບິ່ງສຸຂຸມສະຫງົບ ເວົ້າໜ້ອຍໆ ຖາມຄຳຕອບຄຳ ແຕ່ເມື່ອຢູ່ກັບອາລີ້ທັງສີໜ້າ ແລະ ແວວຕາເຕັມໄປດ້ວຍຄວາມສຸກ ມີຮອຍຍິ້ມ ກິລິຍາກໍ່ບໍ່ແຂງກະດ້າງ ບໍ່ເຢັນຊາຢ່າງນ້ຳແຂງ ມີການເວົ້າຈາກຢອກໃຍຄືມະນຸດທົ່ວໆໄປ ສືບເນື່ອງມາຈາກຕອນທີ່ແລ້ວເມື່ອວັນເກີດຂອງອາລີ້ທີ່ເອກເຄີຍບອກວ່າຈະພາອາລີ້ໄປເບິ່ງຮູບເງົານຳກັນ ແລະ ມື້ນີ້ກໍ່ຖືເປັນໂອກາດດີທີ່ທັງສອງໄດ້ມີໂອກາດອອກຈາກເຮືອນມານຳກັນອີກຄັ້ງ.
ທີ່ໂຮງຮູບເງົານາຍນ້ອຍຈັບອາລີ້ຍ່າງຂ້າງກາຍບໍ່ຫ່າງຈາກຕົວພຽງວິນາທີດຽວ ທັງດູແລເອົາໃຈໃສ່ສາລະ ພັດແບບວ່າຫວານຈົນນ້ຳເຜິ້ງເດືອນຫ້າຍັງອາຍໄປເລີຍ ຝ່າຍຍິງກໍ່ບໍ່ແມ່ນຄ່ອຍໆເຮັດຕົວມຸ້ງມິ້ງໜ້າຮັກໜ້າເອັນດູເຫຼືອເກີນ ເນື່ອງຈາກມື້ນີ້ທ້ອງຟ້າເມກຄິ້ມຄ້າຍຝົນຈະຕົກແຕ່ບໍ່ຕົກມີພຽງລົມພັດມາເບົາໆພໍໃຫ້ຮູ້ສຶກເຢັນເລັກນ້ອຍ ຫຼັງຈາກເບິ່ງຮູບເງົາ ເອກກໍ່ພາອາລີ້ໄປຍ່າງຫຼິ້ນເລາະຫາດຊາຍທີ່ສວນດອກໄມ້ພັນດອກ (ຫາດທາງປາກປາສັກ) ມີດອກໄມ້ຫຼາກສີສັນຫຼາຍແນວພັນກຳລັງເບັ່ງບານເບິ່ງແລ້ວຊ່າງໜ້າສະອອນ ແນ່ ນອນວ່າອາລີ້ສາວທີ່ຫຼົງໄຫລໃນດອກໄມ້ ຈິ່ງບໍ່ອາດຫ້າມໃຈໄປຈັບບາຍ ແລະ ສູດດົມກິ່ນດອກໄມ້ໄດ້.
ມື້ນີ້ເປັນວັນພັກຜ່ອນ ແນ່ນອນວ່າຈະຕ້ອງມີຄົນມາທ່ຽວທີ່ຫາດຊາຍຫຼາຍ ບໍ່ວ່າຈະມາແບບຄອບຄົວ, ຄູ່ຮັກ ຫຼື ກຸ່ມເພື່ອນ ບາງຄົນກໍ່ມາຫຼິ້ນນ້ຳ ມາເຮັດກິດຈະກຳທີ່ຫາດຊາຍ ເອກກັບອາລີ້ກໍ່ເປັນໜຶ່ງໃນນັ້ນ ຄືການມາຍ່າງຫຼິ້ນນຳກັນທັງສອງຍ່າງຢຽບນ້ຳ ກັບຊາຍໄປພ້ອມໆກັນ ມີການຢອກໃຍກັນເລັກນ້ອຍຕາມພາສາບ່າວສາວ ຍ່າງໄປຍ່າງມາກໍ່ຮູ້ສຶກຫິວຂຶ້ນມາແລ້ວ ທັງສອງຈິ່ງໄດ້ພາກັນມາກິນອາຫານທີ່ຮ້ານອາຫານໃກ້ໆບໍລິເວນນັ້ນ ກິນໄປລົມກັນໄປ ຕັກອາຫານໃຫ້ກັນ ແລະ ກັນ ຊ່າງເປັນພາບທີ່ຫວານຊື່ນບໍ່ໜ້ອຍ ຫຼັງຈາກກິນເຂົ້າແລ້ວກໍ່ພາກັນຂັບລົດກັບບ້ານ ແຕ່ຂາກັບເອກຄິດຂຶ້ນມາໄດ້ວ່າຕ້ອງໄປແວ່ໄປອຸດໜູນເພື່ອທີ່ເປີດຮານຂາຍອຸປະກອນອິເລັກໂທຣນິກ ໄປອຸນໜູນສັ່ງຊື້ກ້ອງວົງຈອນປິດ ແລະ ອຸປະກອນດັກຟັງຈຳນວນໜຶ່ງ ເພາະວັນຈັນມື້ເຂົ້າການຕ້ອງໄດ້ໃຊ້ງານພວກມັນ. ອອກຈາກຮ້ານຂາຍອຸປະກອນອີເລັກໂທຣນິກ ຄິດຂຶ້ນມາໄດ້ວ່າຕົນເອງບອກວ່າຈະມາຊື້ເຄື່ອງ ແລະ ຂໍໃຫ້ນ້ຳອອກມາຊ່ວຍ ແຕ່ຕອນນີ້ຍັງບໍ່ມີສິ່ງໃດຕິດມືກັບເມືອເລີຍ ມັນຈະເປັນທີ່ສົງໃສໄດ້ ແຕ່ຈະຊື້ຫຍັງກໍ່ຄິດບໍ່ອອກ ເພາະເສື້ອຜ້າເຄື່ອງໃຊ້ທຸກຢ່າງກໍ່ຍັງມີຄົບ ພໍດີເຫຼືອກຕາໄປເຫັນສວນເບ້ຍໄມ້ພໍດີ ກໍ່ເລີຍລອງແວ່ເບິ່ງ ເພື່ອຈະມີຕົ້ນໄມ້ຖືກໃຈແລ້ວຊື້ກັບໄປປູກທີ່ເຮືອນສີຄືໆ ລົດໄດ້ຂັບໄປຈອດທີ່ສວນເບ້ຍໄມ້ ເອກເປັນຜູ້ຊາຍຫຼົງແຟນເຮີ່ແຟນ ຕິດແຟນແບບສຸດໆ ແລະ ຍັງມັກຈັບມືແຟນ ເຖິງຈະບໍ່ໄດ້ຍ່າງຮຽງຂ້າງກັນແຕ່ກໍ່ຍັງຕ້ອງໄດ້ຈັບມືແຟນ (ສົງໃສຢ້ານແຟນເສຍ) ຍ່າງວົນສວນເບ້ຍໄມ້ໄປສອງສວນແລ້ວເອກຍັງບໍ່ຮູ້ເລີຍວ່າຈະຊື້ຕົ້ນໄມ້ໃດກັບໄປປູກທີ່ເຮືອນດີ ກໍ່ເລີຍຫັນມາຖາມອາລີ້ວ່າ
ນາຍນ້ອຍເອກ: “ອາລີ້! ເຈົ້າມັກຕົ້ນໄມ້ ຫຼື ດອກໄມ້ແນວໃດທີ່ສຸດ”
ອາລີ້: “ຂ້ອຍມັກດອກກຸຫຼາບທີ່ສຸດ”
ນາຍນ້ອຍເອກ: “ອໍ..! ພໍດີເລີຍທີ່ເຮືອນກໍ່ບໍ່ໄດ້ປູກດອກກຸຫຼາບ! ຊັ້ນເຮົາຊື້ດອກກຸຫຼາບໄປປູກໄວ້ທີ່ສວນກໍ່ແລ້ວກັນ”
ພໍດີເຊິ່ງໜ້າກັບສວນເບ້ຍໄມ້ນັ້ນ ມີຮ້ານອາຫານຢູ່ໜຶ່ງຮ້ານ ແລະ ຢຸ້ຍກັບເພື່ອນກໍ່ກຳລັງນັ່ງກິນອາຫານຢູ່ໃນຮ້ານນັ້ນຢູ່ພໍດີ ບັງເອີນໃນຂະນະນັ້ນ ຢຸ້ຍໄດ້ແນມອອກມານອກຮ້ານກໍ່ເຫັນພາບເອກກັບລັງຈັບມືຍິງຄົນໜຶ່ງຍິ້ມໜ້າເບີກບານມີຄວາມສຸກ ຊ້ຳຍັງໃຊ້ມືອີກຂ້າງກັ້ງແດດໃຫ້ນາງອີກຕ່າງຫາກ ເຊິ່ງເປັນພາບທີ່ບາດ ຕາບາດຫົວໃຈທີ່ສຸດທັງອິດສາ ແລະ ຮູ້ສຶກກຽດຊັງຍິງຄົນນັ້ນທີ່ໄດ້ຮັບການດູແລເອົາໃຈໃສ່ຈາກເອກຢ່າງອ່ອນໂຍນທັງຮອຍຍິ້ມສີໜ້າແວວຕາທີ່ເອກສະແດງອອກໃຫ້ຍິງຄົນນັ້ນ ເຊິ່ງມັນເປັນສິ່ງທີ່ຕົນຕ້ອງການຈາກເອກມາຕະຫຼອດຕັ້ງແຕ່ນ້ອຍຈົນໃຫຍ່ແຕ່ກໍ່ບໍ່ເຄີຍໄດ້ສຳພັດຄວາມຮູ້ສຶກແບບນັ້ນເລີຍ ຢູ່ໃນຮ້ານອາຫານເຫັນໜ້າຜູ້ຍິງຄົນນັ້ນບໍ່ຊັດເຈນຈິ່ງໄດ້ຟ້າວຍ່າງອອກຈາກຮ້ານດ້ວຍອາລົມໂມໂຫ ເພື່ອເຫັນທ່າບໍ່ດີຈິ່ງຟ້າວຈົກເງິນໃນກະເປົາອອກມາວາງໄວ້ເທິງໜ້າໂຕະເພື່ອຈ່າຍເປັນຄ່າອາຫານ ແລ້ວກໍ່ຟ້າວຍ່າງອອກມາຫາເພື່ອທີ່ນອກຮ້ານ ຕອນນັ້ນຢູ້ຍຢາກຈະຍ່າງຜ່າທາງເຂົ້າໄປຫາເອກເພື່ອເບິ່ງໜ້າຍິງຄົນນັ້ນໃຫ້ຊັດໆ ແຕ່ບັງເອີນລົດກຳລັງແລ່ນມາຫຼາຍ ຈະຂ້າມກໍ່ຂ້າມບໍ່ໄດ້ເພາະຢ້ານຖືກລົດຕຳເອົາ ເອກທີ່ຢູ່ສວນເບ້ຍໄມ້ຝັ່ງກົງກັນຂ້າມບັງເອີນຫັນມາເຫັນຢຸ້ຍຢູ່ຝາກທາງເບື້ອງນັ້ນພໍດີ ຈິ່ງຟ້າວບັງອາລີ້ ແລ້ວພານາງເຂົ້າໄປນັ່ງຖ້າທີ່ລົດ ໂຊກດີທີ່ຄົນຂາຍຂົນຕົ້ນດອກກຸຫຼາບຈຳນວນ 20 ຕົ້ນ (ສີຂາວ, ສີແດງ, ສີບົວ) ຂຶ້ນລົດແລ້ວພໍດີ ເອກຈິ່ງຟ້າວຈ່າຍເງິນ ແລະ ຍ່າງໄປຂຶ້ນທາງຄົນຂັບແລ້ວຂັບລົດອອກໄປທັນທີ ໂດຍບໍ່ໃສ່ໃຈກັບສຽງທີ່ຢຸ້ຍຮ້ອງໃສ່
ເມື່ອຢຸ້ຍເຫັນເອກຂັບລົດອອກໄປກໍ່ຟ້າວຂຶ້ນລົດ ແລ້ວຂັບອອກຈາກຮ້ານທັນທີໂດຍມີເພື່ອນທີ່ໄປກິນເຂົ້ານຳກັນຕິດລົດມານຳ ເອກຂັບລົດກັບບ້ານໂດຍໄວ ຢຸ້ຍກໍ່ຂັບລົດຕາມມາຕິດໆ ຫ່າງກັນບໍ່ຮອດ 100 ແມັດ ຢຸ້ຍຂັບລົດເປັນຕາຢ້ານຈົນເກືອບເກີດອຸບັດຕິເຫດ ຈົນເພື່ອນທີ່ນັ່ງນຳໃນລົດເກີດຄວາມຢ້ານກົວ ຈິ່ງບອກໃຫ້ຢຸ້ຍ “ຂັບຊ້າລົງແນ່” ທາງຂອງອາລີ້ກໍ່ຄືກັນເຫັນເອກຂັບໄວກໍ່ແປກໃຈເລັກນ້ອຍແຕ່ບໍ່ໄດ້ເຫດຜົນວ່າເປັນຫຍັງຈິ່ງຂັບລົດໄວ້ຂຶ້ນກວ່າເກົ່າມີແຕ່ບອກວ່າ “ຂັບຊ້າລົງແນ່” ເອກຫັນມາບອກກັບອາລີ້ວ່າ “ບໍ່ຕ້ອງຢ້ານຂ້ອຍຊຽນຄັນເລັ່ງໄວ້ໃຈໄດ້” ຢຸ້ຍຂັບລົດນໍາຫຼັງມາຕິດໆບໍ່ຍອມຖອຍ ໃນທີ່ສຸດເອກກໍ່ຂັບລົດມາຮອດໜ້າປະຕູ ຕູ້ຍາມຟ້າວມາໄຂປະຕູຮົ້ວໃຫ້ເອກກໍ່ຟ້າວຂັບລົດເຂົ້າມາທີ່ໂຮງຈອດລົດທັນທີ ຕູ້ຍາມຍັງບໍ່ທັນໄດ້ອັດປະຕູແລ້ວກໍ່ຕ້ອງຟ້າວເປີດປະຕູອີກຄັ້ງ ເພາະຢຸ້ຍບີບແກລົດສຽງດັງໃສ່ພໍປະຕູເປີດກໍ່ຟ້າວຂັບລົດເຂົ້າໄປດ້ວຍຄວາມໄວ້ ຢຸ້ຍໄດ້ໂຄ້ງລົດເຂົ້າໄປຈອດຂ້າງໆກັບລົດຂອງເອກ ດ້ວຍພິດຮັກແຮງຫຶງ ເມື່ອລົງລົດມາກໍ່ຍ່າງບຸກເຂົ້າໄປຫາອາລີ້ ແລ້ວກະຊາກດຶງແຂນມາຕົບໜ້າອາລີ້ເຂົ້າເຕັມໆ 2-3 ບາດຊ້ອນດ້ວຍຄວາມແຮງຈົນໃບໜ້າຂອງອາລີ້ຮູ້ສຶກໄດ້ເຖິງຄວາມມືນຊາໄປທົ່ວໜ້າ ທັງສອງແກ້ມເຕັມໄປດ້ວຍຝາມືຂອງຢຸ້ຍ, ອາລີ້ຮູ້ສຶກໂມໂຫຮ້າຍ ເພາະຢູ່ດີໆກໍ່ມີຄົນມາຕົບໜ້າຕົວເອງໂດຍທີ່ຕົວເອງກໍ່ບໍ່ຮູ້ວ່າຕົນເຮັດສິ່ງໃດຜິດ ດ້ວຍເຫດນີ້ອາລີ້ຈິ່ງເອົາຄືນ ເພາະນີ້ບໍ່ແມ່ນບົດນາງເອກເຈົ້ານ້ຳຕາທີ່ຕ້ອງທົນໃຫ້ນາງຮອງຕົບຕີໄດ້ຟຣີ ພໍຕັ້ງສະຕິໄດ້ອາລີ້ກໍ່ຕົບສວນກັບທັນທີຕອນນີ້ບໍ່ເຫັນໜ້າອິນໜ້າພົມທາງໃດແລ້ວ ເລື່ອງລາວເກີດຂຶ້ນຊົນລະມຸນວຸ້ຍວາຍປານເມຍນ້ອຍຢູ່ກຳແລ້ວເມຍໃຫຍ່ມາພົບ ທຸກຢ່າງເລີ່ມຕົ້ນເກີດຂຶ້ນໄວຫຼາຍຈົນບໍ່ມີໃຜໄດ້ຕັ້ງຕົວ ແລະ ຄາດຄິດມາກ່ອນວ່າມັນຈະເກີດເລື່ອງໜ້າອັບອາຍຂະໜາດນີ້ ນາຍນ້ອຍເອກທີ່ເຂົ້າມາຫ້າມກໍ່ຍັງຖືກຍັງເຈັບຕົວເພາະຖືກລູກຫຼົງ ທັງຄົນຂັບລົດ, ລຸງຍາມ, ລຸງຄົນສວນ, ນາຍນ້ອຍເອກໄດ້ພາກກັນຈັບທັງສອງສາວແຍກອອກຈາກກັນ ເລື່ອງມັນຍັງບໍ່ຈົບຢຸ້ຍຍັງຮ້ອງດ່າໂວຍວາຍໃຊ້ຄຳເວົ້າຢາບຄາຍບໍ່ສົມກັບເປັນລູກສາວເສດຖີມີການສຶກສາສູງ ດູກຖູກອາລີ້ວ່າເປັນ “ອີ່ກະຫຼີ່” ນາຍນ້ອຍເອກທົນຟັງບໍ່ໄດ້ ຈິ່ງບອກໃຫ້ຢຸ້ຍຢຸດແຕ່ຢຸ້ຍກໍ່ຍັງບໍ່ຢຸດ ນາຍນ້ອຍເອກທົນຟັງສຽງຢຸ້ຍດ່າສຽດສີຍິງສາວທີ່ທົນຮັກບໍ່ໄຫວ ແລະ ຕົນກໍ່ບໍ່ມີນິໃສໄປຖຽງຕໍ່ບອກຕໍ່ຄຳກັບໃຜ ຈິ່ງປະຄອງຕົວອາລີ້ຍ່າງໜີເຂົ້າໄປ ແຕ່ໃນຂະນະທີ່ກຳລັງຍ່າງໜີໄປຢຸ້ຍກໍ່ສະບັບຄົນທີ່ຈັບຕົວເອງໄວ້ ແລ້ວກໍ່ແລ່ນມາເພື່ອຈະມາທຳຮ້າຍຕົບຕີອາລີ້ ອີກແຕ່ຖືກເອກກັນໄວ້ ເອກບໍ່ໃຫ້ຢຸ້ຍຢຸດແຕ່ນາງກໍ່ຍັງບໍ່ຢຸດ ໃນທີ່ສຸດເອກທົນບໍ່ໄຫວ ຈິ່ງໄດ້ຢູ້ຢຸ້ຍລົ້ມລົງກັບພື້ນສີເມັນ ເຊິ່ງເປັນຊ່ວງເວລາທີ່ ແມ່ ກັບ ເອື້ອຍສອນອອກຈາກເຮືອນມາເຫັນຕອນທີ່ນາຍນ້ອຍເອກຢູ່ວ່າທີ່ລູກໄພ້ໃນອານາຄົດຂອງຕົນລົ້ມໄປກອງກັບພື້ນ ເພື່ອປົກປ້ອງຍິງແມ່ບ້ານພໍດີ ມາດາມ ລິນດາ ຟ້າວຍ່າງເຂົ້າມາໂຊມຕົວຢຸ້ຍຂຶ້ນຢືນ ທັງສອງຕາຂຽວກຳໃຈໂມໂຫໃສ່ລູກຊາຍ ທີ່ທຳຮ້າຍວ່າທີ່ລູກໄພ້ຂອງຕົນ ແລະ ຍັງໂອບກອບຜູ້ຍິງຄົນອື່ນໄວ້ທີ່ອ້ອມເອິກຢ່າງແໜ້ນ ມາດາມລິນດາຈິ່ງບໍພໍໃຈຢ່າງໜັກ ຈິ່ງໄດ້ໄປດຶງກະຊາກອາລີ້ອອກຈາກອ້ອມແຂນລູກຊາຍອອກມາແລ້ວຕົບຊ້ຳອີກ 1 ບາດໜັກໆ ງານນີ້ນາຍນ້ອຍເອກສຸດທົນຈິ່ງຂຶ້ນສຽງໃສ່ແມ່ “ຢຸດໄດ້ແລ້ວ’ ຕໍ່ໜ້າຄົນອືນທີ່ມາມຸງເບິ່ງ ມາດາມ ລິນດາເຖິງກັບສະທ້ານໃຈທີ່ເຫັນລູກຊາຍຂຶ້ນສຽງໃສ່ຕົນເປັນຄັ້ງທຳອິດ ກ່ອນຈະຢືນຊຶງໄປພັກໜຶ່ງ ແລ້ວໂອບວ່າທີ່ລູກໄພ້ກັບເຂົ້າໄປທີ່ເຮືອນໃຫຍ່ ເອື້ອຍສອນໄດ້ພາອາລີ້ກັບໄປໄວ້ທີ່ຫ້ອງນອນກ່ອນຈະກັບໄປຮັບໃຊ້ເຈົ້ານາຍທີ່ເຮືອນໃຫຍ່
ນູ່ນີ່ ພ້ອມຜົວເມື່ອຮູ້ວ່າເກີດເລື່ອງທີ່ເຮືອນແມ່ກໍ່ຟ້າວຂັບລົດອອກຈາກເຮືອນເດີນທາງມາຫາແມ່ທັນທີ ບໍ່ຮອດເວລາເຄິ່ງຊົ່ວໂມງທັງສອງຄົນກໍ່ໄດ້ມາຮອດເຮືອນແມ່ ແລ້ວຮີບຍ່າງເຂົ້າມາໃນເຮືອນໄດ້ຍິນສຽງຢຸ້ຍຮ້ອງໄຫ້ສຽງດັງອອກມາທີ່ຫ້ອງຮັບແຂກ ນູ່ນີ່ຮູ້ໃຈນ້ອງຊາຍດີ ວວ່າຖ້າເກີດບັນຫາຕ້ອງເຂົ້າໄປເກັບກົດອາ ລົມຄົນດຽວມິດໆໃນຫ້ອງນອນ ນາງຈິ່ງຟ້າວໄປຫານ້ອງທີ່ຫ້ອງນອນ ຈະໄຂປະຕູເຂົ້າໄປກໍ່ໄຂບໍ່ໄດ້ເພາະນ້ອງລັອກປະຕູຫ້ອງໄວ້ ນູ່ນີ້ຈິ່ງເຄາະປະຕູເອີ້ນ 2-3 ເທື່ອ ແລ້ວເອກຈິ່ງຍອມໄຂປະຕູໃຫ້ເອື້ອຍເຂົ້າໄປຫານູ່ນີ່ຍ່າງເຂົ້າໄປທີ່ຫ້ອງຢ່າງໜ້າຕາຕື່ນ ແລະ ເອີ່ຍຖາມນ້ອງດ້ວຍຄວາມຢາກຮູ້ທີ່ໄປທີ່ມາຂອງເລື່ອງໃນຄັ້ງນີ້
ນູ່ນີ່: “ເອກ! ມັນເກີດຫຍັງຂຶ້ນ! ເປັນຫຍັງຄືເປັນແບບນີ້ ເລົ່າມາຢ່າງລະອຽດ”
ນາຍນ້ອຍເອກ ເລົ່າໃຫ້ເອື້ອຍຟັງຢ່າງລະອຽດດ້ວຍສີໜ້າແວວຕາກັງວົນໃຈ ນູ່ນີ່ພໍສະຫຼຸບໄດ້ວ່າ ຝ່າຍທີ່ຜິດນັ້ນແມ່ນ “ຢຸ້ຍ” ທີ່ເລີ່ມກ່ອນ ແລະ ກໍ່ຮູ້ສຶກຕົກໃຈ ເພາະນ້ອງຊາຍຂອງຕົນບອກວ່າມີໃຈໃຫ້ກັບອາລີ້ ເຊິ່ງເລື່ອງນີ້ຖ້າພໍ່ແມ່ຮູ້ນັ້ນເປັນເລື່ອງໃຫຍ່ຂັ້ນມະຫາພາກແນ່ນອນ ເນື່ອງຈາກເມື່ອອະດີດຄັ້ງກ່ອນ ນູ່ນີ່ເອກກໍ່ເຄີຍມີປະຫວັດທີ່ເຈັບຊ້ຳກັບຄວາມຮັກ ເມື່ອຕອນສະໄໝຮຽນມັດທະຍົມ ພໍ່ແມ່ຈັບໄດ້ໄວ່ານູນີ່ແອບຄົນຫາຊາຍໜຸ່ມທຳມະດາຄົນໜຶ່ງທີ່ບໍ່ແມ່ນຄົນທີ່ພໍ່ແມ່ໝາຍປອງໄວ້ໃຫ້ ນູ່ນີ່ຈິ່ງໄດ້ຮັບຄວາມກົດດັນຢ່າງທີ່ສຸດ ພໍ່ແມ່ໄດ້ສົ່ງຄົນໄປທຳຮ້າຍຊາຍທີ່ນາງຮັກ ໂດຍການຂັບລົດຕຳ ເຊິ່ງເຮັດໃຫ້ຊາຍຄົນຮັກຂາຫັກຂ້າງໜຶ່ງ ເຖິງ ນູ່ນີ່ຈະຮູ້ຢູ່ແກ່ໃຈວ່າການກະທຳຂອງພໍ່ແມ່ເປັນສິ່ງໂຫດຮ້າຍທີ່ເກີນຈະໃຫ້ອະໄພໄດ້ແຕ່ກໍ່ເຮັດຫຍັງພວກເພິ່ນບໍ່ໄດ້ ເພາະພວກເພິ່ນຄືພໍ່ແມ່ ແລະ ຖ້າຕອນນັ້ນນູ່ນີ່ບໍ່ຕັດສິນໃຈເລີກລາກັບຊາຍຄົນນີ້ມີຫວັງຊາຍຄົນນັ້ນຕ້ອງເດືອດຮ້ອນຫຼາຍກວ່ານີ້ແນ່ນອນ! ດ້ວຍເຫດນີ້ນາຍນ້ອຍເອກຈິ່ງກັງວົນຢ້ານກົວ ບໍ່ແມ່ນວ່າຢ້ານພໍ່ແມ່ລົງໂທດຕົນເອງ ແຕ່ຢ້ານພໍ່ແມ່ໄປທຳຮ້າຍຄົນທີ່ຕົນຮັກໃຫ້ໄດ້ຮັບຄວາມເຈັບປວດ ຫຼື ອາດໄດ້ຮັບຄວາມຕາຍ ດັ່ງນັ້ນເມື່ອສົນທະນາຫາທາງອອກກັບເອື້ອຍແລ້ວ ມີທາງອອກດຽວທີ່ຈະຊ່ວຍອາລີ້ບໍ່ໃຫ້ເປັນອັນຕະ ລາຍໄດ້ນັ້ນກໍ່ຄື ຕົນເອງຕ້ອງຍອມໃຈແຂງຢູ່ຕໍ່ໜ້າພໍ່ແມ່ ແລະ ຄົນອື່ນຕ້ອງເຮັດຄືຕົນບໍ່ໄດ້ຮັກບໍ່ໄດ້ມີໃຈໃຫ້ກັບອາລີ້.
ທຸກຄົນໄດ້ມາຢູ່ພ້ອມໜ້າພ້ອມຕາທີ່ຫ້ອງຮັບແຂກໃຫຍ່ ຝ່າຍຂອງນາຍນ້ອຍເອກ ກໍ່ມີມາດາມ ລິນດາ, ນູ່ນີ່ ພ້ອມດ້ວຍຜົວ ແລະ ກໍ່ເອກ, ສ່ວນຝ່າຍຂອງຢຸ້ຍ ກໍ່ທ່ານ ອຸດົມ (ພໍ່), ມາດາມ ໃຄສີ (ແມ່) ແລະ ຕຸກຕາ ເພື່ອນທີ່ເຫັນເຫດການ ທັງໝົດໄດ້ນັ່ງສ່ອງໜ້າລົມກັນຢ່າງເຄັ່ງຄຽດ ໂດຍສະເພາະຜູ້ປົກຄອງຂອງຢຸ້ຍບໍ່ພໍໃຈຢ່າງໜັກທີ່ເຫັນລູກຕົນເຈັບຕົວຂະໜາດນີ້ ທັງສອງໄດ້ຕໍ່ວ່າ ເອກ ທີ່ບໍ່ດູແລລູກສາວຕົວເອງໃຫ້ດີທັງຍັງໂຍນຄວາມປິດທັງໝົດໃຫ້ກັບອາລີ້ຕ້ອງເປັນຄົນຮັບຜິດຊອບໃນເລື່ອງນີ້, ມາດາມລິນດາໄດ້ໃຫ້ເອື້ອຍສອນ ໄປນຳຕົວອາລີ້ ຄູກໍລະນີ້ເຂົ້າມາຮ່ວມຮັບຟັງຄຳຕັດສິນ, ອາລີ່ນັ່ງຂັດະມາດທີ່ພື້ນຮັບຟັງດ້ວຍກິລິຍາຖ່ອມຕົນ ຕອນນັ້ນອາລີ້ຮູ້ສຶກຢ້ານກົວຄວາມຜິດທີ່ຕົນໄດ້ກໍ່ຂຶ້ນຈົນຕົວສັ່ນ ໜ້າຈືດມືເຢັນ ໃນສະພາບຜົມເຜົ້າຫຍຸ້ງເຍີງ ໜ້າຕາບວມແດງໄປດ້ວຍຮອຍຝາມືທັງສອງແກ້ມ ເນື້ອງຕົວຂຽວຊ້ຳ ນູ່ນີ່ແນມເບິ່ງອາລີ້ດ້ວຍຄວາມສົງສານ ສ່ວນເອກນັ້ນຮູ້ສຶກເຈັບປວດໃນໃຈເກີນບັນຍາຍໄດ້, ເພາະອາລີ້ເປັນຄົນຊົນຊັ້ນຕ່ຳຕ້ອຍ ເປັນລູກຈ້າງໃນເຮືອນ ຈິ່ງບໍ່ໄດ້ຮັບສິດອັນຊອບທຳ ບໍ່ມີສິດທີ່ຈະເວົ້າອະທິບາຍໃຫ້ທຸກຄົນເຂົ້າໃຈເລື່ອງລາວທັງໝົດ, ບໍ່ມີສິດທີ່ຈະທວງຄວາມຢຸເຕິທຳໃຫ້ຕົນເອງ ເພາະເມື່ອຈະເອີ່ຍເວົ້າອອກໄປກໍ່ຖືກມາດາມ ລິນດາ ລື ພໍ່ແມ່ຂອງຢຸ້ຍຄູ່ກໍລະນີເວົ້າຕັດຄວາມບໍ່ໃຫ້ເວົ້າຕໍ່ໄປ ອາລີ້ ຄິດຫວັງໃນໃຈຢ່ກໃຫ້ນາຍນ້ອຍເອກເອີ່ຍເວົ້າຊ່ວຍຕົວເອງຈັກຄຳ ເພາະໃນຫ້ອງມີແຕ່ນາຍນ້ອຍເອກ ກັບ ເພື່ອນຂອງຢຸ້ຍເທົ່ານັ້ນທີ່ຢູ່ໃນເຫດການແຕ່ຕົ້ນຈົນ ແລະ ຄົງມີແຕ່ນາຍນ້ອຍເອກເທົ່ານັ້ນທີ່ຈະແກ້ຕ່າງຊ່ວຍຕົວເອງໄດ້ ແຕ່ກໍ່ຕ້ອງຜິດຫວັງຢ່າງແຮງ ເພາະນາຍນ້ອຍເອກໄດ້ແຕ່ນັ່ງມິດງຽບເຮັດໜ້າບຶ້ງຕຶງເທົ່ານັ້ນ ອາລີ້ແນມເບິ່ງໜ້ານາຍນ້ອຍເອງດ້ວຍສາຍຕາລະຫ້ອຍຖອຍໃຈສິ້ນຫວັງແມ່ນແຕ່ນາຍນ້ອຍເອກເອງກໍ່ຍັງບໍ່ຊ່ວຍຕົນໄດ້ ການສົນທະນາຜ່ານໄປກວ່າໜຶ່ງຊົ່ວໂມງກວ່າຝ່າຍພໍ່ແມ່ຂອງຢຸ້ຍຈະຍອມມີທ່າທີອ່ອນລົງເລັກນ້ອຍ ເມື່ອຜົນຕັດສິນອອກມາວ່າເລື່ອງທັງໝົດນີ້ ອາລີ້ເປັນຄົນຜິດ ແລະ ຕ້ອງໄດ້ຮັບການລົງໂທດ ຢຸ້ຍໄດ້ກ່າວຂຶ້ນດ້ວຍສີໜ້າແວວຕາ ແລະ ນ້ຳສຽງທີ່ສະໃຈ ເມື່ອເຫັນອາລີ້ໝົດຫົນທາງສູ່ຈິ່ງເວົ້າອອກໄປວ່າ
ຢຸ້ຍ! “ຖ້າຈະຮຽກຮ້ອງຄ່າເສຍຫາຍເບິ່ງແລ້ວມັນຄົງບໍ່ມີປັນຍາຊົດໃຊ້ດ້ວຍເງິນໄດ້! ດັ່ງນັ້ນ ຂ້ອຍຈະໃຫ້ມັນກົ້ມກາບຕີນຂ້ອຍບາດໜຶ່ງກໍ່ພໍ! ຫຼັງຈາກນັ້ນກໍ່ໃຫ້ຍາປ້າໄລ່ມັນອອກຈາກເຮືອນນັບຈາກວິນາທີນີ້ເລີຍ”
ເພື່ອນ, ພໍ່ແມ່ທາງຢຸ້ຍ ຍິ້ມເຫັນດີກັບຄວາມຄິດຂອງຢຸ້ຍ, ມາດາມ ລິນດາ ເຮັດສີໜ້າເສີຍໆ, ມີແຕ່ນູ່ນີ່, ອາລີ້, ເອກ ແລະ ອ້າຍເຂີຍຫັນໄປແນມເບິ່ງໜ້າຢຸ້ຍດ້ວຍຄວາມຕົກໃຈ ກັບບົດລົງໂທດນີ້, ທັງອາລີ້ ແລະ ເອກຮູ້ສຶກເຈັບແຄ້ນຢຸ້ຍຈົນຫາອັນປຽບບໍ່ໄດ້, ອາລີ້ກຸມມືທັງສອງຂ້າງຕົວເອງໄວ້ແໜ້ນແລ້ວແນມເບິ່ງໜ້າເອກດ້ວຍສາຍຕາລະຫ້ອຍອີກຄັ້ງ ກ່ອນຈະຄ່ອຍໆຄານເຂົ່າເຂົ້າໄປໄກ້ໆຢຸ້ຍ, ໃນຂະນະທີ່ອາລີ້ຄານເຂົ່າເຂົ້າມາ ເອກທີ່ກຳກ່ຳປັ້ນທັງສອງຂ້າງໄວ້ແໜ້ນຈິ່ງຟ້າວເອີ່ຍບອກຂຶ້ນມາວ່າ
ເອກ: “ອາລີ້! ຢຸດພຽງເທົ່ານັ້ນ”
ທຸກຄົນຫັນມາເບິ່ງໜ້າເອກພ້ອມກັນດ້ວຍຄວາມສົງໃສ ກ່ອນທີ່ຢຸ້ຍຈະເອີ່ຍຂຶ້ນ: “ເອກ! ເປັນຫຍັງເຈົ້າຈິ່ງສັ່ງໃຫ້ມັນຢຸດ”
ເອກເວົ້າສຽງເຂັ້ມ: “ເລື່ອງນີ້ຂ້ອຍຂໍໃຫ້ຢຸດລົງທີ່ໄລ່ອອກ ກັບໃຫ້ອາລີ້ຍົກມືໄຫວ້ຂໍໂທດກໍ່ພໍແລ້ວ”
ຢຸ້ຍ: “ແຕ່ວ່າ! ເອກຢ່າເຂົ້າມາຫຍຸ້ງ”
ເອກ: “ຢຸ້ຍ! ຢຸດ! ເຈົ້າກໍ່ຮູ້ວ່າຂ້ອຍບໍ່ມັກຜູ້ຍິງທີ່ໃຈຄໍໂຫດຮ້າຍ, ບໍ່ມີຄວາມເມດຕາ ຫຼື ເຈົ້າຢ່ກຈະໃຫ້ຂ້ອຍຈື່ວ່າເຈົ້າເປັນຜູ້ຍິງປະເພດນັ້ນ ຂ້ອຍຮູ້ວ່າເຈົ້າຄົງບໍ່ຕ້ອງການໃຫ້ຂ້ອຍເບິ່ງເຈົ້າໃນທາງລົບ ທີ່ຜ່ານມາຂໍໃຫ້ຂ້ອຍຈຳເຈົ້າໃນພາບນາງຟ້າຕະຫຼອດໄປຈະໄດ້ ຫຼື ບໍ່”
ເມື່ອເອກເວົ້າສຸດຄວາມ ຢຸ້ຍກໍ່ສະເດີດຕື່ນທັນທີ ຄິດໄດ້ວ່າພາບລັກດີໆທີ່ຕົນເຄີຍສ້າງມາຈະມາພັງລົງໃນມື້ນີ້ບໍ່ໄດ້ ດັ່ງນັ້ນ ຈິ່ງຍອມໃຫ້ອາລີ້ຍົກມືນົບຂໍໂທດທຳມະດາ ແລະ ໃຫ້ຍາປ້າໄລ້ມັນອອກກໍ່ພໍ ສຸດທ້າຍເລື່ອງນີ້ກໍ່ຈົບລົງໄດ້.
ມາດາມ ລິນດາ ໃຫ້ເວລາອາລີ້ເກັບເຄື່ອງໃສ່ກະເປົາ 20 ນາທີ ເມື່ອຮອດເວລາກຳນົດກໍ່ອອກຈາກເຮືອນຫຼັງນີ້ໄປທັນທີ ເອກກັບຂຶ້ນຫ້ອງລັອກປະຕູຢູ່ງຽບໆຄົນດຽວຢ່າງຊ້ຳໃຈ ຢືນຢູ່ລະບຽບແນມເບິ່ງອາລີ້ຍ່າງອອກຈາກປະຕູຮົ້ວໄປດ້ວຍນ້ຳຕາທີ່ອາໄລອາວອນ, ອາລີ້ຢືນເຊັດນ້ຳຕາຢູ່ນອກຮົ້ວ ບໍ່ມີໃຜກ້າມາຢືນຄຽງຂ້າງລໍຖ້າລົດຕຸກໆ, ລົດຈຳໂບ້ກາຍມາ ແມ່ນແຕ່ເອື້ອຍສອນ, ຕູ້ຍາມ, ລຸງສວນ ເພາະໃຜກໍ່ບໍ່ກ້າມາເຂົ້າໃກ້ອາລີ້ໃນເວລານີ້ ຢ້ານຖືກເຈົ້ານາຍຕຳນິ ມີແຕ່ໝາທີ່ຕົນເອົາກະດູກມາໃຫ້ກິນເປັນປະຈຳນັ້ນທີ່ພາກັນມາຢືນເປັນເພື່ອນ ຄິດມາລະຫົດຫູ່ລັດທົບອັບອາຍເຈັບແຄ້ນບໍ່ໜ້ອຍ.
ອ່ານຄືນຍ້ອນຫຼັງຕອນທີ 13 ທີ່ລິ້ງ: https://www.laopost.com/2017/03/30/87826