ຕອນທີ 11 ບັນຫາຂອງຄອບຄົວຄືສິ່ງສໍາຄັນ
ນັບຈາກມື້ທີ່ນາຍນ້ອຍເອກສະລະພາບຄວາມໃນໃຈກັບ ອາລີ້ ຜ່ານໄປ 2 ມື້ແລ້ວ ທັງສອງກໍ່ຍັງບໍ່ໄດ້ລົມກັນເລີຍພຽງແຕ່ຄຳດຽວ ມື້ນີ້ຫຼັງເລີກວຽກນູ່ນີ່ໄດ້ຂັບລົດອອກຈາກບໍລິສັດ ຜ້າໃໝ-ຜ້າຝ້າຍລາວ ມຸ່ງໜ້າມາທີ່ເຮືອນຂອງແມ່ ເພື່ອຈະມາປຶກສາເລື່ອງວຽກງານກັບນ້ອງຊາຍ ຫຼັງຈາກກິນອາຫານຄ່ຳແລ້ວ ນູ່ນີ້, ນາຍນ້ອຍເອກ, ມາດາມ ລິນດາ ກໍ່ໄດ້ມານັ່ງລົມກັນທີ່ຫ້ອງເຮັດວຽກສ່ວນຕົວຂອງ ມາດາມ ລິນດາ ສ່ວນ ດ.ສ ສົມບູນ ບໍ່ໄດ້ມີສ່ວນກ່ຽວ ຂ້ອງກັບທາງບໍລິສັດ ແລະ ມື້ອື່ນເຊົ້າຕ້ອງໄດ້ອອກເດີນທາງເພື່ອໄປເຂົ້າຮ່ວມປະຊຸມທີ່ຕ່າງປະເທດ ເມື່ອກິນເຂົ້າແລ້ວກໍ່ຟ້າວອາບນ້ຳເຂົ້ານອນພັກຜ່ອນທັນທີ, ທີ່ຫ້ອງເຮັດວຽກສ່ວນຕົວເຕັມໄປດ້ວຍບັນຍາກາດຕຶງຄຽດ ນູ່ນີ່ເອົາເອກະສານບັນຊີລາຍຮັບ-ລາຍຈ່າຍຂອງເດືອນທີ່ທາງຫົວໜ້າຝ່າຍບັນຊີສະຫຼຸບມາໃຫ້ມາດາມ ລິນດາ ຜູ້ເປັນແມ່ເບິ່ງ ເມື່ອມາດາມ ລິນດາ ເຫັນ ເຖິງກັບດົມຢາດົມທັນທີ ເນື່ອງຈາກມີຕົວເລກຂາດດຸນສູງກວ່າປະຫວັດສາດທີ່ເຄີຍເກີດຂຶ້ນ ແລະ ກໍ່ກ່າວພຶມພຳດັ່ງຄົນໝົດແຮງວ່າ
ມາດາມ ລິນດາ: “ເຮີຍ! ຖ້າຕົວເລກລາຍຮັບຍັງຕົກຕ່ຳແບບນີ້ຕິດຕໍ່ກັນອີກຫຼາຍເດືອນຮັບຮອງວ່າ ບໍລິສັດ ທີ່ສືບທອດກັນມາແຕ່ປູ່ຍ່າ ຕ້ອງລົ້ມສະລາຍລົງພາຍໃນຍຸກການບໍລິຫານຂອງແມ່ແນ່ນອນ ແລ້ວຕາຍໄປແມ່ຈະມີໜ້າໄປພົບພວກທ່ານໄດ້ແນວໃດ”
ທັງນາຍນ້ອຍເອກ ແລະ ນາຍຍິງນູ່ນີ ໄດ້ແນມເບິ່ງໜ້າກັນດ້ວຍສີໜ້າກັງວົນໃຈ ກ່ອນທີ່ນາຍນ້ອຍເອກຈະກ່າວຂຶ້ນມາວ່າ: “ມື້ອື່ນເຊົ້າແມ່ຈະເຂົ້າຫ້ອງການຈັກໂມງ”
ມາດາມ ລິນດາ: “ເຂົ້າໄປແຕ່ເຊົ້າ ເພາະນັດປະຊຸມຄະນະບໍລິຫານງານ”
ນາຍນ້ອຍເອກ: “ມື້ອື່ນເຊົ້າລູກຈະຂໍເຂົ້າບໍລິສັດນຳ ຢາກເຂົ້າໄປເບິ່ງບາງຢ່າງ”
ມາດາມ ລິນດາ ແລະ ນາຍຍິງນູ່ນີ່ ຮູ້ສຶກດີໃຈທີ່ນາຍນ້ອຍເອກຈະເຂົ້າບໍລິສັດໃນມື້ອື່ນ ເພາະນີ້ເປັນຄັ້ງທຳອິດທີ່ໄດ້ຍິນນາຍນ້ອຍເອກຕ້ອງການເຂົ້າໄປບໍລິສັດ ຈາກທີ່ເຄີຍປະຕິເສດການເຂົ້າບໍລິສັດຕະຫຼອດໄລຍະເວລາກວ່າ 3 ເດືອນຫຼັງຮຽນຈົບມາ.
ທັງສາມຄົນໄດ້ລົມກັນດ້ວຍບັນຍາກາດດຶງຄຽດກວ່າ 3 ຊົ່ວໂມງ ເຫັນວ່າຕອນນີ້ກໍ່ຮອດເວລາປະມານ 22:00 ໂມງແລ້ວ ສົມຄວນຕ້ອງພັກຜ່ອນ ຈິ່ງໄດ້ຈົບການສົນທະນາລົງພຽງເທົ່ານີ້ກ່ອນ ມາດາມ ລິນດາ ກໍ່ກັບໄປນອນທີ່ຫ້ອງນອນ, ນາຍນ້ອຍເອກກໍ່ກັບໄປນອນທີ່ຫ້ອງ ສ່ວນນູ່ນີ່ ກໍ່ຂັບລົດກັບເຮືອນ.
ຂ້ອຍ “ອາລີ້” ຄືນນີ້ຮູ້ສຶກນອນບໍ່ຫຼັບກໍ່ເລີຍລຸກຈາກຕຽງນອນແລ້ວຍ່າງອອກມານັ່ງຫຼິ້ນທີ່ສາລາກາງສວນດອກໄມ້ ເພື່ອນັ່ງເບິ່ງເດືອນດາວປະດັບທ້ອງຟ້າ ແລະ ຄິດທົບທວນເຖິງຄຳທີ່ນາຍນ້ອຍເອີ່ຍຖາມຕົນໃນຕອນບ່າຍມື້ນີ້ ຂ້ອຍຄິດທົບທວນໄປຫຼາຍຮອບ ບາງຮອບກໍ່ມີຄວາມລັງເລໃຈ ສິ່ງທີ່ຄິດບໍ່ໝັ້ນໃຈແນ່ນອນວ່າບໍ່ແມ່ນຄວາມຮູ້ສຶກທີ່ຕົນເອງມີຕໍ່ນາຍນ້ອຍເອກ ແລະ ບໍ່ແມ່ນຄວາມຮູ້ສຶກທີ່ນາຍນ້ອຍເອກມີຕໍ່ຕົນເອງ ເພາະຕ່າງກໍ່ໝັ້ນໃຈໃນຄວາມຮູ້ສຶກຂອງກັນ ແລະກັນຢູ່ແລ້ວ ແຕ່ອຸປະສັກດັ່ງກຳແພງໜາຂວາງກັ້ນໄວ້ໃນກໍ່ຄືເລື່ອງຂອງຊົນຊັ້ນຖານະຂອງທັງຄູ່ທີ່ແຕກຕ່າງກັນປຽບດັ່ງຟ້າກັບເຫວ ເຖິງຈະມີໃຈມັກຮັກຜູກພັນກັນພຽງໃດແຕ່ຂາດວາດສະໜາຕໍ່ກັນກໍ່ຢາກທີ່ຈະໄດ້ຄຽງຄູ່ ຕິດໄປແລ້ວຕອນນີ້ຫົວໃຈຮູ້ສຶກເຈັບຈີ໊ດໆ ຮູ້ສຶກອຶດອັດກິນບໍ່ເຂົ້າຄາຍບໍ່ອອກແບບບອກບໍ່ຖືກ ຂ້ອຍນັ່ງຄິດຄົນດຽວໄປພັກໜຶ່ງຈິ່ງຄິດໃນແງ່ມຸມໜຶ່ງໄດ້ ຄືກັບນາຍນ້ອຍບອກບໍ່ລອງບໍ່ຮູ້ວາດສະໜາບໍ່ແມ່ນຟ້າເປັນຜູ້ກຳນົດລິຂິດທັງໝົດ ຖ້າເຮົາມີໃຈຕໍ່ກັນແລ້ວເປັນຫຍັງເຮົາຄືບໍ່ສ້າງທາງຮັກຂຶ້ນມາເອງ ຂ້ອຍບໍ່ອາດສວມບົດບາດດັ່ງນາງເອກໃນລະຄອນຜູ້ອ່ອນແອທີ່ຍອມຫຼີກທາງໃຫ້ຄົນຮັກຂອງຕົນໄປແຕ່ງງານກັບຄົນອື່ນໄດ້ໂດຍບໍ່ລອງເຮັດສິ່ງທີ່ໃຈຄິດກ່ອນ ດັ່ງນັ້ນເລື່ອງນີ້ຂ້ອຍຈິ່ງບໍ່ອາດໃຫ້ມັນຈົບໂດຍການທີ່ຂ້ອຍຕ້ອງເປັນຝ່າຍໄປ ຄວາມຮັກຄັ້ງນີ້ຈະໄດ້ຄຽງຄູ່ຢູ່ກິນກັນຊົ່ວຊີວິດ ຫຼື ບໍ່ກໍ່ຕາມແຕ່ຂ້ອຍຕ້ອງລອງ ເພາະຂ້ອຍມັກຫຼິ້ນຂອງສູງ. ເມື່ອຄິດໄດ້ແບບນີ້ຂ້ອຍກໍ່ມີຄຳຕອບໃຫ້ກັບຕົວເອງ ແລະ ມີຄຳຕອບໃຫ້ກັບນາຍນ້ອຍເອກແລ້ວ ລໍພຽງກຳນົດເວລາມາຮອດ ຂ້ອຍຈະເປັນຄົນໄປຕອບກັບນາຍນ້ອຍເອງ ຂ້ອຍນັ່ງຢູ່ນີ້ເປັນເວລາ 1 ຊົ່ວໂມງແລ້ວຕອນນີ້ຮູ້ສຶກງ້ວງນອນຈິ່ງໄດ້ລຸກຈາກຕັ່ງນັ່ງໃນສາລາແລ້ວຍ່າງກັບໄປທີ່ຫ້ອງນອນ.
ນາຍນ້ອຍເອກນອນເອົາມືກ່າຍໜ້າຜາກທີ່ບ່ອນນອນ ກັດກຸ້ມເລື່ອງຫົວໃຈ ແລະ ເລື່ອງບັນຫາຂອງບໍລິສັດແມ່ ແຕ່ເລື່ອງຫົວໃຈນີ້ກໍ່ຍັງພໍມີທາງແກ້ໄຂໄດ້ບໍ່ຍາກ, ສ່ວນບັນຫາຂອງບໍລິສັດນີ້ເປັນບັນຫາໃຫຍ່ການແກ້ໄຂມີກົນໄກຊັບຊ້ອນຕ້ອງມີການວາງແຜນແນວທາງແກ້ໄຂຢ່າງເປັນລະບົບ ແລະ ຄ່ອຍແກ້ໄຂໄປຢ່າງສະໝ່ຳສະເໝີ ແຕ່ຈະເລັ່ງໄວໄປ ຫຼື ຊ້າໄປກໍ່ບໍ່ດີ ດັ່ງນັ້ນຈິ່ງຕ້ອງຫາບັນຫາໃນແຕ່ລະສ່ວນຂອງເລື່ອງນີ້ໃຫ້ພົບກ່ອນ ແລ້ວຈິ່ງຄ່ອຍມີຄຳຕອບຂອງບັນຫານີ້ ມັນກໍ່ປຽບກັບການຫຼິ້ນເກມໝາກດ້າມ ເຮົາຕ້ອງເກັບໄປທີລະຕາຢ່າງສະຫຼາດ ພາດບໍ່ໄດ້ແມ່ນແຕ່ກ້າວດຽວ ດັ່ງນັ້ນເລື່ອງຄວາມຮັກຊ່ວງນີ້ຂໍເປັນເລື່ອງຮອງໄວ້ກ່ອນ.
ເຊົ້າມື້ຕໍ່ມານາຍນ້ອຍເອກອອກເດີນທາງໄປທີ່ບໍລິສັດກັບແມ່ແຕ່ເຊົ້າ ເພື່ອກຽມຕົວເຂົ້າປະຊຸມຄະນະບໍລິຫານ ເມື່ອມາຮອດບໍລິສັດຕັ້ງແຕ່ໜ້າປະຕູເຂົ້າບໍລິສັດ ນາຍນ້ອຍເອກກໍ່ສັງເກດເບິ່ງສິ່ງແວດລ້ອມພາຍນອກໂດຍ ຮອບໆບໍລິສັດ, ລະຫວ່າງຍ່າງເຂົ້າໄປຫ້ອງປະຊຸມຕາມທາງນາຍນ້ອຍເອກກໍ່ສັງເກດບໍ່ຮອບໆອີກ ຕັ້ງແຕ່ການແຕ່ງຕົວຂອງພະນັກງານບໍລິສັດ ເມື່ອໄປຮອດຫ້ອງປະຊຸມເຂົ້າໄປທາງໃນກໍ່ພົບຄະນະບໍລິຫານງານ ວັນນີ້ຖືວ່າເປັນການປະຊຸມໃສ່ ເພາະນອກຈາກມີປະທານບໍລິສັດ, ຮອງປະທານບໍລິສັດ, ຫົວໜ້າຝ່າຍບໍລິ ຫານຫ້ອງການ, ຫົວໜ້າຝ່າຍຈັດຕັ້ງແລ້ວຍັງມີຫົວໜ້າຝ່າຍການຕະຫຼາດ, ຫົວໜ້າອອກແບບ ແລະ ຄວບຄຸມການຜະລິດ, ຫົວໜ້າສາງເຂົ້າ-ອອກຜະລິດຕະພັນ ກ່ອນຈະເລີ່ມປະຊຸມ ມາດາມ ລິນດາ ໄດ້ກ່າວແນະນຳລູກຊາຍໃຫ້ທຸກຄົນທີ່ປະຊຸມໄດ້ຮູ້ຈັກກ່ອນເລີ່ມການປະຊຸມ ນາຍນ້ອຍເອກນັ່ງຟັງຢູ່ຂ້າງໆເອື້ອຍນູ່ນີຢ່າງມິດໆ ແລະ ກໍ່ຮັບຮູ້ບັນຫາ ແລະ ແນວທາງແກ້ໄຂຈາກແຕ່ລະຝ່າຍ ເຊິ່ງນາຍນ້ອຍເອກຄິດວ່າແນວ ທາງແກ້ໄຂຂອງແຕ່ລະຝ່າຍທີ່ສະເໜີມານັ້ນລ້ວນເປັນແນວຄິດທີ່ດີ ແຕ່ຍັງເປັນການແກ້ໄຂພຽງປາຍເຫດ ແລະ ເປັນໄລຍະສັ້ນເທົ່ານັ້ນ ເຖິງຈະເປັນແບບນັ້ນກໍ່ຕາມນາຍນ້ອຍເອກກໍ່ນັ່ງໜ້າເສີຍແລະຄິດຢູ່ໃນໃຈເທົ່ານັ້ນ ການປະຊຸມໃຊ້ເວລາດົນເກືອບ 2 ຊົ່ວໂມງ ຈິ່ງຄ່ອຍເລີກ ຫຼັງອອກຈາກຫ້ອງປະຊຸມ ນູ່ນີ່ກໍ່ໃຫ້ເລຂາສ່ວນຕົວຊື່ວ່າ “ວັນວິສາ” ນຳພານາຍນ້ອຍເອກເລາະຊົມແຕ່ລະພະແນກທົ່ວບໍລິສັດແທນຕົນເອງທີ່ຕິດພະລາກິດຕ້ອງອອກໄປຮ່ວມປະຊຸມຕາງໜ້າບໍລິສັດທີ່ສະມະຄົມກັດຖະກຳລາວ, ແຕ່ກ່ອນທີ່ຈະໄປທ່ຽວຊົມເບິ່ງແຕ່ລະໜ່ວຍງານຂອງບໍລິສັດນັ້ນ ນາຍນ້ອຍເອກຂໍໃຫ້ ວັນວິສາ ຜູ້ເປັນເລຂາຢ່າແນະນຳຕົວເອງຢ່າງເປັນທາງການໃຫ້ໃຜໄດ້ຮັບຮູ້ ເພາະຍັງບໍ່ຢາກເປີດເຜີຍຖານະຕົວເອງໃນຕອນນີ້ໃຫ້ໃຜຮູ້ຈັກຫຼາຍນອກຈາກພວກທີ່ຢູ່ໃນຫ້ອງປະຊຸມນຳກັນ. ວັນວິສາ ໄດ້ພານາຍນ້ອຍເອກຍ່າງໄປຊົມຫ້ອງຜະລິດກ່ອນ ສິ່ງທໍາອິດເມື່ອຍກ້າວເຂົ້າໄປແລ້ວນາຍນ້ອຍເອກເຫັນທັນທີ ທີ່ພະນັກງານຕ່ຳຜ້າເວລາໂມງການຍັງມີການຊຸມແຊວກິນສົ້ມ ແລະ ບາງຄົນກໍ່ລົມກັນລະລິກລະລີ້ໂດຍສະເພາະສາວໆທີ່ຍັງໂສດ ເມື່ອເຫັນຄວາມຫຼໍ່ຂອງນາຍນ້ອຍເອກແລ້ວເກັບອາການໄວ້ບໍ່ຢູ່ ເມື່ອປ້າ ບົວສີ ຫົວໜ້າຝ່າຍການຜະລິດ ແລະ ອອກແບບຈະຢ່າງເຂົ້າມາໃນຫ້ອງ ເຮັດໃຫ້ພະນັກງານກັບເຂົ້າປະຈຳກີ່ຫູກຂອງໃຜມັນ ເມື່ອປ້າ ບົວສີ ແນະນຳວ່າຜູ້ຊາຍທີ່ຢືນຢູ່ຕໍ່ໜ້ານີ້ແມ່ນຜູ້ໃດ ພະນັກງານໃນຫ້ອງຕ່ຳຫູກເຖິງກັບຕົກສະເງີ້ໄປຕາມໆກັນ, ອອກຈາກຫ້ອງຕ່ຳຫູກແລ້ວກໍ່ໄປທີ່ຫ້ອງຕັດຫຍິບ ກໍ່ເຫັນພາບແບບດຽວກັນອີກ ພະນັກງານສົນໃນແຕ່ລົມກັນຫຼາຍກວ່າ ບາງຄົນກໍ່ຫຼິ້ນໂທ ລະສັບໃນໂມງງານ ແລະ ທີ່ຮ້າຍແຮງຄືເຫັນຜ້າເສດຜືນໃຫຍ່ຈຳນວນຫຼາຍໃນກະຕ່າໃຫຍ່ ເມື່ອຖາມພະນັກ ງານໃນນັ້ນກໍ່ບອກວ່າຕັດແພຜິດລວງແພບາງຕ່ອນເລີຍໃຊ້ບໍ່ໄດ້, ນາຍນ້ອຍເອກໄດ້ຢືນລົມກັບປ້າບົວສີຢູ່ພັກໜຶ່ງ ເພາະເຫັນພະນັກງານໃນຫ້ອງຕັດຫຍິບກຳລັງຫຍິບຖົງຜ້າຝ້າຍສຳລັບໃສ່ເອກະສານຢູ່ເປັນຈຳນວນຫຼາຍ ເຊິ່ງປ້າບົວສີກໍ່ບອກວ່າ ຕົ້ນເດືອນໜ້າທາງບໍລິສັດຕ້ອງສົ່ງອໍເດີ້ຖົງຜ້າຝ້າຍໃຫ້ກັບກອງປະຊຸມໃຫຍ່ຂອງທາງພາກລັດກວ່າ 1000 ຖົງ ເມື່ອໄດ້ຍິນປ້າບົວສີລາຍງານກ່ຽວກັບໂອເດີ້ໃຫ້ຮູ້ນາຍນ້ອຍເອກກໍ່ຍິ້ມອອກມາເລັກນ້ອຍ ເພາະດີໃຈທີ່ບໍລິສັດຈະມີລາຍຮັບເຂົ້າມາກ່ອນຈະກ່າວລາປ້າບົວສີ ເພື່ອໄປຊົມຫ້ອງຕໍ່ໄປກໍ່ເປັນຫ້ອງຂາຍ ແຕ່ກ່ອນຈະເຂົ້າໄປໃຫ້ຫ້ອງຂາຍນາຍນ້ອຍເອກໄດ້ບອກໃຫ້ ວັນວິສາ ກັບໄປທຳງານຕາມປົກກະຕິ ເພາະຕົນເອງຕ້ອງການຍ່າງສໍາຫຼວດເບິ່ງຫ້ອງຂາຍຄົນດຽວ ເມື່ອນາຍນ້ອຍເອກໄຂປະຕູແວ່ນແກ້ວທາງໜ້າຫ້ອງຂາຍເຂົ້າໄປກໍ່ມີກິ່ນຄ້າຍຕົ້ມໝີ່ລົດເປັດພະໂລ້ກະທົບໃສ່ດັງ ຫ້ອງຂາຍແອເຢັນຊ່ຳສະບາຍແຕ່ມີກິ່ນອັບຂອງອາຫານ ພະນັກງານຂາຍເປັນຍິງສາວສອງຄົນຄິດວ່ານາຍນ້ອຍເອກເປັນພຽງແຂກທຳມະດາທີ່ເຂົ້າມາເລືອກຊື້ຜະລິດຕະພັນ ຈິ່ງໄດ້ຍິ້ມຫວານ ຫຼິ້ນຫູຫລິ້ນຕາໃສ່ຕົນແຕ່ກໍ່ໜ້າແຕກແບບໝໍບໍ່ຮັບຫຍິບ ເພາະນາຍນ້ອຍເຮັດໜ້ານິ້ງເສີຍຊາໃສ່ ແລະ ຍ່າງໄປຫາຜະລິດຕະພັນໂດຍບໍ່ສົນໃຈພວກນາງ ໃນຂະນະເລາະຊົມຜະລິດຕະພັນຢູ່ນັ້ນ ມີພະນັກງານຂາຍຄົນໜຶ່ງມາຄອຍຍ່າງຕາມຫຼັງແຕ່ກໍ່ບໍ່ໄດ້ອະ ທິບາຍໃດໆກ່ຽວກັບຜະລິດຕະພັນ ນາຍນ້ອຍເອກຮູ້ສຶກອຶດອັດໃຈເລັກໜ້ອຍເມື່ອມີຄົນມາຄອຍຍ່າງນຳແບບນີ້ ເມື່ອສັງເກດໂດຍຮອບໆແລ້ວໃນຫ້ອງຂາຍໂດຍລວມໆແລ້ວການຕົບແຕ່ງກໍ່ໃຊ້ໄດ້ຢູ່ແຕ່ກໍ່ຍັງທຳມະດາບໍ່ມີຈຸດດຶງດູດ ຜະລິດຕະພັນບາງຕົວຄິດວ່າແບບມັນເກົ່າຕົກຍຸກໄປແລ້ວແຕ່ຍັງຂາຍລາຄາແພງຢູ່, ກະ ເປົາ,ເສື້ອຜ້າຍັງຕ້ອງມີການພັດທະນາເລື່ອງແບບ ແລະ ສີສັນກັນໃໝ່, ໃນຂະນະທີ່ນາຍນ້ອຍເອກກຳລັງເລາະຊົມຜະລິດຕະພັນກໍ່ມີແຂກຊາວຕ່າງຊາດ 2 ຄົນຍິງຊາຍຍ່າງເຂົ້າມາໃນຮ້ານ ມີພະນັກງານຄົນໜຶ່ງ ອອກມາຕ້ອນຮັບ ແລະ ກໍ່ຍ່າງຕາມຫຼັງແຂກຊາວຕ່າງຊາດສອງຄົນນັ້ນໂດຍບໍ່ປາກບໍ່ຈາຄືກັນ ແຂກທີ່ມານັ້ນມາເລືອກຊື້ຜ້າພັນຄໍປະມານ 3 ຜືນ ໃນເວລາທີ່ພວກເຂົາຈ່າຍເງິນ ຂ້ອຍເຮັດທຳທ່າບໍ່ໄດ້ສົນໃຈເບິ່ງ ແລະ ກໍ່ເຫັນຄວາມບໍ່ຖືກຕ້ອງຕາມຫຼັກການ ເພາະບໍ່ເຫັນພະນັກງານຂາຍສອງຄົນນັ້ນຂຽນບິນຮັບເງິນໃຫ້ກັບລູກຄ້າ ເມື່ອແຂກສອງຄົນນັ້ນຢ່າງອອກໄປຂ້ອຍກໍ່ຍ່າງອອກໄປຕາມຫຼັງທັນທີ ເພື່ອຈະໄປເບິ່ງພາກສ່ວນອື່ນໆ.
ເມື່ອຍ່າງເລາະທົ່ວໆບໍລິສັດ ກໍ່ເຫັນຫຼາຍສິ່ງຫຼາຍຢ່າງທີ່ຖືວ່າເປັນຈຸດອ່ອນຂອງບໍລິສັດ ນີ້ພຽງແຕ່ຈຸດພາຍນອກເທົ່ານັ້ນ ຍັງບໍ່ທັນໄດ້ສຶກສາເຂົ້າໄປເລິກຮອດລະບົບການຈັດການບໍລິຫານ ນາຍນ້ອຍເອກນັ່ງພັກຢູ່ໃນຫ້ອງແມ່້ວຍສີໜ້າເຄັ່ງຄຽດ ເພາະຮູ້ສຶກວ່າບັນຫາທີ່ເກີດຂຶ້ນໃນບໍລິສັດນີ້ບໍ່ແມ່ນເລື່ອງນ້ອຍໆ ແກ້ໄຂງ່າຍໆແລ້ວມັນຈະຈົບລົງດ້ວຍດີ ນັ່ງມິດໄປພັກໜຶ່ງສຽງໂທລະສັບໃນຖົງໂສ້ງກໍ່ດັງຂຶ້ນນາຍນ້ອຍເອກຈົກໂທລະສັບອອກຈາກຖົງໂສ້ງເພື່ອຮັບສາຍ ເຊິ່ງເປັນສາຍຂອງພະນັກງານຮ້ານຊື້-ຂາຍເງິນຄຳໂທມາແຈ້ງວ່າ ແຫວນຄູ່ທີ່ສັ່ງຜະລິດແລ້ວໆ ແລງນີ້ກ່ອນ 17:00 ໂມງ ໃຫ້ນາຍນ້ອຍມາແວ່ຮັບເອົາແຫວນທີ່ຮ້ານ, ໂຊກດີທີ່ມື້ນີ້ວຽກແມ່ບໍ່ຫຼາຍເລີຍກັບບ້ານໄວ ເວລາກັບ ນາຍນ້ອຍເອກໄດ້ບອກໃຫ້ຄົນຂັບລົດຂັບພາໄປທີ່ຕະຫຼາດເຊົ້າມໍ ເພື່ອຕົນຈະໄດ້ລົງໄປເອົາແຫວນທີ່ຮ້ານ ພໍລົດໄປຈອດທີ່ໜ້າຕະຫຼາດເຊົ້າມໍ ນາຍນ້ອຍເອກກໍ່ຟ້າວລົງຈາກລົດແລ້ວຍ່າງຂຶ້ນໄປຊັ້ນສອງເພື່ອໄປເອົາແຫວນທັນທີ ເມື່ອໄດ້ຮັບແຫວນແລ້ວກໍ່ຟ້າວຍ່າງກັບລົງມາຫາລົດທີ່ຈອດຖ້າ ກັບແຫວນນາຍນ້ອຍເອກຈັບຍັດໄວ້ທີ່ຖົງໂສ້ງ ເມື່ອຂຶ້ນໄປນັ່ງທີ່ລົດຮຽບຮ້ອຍແລ້ວລົດກໍ່ຄ່ອຍໆເຄື່ອນຕົວອອກໄປ ມາດາມ ລິນດາ ຢາກຮູ້ວ່າລູກຊາຍມາເອົາສິ່ງໃດທີ່ຕະຫຼາດແຫ່ງນີ້ກໍ່ເລີຍຖາມໄປວ່າ:
ມາດາມ ລິນດາ: “ເອກ! ລູກມາເອົາສິ່ງໃດໃນຕະຫຼາດແຫ່ງນີ້”
ນາຍນ້ອຍເອກໝັ້ນໜ້າຕອບແມ່ໄປວ່າ: “ລູກບໍ່ໄດ້ມາເອົາແຕ່ລູກມາສັ່ງນ້ຳຫອມໃນຮ້ານຂາຍນ້ຳຫອມຂາປະຈຳທີ່ຕະຫຼາດແຫ່ງນີ້”
ເມື່ອໄດ້ຍິນລູກຊາຍເວົ້າແບບນັ້ນ ມາດາມ ລິນດາ ເລີຍເຂົ້າໃຈວ່າລູກມາສັ່ງນ້ຳຫອມແທ້ໆ ເລີຍບໍ່ໄດ້ສົງໃສຊັກຖາມຕໍ່.
ອ່ານຄືນຍ້ອນຫຼັງຕອນທີ 10.1 ຕາມລິ້ງນີ້ https://www.laopost.com/2017/03/29/87715