ຕອນທີ 9 ວັນສະຫຼອງໃບປະກາດຂອງນາຍນ້ອຍ
ກ່ອນຮອດງານລ້ຽງທັງລຸງຄົນສວນ, ຄົນຂັບລົດ, ລຸງຍາມ ແລະ ແມ່ບ້ານສາວງາມທັງ 2 ຄົນຢ່າງ ອາລີ້ ກັບ ເອື້ອຍສອນ ລວມພະລັງກັນຕົບແຕ່ງສະຖານທີ່ຈັດການ ທັງຕັດຕົບແຕ່ງກ້າກິ່ງໄມ້ໃຫ້ເປັນຮູບຊົງ, ທັງຊ່ວຍກັບຕິດຕັ້ງດອກໄຟສີໃສ່ຕົ້ນໄມ້ໃຫ້ສວຍງາມ ອະນາໄມປັດກວດເກັບມ້ຽນໃບໄມ້ກິ່ງໄມ້ໃຫ້ຮຽບຮ້ອຍ ສອງສາມມື້ມານີ້ທຸກຄົນຮູ່ສຶກທັງຮ້ອນ, ທັງເມື່ອຍຫຼາຍ ນາຍນ້ອຍເອກໄດ້ແຕ່ຢືນເບິ່ງຜູ້ຍິງທີ່ຕົນຮັກເຮັດວຽກໜັກໂດຍທີ່ບໍ່ກ້າຢື່ນມືເຂົ້າໄປຊ່ວຍເຫຼືອເພາະຢ້ານຄວາມລັບສຸດຍອດຈະແຕກ ນອກຈາກຈະບໍ່ສົ່ງຜົນດີຫຍັງກັບມາແລ້ວ ແຕ່ຍັງຈະເຮັດໃຫ້ອາລີ້ ເດືອດຮ້ອນອີກຕ່າງຫາກ ເຖິງວ່າໃນໃຈຈະຮ້ອນຮົນຢາກເຂົ້າໄປຊ່ວຍໃຈແທບຂາດແຕ່ກໍ່ຈຳເປັນຕ້ອງອົດທົນເກັບງຳຄວາມຮູ້ສຶກເອົາ ເຖິງແມ່ນວ່າເລື່ອງອານາໄມ ແລະ ຕົບແຕ່ງສະຖານທີ່ຈັດງານນາຍນ້ອຍເອກບໍ່ສາມາດຍື່ນມືເຂົ້າໄປຊ່ວຍເຮັດນຳໄດ້ ແຕ່ກໍ່ຍັງດີທີ່ໄດ້ຊ່ວຍເລື່ອງໜຶ່ງ ເຊິ່ງກໍ່ເປັນເລື່ອງສຳຄັນນັ້ນກໍ່ຄືເລື່ອງຂອງອາຫານ ແລະ ເຄື່ອງດື່ມ ເພາະນາຍນ້ອຍເອກຂໍໃຫ້ເອື້ອຍນູ່ນີ່ຜູ້ຮັບຜິດຊອບຈັດງານສັ່ງອາຫານຄາວຫວານ ແລະ ເຄື່ອງດື່ມຈາກໂຮງແຮມພ້ອມຈ້າງຜູ້ຮັບເໝົາບໍລິການເສີບອາຫານ ແລະ ເຄື່ອງດື່ມມາບໍລິການໃນງານເລີຍ ເລື່ອງນີ້ຖືວ່າຊ່ວຍເບົາແຮງຂອງອາລີ້ໄດ້ຫຼາຍ ເພາະຫຼັງຈາກຕົບແຕ່ງສະຖານທີ່ ແລະ ອານາໄມແລ້ວສະຖານທີ່ ກັບເບິ່ງຄວາມສະອາດເລື່ອງຫ້ອງນ້ຳແລ້ວກໍ່ບໍ່ຕ້ອງເມື່ອຍໃນການກະກຽມອາຫານອີກ.
ໃນຂະນະທີ່ຂ້ອຍ ກັບ ລຸງຄົນສວນກຳລັງນຳດອກໄຟສີໄປເກາະໃສ່ພຸ່ມຕົ້ນໄມ້ເຂດບໍລິເວນໜ້າເຮືອນ ນາຍນ້ອຍເອກທີ່ກຳລັງຢືນເອົາແຂວນທັງສອງຂ້າງໄຂ່ວຫຼັງຢືນເບິ່ງພວກຂ້ອຍຢູ່ນັ້ນກໍ່ໄດ້ຍ່າງມາຫາຂ້ອຍ ແລ້ວບອກໃຫ້ຂ້ອຍຍ່າງນຳຫຼັງເຂົ້າໄປທີ່ເຮືອນຄົວ ພໍໄປຮອດເຮືອນຄົວນາຍນ້ອຍເອກກໍ່ບອກໃຫ້ຂ້ອຍຢືນຖ້າແລ້ວນາຍນ້ອຍເອກກໍ່ຍ່າງກັບເຂົ້າໄປໃນເຮືອນ ຂ້ອຍຢືນຖ້າຢູ່ບຶດໜຶ່ງໃນນາຍນ້ອຍເອກໍ່ອຸ້ມນ້ຳດື່ມຊູກຳລັງຊະນິດໜຶ່ງ ປະມານໜຶ່ງລັງ ເຊິ່ງຄາດວ່າຢູ່ໃນລາວບໍ່ມີຂາຍ ເພາະບໍ່ເຄີຍເຫັນນ້ຳດື່ມຊູກຳລັງຢີ່ຫໍ້ນີ້ຜ່ານຕາ ຫຼື ອາດຈະມີແຕ່ຂ້ອຍບໍ່ຮູ້ດປັນຕຸກຍາງໃສຍາວປະມານຄືບໜຶ່ງ ນ້ຳທາງໃນເປັນສີເຫຼືອງ ຍື່ນໃຫ້ຂ້ອຍແລ້ວນາຍນ້ອຍກໍ່ກ່າວຖາມຂ້ອຍດ້ວຍສີໜ້າເສົ້າເລັກນ້ອຍວ່າ
ນາຍນ້ອຍເອກ: “ອາລີ້! ເຈົ້າເມື່ອຍຫຼາຍບໍ່! ງານຄັ້ງນີ້ລຳບາກເຈົ້າແລ້ວ!”
ອາລີ້: ”ແນ່ນອນວ່າຕ້ອງເມື່ອຍ ເພາະຈັດກຽມກັນໝົດມື້ບໍ່ໄດ້ພັກ ແຕ່ກໍ່ບໍ່ຖືວ່າເປັນເລື່ອງລຳບາກດອກເພາະນີ້ມັນແມ່ນໜ້າທີ່! ນາຍນ້ອຍເອກບໍ່ຕ້ອງຄິດຫຍັງຫຼາຍ ແລະ ອີກຢ່າງຂະນ້ອຍກໍ່ບໍ່ໄດ້ເປັນຄົນເມື່ອຍຄົນດຽວພະນັກງານທຸກຄົນຢູ່ບ່ອນຕ່າງກໍ່ພາກັນເມື່ອຍທຸກຄົນ”
ນາຍນ້ອຍເອກ ຍິ້ມເຈື່ອນໆ ກ່ອນຈະກ່າວອີກວ່າ: “ເຄື່ອງດື່ມນີ້ ຊ່ວຍໄດ້ດີຫຼາຍ ຍາມຂ້ອຍຮຽນເວລາຂ້ອຍເມື່ອຍຂ້ອຍກໍ່ດື່ມແຕ່ສິ່ງນີ້ ແລ້ວຈະເຮັດໃຫ້ສົດຊື່ນຂຶ້ນໄດ້ ເຈົ້າເອົາໄປແບ່ງປັນໃຫ້ທຸກຄົນໄດ້ດື່ມໃຫ້ທົ່ວເຖິງເຖີດ”
ເບື້ອງຕົ້ນຂ້ອຍກໍ່ຮູ້ສຶກແປກໃຈເລັກນ້ອຍ ແຕ່ກໍ່ຮັບເອົາແບບບໍ່ມີການຂັດຂືນ ແລ້ວກໍ່ກ່າວຄຳ “ຂອບໃຈ” ຂອບໃຈຕາມມາລາຍາດ ກ່ອນທີ່ຈະຮັບເອົາເຄື່ອງດື່ມຊູກຳລັງນັ້ນຈາກນາຍນ້ອຍແລ້ວຍ່າງອອກມາຈາກເຮືອນຄົວ ເພື່ອຍ່າງມຸ້ງໜ້າໄປຫາຄົນອື່ນໆທີ່ກຳລັງເຮັດວຽກຢູ່ ໃນຂະນະທີ່ຂ້ອຍກຳລັງແຈກຢາຍເຄື່ອງດື່ມໃຫ້ຄົນທີ່ກຳລັງເຮັດວຽກຢູ່ເດີນ ລຸງຍາມກໍ່ໄດ້ພາເອື້ອຍ ໝີນ້ອຍ (ລູກລຸງກັບປ້າ) ມາຫາຂ້ອຍທີ່ເດີ່ນ ເມື່ອຂ້ອຍເຫັນເອື້ອຍມາຫາຂ້ອຍຮູ້ສຶກດີໃຈສຸດໆເພາະບໍ່ໄດ້ເຫັນໜ້າເອື້ອຍໝີນ້ອຍດົນແລ້ວຈິ່ງແລ່ນເຂົ້າໄປກອດເອື້ອຍຍ່າງເບີກບານໃຈຈົນລືມວ່າຕອນນີ້ຕົນເອງກຳລັງເປິເປື້ອນໄປດ້ວຍເສດຫຍ້າ, ຂີ້ຝຸ່ນ ແລະ ອື່ນໆອີກອະອ່າມ ເມື່ອຄິດຂຶ້ນໄດ້ກໍ່ຟ້າວປ່ອຍວາງອອກກອດນັ້ນຈາກເອື້ອຍໝີນ້ອຍທັນທີ
ອາລີ້ ຖາມທັກທາຍເອື້ອຍໝີນ້ອຍດ້ວຍສີໜ້າເບີກບານ: ເອື້ອຍໝີນ້ອຍມາໄດ້ແນວໃດ! ແລ້ວຮູ້ໄດ້ແນວໃດວ່ານ້ອງເຮັດວຽກຢູ່ເຮືອນຫຼັງນີ້
ເອື້ອຍໜີນ້ອຍຕອບ ອາລີ້ ດ້ວຍສີໜ້າຍິ້ມແຍ້ມຄືນວ່າ: “ເຫດໃດເອື້ອຍຈະບໍ່ຮູ້ວ່າເຈົ້າເຮັດວຽກຢູ່ນີ້ ເພາະເມື່ອສອງປີກ່ອນເອື້ອຍເຄີຍມາສົ່ງເອື້ອຍສອນຢູ່ນີ້! ແລ້ວເອື້ອຍສອນເດລະໄປໃສລະຄືບໍ່ເຫັນ”
ອາລີ້ ກັບໝີນ້ອຍໄດ້ໃຊ້ສາຍຕາກວດສ່ອງຫາເອື້ອຍສອນຮອບໆສະຖານທີ່ນັ້ນ ແລະ ນັ້ນເອງກໍ່ເຮັດໃຫ້ ໝີນ້ອຍ ໄດ້ເຫັນນາຍນ້ອຍເອກ ທີ່ມາຢືນເຝົ້າເບິ່ງອາລີ້ເຮັດວຽກ ຈິ່ງເກີດຄວາມເພິ່ງພໍໃຈນາຍນ້ອຍເອກຕັ້ງແຕ່ເຫັນຄັ້ງທຳອິດ ຈາກສາຍຕາທີ່ກວດຫາເອື້ອຍສອນກໍ່ຢຸດຈຶ້ງຢູ່ທີ່ນາຍນ້ອຍເອກ ນາຍນ້ອຍເອກຮູ້ວ່າມີຍິງແປກໜ້າກຳລັງຈ້ອງມາທີ່ຕົນຈິ່ງເຮັດໜ້ານິ້ງ ແລະ ເມີນໜ້າຫັນໄປທາງອື່ນໂດຍໄວ້, ໜີນ້ອຍຈິ່ງຟ້າວຖາມອາລີ້ດ້ວຍຄວາມສົນໃຈຂຶ້ນມາທັງທີວ່າ
ໝີນ້ອຍ: “ອາລີ້! ຜູ້ຊາຍທີ່ເບິ່ງສະຫງ່າດູດີ! ໃສ່ເສື້ອຍືດສີຂາວ, ນຸ່ງຂາສັ້ນພຽງເຂົ່າຄົນນັ້ນແມ່ນ”
ອາລີ້ ຕອບກັບເອື້ອຍໄປແບບບໍ່ໄດ້ຄິດຫຍັງຫຼາຍ: “ອໍ…! ຜູ້ຊາຍຫຼໍ່ໆນັ້ນແມ່ນນາຍນ້ອຍເອກ”
ໝີນ້ອຍແນມໄປທີ່ນາຍນ້ອຍເອກດ້ວຍຄວາມສົນໃຈເລິກໆ: “ອໍ…! ເອ໋ະ! ມື້ນີ້ຄືພາກັນວຸ້ນວາຍແທ້ ເຮືອນນີ້ສິມີງານຫຍັງ”
ອາລີ້: “ມື້ອື່ນຈະມີງານສະຫຼອງໃບປະກາດຂອງນາຍນ້ອຍເອກ ພວກເຮົາກໍ່ເລີຍວຸ້ນວາຍກຽມງານມາ 2-3 ມື້ແລ້ວ”
ໝີນ້ອຍ ຄິດຢູ່ໃນໃຈ: (ເຮັດແນວໃດເຮົາຈະໄດ້ເຂົ້າມາຮ່ວມໃນງານນີ້ເພື່ອຫາໂອາດໃກ້ຊິດກັບນາຍນ້ອຍເອກ ຖ້າຈະຂໍເຂົ້າມາງານຜູ້ດີຂະໜາດນີ້ ອາລີ້ຄົງບໍ່ມີສິດໃນການອະນຸຍາດໃຫ້ຄົນແປກໜ້າເຂົ້າມາແນ່ນອນ ແຕ່ງານໃຫຍ່ຂະໜາດນີ້ ອາຫານ ແລະ ເຄື່ອງດື່ມຕ້ອງສັ່ງມາຈາກທາງນອກແນ່ນອນ, ຖ້າງານນີ້ສັ່ງອາ ຫານມາຈາກທາງນອກເຮົາກໍ່ພໍມີຫວັງຈະໄດ້ເຂົ້າມາຮ່ວມໃນງານ) ເມື່ອຄິດອກຈິ່ງຖາມນ້ອງສາວອາລີ້ໄປວ່າ: “ອາຫານ ແລະ ເຄື່ອງດື່ມນີ້ສັ່ງມາຈາກໂຮງແຮມບໍ”
ອາລີ້: “ອື້”
ໝີນ້ອຍ: “ສັ່ງມາຈາກໃສນ້ອງພໍຮູ້ບໍ່”
ອາລີ້: “ໄດ້ຍິນເອື້ອຍສອນເວົ້າວ່າ ສັ່ງອາຫານມາຈາກ ຊ້າງເຜືອກ ນິລະ”
ໝີນ້ອຍີໃຈທີ່ໄດ້ຍິນນ້ອງສາວເວົ້າແນວນັ້ນ ເພາະນາງພໍມີທາງເຂົ້າມາຮ່ວມໃນງານລ້ຽງມື້ອື່ນໄດ້ແລ້ວ ເມື່ອເຫັນວ່າຕົນເອງໄດ້ມາລົບກວນນ້ອງສາວເປັນເວລາດົນແລ້ວຈິ່ງຂໍລາກັບ
ໝີນ້ອຍ: “ເອື້ອຍວ່າ ມື້ນີ້ເຮົາບໍ່ສະດວກທີ່ຈະລົມກັນ! ເອື້ອຍຮູ້ສຶກວ່າເອື້ອຍລົບກວນເຈົ້າດົນແລ້ວ ດຽວເຈົ້ານາຍຈະຕຳນິເຈົ້າ ເອົາໄວ້ມື້ໃໝ່ເອື້ອຍຈະມາອີກຄັ້ງ”
ອາລີ້: “ອ້າວ! ແລ້ວເອື້ອຍໝີນ້ອຍບໍ່ຖ້າພົບກັບເອື້ອຍສອນກ່ອນຫວະ”
ໝີນ້ອຍ: “ບໍ່ລະ! ສົງໃສເອື້ອຍສອນເພິ່ນຈະຄາວຽກ ໄວ້ມື້ໜ້າເອື້ອຍຈະມາຫຼິ້ນກັບພວກເຈົ້າດົນໆ ມື້ນີ້ເອື້ອຍຂໍກັບກ່ອນ”
ອາລີ້: “ອື້! ຊັ້ນເຮົາຍ່າງໄປສົ່ງ”
ແລ້ວອາລີ້ ກັບ ໝີນ້ອຍກໍ່ຍ່າງໄປຫາລົດທີ່ຈອດຢູ່ນອກຮົ້ວ ແຕ່ກ່ອນຈະຍ່າງວິດປະຕູຮົ້ວ ໝີນ້ອຍໄດ້ຫັນກັບມາເບິ່ງນາຍນ້ອຍເອກກໍ່ເຫັນນາຍນ້ອຍເອກພຽງຢູ່ໄກໆເທົ່ານັ້ນ ຫຼັງຈາກສົ່ງເອື້ອຍທີ່ນ້າປະຕູຮົ້ວແລ້ວ ອາລີ້ກໍ່ຟ້າວຍ່າງກັບມາລຸຍງານຕໍ່ທັນທີ.
ໝີນ້ອຍ ເວລາຂັບລົດກັບຫໍພັກໂຮງຮຽນກໍ່ຄຸ້ນຄິດເຫັນແຕ່ໜ້າຂອງນາຍນ້ອຍເອກ ແລະ ກໍ່ຍິ້ມເບົາໆຢ່າງປື້ມໃຈດັ່ງພົບຜູ້ຊາຍໃນຝັນ ເຫັນພຽງພາບລັກພາຍນອກກໍ່ຄິດຝັນຢາກໄດ້ຜູ້ຊາຍຄົນນັ້ນມາຄອບຄອງທັນທີ ໝີນ້ອຍ ມີເພື່ອນຢູ່ຄົນໜຶ່ງທີ່ເຮັດໜ້າທີ່ເປັນກັບຕັນ ທີ່ໂຮງແຮມຊ້າງເຜືອກພໍດີ ຈິ່ງໄດ້ໂທລະສັບໄປຫາເພື່ອຂໍເປັນເດັກເສີບຊົ່ວຄາວໃນງານນັ້ນ
ໝີນ້ອຍ: “ວຽງ! ມື້ອື່ນຕອນແລງ ເພິ່ນໄດ້ນຳທີມເດັກເສີບໄປຄຸມງານລ້ຽງ ສະຫຼອງຮັບໃບປະກາດລູກເສດຖີ ແຖວໆ ໂພນຕ້ອງສະຫວ່າງບໍ່”
ທ້າວ ວຽງ: “ອື້ແມ່ນ! ແລ້ວເພິ່ນຮູ້ໄດ້ແນວໃດ”
ໝີນ້ອຍ: “ເລື່ອງນັ້ນມັນບໍ່ສຳຄັນ! ແຕ່ເລື່ອງທີ່ສຳຄັນຄືຕອນນີ້ເດັກເສີບເຈົ້າເຕັມລະບໍ່! ຢາກສະໄປເສີບນະເພິ່ນ! ເຮັດງານນີ້ງານດຽວ”
ທ້າວ ວຽງ: “ຮຶ! ເຂົາຟັງຜິດເບາະເພິ່ນ! ປົກກະຕິຄຸນໜູຄືເພິ່ນບໍ່ເຮັດນ່າວຽກແບບນີ້! ບໍ່ຄືຕີ້”
ໝີນ້ອຍ: “ເອິ່…! ຄືເຂົາມີເຫດຜົນນະເພິ່ນ”
ທ້າວ ວຽງ: “ຮ້ອນເງິນຫວະ”
ໝີນ້ອຍ: “ເຮີ້ຍ…! ເຂົານິຫວະສິຮ້ອນເງິນ! ເຂົາມີເຫດຜົນຂອງເຂົາເພິ່ນບໍ່ຕ້ອງຮູ້ດອກ! ຈັ່ງໃດຊ່ວຍເຂົາໄດ້ບໍ່”
ທ້າວ ວຽງ: “ອື້ໆ! ເລື່ອງວຽກບໍ່ມີບັນຫາດອກ! ເອົາເປັນວ່າມື້ອື່ນ 6 ໂມງແລງ ມາຫາເຂົາທີ່ຊ້າງເຜືອກ ຂີ່ລົດໃຫຍ່ໄປພ້ອມກັນເລີຍ ໂອເຄເນາະ”
ເວລາ 17:00 ໂມງ ກ່ອນເລີ່ມງານ 2 ຊົ່ວໂມງ ຂະນະທີ່ຂ້າງນອກພາກສ່ວນອາຫານເຄື່ອງດື່ມ, ວົງດົນຕີ ພວກເຂົາກຳລັງກະກຽມກັນຢູ່ນັ້ນ ພວກຂ້ອຍທັງລຸງຍາມ, ລຸງຄົນສວນ, ເອື້ອຍສອນ ແລະ ຂ້ອຍ “ອາລີ້” ກໍ່ໝົດໜ້າທີ່ໃນສ່ວນນັ້ນດັ່ງນັ້ນຈິ່ງໄດ້ພາກັນມາອາບນ້ຳແຕ່ງຕົວ ເພື່ອຄວາມເປັນລະບຽບຈົບງາມ ມື້ນີ້ທຸກຄົນຕ້ອງນຸ່ງເສື້ອເສີດສີຂາວ ຜູກໂບກະຕ່າຍສີແດງ (ໜ້າຮັກດີ) ຜູ້ຊາຍນຸ່ງເສື້ອເສີດສີຂາວໃສ່ໂສ້ງດຳເອົາເສື້ອເຂົ້າໃນຕິດຫູກະຕ່າຍໃສ່ເກີບຂັດມັນ, ສ່ວນສາວໆ ໃສ່ເສື້ອເສີດສີຂາວກັບສະເກີດຍາວຕົກເຂົ່າສີດຳເອົາເສື້ອເຂົ້າໃນຕິດໂບຫູກະຕ່າຍສີແດງ ເອື້ອຍສອນເປັນຄົນຫຸ່ນນ້ອຍສູງປະມານ 1,55 ແມັດ ເລີຍໃສສົ້ນສູງ, ສ່ວນຂ້ອຍໃສຂັດຊູສົ້ນທຳມະດາບໍ່ສູງຫຼາຍ ເພາະໂຊກດີສູງຢູ່ແລ້ວ (1,66 ແມັດ) ເສື້ອ ກັບ ສະເກີດທີໃສ່ພໍດີຕົວແທ້ໆ ແລະ ມ້ວນຜົມເກົ່າຂຶ້ນເປັນລະບຽບ ເຊິ່ງຄວາມເປັນລະບຽບຈົບງາມນີ້ໄດ້ຮັບການສະໜັບສະໜູນຈາກ ນາຍຍິງນູ່ນີ່ເປັນຜູ້ຈັດກຽມໃຫ້ ກ່ອນຈະອອກ ເອື້ອຍສອນບອກວ່າຂ້ອຍໜ້າຈືດເກີນໄປ ຕ້ອງແຕ່ງເຕີມແດ່ຈັກໜ້ອຍ ຂ້ອຍຈິ່ງໃຫ້ເອື້ອຍສອນທາແປ້ງແຕ່ງໜ້າໃຫ້ບາງໆກໍ່ພໍແລ້ວ ແຕ່ງໜ້າໜາຫຼາຍຢ້ານເບິ່ງເຖົ້າກວ່າອາຍຸ ເອື້ອຍສອນບອກກັບຂ້ອຍວ່າ ລູກເປັດຂີ້ລ້າຍຄືຂ້ອຍພໍໄດ້ແຕ່ງຕົວແລ້ວມີລາສີຂຶ້ນມາທັນມີ ຖ້າບໍ່ບອກວ່າເຮັດອາຊີບຄົນໃຊ້ນີ້ຄືສິບໍ່ມີໃຜເບິ່ງອອກວ່າຊັ້ນເດະ! ເມື່ອເວລາຂ້ອຍແຍງແວ່ນເບິ່ງຕົວເອງແລ້ວກໍ່ຍອມຮັບວ່າເອື້ອຍສອນບໍ່ໄດ້ເວົ້າຜິດຈາກຄວາມເປັນຈິງເລີຍແມ່ນແຕ່ນ້ອຍດຽວ ເມື່ອແຕ່ງຕົວແລ້ວກໍ່ພາກັນເຂົ້າໄປທີ່ງານ ເພື່ອປະຕິບັດໜ້າທີ່ຕາມທີ່ຖືກຈັດສັນໄວ້ ຂ້ອຍມີໜ້າທີ່ຊ່ວຍເດັກເສີບ ສ່ວນເອື້ອຍສອນແມ່ນປະສານງານກັບກັບຕັນຄຸມງານ, ລຸງຄົນສວນກໍ່ເຮັດໜ້າທີ່ແນະນຳທາງແຂກໄປຫ້ອງນ້ຳ ລຸງຍາມກໍ່ເຮັດໜ້າທີ່ຍາມກວດກາຄວາມຮຽບຮ້ອຍສົມທົບກັບຄົນຂັບລົດຕາມປົກກະຕິ
ຕຣີມຈັດງານລ້ຽງມື້ນີ້ຈັດໄດ້ດີ ຄລາສຊິກມີຣົດນິຍົມດີ ທັງຜ້າປູໂຕະ ແລະ ຕັ່ງນັ່ງເປັນສີຂາວທັງໝົດ ຈັດເປັນໂຕະຈີນ ອາຫານ ແລະ ເຄື່ອງດື່ມຈະມີເດັກເສີບຄອຍເຕີມໃສ່ບໍ່ໃຫ້ຂາດ ງານນີ້ບໍ່ມີເຕັ້ນເປັນງານກາງແຈ້ງທ່າມກາງດາວ, ເດືອນເຕັມທ້ອງຟ້າ ຄືນນີ້ອາກາດແຈ່ມໃສທ້ອງຟ້າເປີດ ອາກາດບໍ່ຮ້ອນເອົ້າມີລົມເບົາໆພັດມາເປັນໄລຍະໄລຍະ! ໃນງານມີການຈູດຕະກຽງໄມ້ໄຜ່ປັກຢູ່ຮອບໆ ບວກກັບແສງສະທ້ອນກັບດອກໄຟຫຼາຍສີສັນລະຍິບລະຍັບແວວວາວສວຍງາມ ແຕ່ສຳລັບຂ້ອຍແລ້ວຮູ້ສຶກເຫຼືອມຕາໄປແດ່ຈັກໜ້ອຍ ຂ້ອຍຢືນຢູ່ໃກ້ໆໃນງານເພື່ອສັງເກດການ ກໍ່ໄດ້ນັບໂຕະອາຫານໃນໃຈຄ້າວໆທີ່ນັບໄດ້ມີປະມານ 30 ໂຕະ ແຕ່ລະໂຕະມີ 8 ຕັ່ງນັ່ງ ງານນີ້ມີແຂກມາຮ່ວມງານຫຼາຍກວ່າ 200 ຄົນ ເຊິ່ງຄິດໆໄປແລ້ວຍັງໃຫຍ່ກວ່າງານດອງບາງງານໃນແຖວບ້ານຂ້ອຍອີກ ວົງດົນຕີຫຼິ້ນໄດ້ທຸກເພງຕາມສັ່ງ ແຕ່ລະເພງທີ່ບັນເລງກໍ່ມີແຕ່ເພງມ່ວນໆທັງເພງລາວ ແລະ ສາກົນສະລັບສັບປ່ຽນກັນໄປ ຂ້ອຍຢືນສັງເກດຢູ່ດົນເຕີບ ເລີຍແນມໄປທີ່ໂຕະທີ່ມີເຈົ້ານາຍນັ່ງຢູ່ກັບແຂກຜູ້ໃຫ່ຍໃນນັ້ນລວມທັງນາຍນ້ອຍເອກກໍ່ນັ່ງຢູ່ ແຕ່ເຮັດໃຫ້ຂ້ອຍສະດຸ້ງຕື່ນໃນໃຈເລັກນ້ອຍ ເພາະເດັກເສີບທີ່ຄອຍບໍລິການຢູ່ຂ້າງໂຕະນັ້ນຄຸ້ນໆ ສັງເກດດີໆ ເອ໊ະ! ນັ້ນມັນແມ່ນເອື້ອຍໝີນ້ອຍຂອງຕົນເອງນີ້ຫວ່າ…! ສະຫຼຸບເອື້ອຍມາເປັນເດັກເສີບໃນງານນີ້ໄດ້ແນວໃດ ຄືບໍ່ເຫັນເອື້ອຍບອກຫຍັງກັບເຮົາລ່ວງໜ້າເລີຍ ສົງໃສຈົບງານນີ້ຕ້ອງມີການລົມກັນຍາວ.
ໝີນ້ອຍຮູ້ສຶກດີໃຈຢູ່ເລິກໆທີ່ໄດ້ມາຢູ່ໃກ້ຊິດນາຍນ້ອຍເອກຜູ້ຊາຍໃນຝັນ ສຳລັບໂຕະທີ່ມີນາຍນ້ອຍເອກນັ່ງຢູ່ງານນີ້ໝີນ້ອຍສູ້ຕາຍບໍ່ໃຫ້ໃຜມາເຂົ້າໃກ້ໄດ້ເດັດຂາດຄົນບໍລິການຕ້ອງຕົນເອງເທົ່ານັ້ນ ໃນລະຫວ່າງປຸງເຫຼົ້າ ຫຼື ເຕີມອາຫານໝີນ້ອຍກໍ່ແອບໃຊ້ສາຍຕາສົ່ງໃຫ້ນາຍນ້ອຍເອກຢ່າງໃນໆເປັນໄລຍະໄລຍະ ແຕ່ກໍ່ຕ້ອງຮູ້ສຶກຜິດຫວັງເພາະສົ່ງໄປເທົ່າໃດ ນາຍນ້ອຍເອກກໍ່ບໍ່ເຄີຍຫັນມາຄືນແມ້ແຕ່ຫາງຕາ ທັງສາຍຕາເບົ້າຕາຂອງນາຍນ້ອຍເອກຈັບຈ້ອງໄປເບິ່ງແຕ່ ອາລີ້ ຄົນດຽວເທົ່ານັ້ນ ທ່າມກາງໃບໜ້າທ່າທາງນິ້ງສະຫງົບຂອງນາຍນ້ອຍເອກທີ່ກົບເກື່ອນຄວາມຫຶງຫວງຮ້ອນຮົນອາລີ້ຢູ່ຂ້າງໃນເມື່ອເວລາເຫັນອາລີ້ ເວົ້ານົວຫົວຍິ້ມຢອກໃຍກັບເດັກເສີບຜູ້ຊາຍອື່ນຢ່າງສະໜິດສະໜົມ ຈິ່ງເຮັດໃຫ້ນາຍນ້ອຍເອກຮູ້ສຶກເຊັງກັບງານນີ້ທີ່່ສຸດ ເຊິ່ງສວນທາງກັບບັນຍາກາດໃນງານທີ່ເຕັມໄປດ້ວຍຄວາມມ່ວນຊື່ນຂອງຜູ້ຄົນ, ໝີນ້ອຍກໍ່ຮູ້ສຶກຂັດໃຈກັບສາຍຕາຂອງນາຍນ້ອຍເອກທີ່ມົວແຕ່ຈ້ອງເບິ່ງນ້ອງສາວຕົນເອງຢູ່ຝ່າຍດຽວ ຄິດມາລະເຈັບໃຈຢູ່ບໍ່ນ້ອຍ.
ທ່ານສາມາດອ່ານຕອນທີ 8 ຍ້ອນຫຼັງໄດ້ທີ່ລິ້ງ: https://www.laopost.com/2017/03/26/87559