spot_img
Homeວັນນະກຳເລື່ອງສັ້ນເສັ້ນທາງຂອງຊີວິດ ແລະ ຫົວໃຈ ຕອນທີ 7

ເສັ້ນທາງຂອງຊີວິດ ແລະ ຫົວໃຈ ຕອນທີ 7

Published on

ຕອນທີ 7 ຫົວໃຈຄິດຮອດຄົນໄກ

ເຊົ້າມື້ເດີນທາງທັງພໍ່ແມ່, ເອື້ອຍ ແລະ ອ້າຍເຂີຍ ໄດ້ພາກັນໄປສົ່ງນາຍນ້ອຍເອກທີ່ສະໜາມບິນສາກົນ ກ່ອນຈະແຊັກອິນເຂົ້າ ພວກເຂົາໄດ້ພາກັນກ່າວຄຳອຳລາ ພ້ອມອວຍພອນ ມາດາມ ລິນດາ ແມ່ຂອງນາຍນ້ອຍເອກໄດ້ກ່າວອຳລາລູກດ້ວຍສີໜ້າອາໄລອາວວອນ

ມາດາມ ລິນດາ ເອົາມືລູບຄຳແຂນລູກຊາຍເບົາໆ ພ້ອມກ່າວວ່າ: “ເວລາໜຶ່ງເດືອນຊ່າງຜ່ານໄປໄວເຫຼືອ ເກີນ ຜ່ານໄປແປັບດຽວລູກຊາຍແມ່ກໍ່ຕ້ອງຈາກໄປເປັນປີອີກແລ້ວ ປີນີ້ກໍ່ຄືກັບທຸກໆປີ ທີ່ແມ່ຕ້ອງອົດທົນລໍຖ້າວັນທີ່ລູກກັບມາ” ມາດາມ ລິນດາ ເວົ້າແລ້ວນໍ້າຕາກໍ່ຊຶມອອກມາເລັກນ້ອຍ, ດ.ຣ ສົມບູນ ຜູ້ເປັນຜົວ ເຫັນເມຍໂສກເສົ້າເລີຍເຂົ້າມາໂອບບ່າໄຫລຜູ້ເປັນເມຍໄວ້ ແລະ ຍັງເວົ້າປອບໃຈເມຍວ່າ:
ດ.ສ ສົມບູນ ກ່າວ: “ເຈົ້າຢ່າໂສກເສົ້າໄປເລີຍ! ລູກໄປເທື່ອນີ້ໄປເປັນປີສຸດທ້າຍແລ້ວ ທີ່ຜ່ານມາເຮົາທົນມາໄດ້ຕັ້ງ 3-4 ປີ ເຮົາກໍ່ທົນມາແລ້ວ! ເຮົາອົດທົນຕື່ມອີກ 1 ປີ ຈະເປັນຫຍັງໄປ ເວລາພຽງ 1 ປີ ໄວປານນອນຫຼັບຕື່ນ ບຶດດຽວມັນກໍ່ຮອດປີແລ້ວ! ເຈົ້າຢ່າເຮັດໜ້າເສົ້າດຽວລູກຈະບໍ່ມີຄວາມສຸກ”
ນູ່ນີ່ ເອື້ອຍນາຍນ້ອຍເອກ: ເອົາລະ! ຮອດເວລາທີ່ນ້ອງຕ້ອງເຂົ້າໄປແຊັກອິນແລ້ວ ມົວແຕ່ອາໄລອາວອນກັນຢູ່ນີ້ດຽວນ້ອງສິຕົກເຄື່ອງພໍດີ! ເອກ! ຕັ້ງໃຈຮຽນເດີ້ນ້ອງ! ເດີນທາງປອດໄພເດີ້ນ້ອງ
ຈິດຕະກອນ (ອ້າຍເຂີຍ): ເດີນທາງປອດໄພນ້ອງ! ໂຊກດີ
ນາຍນ້ອຍເອກກ່າວດ້ວຍສີໜ້າຍິ້ມເລັກນ້ອຍ: ທຸກຄົນຮັກສາສຸຂະພາບດ້ວຍ! ຂອບໃຈທີ່ມາສົ່ງ ແລ້ວກໍ່ຍ່າງເຂົ້າໄປແຊັກອິນແຈ້ງປີ້ຍົນທີ່ດ່ານກວດຄົນອອກເມືອງ (ຂາອອກ)

ເມື່ອນາຍນ້ອຍເອກຍ່າງຜ່ານເຂົ້າໄປທີ່ຫ້ອງພັກຜູ້ໂດຍສານແລ້ວ ຄອບຄົວທີ່ຢືນຢູ່ທາງນອກກໍ່ພາກັນແຍກ ຢ້າຍກັນກັບເມືອ
ຈາກສະໜາມບິນວັດໄຕໄປສູ່ສະໜາມບິນນານາຊາດ ສຸວັນນະພູມ ປະເທດໄທ ນາຍນ້ອຍເອກໄດ້ຂຶ້ນລົດແທັກຊີຈາກສະໜາມບິນສຸວັນນະພູມທາງໄປທີ່ ແຂວງຫົວມາກ ເຂດບາງກະປິ ກຸງເທບມະຫານະຄອນ ນາຍນ້ອຍເອກໄດ້ເຊົ່າຫໍພັກເຂດທີ່ໃກ້ກັບ ມະຫາວິທະຍາ ໄລ ອັສສຳຊັນ (ABAC) ທີ່ສຸດ ເພື່ອງ່າຍຕໍ່ການເດີນທາງໄປ-ກັບເວລາຮຽນ, ກຸງເທບລົດຕິດຫຼາຍຕ້ອງໃຊ້ເວລາຫຼາຍໃນການເດີນທາງກວ່າຈະເດີນ ທາງມາຮອດທີ່ພັກກໍ່ປະມານ 11:00 ໂມງພໍດີ,  ທີ່ຫ້ອງພັກນາຍນ້ອຍເອກມີເພື່ອນນອນຮ່ວມຫ້ອງຄົນໜຶ່ງ ຊື່ວ່າ ອາເລັກ ເຊິ່ງເປັນຄົນລາວຄືກັນ ຮຽນ ຄະນະບໍລິຫານທຸລະກິດ ແລະ ເສດຖະສາດ, ສາຂາວິຊາການຈັດການ ຄືກັນ ແລະ ຍັງຮຽນຫ້ອງດຽວກັນອີກດ້ວຍ ພໍນາຍນ້ອຍເອກໄຂປະຕູເຂົ້າຫ້ອງໄປບໍ່ຮອດ 5 ນາທີ ເພື່ອນຮ່ວມຫ້ອງຢ່າງ ອາເລັກ ກໍ່ໄຂປະຕູເຂົ້າຕາມຫຼັງ ທັງສອງໄດ້ເອີ່ຍທັກທາຍກັນຕາມພາສາເພື່ອນຜູ້ຊາຍ

ອາເລັກ: “ມາຮອດຫ້ອງກ່ອນເຮົາທຸກປີເລີຍເນາະ”

ນາຍນ້ອຍເອກ:​ “ກໍ່ເຈົ້າມັນຄົນຂາສັ້ນເລີຍຍ່າງຊ້າກວ່າຂ້ອຍໄປກ້າວໜຶ່ງ”
ອາເລັກ ຢືນຂ້ຳແອວເຮັດໜ້າໝຶນເລັກໜ້ອຍ: “ນິ!ນິ ເຫີ໋ຍ! ໂຊກດີ! ມື້ນີ້ອາລົມດີ ເພາະລະຫວ່າງທາງມາໄດ້ພົບກັບສາວງາມ ບໍ່ດັ່ງນັ້ນ…..”
ນາຍນ້ອຍເອກ ເຮັດໜ້າມຶນໃສ່ “ແມ່ນຫຍັງ! ບໍ່ດັ່ງນັ້ນສິເຮັດຫຍັງ”
ອາເລັກ ຍ່າງໄປໃກ້ໆນາຍນ້ອຍເອກ ແລ້ວເອົາມືເບື້ອງຂວາຊີ້ໜ້າ ແລ້ວເວົ້າດ້ວຍນ້ຳສຽງຂາດໆເຂີນໆວ່າ: “ຍັງຄິດບໍ່ອອກເວີ້ຍ”

ນາຍນ້ອຍເອກຂຳໃສ່ອາເລັກເບົາໆ ກ່ອນຈະໄຂເອົາຜ້າເຊັດຕົວໃນຕູ້ເສື້ອຜ້າພາດໃສ່ບ່າແລ້ວຍ່າງໄປໃກ້ໆອາເລັກພ້ອມທັງເອົາມືຊ້າຍຕົບບ່າຂວາຂອງອາເລັກເບົາໆແລ້ວເວົ້າວ່າ: “ຢ່າມົວແຕ່ເວົ້າໂອ້ເອ້! ດຽວຈະໄປລາຍງານຕົວບໍ່ທັນ” ແລ້ວກໍ່ຍ່າງໄປຫ້ອງນໍ້າເພື່ອອາບນໍ້າຢ່າງສະບາຍໃຈ.

ຫຼັງຈາກທີ່ທັງສອງ ອາເລັກ ກັບ ນາຍນ້ອຍເອກ ໄປລາຍງານຕົວເຂົ້າຮຽນແລ້ວກໍ່ພາກັນໄປຫາເລາະກິນເຂົ້າທີ່ຮ້ານອາຫານໃກ້ກັບໂຮງຮຽນ ກ່ອນຈະກັບມາພັກຜ່ອນທີ່ຫ້ອງ ເມື່ອມາຮອດຫ້ອງພັກສິ່ງທຳອິດທີ່ ອາເລັກ ເຮັດກໍ່ຄືເປີດໂນ໊ດບຸ໊ກຫຼິ້ນເກມທັນທີ ສ່ວນນາຍນ້ອຍເອກຄືການນອນເອນກາຍລົງທີ່ຕຽງນອນແລ້ວຈັບໂທລະສັບຂຶ້ນມາເບິ່ງຮູບອາລີ້ ທີ່ລັກຖ່າຍມີຈຳນວນຫຼາຍຮູບ ນາຍນ້ອຍເອກເລື່ອນເບິ່ງຮູບແຕ່ລະຮູບທັງເບິ່ງທັງຍິ້ມຢ່າງມີຄວາມສຸກ ແລະ ກໍ່ຮູ້ສຶກຄິດຮອດແຮງຈິ່ງລຸກຂຶ້ນຈາກຕຽງແລ້ວຍ່າງອອກໄປລົມສາຍທີ່ລະບຽບຫ້ອງພັກຄົນດຽວ ໄດ້ກົດໂທໄປຫາອາລີ້

ອາລີ້ ກຳລັງນຳຜ້າທີ່ຊັກແລ້ວເຂົ້າຕູ້ອົບເພື່ອອົບກ່ອນນຳໄປຕາກ ໃນຂະນະນັ້ນໂທລະສັບໃນຖົງໂສ້ງກໍ່ສັ່ນສະເທືອນຫຼາຍເທື່ອເຕີບກ່ອນອາລີ້ຈະຈົກໂທລະສັບຈາກຖົງອອກມາຮັບ ແຕ່ກ່ອນຮັບສາຍກໍ່ເບິ່ງເບີວ່າຜູ້ໃດໂທເຂົ້າມາປະກົດວ່າເປັນເບີໄທ ຈິ່ງຄິດແປກໃຈເລັກນ້ອຍກ່ອນຮັບສາຍ
ອາລີ້ ລົມໂທລະສັບ: “ສະບາຍດີ”
ນາຍນ້ອຍເອກ ເກັບອາການດີໃຈກ່ອນເວົ້າອອກໄປດ້ວຍສີໜ້າເບີກບານວ່າ: “ອາລີ້! ຂ້ອຍເອງ! ເອກ”
ອາລີ້ ຕົກໃຈເລັກນ້ອຍ: “ໂອ໊ະ! (ເວົ້າກົດສຽງເບົາລົງ) ນາຍນ້ອຍເອກ! ຮູ້ຈັກເບີຂະນ້ອຍໄດ້ແນວໃດ”
ນາຍນ້ອຍເອກ: “ເລື່ອງຂ້ອຍໄດ້ເບີເຈົ້າມາແນວໃດນັ້ນມັນບໍ່ສຳຄັນດອກ! ແຕ່ທີ່ສຳຄັນຄືຕອນນີ້ຂ້ອຍຄິດ…(ຢຸດຄ້າງ) ເຈົ້າສະບາຍດີບໍ່! ວຽກຫຼາຍບໍ່ມື້ນີ້! ເມື່ອຍຫຼາຍບໍ່ມື້ນີ້”
ອາລີ້: “ໂອອອອອ! ຫຼິ້ນຖາມມາເປັນຊຸດເລີຍແລ້ວຂະນ້ອຍຈະຕອບອັນໃດກ່ອນນໍ້ບາດນິ ແຕ່ເອົາເປັນວ່າ ເລື່ອງວຽກງານກໍ່ເຮັດຕາມປົກກະຕິບໍ່ຫຼາຍບໍ່ໜ້ອຍ! ເລື່ອງເມື່ອຍກໍ່ປົກກະຕິ ສ່ວນສຸຂະພາບກໍ່ບໍ່ເຈັບປ່ວຍສິ່ງໃດ ຂະນ້ອຍສະບາຍດີ! ແລ້ວນາຍນ້ອຍເດ”
ນາຍນ້ອຍເອກ ຍິ້ມຍຸ໊ໆ: “ດີ! ຂ້ອຍບໍ່ເຈັບບໍ່ປ່ວຍຫຍັງ”

ພວກເຂົາທັງສອງລົມກັນເກືອບ 6 ນາທີ ກ່ອນຈະວາງສາຍຈາກອາລີ້ ນາຍນ້ອຍເອກໄດ້ບອກ “ຝັນດີ” ເຊິ່ງຄຳນີ້ມັນໄດ້ເຮັດໃຫ້ຫົວໃຈຂອງອາລີ້ຮູ້ສຶກວູ໊ບວ໊າບຂຶ້ນມາແບບແປກໆ ສ່ວນທາງນາຍນ້ອຍເອກຫຼັງຈາກວາງສາຍຈາກອາລີ້ ກໍ່ຍິ້ມໜ້າບານເປັນຈານດາວທຽມຈົນອາເລັກເກີດແປກໃຈເອີ່ຍຖາມ

ອາເລັກ: “ໂອ໊ະໂອອອອ! ຫາກໍ່ລົມສາວແລ້ວໃດ໋ເນາະຫັ້ນເນ໋າະໜ້າຈິ່ງບານປານຈານດາວທຽມພຽງນີ້! ເອີ້ຍ! ສາວຄົນທີ່ໂຕລົມນິ! ເຮົາເຄີຍເຫັນບໍ່ ເປັນສາວໃນຄະນະ, ຕ່າງຄະນະ ຫຼື ເປັນສາວຂ້າງຫ້ອງ, ຂ້າງຫໍພັກ
ນາຍນ້ອຍເອກ: “ພໍໆ! ເດົາໄປກໍ່ບໍ່ຖືກດອກ ເພາະສາວທີ່ເຮົາລົມບໍ່ໄດ້ຢູ່ປະເທດນີ້”
ອາເລັກ: “ບອກດຸ! ບອກດຸ”
ນາຍນ້ອຍເອກ: “ພໍໆ! ນອນໆ” ເມື່ອເວົ້າຈົບນາຍນ້ອຍເອກກໍ່ເອນກາຍລົງນອນທີ່ບ່ອນ ພ້ອມທັງດຶງຜ້າມາຫົ່ມຫຼັບຕາປິດສະນິດ.

ນາຍນ້ອຍເອກໃນໄລຍະຮ່ຳຮຽນວິຊາກໍ່ເປັນຄົນຕັ້ງໃຈຮຽນຂະຫຍັນອ່ານໜັງສື ສົ່ງລາຍງານໃຫ້ຄູ່ບໍ່ເຄີຍຂາດ, ກິດຈະ ກຳຂອງໂຮງຮຽນກໍ່ເຂົ້າຮ່ວມເປັນຢ່າງດີບໍ່ວ່າຈະເປັນການກິລາ, ເຂົ້າຄ້າຍເຮັດກິດຈະກຳ ແລະ ອື່ນໆ…, ນອກຈາກນີ້ເອກຍັງມີຄວາມເປັນມິດເຂົ້າກັບເພື່ອນຝູງໝູ່ຄະນະ ແລະ ຄົນໃກ້ຕົວ, ມີນ້ຳໃຈຊ່ວຍເຫຼືອຜູ້ອື່ນ ເຖິງຈະເປັນຄົນເວົ້າໜ້ອຍ ແຕ່ເປັນຄົນເວົ້າແທ້ເຮັດຈິງ, ຈິງໃຈກັບທຸກເລື່ອງ ແລະ ຍັງເປັນຄົນສະຫຼາດທັນຄົນອີກຕ່າງຫາກ.​ ນາຍນ້ອຍເອກເປັນບຸກຄະລາກອນອີກຄົນໃນໂລກນີ້ທີ່ມີສັກກະຍາພາບສູງ, ມີຄວາມເປັນຜູ້ນຳ, ຜູ້ຕາມທີ່ດີ ແລະ ທີ່ສຳຄັນນອກຈາກຈະເປັນຄົນທີ່ມີຄວາມຮັບຜິດຊອບໃນໜ້າທີ່ສູງແລ້ວ ຍັງເປັນຄົນມີຈິດໃຈໝັ້ນຄົງຮັກດຽວໃຈດຽວບໍ່ມີຫວັ່ນໄຫວໃຫ້ກັບຍິງສາວຄົນໃດແມ່ນແຕ່ຄັ້ງດຽວ ດ້ວຍບຸກຄະລິກພາຍນອກທີ່ສົມບູນແບບ ແລະ ຈິດໃຈພາຍໃນທີ່ດີສະເໝີຕົ້ນສະເໝີປາຍແລ້ວ ຈິ່ງເຮັດໃຫ້ເອກກາຍ ເປັນຜູ້ຊາຍຄົນໜຶ່ງໃນຄະນະທີ່ມີສາວໆມາຫຸ້ມສົນໃຈ, ນ້ຳຝົນ ສາວຮຽນຮ່ວມຫ້ອງ ທີ່ແອບມີໃຈໃຫ້ເອກຕັ້ງແຕ່ຮຽນຢູ່ປີໜຶ່ງ ຈົນຮອດປັດຈຸບັນຈະຮຽນຈົບແລ້ວແຕ່ກໍ່ຍັງບໍ່ມີວີ່ແວວວ່າ ຕົວເອງຈະສາມາດເຂົ້າໄປຢູ່ໃນໃຈຂອງເອກໄດ້ເລີຍ ເຖິງຈະພະຍາຍາມຄອຍເອົາໃຈໃສ່ ແລະ ພ້ອມທີ່ຈະທຸ້ມທັງກາຍ, ໃຈໃຫ້ເອກທຸກເວລາ ແຕ່ເອກກໍ່ບໍ່ແລແມ່ນແຕ່ງຫາງຕາມາເບິ່ງ ນ້ຳຝົນ ເປັນອື່ນໄປນອກຈາກຄຳວ່າ ເພື່ອນຮ່ວມຫ້ອງຮຽນເທົ່ານັ້ນ.

ເກືອບທຸກຄືນທີ່ເອກໂທລະສັບມາລົມກັບອາລີ້ ເພື່ອສົນທະນາພຽງເວລາສັ້ນໆ ແຕ່ເວລາພຽງ 4-5 ນາທີ ກໍ່ຊ່ວຍບັນເທົາອາການຄິດຮອດໃນໃຈເອກໄດ້ບໍ່ໜ້ອຍ.

ຂ້ອຍ “ອາລີ້” ໄດ້ໃຊ້ເວລາລົມກັບນາຍນ້ອຍເອກຜ່ານທາງໂທລະສັບແບບລັບໆຕະຫຼອດເກືອບໜຶ່ງປີແລ້ວ ກໍ່ຮູ້ສຶກໄດ້ວ່າສາຍສຳພັນລະຫວ່າງຕົນເອງກັບນາຍນ້ອຍເອກນັ້ນມັນຢູ່ເໜືອຄຳວ່າເຈົ້ານາຍກັບລູກຈ້າງຢູ່ພຽງເລັກນ້ອຍ ເພາະໃນສາຍໂທລະສັບພວກເຮົາທັງສອງອາດລົມກັນໃນຖານະເພື່ອນ ຫຼື ມີຫຍັງແອບແຝງໃນໃຈຫຼາຍກວ່ານັ້ນ ແຕ່ໃນໂລກແຫ່ງຊີວິດຈິ່ງແລ້ວນາຍນ້ອຍເອກກັບຂ້ອຍຍັງຢູ່ຫ່າງກັນຄົນລະຂັ້ນຢ່າງເຫັນໄດ້ຊັດເຈນ ການທີ່ນາຍນ້ອຍເອກໂທມາທັກທາຍສະແດງຄວາມເປັນຫວ່ງເປັນໃຍເກືອບທຸກມື້ ມັນກໍ່ເຮັດໃຫ້ຂ້ອຍຮູ້ສຶກດີທີ່ສຸດ ໃນຄວາມຄິດຂອງຂ້ອຍ ແລ້ວຕອນນີ້ຂ້ອຍກໍ່ຍັງສັບສົນກັບຄວາມສຳພັນຂອງເຮົາທັງຄູ່ ສຳລັບຕົວຂ້ອຍເອງກໍ່ຍັງບໍ່ທັນຮູ້ໃຈຕົວເອງເທື່ອວ່າຄິດກັບນາຍນ້ອຍເອກເລິກເຊິ່ງຮອດຂັ້ນໃດແລ້ວ ແລະ ກໍ່ບໍ່ຮູ້ວ່ານາຍນ້ອຍເອກນັ້ນຄິດກັບຕົວເອງຮອດຂັ້ນໃດແລ້ວຄືກັນ ເນື່ອງຈາກຄຳເວົ້າທີ່ໃຊ້ໃນການສົນທະນາທາງໂທລະສັບຕະຫຼອດເກືອບ 1 ປີ ນັ້ນມັນຍັງບໍ່ມີຄວາມຊັດເຈນທີ່ບົ່ງບອກວ່ານາຍນ້ອຍເອກຮູ້ສຶກກັບຕົວເຮົາເຖິງຂັ້ນໃດແທ້ ເລື່ອງນີ້ຈິ່ງຍັງເປັນເລື່ອງທີ່ຄາດເດົາບົດສະຫຼຸບໄດ້ຍາກ.

ກົດອ່ານຄືນຕອນທີ 6 ໄດ້ທີ່ລິ້ງ:​ https://www.laopost.com/2017/03/24/87532

 

ບົດຄວາມຫຼ້າສຸດ

ໄທກຳລັງຈົດລິຂະສິດ ເທດສະການສົງການ ຫ້າມປະເທດອື່ນໃຊ້ໂດຍບໍ່ໄດ້ຮັບອະນຸຍາດ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ 2024 ຜ່ານມາ, ຄະນະກຳມະການຍຸດທະສາດ ຊອຟພາວເວີ ແຫ່ງຊາດ ເປີດເຜີຍວ່າ: ໄທກຳລັງຈັດສັບສິນທາງປັນຍາ ຫຼື ໄອພີ ຈົດລິຂະສິດ "ເທດສະການສົງການ"...

ທຳລາຍບົມໃຫຍ່ 750 ປອນ ຢູ່ບ້ານໂພນທອງ ເມືອງວຽງໄຊ ແຂວງຫົວພັນ

ວັນທີ 22 ຕຸລາ 2024 ນີ້, ໂຄງການເກັບກູ້ລະເບີດແຂວງຫົວພັນໄດ້ລົງພື້ນທີ່ທຳລາຍບົມໃຫຍ່ 750 ປອນ ຢູ່ບ້ານໂພນທອງ ເມືອງວຽງໄຊ. ໂດຍການຊີ້ນໍາຂອງທ່ານ ພັນຕາ ທອນວົງສາ ກຳມະການພັກແຂວງ,...

ພະຍາກອນອາກາດປະຈຳວັນທີ 23 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ໄດ້ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ,...

ປະທານປະເທດລາວ-ຈີນ ພົບປະກັນຢູ່ລັດເຊຍ

ວັນທີ 22 ຕຸລາ 2024, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ຢູ່ນະຄອນຄາຊານປະເທດຣັດເຊຍ. ໂອກາດດັ່ງກ່າວ,ທ່ານ ສີຈິ້ນຜິງ...