spot_img
Homeວັນນະກຳບູຮານຄະດີລາວ ເລື່ອງ" ຜາແດງ ແລະນາງໄອ່"

ບູຮານຄະດີລາວ ເລື່ອງ” ຜາແດງ ແລະນາງໄອ່”

Published on

​ແຕ່​ກີ້​ແຕ່​ກ່ອນ​ປາງ​ສະ​ໄໝ​ນົກ​ກໍ​ຍັງ​ມີ​ຫູ, ໜູ​ກໍ​ຍັງ​ມີ​ປີກ, ບໍ່​ວ່າ​ຄົນ ​ຫຼື​ສັດສາ​ວາ​ສິ່ງ​ທັງຫຼາຍ​ຕ່າງ​ກໍ​ມີ​ລິດ​ເດດ, ກ້າ​ຄົງ​ທະນົງ​ແກ່ນ, ມີ​ມະຫາ​ພະລັງ​ອຳນາດ, ຈິ່ງ​ມັກ​ເກີດ​ການ​ຕໍ່ສູ້​ຊິງ​ດີ​ຊິງ​ເດັ່ນ​ກັນ, ບາງ​ຜ່ອງ​ຕໍ່ສູ້​ເພື່ອ​ຊິງ​ກັນ​ເປັນ​ໃຫຍ່​​ ແລະ​ບາງ​ຜ່ອງ​ກໍ​ຕໍ່ສູ້ ​ເພື່ອ​ຄົນ​ທີ່​ຕົນ​ເອງ​ຮັກ ​ອັນ​ເຮັດ​ໃຫ້​ເດືອດຮ້ອນ ​ຮອດ​ພະຍາ​ອິນະ​ຍາ​ພົມ​ເທວະ​ບຸດ​ເທວະ​ດາ​ ຜູ້​ດູ​ແລ​ຮັກສາ​ໂລກ​ຈັກກະ​ວານ​ຂອງ​ເຮົ​າຢ່າງ​ບໍ່​ເວັ້ນວັນ​.

​ໃນ​ເວລາ​ນັ້ນ​ໄດ້ມີ​ເມືອງ​ບາ​ດານ​ແຫ່ງ​ໜຶ່ງ ​ຢູ່​ໃຕ້​ທໍລະນີ​ໃນ​ພື້ນ​ນໍ້າມະ​ຫາ​ສະໝຸດ​ ບ່ອນ​ພະຍາ​ນາກ​ເຈົ້າອາ​ໄສ​ຢູ່ ​ອັນ​ມີ​ຫໍ​ໂຮງ​ເປັນ​ຫີນ​ສີ​ລາ​ງາມ​ເຫຼືອງ​ເຫຼື້ອມ ​ເຊິ່ງປະດັບ​ດ້ວຍ​ເງິນ​ຄຳ​ເພັດ​ນິນ​ຈິນດາ​ ຂອງ​ມີຄ່າ​ຢ່າງ​ຫຼວງ​ຫຼາຍ.​ ເມືອງ​ບາ​ດານ​​ແຫ່ງນີປົກຄອງ​ດ້ວຍ​ພະຍາ​ນາກ​ອົງ​ໜຶ່ງ​ ທີ່​ມີ​ລິດ​ມີ​ເດດ​ເກັ່ງ​ກ້າ​ສາມາດ​ຍິ່ງ​ໜັກ​ໜາ​ ພ້ອມ​ທັງ​ຊື່ສັດ​ໝັ້ນຄົງ​ຕໍ່​ບ້ານ​ເມືອງ​ ໃນ​ອານາຈັກ​ຂອງ​ພະຍາ​ນາກ​ອົງ​ນີ້​ ກໍ​ຍັງ​ມີ​ເຫຼົ່າ​ເສນາ​ອາມາດ​ ມີ​ທະຫານ​ທີ່​ແສນ​ຊື່ສັດ​ພັກດີ ​ຈຶ່ງ​ເຮັດ​ໃຫ້​ເມືອງ​ບາ​ດານ ​ຂອງ​ພະ​ອົງ​ຈະ​ເລີ​ນຮຸ່ງ​ເຮືອງ​ສີວິ​ໄລ​ ໄພ່ຟ້າ​ປະຊາລາດ​​ຕ່າງ ​ກໍ​ຢູ່​ເຢັນ​ເປັນ​ສຸກ​ກັນ​ທົ່ວ​ໜ້າ ​ບໍ່​ໄດ້​ອຶ​ດບໍ່​ໄດ້ຢາກ​ມີ​ເຂົ້າ​ໃນ​ນາ​ ມີ​ປາ​ໃນ​ນ້ຳ​ ໃນ​ປ່າ​ໄມ້​ມີ​ສັດ​ນາໆ​ຊະນິດ​ອາ​ໄສ​ຢູ່ ​ເຊັ່ນ​ດຽວ​ກັນ​ກັບ​ມະນຸດ​ຂອງ​ເຮົາ​ໃນ​ເມື​່ອກ່ອນ​ນັ້ນ​ແລ້ວ. ພະຍາ​ນາກ​ອົງ​ນີ້​ໄດ້​ປົກຄອງ​ ​ເມືອງ​ບາ​ດານ​ ມາ​ເປັນ​ເວລາ​ຊ້າ​ນານ ​ພໍ​ສົມຄວນ ​ພະ​ອົງ​ກໍ​ມີ​ເຈົ້າຊາຍ​ອົງ​ໜຶ່ງ​ຊື່ວ່າ​ທ້າວ​ພັງຄີ ​ເຊິ່ງມີຮູບ​ໂສມ​ງົດ​ງາມ​ທັງ​ມີ​ລິດ​ມີ​ເດດ ​ສາມາດ​ລະນຶກ​ເຖິງ​ຊາດ​ປາງ​ກ່ອນ​ກີ້​ ຂອງ​ຕົນ​​ເອງ​ໄດ້​ຍັງ​ສາມາດ​​ແປງ​ກາຍ​ເປັນ​ສັດ​ຫຼາຍ​ຊະນິດ​ ລວມທັງ​ມະນຸດ​ເຮົາ​ນຳ, ຍ້ອນ​​ແນວ​ນັ້ນ​ແລ້​ວພັງ​ຄີ​ ຈິ່ງ​ຮູ້​ວ່າ​ໃນ​ຊາດ​ປາງ​ກ່ອນ​ຂອງ​ຕົນ​ເອງ​ນັ້ນ​ໄດ​້ເກີດ​ເປັນ​ມະນຸດ​ ເຊິ່ງ​ເປັນ​ຄູ່​ຄອງ​ກັບ​ນາງ​ໄອ່​ຄຳ​ ແຕ່​ຍ້ອນ​ກຳ​ເວນ​ລີ​ຂິດ​ຈິ່ງ​ເຮັດ​ໃຫ້​ທັງ​ສອງ ​ຕ້ອງ​ແຍກ​ຈາກ​ກັນ​ໃນ​ຊາດ​ນີ້ ທ້າວ​ພັງ​ຄີ​ ໄປ​ເກີດ​ເປັນ​ລູກ​ຂອງ​ພະຍາ​ນາກ​ແຫ່ງ​ເມືອງ​ບາ​ດານ, ສ່ວນ​ນາງ​ໄອ່​ຄຳ​ເກີດ​ເປັນ​ລູກ​ຂອງ​ພະຍາ​ທີ່​ເມືອງ​ເພຕາ.​ ເມື່ອ​ທ້າວ​ພັງ​ຄີ​ ໃຫຍ່​ກ້າ​ໜ້າບານ​ມາ ​ຜູ້​ເປັນ​ພໍ່​ກໍ​ຈັດ​ພິທີ​ເລືອກຄູ່​ຄອງ​ໃຫ້ ເພື່ອຈະ​ໄດ້​ເນື້ອ​ໜໍ່​ຊາດ​ຕະກຸນ​ ມາ​ສື​ບ​ແທນ​ບັນລັງ​ຄອບ​ຄອງ ​ລາດຊະ​ສົມບັດ​ທັງຫຼາຍ​ເຊິ່ງກໍ​ມີ​ລູກສາວ​ ຂອງ​ພະຍາ​ນາກ​​ໃນ​ເມືອງ​ບາ​ດານ​​ແຫ່ງ​ອື່ນໆ ​ທີ່​ແສນ​ງົດ​ງາມ​​ປານ​ນິມິດ​ເອົາ​ຢ່າງ​ຫຼວງ​ຫຼາຍ ​ຖືກ​ສົ່ງຕົວມາ​ໃຫ້ທ້າວ​ເລືອກ, ​ແຕ່​ປາກົດ​ວ່າ​ບໍ່​ມີ​ໃຜ​ຖືກ​ໃຈ​ທ້າວ​ພັງ​ຄີ​ ແມ່ນ​ແຕ່​ຄົນ​ດຽວ​ເລີຍ ​ໃນ​ໃຈ​ຂອງ​ທ້າວ​ມີ​ແຕ່​ຄິດ​ຮອດ​ນາງ​ໄອ່​ຄຳ​ຜູ້​ເປັນ​ເມຍ​ເກົ່າ. ທ້າວ​ຈິ່ງ​ບອກ​ກັບ​ພໍ່​ວ່າ​ສາວ​ພວກ​ນີ້​ງົດ​ງາມ​ແທ້ ​ແຕ່​ຈະ​ເຮັດ​ແນວ​ໃດ​ໄດ້​ກໍ​ແນວ​ມັນ​ບໍ່​ແມ່ນ​ຄູ່​ຄອງ​ຂອງ​ລູກ​ ລູກ​ມີ​ຍິງ​ໃນ​ໃຈ​ຢູ່​ແລ້ວ​ຜູ້​ເປັນ​ພໍ່​ເມື່ອ​ຮູ້​ວ່າ​ລູກ​ບໍ່​ມັກ​ບໍ່​ຊອບ​ກໍ​ບໍ່​ໄດ້​​ເວົ້າຫຍັງ ​ຕາມ​ໃຈ​ຂອງ​ລູກ​ທຸກ​ປະການ ​ເພາະ​ມີ​ລູກ​ຊາຍ​ຄົນ​ດຽວ​ ຮັກຫອມ​ດັ່ງ​​ແກ່ນຕາ​ ແລະ​ໝາກ​ຫົວ​ໃຈ. ນັບ​ຕັ້ງ​ແຕ່​ໃຫຍ່​ຂຶ້ນມາ​ ຊອນ​ບ່າວ​ທ້າວ​ກໍ​ມີ​ແຕ່​ຄິດ​ຮອດ​ນາງ​ໄອ່​ຄຳ​ ທຸກ​ວີ່ທຸກ​ວັນ​ຈະ​ຂຶ້ນ​ໄປ​ຫາ​ກໍ​ຢ້ານ​ມີ​ອັນ​ຕະລາຍ​ ເພາະ​ເ​ທິງ​ບົກ​ນັ້ນມັນ​ແສນ​ຈະ​ໂຫດຮ້າຍ​ ແລະ​ອັນຕະລາຍ​ ກວ່າ​ໂລກ​ບາ​ດານ​ຂອງ​ຕົນ​ ແຕ່​ອົດ​ບໍ່​ໄດ້​ຈົນ​ໃຈ​ລະ​ເມີ ​ຢາກ​ຫັນ​ໜ້າ​ເມຍ​ເກົ່າ​ສຸດ​ທີ່​ຮັກ​ຂອງ​ຕົນ​ທຸກ​ຄໍ່າ​ຄືນ.
ວັນ​ໜຶ່ງ​ທ້າວ​ພັງ​ຄີ ​ພ້ອມ​ດ້ວຍ​ບໍລິວານ​ຈິ່ງ​ໄດ້​ຕັດສິນ​ໃຈ​ ສັ່ງ​ລາ​ພໍ່​ເພື່ອຈະ​ໄປ​ຕາມ​ຫາ​ນາງ​ໄອ່​ຄຳ ​ຢູ່​ເທິ​ງ​ໂລກ​ບົນ​ບົກ​ເມື່ອ​ໄດ້​ຮັບ​ຄຳ​ອານຸຍາດ​ຈາກ​ພໍ່​ແລ້ວ, ທ້າວ​ພ້ອມ​ດ້ວຍ​ເສນາ​ອາມາດ​ກໍ​ເດີ​ນທາງ​ຈາກ​ໃຕ້​ນ້ຳຂຶ້ນສູ່​ເທິງ​ບົກ ຫຼັງ​ຈາກ​ນັ້ນກໍ​​ແປງ​ຮ່າງ​ເປັນ​ສັດ​ຕ່າງໆ​ເພື່ອ ​ສະດວກ​ກັບ​ສະຖານະ​ການ​ ແລະ​ໄວ​ຕໍ່​ການ​ເດີນທາງ​ບາງ​ບ່ອນ​ທາງ​ດີ​ພວກ​ເຂົາ​ກໍ​ແປງ​ຮ່າງ​ເປັນ​ໂຕ​ມ້າ​ແລ່ນ​ໄປ ​ເພື່ອ​ໃຫ້​ໄວ​ຕໍ່​ການ​ເດີນທາງ. ​ເປັນ​ເວລາ​ຫຼາຍ​ມື້​ຫລາຍ​ວັນທີ່​ພວກ​ເຂົາ​ເດີນ​ທາງ​ຊອກ​ຫາ​ນາງ​ໄອ່​ຄຳ​ໄປ​ເລື້ອຍໆ​. ຈົນ​ໃນ​ທີ່​ສຸດ​ກໍ​ໄດ້​ພົບ​ນາງ​ສົມ​ດັ່ງ​ໃຈ​ປາຖະໜາ​ ເອົາ​ໄວ້​ອັນ​ເຮັດ​ໃຫ້​ທ້າວ​ດີ​ໃຈ​ ແລະ​ມີ​ຄວາມສຸກ​ຍິ່ງ​ຫນັກ​ໜາຈົນ​ບໍ່​ຢາກ​ກັບ​ເມືອງ​ບາ​ດານ​ແຫ່ງ​ຕົນ.​ ແຕ່​ຍ້ອນ​ຈາກບ້ານ​ມາ​ໄກ​ຫຼາຍ​ມື້​ຫຼາຍ​ວັນ​ແລ້ວ.​ ເຫຼົ່າ​ບໍລິວານ​ທີ່​ມາ​ນຳ​ຈິງ​ຊວນ​ທ້າວ​ກັບ​​ເພາະ​ຢ້ານວ່າ​ ພະຍາ​ຜູ້​ເປັນ​ບິດາ​ ຈະ​ເປັນ​ຫ່ວງ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ​ທ້າວ​ກໍ​ບໍ່​ຟັງ​ທັງ​ເວົ້າວ່າ​ເຮົາ​ຢູ່​ອີກ​ຈັກ​ວັນ​ສອງ​ວັນ​ກ່ອນ ​ຈຶ່ງ​ຄ່ອຍ​ກັບ​ບໍ່​ເປັນ​ຫຍັງ​ດອກ.
​ເພື່ອ​ຈະ​ໄດ້​ເຫັນ​ໜ້າ​ນາງ​ໄອ່​ຄຳ​ຢ່າງ​ເຕັມ​ອີ່ມ​ຕາມ​ຫົວ​ໃຈ​ຕ້ອງ​ການ ​ໃນ​ແຕ່​ລະ​ວັນ​ທ້າງ​ພັງ​ຄີ ​ຈິ່ງ​ແປງ​ຮ່າງ​ເປັນ​ກະຮອກ​ດ່ອນ​ໄຕ່​ຂຶ້ນ​ໄປ​ເຄືອດ​ອກ​ໄມ້​ໃນ​ສວນ​ອຸດ​ທິຍານ​ ບ່ອນ​ທີ່​ນາງ​ໄອ່​ຄຳ ​ມັກ​ມາດ​ອມດົມ​ດອກ​ໄມ້​ໃນ​ທຸກໆ​ວັນ.
ກ່າວ​​ເຖິງ​ນາ​ງ​ໄອ່​ຄຳ​ຊາດ​ນີ້ ​ໄດ້​ເກີດ​ມາ​ເປັນ​ລູກ​ຂອງ​ພະຍາ​ແຫ່ງ​ເມື​ອງ​ເພຕາ ຍ້ອນ​ນາງ​ມີ​ຮູບ​ໂສມ​ອັນ​ງົດ​ງາມ ແລະ​ປະກອບ​ດວ້ຍຄວາມ​ສະ​ເໜຫາ​ມີ​ຄວາມ​ສະຫງ່າ​ລາສີ​ ແລະ​ມີ​ຈິດ​ໃຈ​ໂອບ​ເອື້​ອອາລີ​ຈິ່ງ​ເຮັດ​ໃຫ້​ນາງ​ເປັນ​ທີ່​ຮັກຫອມ​ຂອງ​ຄົນ​ທັງຫຼາຍ. ​ເມື່ອ​ໃຫຍ່​ຂຶ້ນມາ​ເຕັມ​ສາວ​ແລ້ວ​ ພະຍາ​ຜູ້​ເປັນ​ພໍ່​ກໍ​ໄດ້​ຈັດ​ພິທີ​ຫມັ້ນໝາຍ ​ໃຫ້​ນາງ​ກັບ​ ທ້າວ​ຜາ​ແດງ​ ເຊິ່ງ​ເປັນ​ລູກ​ຊາຍ​ຂອງ​ພະຍາ​ອີກ​ເມືອງ​ໜຶ່ງ​ ພວກ​ເຂົາ​ທັງ​ສອງ​ຕ່າງ​ຝ່າຍ​ກໍ​ຮັກ​ກັນ ​ດ້ວຍ​ຄວາມ​ຫວານ​ຊຶ້ງ​ ແລະ​ບໍລິສຸດ​ໃຈ​ ຈົນ​ເຮັດ​ໃຫ້​ຍິງ​ໜຸ່ມ​ຊາຍ​ໜຸ່ມ​ເກີດ​ຄວາມ​ອິດສາ​ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່​ຂອງ​ພວກ​ເຂົາ.
ຄືນ​ໜຶ່ງ​ນາງ​ໄອ່​ຄຳ ​ໄດ້​ຝັນ​ວ່າ​ມີ​ງູ​ໃຫຍ່​ເທົ່າ​ລຳ​ພ້າວ, ລຳ​ຕານ​ ແລະ​ງູ​ນ້ອຍ​ຫຼາຍ​​ໂຕ​ຝັ້ນ​ເລືອ​ກັນ​ຢູ່​ເຕັມ​ບ້ານ​ເຕັມ​ເມືອງ​ຂອງ​ຕົນ​ເອງ, ທັງ​​ໄດ້​ຍິນ​ສຽງ​ແຂກ​ຮ້ອງ​ແຕກ​ຕື່ນ​ຢ້ານ​ງູ​ພວກ​ນັ້ນ ​ແລະ​ຕໍ່​ມາ​ບໍ່​ດົນ​ບ້ານ​ເມືອງ​ກໍ​ກາຍ​ເປັນ​ແມ່ນ້ຳມະຫາ​ສະໝຸດ.​ ເມື່ອ​ເຫັນ​ດັ່ງນັ້ນນາງ​ກໍ​ເອົາ​ມື​ມຸບ​ໜ້າ​ແລ້ວ​ກໍ​ຮ້ອງ​ໄຫ້​ອອກ​ມາ​ ຢ່າງ​ແຮງ​ຈົນ​ສະ​ເດີ​ດຕື່ນ​ຂຶ້ນມາ​ທັງ​ຫາຍ​ໃຈ​ຫື​ດຫອດ​ເຫື່ອ​ໄຫຼ​ໄຄ​ຍ້ອຍ. ພໍ​ຮຸ່ງ​ເຊົ້າມາ​ນາງ​ກໍ​ເອົາ​ຄວາມ​ທູນ​ໃຫ້​ຜູ້​ເປັນ​ພໍ່​ຮັບ​ຊາບ, ພະຍາ​ຜູ້​ເປັນ​ພໍ່​ກໍ​ໃຫ້​ເສນາ​ໄປ​ເອີ້ນ​ເອົາ​ໝໍ​ດູ​ມໍ​ເດົາ​ມາ​ທຳ​ການ​ໄລ່​ເລກ​ຄູນ​ຄາຖາ​ເລື່ອງ​ຄວາມ​ຝັນ​ຂອງ​ນາງ. ໝໍ​ດູ​ຄົນ​ທີ່​ໜຶ່ງ​ທຳນາຍ​ອອກ​ມາ​ວ່າ:ມີ​ຊູ້​ເກົ່າ​ປາງ​ກ່ອນ​ປາງ​ຫຼັງ​ມາ​ຊອກ​ຫາ​ໃນ​ໄລຍະ​ນີ​ໃຫ້​ລະວັງ​ຕົວ​ເອົາ​ໄວ້. ຢ່າ​ໄດ້​ອອກ​ນອກ​ຫໍ​ໂຮງ​ໄປ​ເດັດຂາດ​ຈະ​ເກີດ​ໄພພິບັດ​ມາ​ຮອດ​ບ້ານ​ເມືອງ​ຂອງເຮົາ​ແທ້​ແລ້ວ. ໝໍ​ດູ​ຄົນ​ທີ່​ສອງ​ທຳ​ນາຍວ່າ​ອັນ​ນິມິດ​ຄວາມ​ຝັນ​ນັ້ນມັນ​ກໍ​ເປັນ​ລາງ​ຮ້າຍ​ແທ້​ແລ້ວ, ຫາກ​ຈະ​ມີ​ສັດ​ຮ້າຍ​ມາ​ແຕ່​ທາງນ້ຳ​ໃຫຍ່​ແຫ່ງ​ມະຫາ​ສະໝຸດ​ ມາ​ຖະຫຼົ່ມ​ບ້ານເມືອງ​ເຮົາ ​ເພື່ອ​ຊອກ​ຫາ​ລູກ​ຊາຍ​ຂອງ​ເຂົາ. ​ໃຫ້​ເຈົ້າຈົ່ງ​​ມີ​ສະຕິ​ມີ​ຄວາມ​ເມດ​ຕາ​ພາວະນາ​ເອົາ​ໄວ້​ໃຫ້​ດີໆ ​ຈິ່ງ​ຈະ​ເຮັດ​ໃຫ້​ບ້ານ​ເມືອງ​ຂອງ​ພວກ​ເຮົາ​ພົ້ນຈາ​ກ​ໄພພິບັດ​ຄັ້ງນີ້​ໄດ້. ພໍ​ນາງ​ໄອ່​ຄຳ​ໄດ້​ຟັງ​ໝໍ​ດູ​ເວົ້າ​ແນວ​ນັ້ນນາງ​ກໍ​ເກັບ​ຕົວ​ຢູ່​ໃນ​ຫໍ​ໂຮງ​, ບໍ່​ໄດ້ອອກ​ໄປ​ນອກ​ໄປ​ນາ​ທາງ​ໃດ. ຫຼາຍ​ມື້​ຫຼາຍ​ວັນ​ຕໍ່​ມາ​ກໍ​ເຮັດ​ໃຫ້​ນາງ​ຮູ້ສຶກ​ເບື່ອ​ຢາກ​ຈະ​ໄປ​ເດີນ​ຫຼິ້ນ​ເພື່ອ​ສູບ​ອາກາດ​ສົດ​ເຢັນໆ​ສູບ​ອາຍ​ກິ່ນ​ຫອມ​ຂອງ​ມວນ​ດອກ​ໄມ້​ໃນ​ສວນ​ອຸດ​ທິຍານ​ທີ່ຢູ່​ບໍ່​ໄກ​ຈາກ​ຫໍ​ໂຮງ​ຂອງ​ຕົນ, ນາງ​ຈິ່ງ​ຂໍ​ອານຸຍາດ​ຈາກ​ພໍ່​ພະຍາ​ແລ້ວ​ພວກ​ສາວ​ສະໜົມ​ ແລະ​ນາ​ອາມາດ​ຈຳນວນ​ໜຶ່ງ​ກໍ​ຖະຫວາຍ​ອາລັກຂາ​ໃຫ້​ນາງ​ໄປ​ຕາມ​ທີ່​ນາງ​ຕ້ອງການ.​ ໃນ​ຂະນະ​ທີ່​ນາງ​ໄອ່​ຄຳ​ກຳລັງ​ມີ​ຄວາມ​ສຸກ ​ແລະ​ອີ່ມ​ໃຈ​ໄປ​ກັບ​ຄວາມ​ງົດ​ງາມ​ຂອງ​ມວນ​ດອກ​ໄມ້​ໃນ​ສວນ​ອຸດ​ທິຍານ​ອັນ​ກ້ວາງ​ໃຫຍ່​ສຸດ​ສາຍຕາ​ຢູ່​ນັ້ນ, ບັງ​ເອີນ​ນາງ​ໄດ້​ຫຼຽວ​ເຫັນ​ໂຕ​ຮອກ​ດ່ອນ​ນ້ອຍ​ປີນ​ໄຕ່​ໄປ​ມາ​ຕາມ​ເຄືອດ​ອກ​ໄມ້​ຢ່າງ​ມີ​ຄວາມສຸກ, ມັນ​ໄຕ່​ຂຶ້ນ​ໄຕ່​ລົງ, ອ້ອມ​ໄປ​ວຽນມາ​ບາງ​ຄັ້ງມັນ​ກໍ​ຢືນ​ຂາດຽວ​ ແລະ​ໂບກ​ແຂນ​ມາງ​ໜ້າ​ຂຶ້ນລົງ​ເຮັດ​ໃຫ້​ມັນ​ເປັນຕາ​ໜ້າ​ຮັກ​ແລະ​ໜ້າ​ຢາກ​ຫົວ​ແທ້ໆ​.​ ເມື່ອ​ນາງ​ໄອ່​ຄຳ​ເຫັນ​ແລ້ວ​ກໍ​ເກີດ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຄິດ​ຢາກ​ໄດ້ ​ໂຕ​ຮອກ​ດ່ອນ​ນ້ອຍ​ໂຕນັ້ນມາ​ຢອກ​ຫຼິ້ນ​ໃຫ້​ສ່ວາງ​ໃຈ​ຈິ່ງ​ສັ່ງ​ໃຫ້​ພວກ​ເສນາ​ຄົນ​ໃຊ້​ທັງຫຼາຍ​ໄລ່​ຈັບ​,​ ແຕ່​ເຖິງ​ຈະ​ມີ​ເຫຼົ່າ​ເສນາ​ ແລະ​ຄົນ​ໃຊ້​ຫຼາຍ​ຄົນ​ຊ່ວຍ​ກັນ​ໄລ່​ຈັບ​ແນວ​ໃດ​ກໍ​ບໍ່​ໄດ້, ມັນ​ຫຼີກ​ໄປ​ຫຼອກ​ມາ​ຈົນ​ເຮັດ​ໃຫ້​ພວກ​ເຂົາ​ອິດ​ເມື່ອຍ, ຍ້ອນ​ຄວາມ​ຢາກ​ໄດ້ຈົນ​ໃຈ​ຈະ​ຂາດ,​ ເມື່ອ​ຈັບ​ເປັນ​ບໍ່​​ໄດ້​ນາງ​ກໍ​ສັ່ງ​ຈັບ​ຕາຍ​. ຫຼັງ​ຈາ​ພວກ​ເສນາ​ອາມາດ​ໄດ້​ຍິນ​ຄຳ​ສັ່ງ​ແນວ​ນັ້ນຈຶ່ງ​ໄດ້​ນຳ​ເອົາ​ທະນູ​ມາ​ແລ້ວ​ກໍ​ເລັ່ງທະນູ​​ໃສ່​ໂຕ​ຮອກ​ດ່ອນ​ນ້ອຍ​ໂຕນັ້ນທັນທີ. ລູກ​ທະນູ​ໄດ້​ສຽບ​ເຂົ້າໜ້າ​ເອິກ​ທະລຸ​ອອກ​ທາງ​ຫຼັງ.​ ແຕ່​ກ່ອນ​ຈະ​ຂາດ​ໃຈ​ຕາຍ​ກະຮອກ​ດ່ອນ​ນ້ອຍ​ໄດ້​ສາບ​ແສ່ງ​ໄວ້ວ່າ: ຂໍ​ໃຫ້​ຊີ້ນ​ຂອງ​ຜູ້​ຂ້າ​ໄດ້​ແປດພັນ​ກວຽນ,ຢັ່ງຢາຍ​ໄປ​ທົ່ວ​ເມື່ອ​ງຢ່າ​ໄດ້​ໝົດ​ຢ່າ​ໄດ້​ສິ້ນ​ ແລ​ະຖ້າ​ຫາກ​ຜູ້​ໃດ​ໄດ້​ກິນ​ຊີ້ນຂອງ​ຜູ້ຂ້າ ​ຂໍ​ໃຫ້ລຸບລົງ​ດິນ​ຈົມ​ລົງ​ນ້ຳ​ຕາຍ​ ບໍ່​ໃຫ້​ເຫຼືອ​ຈັກ​ຄົນ​ເມື່ອ​ສາບ​ແສ່ງ​ໄວ້​ແລ້ວ​ໂຕ​ຮອກ​ດ່ອນ​ນ້ອຍ​ຫຼັງ​ຈາກ​ໄດ້​ໂຕ​ຮອກ​ດ່ອນ​ມາ​ມອບ​ໃຫ້​ນາງ​ໄອ່​ຄຳ​​ແລ້ວ​ປາກົດ​ວ່າ​ມັນ​ບໍ່​ໜ້າ​ຮັກ​ຄື​ຕອນ​ມັນ​ຍັງ​ມີ​ຊີວິດ​ຢູ່​ເມື່ອ​ເປັນ​ແນວ​ນັ້ນ ນາງ​ກໍ​ເອົາ​ໃຫ້​ພວກ​ຄົນ​ໃຊ້​ເອົາ​ໄປ​ຄົວກິນ​ປາກົດ​ວ່າ​ຊີ້ນ​ຮອກ​ດ່ອນ​ນ້ອຍ​ໂຕ​ນີ້​ມັນ​ແຊບ​ເອົາ​ແທ້​ເອົາ​ວ່າ​ຄົນ​ໃຊ້​ຈິ່ງ​ມາ​ຖວາຍ​ນາງ​ໄອ່​ຄຳ ​ແລະ​ແບ່ງປັນ​ໃຫ້​ຫຼາຍໆ​ຄົນ​ຊີມ, ດ້ວຍ​ລົດ​ຊາດ​ທີ່​ແຊບ​ແປກ​ປະຫຼາດ ​ແລະ​ຍັງ​ມີ​ສິ່ງ​ປະຫຼາດ​ເກີດ​ຂຶ້ນອີກ​ຄືກິນ​ແນວ​ໃດ​ຊີ້ນຂອງ​ຮອກ​ດ່ອນ​ໂຕນັ້ນກໍ​ບໍ່​ມີ​ວັນໝົດຈັກ​ເທື່ອຈົນ​ຄົນ​ເກືອ​ຍທັງ​ໝົດ​ເມືອງ​ໄດ້​ຊີມ​ຊີ້ນ​ຮອກ​ດ່ອນ​ນ້ອຍ​ໂຕນັ້ນ​ໂດຍ​ທີ່​ບໍ່​ມີ​ໃຜ​ຄິດ​​ແປກ​ໃຈ​ເລີຍ.
ກ່າວ​ເຖິງ​ເມືອງ​ບາ​ດານ​ເມື່ອ​ພໍ່​ພະຍາ​ນາກ​ໄດ້​ຮັບ​ຂ່າວ​ເລື່ອງ​ລູກ​ຊາຍ​ຫົວ​ແກ້ວ​ຫົວ​ແຫວ​ນຂອງ​ຕົນ​ທີ່​ຖືກ​ມະນຸດ​ຂ້າ​ກິນ​ເປັນ​ອາຫານ​ກໍ​ເກີດ​ຄວາມ​ໂກດ​​ແຄ້ນ, ຊິງ​ຊັງ​ພວກ​ມະນຸດ​ຄື​ໝາກ​ເຜັດ​ກັບ​​ແກ່ນ​ຕາ,​ ເພື່ອ​ເປັນ​ການ​ລ້າງ​​ແຄ້ນ​ຄືນ​ໃຫ້​ສົມ​ໃຈ​ຈຶ່ງ​ໄດ້​ປ່າວ​ໂຮມ​ເອົາ​ບໍລິວານ​ພະຍາ​ນາກ​ແຫ່ງ​ເມືອງ​ບາ​ດານ​ໃຕ້​ພື້ນ​ນຳທັງຫຼາຍ​ແລ້ວ​ກໍ​ພາກັນ​ມາ​ຂວັດ​ຂຶ້ນ​ໄປ​ຫາ​ໃຕ້ຫໍ​ໂຮງ​ຂອງ​ນາງ​ໄອ່​ຄຳ​ແລະ​ຜືນ​​ແຜ່ນດິນ​ແຫ່ງ​ເມືອງ​ເພຕາ​ສ່ວນ​ໃຜ​ບໍ່​ໄດ້​ກິນ​ຊິ້ນ​ໂຕ​ຮອກ​ກໍ​ຈົ່ງ​ໄວ້​ບໍ່​ທຳຮ້າຍ​ພວກ​ເຂົາ.​ໃນ​ຂະນະ​ນັ້ນ​ເອງ​ແຜ່ນດິນ​ທັງ​ເມືອງ, ຢ້າວ​ເຮືອນ​ຜູ້​ທີ່​ໄດ້​ກິນ​ຊີ້ນ​ຮອກ​ດ່ອນ​ນ້ອຍ​ໂຕນັ້ນກໍ​ທະຍອຍ​ຫຼຸບ​ລົງ​ກາຍ​ເປັນ​ແມ່ນໍ້າ​ແກ້ງ​ອັນ​ຮ້າຍ​​ແຮງ,ຊາວ ບ້ານຊາວ​ເມືອງ​ທັງຫຼາຍ​ກໍ​ພາກັນ​ຈົມ​ນ້ຳຕາຍ​ໄປ​ຕາມໆ​ກັນ​ຍັງ​ແຕ່​ເຮືອ​ນຂອງ​ຜູ້​ທີ່​ບໍ່​ໄດ້​ກິນ​ຊີ້ນ​ແລະ​ໄຮ່ນາ​ຮົ້ວສວນ​ຍັງ​ເຫຼືອ​ໄວ້​ຄື​ເກົ່າ, ນະ​ບັດ​ນັ້ນທ້າວ​ຜາ​ແດງ​ເມື່ອ​ເຫັນ​ບ້ານເມືອງພັງ​ພິນາດກາຍ​ເປັນ​ແມ່ນຳ​ໄປ​ໝົດ​ກໍ​ຮີບ​ເອົາ​ນາງ​ໄອ່​ຄຳ​ຂຶ້ນ​ຊ້ອນ​ກົ້ນມ້າ​ແລ້ວ​ກໍ​ແລ່ນ​ໜີ​ອອກ​ຈາກ​ວັງ​ໄປ.​ ເມື່ອ​ພະຍາ​ນາກ​ພ້ອມ​ດວ້ຍບໍລິວານ​ເຫັນ​ແນວ​ນັ້ນກໍ​ບໍ່​ຍິນ​ຍອມຈິ່ງ​ພາກັນ​ຂວັດ​ດິນ​ເກື່ອນ​ນຳ​ຫລັງ​ທຸກໆ​ບາດຕີນ​ຂອງ​ມ້າ​ເພື່ອ​ໝາຍ​ເອົາ​ຊີວິດ​ຂອງ​ສອງ​ຄົນນັ້ນທາງ​ທ້າວ​ຜາ​​ແດງ​ກໍ​ເລັ່ງມ້າ​ໄວ​ຈົນ​ສຸດ​ຂີນ.​ ແຕ່​ໃນ​ທີ່​ສຸດ​ທັງ​ສອງ​ກໍ​ໜີ​ບໍ່ພົ້ນຈິງ​ຈົມ​ລົງ​ນ້ຳ​ແລ້ວ​ສິ້ນ​ໃຈ​ຕາຍ​ພ້ອມ​ກັນ. ເມື່ອ​ຄົນ​ທັງ​ມົດ​ທີ່​ກິນ​ຊິ້ນ​ໂຕ​ຮອກ​ດ່ອນ​ນ້ອຍ​ໄດ​ຈົມ​ໄປ​ໝົດ​ແລ້ວນ້ຳທີ່​ເປັນ​ແກ້ງ​ໃຫຍ່​ປານ​ມະຫາ​ສະໝຸດ​ກໍ​ກັບກາຍ​ມາ​ເປັນ​ຜືນ​​ແຜ່ນດິນ​ຄື​ເກົ່າ​ອີກ​ຄັ້ງຄື​ກັບ​ບໍ່​ມີ​ຫຍັງ​ເກີດ​ຂຶ້ນ​ເລີຍ .​ໃນ​ຊາດ​ໃໝ່​ເມື່ອທ້າວ​ພັງ​ຄີ​ແລະ​ທ້າວ​ຜາ​ແດງ​ຕາຍ​ໄປ​ເປັນ​ຜີ​ມີ​ວິນ​ຍານ​ທັງ​ສອງ​ກໍ​ຍັງ​ບໍ່​ລົດ​ລະກາ​ນຂ້າ​ຟັນ​ລັນ​ແທງ​ກັນ​ຈ່ອງ​ເວນ​ຈ່ອງ​ກຳ​ກັນ​ບໍ່​ມີ​ທີ່​ສິນສຸດ​ເຮັດ​ໃຫ້ຄົນ​ອື່ນ​ເດື​ອດຮ້ອນ​ໄປ​ນຳຢ່າງ​ບໍ່ມົ້ມບໍ່​ແລ້ວ​ຈັກ​ເທື່ອ​ຈົນ​ເດືອດ​ຮ້ອນ​ຮອດ​ເມືອງ​ສະຫວັນ​ຊັ້ນຟ້າ​ຜູ້​ເປັນ​ພະ​ອິນ.​ເຫັນ​ແນວ​ນັ້ນ​ເພິ່ນ​ກໍ​ໄດ້​ຫຼິ້ງ​ເບິ່ງ​ອານາ​ຄົດ​ແລ້​ໄດ້​ຮູ້​ວ່າ​ສອງ​ຄົນ​ນີ້​ໄດ​ຈ່ອງ​ເວນ​ຈ່ອງ​ກຳ​ກັນ​ໂດຍ​ການ​ຕໍ່ສູ້​ຂ້າ​ຟັນ​ລັນ​ແທງ​ກັນ​ໄປ​ເລື້ອຍໆ​ຫຼາຍພົບ​ຫຼາຍ​ຊາດ​ຍ້ອນ​ການ​ຍາດ​ຊິງ​ເອົາ​ນາງ​ໄອ່​ຄຳ.​ ເພື່​ອ​ເປັນ​ການ​ຍຸດຕິ​ການ​ຈ່ອງ​ເວນ​ຂອງ​ຄົນ​ນັ້ນພະ​ອິນ​ຈິ່ງ​ລົງ​ມາ​ຈາກ​ສະຫວັນ​ເພື່ອ​ຫ້າມ​ແລະ​ຊີ້​ແຈງ​ສາ​ເຫດ​ທີ່​ເກີດ​ມີ​ການ​ຕໍ່ສູ້ກັນ​ໃນ​ແຕ່​ລະ​ຊາດ​ຜ່ານ​ມາ. ຢຸດ​ກ່ອນ​ທ່ານ​ທັງ​ສອງ​ຢ່າ​ຂ້າ​ຟັນ​ລັນ​ແທງ​ກັນ​ເລີຍ​ກະລຸນາ​ຟັງ​ອຸທອນ​ດີກາ​ຂອງ​ຜູ້​ຂ້າ​ກ່ອນ. ຫຼັງ​ຈາກ​ນັ້ນພະ​ອິນ​ກໍ​ໄດ​ເລົ່າ​​ເລື່ອງ​ການ​ກຳ​ເນີ​ດຊາດ​ຕ່າງໆ​ຂອງ​ຊີວິດ​ທັງ​ສາມ​ໃຫ້​ພວກ​ເຂົາ​ຟັງ​ຜົວ​ທີ່​ແທ້​ຈິງ​ຂອງ​ນາງ​ໄອ່​ຄຳນັ້ນ​ແມ່​ນທ້າວ​ພັງ​ຄີ.​ແຕ່​ຍ້ອນ​ທັງ​ສອງ​ໄດ້​ສ້າງ​ເວນ​ກຳ​ເອົາ​ໄວ້​ໂດຍ​ບໍ່​ມີ​ຄວາມ​ອົດ​ກັ້ນອົດທົນ​ບໍ່​ມີ​ການ​ໃຫ້​ອາ​ໄພ​ໂທດ​ເຊິ່ງກັນ​ແລະ​ກັນ​ຈິ່ງ​ເກີດ​ມີ​ແຕ່​ການ​ແກ້​ແຄ້ນ​ກັນ​ໄປໆ​ມາໆ​ໃນ​ຫຼາຍ​ພົບ​ຫຼາຍ​ຊາດ​ຈົນ​ບໍ່​ມີ​ທີ່​ສິ້ນສຸດ, ອັນ​ເຮັດ​ຊີວິດ​ຂອງ​ທັງ​ສາມ​ຄົນ​ບໍ່​ພົບ​ກັບ​ຄວາມສຸກ​ແມ່​ບໍ່​ມີ​ໂອກາດ​ໄດ້​ສ້າງ​ບຸນ​ກຸສົນ​ນຳ​ເພິ່ນ​ເລີຍ.
​ເມື່ອ​ທັງ​ສາມ​ຮູ້​ແຈ້ງ​ແລ້ວ​ກໍ​ຫັນ​ໜ້າ​ເຂົ້າຫາ​ກັນດ​ໃຫ້​ອາ​ໄພ​ເຊິ່ງກັນ​ແລະ​ກັນ​ຕ່າງ​ຝ້າຍ​ຕ່າງ​ກໍ​ຊອກ​ຫາ​ທຳ​ມາ​ຫາ​ກິນ​ແລະ​ບຳ​ເພັນ​ກຸສົນ​ຜົນ​ບຸນ. ຈົນ​ໃນ​ຊາດ​ໃຫມ່​ທ້າວ​ພັງ​ຄີ ​ແລະນາງ​ໄອ່​ຄຳມາ​ເປັນ​ຜົວ​ເມຍ​ພັນ​ລະ​ຍາ​ກັນ​ຢູ່​ດ້ວຍ​ກັນ​ຢ່າງ​ມີ​ຄວາມສຸກ​ໂດຍ​ບໍ່​ມີ​ສັດຕູ​ມາ​ບຽດບຽນອີກ​​ເລີຍ. ສ່ວນ​ທ້າວ​ຜ້າ​ແດງ​ກໍ​ພົບ​ກັບ​ຮັກ​ໃຫມ່​ສົມ​ດັງ​ໃຈ​ປາຖະໜາ.

ຮູບພາບປະກອບ: ມໍລະດົກລ້ານຊ້າງ
ຂຽນໂດຍ: ນາງ ສາຍວາລິນ ບໍລະວົງ

ທີ່ມາ: ບູຮານຄະດີ ແລະປະຫວັດສາດ

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...