ເລີ່ມແຕ່ປີ 1964 (ສົງຄາມເພີ່ມທະວີຢູ່ລາວ) ຂອງອາເມລິກາ ແລະ ລູກມື ຫວັງດັບມອດຂະບວນການຕໍ່ສູ້ເພື່ອສັນຕິພາບ ແລະ ເອກະລາດແຫ່ງຊາດ ຂອງປະຊາຊົນເຮົາ; ໄດ້ເພີ່ມທະວີຄວາມດຸເດືອດ ແລະ ຮຸນແຮງເລື້ອຍໆ, ພວກເຂົາ ໄດ້ເປີດສາກບຸກໂຈມຕີເຂົ້າເຂດປົດປ່ອຍ ຂອງກ່ຳລັງຮັກຊາດ ດ້ວຍຫຼາຍບັ້ນຮົບໃນຂອບເຂດທົ່ວປະເທດ. ຢູ່ຊຽງຂວາງ, ພວກເຂົາໄດ້ເປີດຫຼາຍບັ້ນຮົບ ດ້ວຍຍຸດໂທບາຍ 3 ກ້ຽງ, ຂ້າກ້ຽງ, ທຳລາຍກ້ຽງ,ດັບສູນກ້ຽງ. ແຕ່ຍຸດທະສາດບຽດຍຶດຂອງພວກເຂົາ; ເຂດປົດປ່ອຍຂອງພວກເຮົາ ໄດ້ຖືກກຳລັງຮັກຊາດ ແລະ ປະຊາຊົນເຮົາ ຕໍ່ຕ້ານຢັນຄືນຢ່າງດຸເດືອດ ພິລະອາດຫານ, ສາມາດຕີຖອຍ ແລະ ເປີດກວ້າງເຂດປົດປ່ອຍຂຶ້ນເລື້ອຍໆ; ພາຍໃຕ້ການນຳພາຂອງສູນກາງພັກ ໂດຍສະເພາະຂອງຄະນະພັກການທະຫານແຂວງຊຽງຂວາງ ໂດຍແມ່ນ ທ່ານ ສະໝານ ວິຍະເກດ ເປັນຜູ້ບັນຊາການສູງສຸດ, ສາມາດທັບມ້າງກົນອຸບາຍບຽດຢຶດ ເຂດປົດປ່ອຍຂອງພວກເຂົາ ໃຫ້ປະລາໄຊລົງ. ຍ້ອນການປະລາໄຊອັນເຈັບແສບ ຢູ່ບັ້ນຮົບຕ່າງໆນັ້ນ; ພວກເຂົາຈຶ່ງເພີ່ມທະວີຝູງຍົນສູ້ຮົບຍິງທຳລາຍເຜົາຜານເຂດປົດປ່ວຍຢ່າງປ່ວງບ້າ, ໃຊ້ຍົນຖິ້ມລະເບີດຢ່າງບໍ່ເລືອກເປົ້າໝາຍ, ຕະຫຼອດຮອດ ເຮືອນຊານບ້ານຊ່ອງຂອງປະຊາຊົນ, ໂຮງຮຽນ, ໂຮງໝໍ, ວັດວາອາຮາມ, ນັບທັງຊີວິດ ແລະ ຊັບສິນຂອງປະຊາຊົນ ຈົນນັບບໍ່ຖ້ວນ. ໃນນັ້ນ ມີເຫດການໜຶ່ງ ທີ່ທຸກຄົນອາດລືມບໍ່ໄດ້ ນັ້ນກໍ່ຄື: ໂສກອະນາດຕະກຳ ຈາກການຍິງລູກສອນໄຟໃສ່ຖ້ຳປິວເມືອງຄຳ, ແຂວງຊຽງຂວາງ ຂອງກຳລັງອາກາດສະຫະລັດອາເມລິກາ ໃນມື້ວັນທີ່ 24 ພະຈິກ 1968 ໄດ້ເຂ່ັນຂ້າປະຊາຊົນທີ່ລີ້ໄພຢູ່ໃນນັ້ນ ເສຍຊີວິດພາບດຽວ 374 ຄົນ ໃນພຽງສ້ຽວວິນາທີ ເຊິ່ງເປັນການດັບສູນປະຊາຊົນກໍວ່າໄດ້ ບາງຄອບຄົວຕາຍກ້ຽງ ບໍ່ເຫຼືອແມ່ນແຕ່ຜູ້ຈະສືບທອດວົງຕະກູນ, ບາງຄອບຄົວເຫຼືອພຽງຄົນດຽວ ຫຼືຜູ້ທີ່ເຫຼືອແມ່ນຜູ້ທີ່ອອກຈາກຖ້ຳເພື່ອໄປຊອກຢູ່ຫາກິນເທົ່ານັ້ນ.
ດັ່ງນັ້ນ ໃນວັນທີ່ 24 ເດືອນພະຈິກຂອງທຸກໆປີ ຈຶ່ງກາຍເປັນວັນຄຽດແຄ້ນສົງຄາມຮຸກຮານ, ເປັນວັນລະນຶກ ແລະ ໄວ້ອາໄລ ເຖິງດວງວິນຍານຂອງພໍ່ແມ່ປະຊາຊົນຜູ້ບໍລີສຸດ ເຊິ່ງຕົກເປັນເຫຍື່ອເຄາະຮ້າຍຈາກເຫດການຄັ້ງນັ້ນ. ພວກເພິ່ນໄດ້ສະຫຼະຊີວິດ, ເລືອດເນື້ອ ເພື່ອເອກະລາດແຫ່ງຊາດ, ເພື່ອ ຄວາມສົມດູນພູນສຸກຂອງພວກເຮົາໃນວັນນີ້.
ແຫຼ່ງທ່ອງທ່ຽວຖ້ຳປີວນີ້ ຍັງຈະຕ້ອງໄດ້ປັບປຸງເສັ້ນທາງເຂົ້າໃຫ້ມີຄວາມສະດວກສະບາຍຂຶ້ນ ແລະ ສາມາດຮອງຮັບໃຫ້ແກ່ງານບຸນຖ້ຳປິວແຫ່ງນີ້ ແລະ ຍັງຈະໄດ້ປັບປຸງສິ່ງຮອງຮັບຕ່າງໆ ເຊັນ: ຫ້ອງນ້ຳ, ຮ້ານອາຫານ ແລະສິ່ງອຳນວຍຄວາມສະດວກອື່ນໆຕື່ມອີີກ…