ໃນວັນທີ 23 ສິງຫານີ້, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເປັນປະທານກອງປະຊຸມປຶກສາກ່ຽວກັບນະໂຍບາຍທີ່ດິນແຫ່ງຊາດ ເພື່ອເປັນການລະດົມຄວາມຄິດເຫັນຈາກຫລາຍພາກສ່ວນ, ຫລາຍຂະແໜງການໃນຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອປະກອບໃສ່ຮ່າງນະໂຍ ບາຍດັ່ງກ່າວໃຫ້ຮັດກຸມ, ຊັດເຈນ ແລະ ສອດຄ່ອງກັບສະພາບເງື່ອນໄຂຂອງການພັດທະນາເສດຖະ ກິດ-ສັງຄົມຂອງຊາດໃນແຕ່ລະໄລຍະ. ທັງແນໃສ່ຮັບປະກັນໃຫ້ການບໍລິຫານຈັດສັນ, ຄຸ້ມຄອງ ແລະ ມອບດິນມອບປ່າໃຫ້ປະຊາຊົນບັນດາເຜົ່າໄດ້ນໍາໃຊ້ຢ່າງຖືກຕ້ອງຕາມລະບຽບກົດໝາຍ ແລະ ມີປະສິດທິຜົນສູງ. ຊຶ່ງຄວາມຈໍາເປັນຂອງການສ້າງຮ່າງນະໂຍບາຍທີ່ສໍາຄັນດັ່ງກ່າວ ກໍຍ້ອນດິນແມ່ນຊົບສົມບັດຂອງວົງຄະນະຍາດແຫ່ງຊາດ, ເປັນຊັບພະຍາກອນທໍາມະຊາດອັນລໍ້າຄ່າ, ເປັນບ່ອນດໍາລົງຊີວິດຂອງພົນລະເມືອງ, ເປັນພາຫະນະການຜະລິດ ແລະ ເປັນປັດໃຈພື້ນຖານສໍາຄັນໃນການພັດ ທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ແລະ ຮັກສາອໍານາດອະທິປະໄຕຂອງຊາດ.
ແນວໃດກໍຕາມ, ປັດຈຸບັນເຖິງວ່າຮ່າງນະໂຍບາຍທີ່ດິນແຫ່ງຊາດສະບັບນີ້ຍັງບໍ່ທັນສໍາເລັດສົມບູນເຕັມຮ້ອຍກໍຕາມ ເນື່ອງຈາກວ່າມັນຍັງຕ້ອງໄດ້ຜ່ານອີກ ຫລາຍຂັ້ນຕອນກ່ອນຈະໄປຮອດມື້ທີ່ນໍາໃຊ້ໄດ້ຢ່າງເປັນທາງການຄື: ຍັງຈະໄດ້ປັບປຸງເນື້ອໃນບາງຈຸດຕາມການປະກອບຄໍາເຫັນຂອງບັນດາຂະແໜງການຕ່າງໆຈາກກອງປະຊຸມຫາລືໃນເທື່ອນີ້ ແລະ ຫລັງຈາກນັ້ນຈຶ່ງຈະໄດ້ນໍາຮ່າງນະໂຍບາຍດັ່ງກ່າວເຂົ້າຜ່ານກອງປະຊຸມລັດຖະບານໃນທ້າຍເດືອນສິງຫາ ແລະ ສະເໜີຕໍ່ກອງປະຊຸມສະພາແຫ່ງຊາດຮັບຮອງໃນເດືອນຕຸລານີ້. ແຕ່ສິ່ງທີ່ໜ້າສົນໃຈຂອງຮ່າງນະໂຍບາຍທີ່ດິນແຫ່ງຊາດນີ້ເຫັນວ່າແມ່ນການກໍານົດນະໂຍບາຍຄຸ້ມຄອງ ແລະ ນໍາໃຊ້ທີ່ດິນປະເພດຕ່າງໆໄວ້ຢ່າງຊັດເຈນ, ໂດຍສະເພາະນະໂຍບາຍກ່ຽວກັບກໍາມະສິດທີ່ດິນ ຊຶ່ງລະບຸວ່າ: ດິນເປັນກໍາມະສິດຂອງວົງຄະນະຍາດແຫ່ງຊາດຊຶ່ງລັດເປັນຕົວແທນ ແລະ ຄຸ້ມຄອງຢ່າງລວມສູນປະຊາທິປະໄຕ ແລະ ທັງກໍານົດອີກວ່າ: ລັດຮັບຮູ້ ແລະ ປົກປ້ອງສິດນໍາໃຊ້ທີ່ດິນຂອງບຸກຄົນ, ນິຕິບຸກຄົນ, ລວມໝູ່ ຫລື ການຈັດຕັ້ງທີ່ຖືກຕ້ອງຕາມກົດໝາຍດ້ວຍການຮັບຮູ້ 5 ສິດຄື: ສິດປົກປັກຮັກສາ, ສິດຊົມໃຊ້, ສິດໄດ້ຮັບໝາກຜົນ, ສິດໂອນ ແລະ ສິດສືບທອດ, ຂະນະທີ່ການກໍານົດສິດນໍາໃຊ້ດິນຂອງລັດມີຄື: ດິນທຸກຕອນທີ່ລັດຄຸ້ມຄອງໂດຍກົງ (ຍົກເວັ້ນທີ່ດິນຊຶ່ງລັດມອບໃຫ້ບຸກຄົນ, ນິຕິບຸກຄົນ, ລວມໝູ່ ແລະ ທີ່ດິນປະຊາຊົນ ທີ່ຄອບຄອງນໍາໃຊ້ຕາມປະເພນີ ທີ່ໄດ້ຮັບການຢັ້ງຢືນຢ່າງຖືກຕ້ອງຈາກລັດ) ເຊິ່ງສິດນໍາໃຊ້ປະກອບມີ: ສິດປົກປັກຮັກ ສາ, ສິດຊົມໃຊ້, ສິດໄດ້ຮັບຜົນປະໂຫຍດ ແລະ ສິດສຶບທອດ, ແຕ່ບໍ່ມີສິດໂອນສິດນໍາໃຊ້ທີ່ດິນຂອງລັດ ເຊັ່ນ: ຊື້-ຂາຍ, ມອບ, ແລກປ່ຽນ, ເອົາເຂົ້າເປັນຮຸ້ນ ແລະ ຄໍ້າປະກັນ (ຍົກເວັ້ນການຕົກລົງເຫັນດີຂອງລັດຖະບານ ຫລື ສະພາແຫ່ງຊາດຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ).
ສໍາລັບນະໂຍບາຍທີ 4 ທີ່ກໍານົດກ່ຽວກັບການບໍລິຫານທີ່ດິນມີບາງຈຸດລະບຸວ່າ: ລັປະຕິບັດຫລັກການສິດສະເໝີພາບລະຫວ່າງຍິງ-ຊາຍ ໃນການເປັນເຈົ້າຂອງສິດນໍາໃຊ້ທີ່ດິນຢູ່ໃນໃບຕາດິນ, ການເຄື່ອນໄຫວ ແລະ ການປ່ຽນແປງສິດນໍາໃຊ້ທີ່ດິນເຊັ່ນ: ແລກປ່ຽນ, ຊື້-ຂາຍ, ມອບ-ໂອນ, ເອົາເຂົ້າເປັນຮຸ້ນ, ສືບທອດ, ຄໍ້າປະກັນສິດນໍາໃຊ້ທີ່ດິນ ແລະ ອື່ນໆ ຕ້ອງໄດ້ຮັບການຈົດທະບຽນນິຕິກໍາກ່ຽວກັບທີ່ດິນ. ຂະນະດຽວກັນລັດມີມາດຕະການຢ່າງເຂັ້ມງວດໃນການຈັດຕັ້ງປະຕິບັດຖອນສິດນໍາໃຊ້ທີ່ດິນຄືນ ຖ້າເຫັນວ່າຜູ້ໄດ້ຮັບສິດນໍາໃຊ້ດິນບໍ່ນໍາໃຊ້ທີ່ດິນ, ບໍ່ປະຕິບັດຕາມເປົ້າໝາຍການນໍາໃຊ້ ຫລື ບໍ່ປະຕິບັດພັນທະກ່ຽວກັບທີ່ດິນຕາມກໍານົດໄວ້ໃນສັນຍາ, ກົດໝາຍ ແລະ ລະບຽບການ. ລັດມອບໃຫ້ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມກວດຄືນການອອກໃບຢັ້ງຢືນສິດນໍາໃຊ້ທີ່ດິນຂອງບຸກຄົນ ແລະ ນິຕິບຸກຄົນ, ດໍາເນີນການຖອນສິດນໍາໃຊ້ທີ່ດິນຄືນໃນກໍລະນີທີ່ດິນບໍ່ມີການພັດທະນາ ແລະ ຈັບຈ່ອງທີ່ດິນໄວ້ເພື່ອເກງກໍາໄລ. ສ່ວນການປຸກສ້າງອາຄານ ແມ່ນລັດສົ່ງເສີມການປຸກສ້າງອາຄານຫລາຍຊັ້ນ ແລະ ອາຄານຄົບຊຸດ ເພື່ອປະຢັດເນື້ອທີ່ດິນດ້ວຍການເພີ່ມເນື້ອທີ່ຂຶ້ນທາງສູງ ໂດຍສະເພາະແມ່ນເຂດຂະຫຍາຍຕົວເມືອງໃໝ່ ໂດຍໃຫ້ປະຕິບັດຕາມນິຕິກໍາການຄຸ້ມຄອງຜັງເມືອງ. ສໍາລັບການປະເມີນລາຄາທີ່ດິນ ແມ່ນລັດກໍານົດລະບົບປະເມີນລາຄາທີ່ດິນແຕ່ລະເຂດ, ແຕ່ລະປະເພດຕາມກົນໄກເສດຖະກິດຕະຫລາດໃນແຕ່ລະໄລຍະໂດຍສອດ ຄ່ອງກັບການຂະຫຍາຍຕົວຂອງການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະຂົງເຂດ ຊຶ່ງຕ້ອງດໍາເນີນໄປຢ່າງໂປ່ງໃສ ແລະ ຍຸຕິທໍາ, ຂໍ້ມູນໃນການຄິດໄລ່ປະເມີນລາຄາທີ່ດິນໃນແຕ່ລະໄລຍະຕ້ອງເປີດເຜີຍ, ໂປ່ງໃສ ໂດຍການເຂົ້າຮ່ວມຂອງຂະແໜງການ, ອົງການປົກຄອງແຕ່ລະຂັ້ນ ແລະ ທຸກຄົນສາມາດເຂົ້າເຖິງຂໍ້ມູນນັ້ນໄດ້. ສ່ວນນະໂຍບາຍກ່ຽວກັບການຫັນດິນລັດເປັນທຶນ ແມ່ນລັດມີນະໂຍ ບາຍຫັນທີ່ດິນລັດເປັນທຶນ ໂດຍສອດຄ່ອງກັບແຜນຈັດສັນທີ່ດິນ ແລະ ຮັບປະກັນໃຫ້ເກີດຜົນປະໂຫຍດສູງສຸດ, ຊຶ່ງມີແຕ່ລັດເທົ່ານັ້ນມີສິດຕົກລົງ ແລະ ລັດສາມາດເອົາມູນຄ່າທີ່ດິນເຂົ້າເປັນຮຸ້ນໃນການຮ່ວມທຸລະກິດກັບພາກສ່ວນທຸລະກິດອື່ນໄດ້. ສໍາລັບນະໂຍບາຍກ່ຽວກັບການທົດແທນຄ່າເສຍຫາຍຈາກການໂອນສິດນໍາໃຊ້ທີ່ດິນຄືນ ແມ່ນລັດມີສິດໂອນສິດນໍາໃຊ້ທີ່ດິນຄືນຈາກບຸກຄົນ, ນິຕິບຸກຄົນ, ລວມໝູ່ ແລະ ການຈັດຕັ້ງ ເພື່ອນໍາໃຊ້ເຂົ້າໃນຈຸດປະສົງສາທາລະນະປະໂຫຍດ ແລະ ຜົນປະໂຫຍດລວມຂອງຊາດ, ຊຶ່ງລັດມີການທົດແທນມູນຄ່າທີ່ດິນ, ຄ່າພັດທະນາທີ່ດິນ, ຊັບສີນ ແລະ ຜົນລະປູກ ໂດຍຮັບປະກັນໃຫ້ຜູ້ຖືກຜົນກະທົບມີຊີວິດການເປັນຢູ່ດີຂຶ້ນກວ່າເກົ່າ, ຍຸຕິທໍາ ແລະ ສົມເຫດສົມຜົນ, ສ່ວນການໂອນສິດນໍາໃຊ້ທີ່ດິນຄືນເພື່ອນໍາໃຊ້ໃນເປົ້າໝາຍທຸລະກິດ ຜູ້ພັດທະນາໂຄງການຕ້ອງທົດແທນໃຫ້ທັນຕາມກໍານົດເວລາ ແລະ ລາຄາຊື້-ຂາຍໃນທ້ອງຕະຫລາດແຕ່ລະໄລຍະ, ການຄິດໄລ່ທົດແທນເພື່ອໂອນສິດນໍາໃຊ້ທີ່ດິນຄືນຈາກບຸກຄົນ, ນິຕິບຸກຄົນ ທີ່ຄອບຄອງທີ່ດິນຢ່າງຖືກຕ້ອງຕາມລະບຽບກົດໝາຍເພື່ອພັດທະນາໂຄງການໃດໜຶ່ງຕ້ອງຮັບປະກັນການແບ່ງປັນຜົນປະໂຫຍດຢ່າງສົມເຫດສົມຜົນລະຫວ່າງລັດ, ເຈົ້າຂອງທີ່ດິນ ແລະ ຜູ້ລົງທຶນ ທີ່ຈະໄດ້ຈາກໂຄງການສ້າງໂຄງການດັ່ງກ່າວ. ສ່ວນນະໂຍບາຍກ່ຽວກັບການຮັບຮູ້ສິດນໍາໃຊ້ທີ່ດິນຄົນເຊື້ອຊາດລາວ ແລະ ນັກລົງທຶນຕ່າງປະເທດ ແມ່ນລັດອະນຸຍາດໃຫ້ຄົນເຊື້ອຊາດລາວທີ່ມີລາຍຮັບ ແລະ ມີລະດັບຄວາມຮູ້ທີ່ແນ່ນອນ ຊຶ່ງໄດ້ຮັບອະນຸຍາດໃຫ້ມາດໍາລົງຊີວິດຢູ່ ສ ປປ ລາວ ຢ່າງຖາວອນສາມາດຊື້ສິດນໍາໃຊ້ທີ່ດິນປຸກສ້າງ, ໂດຍມີກໍານົດເວລາ ແລະ ອັດຕາເນື້ອທີ່ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ. ລັດອະນຸຍາດໃຫ້ນັກລົງທຶນຕ່າງປະເທດທີ່ມາລົງທຶນຢູ່ ສ ປປ ລາວ ສາມາດຊື້ສິດນໍາໃຊ້ທີ່ດິນປຸກສ້າງທີ່ຢູ່ອາໃສ ແລະ ສໍານັກງານຫ້ອງການ ໂດຍມີເງື່ອນໄຂ, ກໍານົດເວລາ ແລະ ອັດຕາເນືອທີ່ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.
ບັນດາເນື້ອໃນສໍາຄັນທີ່ສະເໜີມາຂ້າງເທິງນັ້ນ, ເປັນພຽງສ່ວນໜຶ່ງຂອງຮ່າງນະໂຍບາຍທີ່ດິນແຫ່ງຊາດທີ່ລັດຖະບານໄດ້ກໍານົດຂຶ້ນ, ເຊິ່ງໃນຕໍ່ໜ້ານີ້ ການສ້າງ ຫລື ປັບປຸງບັນດານິຕິກໍາກ່ຽວກັບທີ່ດິນ ລວມໄປເຖິງການແກ້ໄຂຂອດຄຸ້ມຄອງບໍລິຫານທີ່ດິນໃຫ້ມີຄວາມເຂັ້ມແຂງ, ໂປງໃສ, ຍຸຕິທໍາ, ມີປະສິດທິຜົນ, ຍືນຍົງ ແລະ ເກີດປະໂຫຍດສູງສຸດຕໍ່ປະເທດຊາດ ກໍແມ່ນຈະໄດ້ອິງໃສ່ນະໂຍບາຍສໍາຄັນດັ່ງກ່າວນີ້.
ທີ່ມາຈາກ: ໜັງສືພິມລາວພັດທະນາ
ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!