(ຄັດຈາກ: ຄໍລຳບັນຫາຈານແຍ່ ໂດຍ ວິເສດ ສະແຫວງສຶກສາ – ໜັງສືພິມລາວພັດທະນາ)
ມີຄຳຂວັນປະໂຫຍກໜຶ່ງ ເຊິ່ງຟັງເທື່ອໃດກໍກິນໃຈເທື່ອນັ້ນ… ເປີດບໍ່ເປັນຈັກເທື່ອ ເພາະມັນເປັນຄຳຂວັນມີເນື້ອໃນ
ຮັກຊາດ, ຮັກຄວາມເປັນເຈົ້າ, ຮັກຄວາມເປັນລາວ, ແທດເໝາະກັບເປົ້າໝາຍພັດທະນາໃນທຸກຍຸກທຸກສະໄໝ.
ຄຳຂວັນນັ້ນເວົ້າວ່າ: “ລາວເຮັດ ລາວໃຊ້ ລາວໄດ້ ລາວຈະເລີນ”. ເຄີຍມີຜູ້ເວົ້າໃຫ້ຈານແຍ່ຟັງວ່າ: ຄຳຂວັນນີ້ເກີດຂຶ້ນ
ໃນສະໄໝລັດຖະບານປະສົມ ເຊິ່ງເປັນຜົນງານຂອງການໂຮມລາວ ຄັ້ງທີ 1 ໃນປີ 1957 ຖ້າຫາກເປັນຄືວ່າແທ້ ກໍແປວ່າ
ຄຳຂວັນນີ້ມີອາຍຸເກືອບ 60 ປີ ແລ້ວ.
ການທີ່ຄຳຂວັນໜຶ່ງໆຢູ່ຍືນມາໄດ້ກວ່າເຄິ່ງສະຕະວັດນັ້ນມັນບໍ່ແມ່ນເລື່ອງທຳມະດາພໍປານໃດ ເຖິງວ່າຜ່ານມາຍັງບໍ່
ທັນມີໃຜຄົ້ນຄວ້າສຶກສາວ່າ ອິດທິພົນຂອງຄຳຂວັນນີ້ມີໜ້ອຍຫລາຍຊ່ຳໃດ ໃນການປຸກລະດົມໃຫ້ຄົນລາວຊົມໃຊ້ສິນ
ຄ້າພາຍໃນທີ່ ເຮັດດ້ວຍມືຄົນລາວເຮົາເອງ. ຈານແຍ່ເຄີຍເວົ້າຫລິ້ນແກມອີ່ຫລີວ່າ: “ ຖ້າຄົນລາວເຮົາຊົມໃຊ້ຜະລິດ
ຕະພັນຂອງລາວເອງ ຄືດື່ມເບຍລາວນີ້, ພວກເຮົາຄົງມີເງິນຄ້າງຖົງບັກຫລາຍໆ ເພາະເງິນຕາບໍ່ຮົ່ວໄຫລ ໄປຕ່າງປະ
ເທດ”.
ແລ້ວຫວ່າງບໍ່ດົນມານີ້ ມີເພື່ອນນັກຄິດຄົນໜຶ່ງ ເວົ້າກັບຈານແຍ່ ເຂົາມີຄຳຂວັນ ໃໝ່ ເພື່ອສົ່ງເສີມຜະລິດຕະພັນລາວ
ອອກສູ່ໂລກພາຍນອກ ໃນຍຸກລາວເຊື່ອມໂຍງກັບພາກພື້ນ ແລະ ສາກົນຄືສູ່ມື້ນີ້, ຄຳຂວັນເດັດໆຂອງເຂົາມີເນື້ອໃນວ່າ:
“ ລາວເຮັດ ລາວຂາຍ ເຂົາໃຊ້ ລາວຮັ່ງ ” ເຂົາອະທິບາຍຕື່ມວ່າ: ດຽວນີ້ບໍ່ແມ່ນວ່າປະເທດໃດຜະລິດອີຫຍັງກໍຕ້ອງເພື່ອ
ຊົມໃຊ້ເອງ ບາງປະເທດນັບຖືສາສະໜາ ເຢຊູ ແຕ່ກໍຜະລິດອາຫານ “ຮາລານ” ສົ່ງອອກໃຫ້ຊາວມຸດສະລິມກິນ, ບາງປະ
ເທດໃນເອີຣົບບໍ່ກິນກົບ, ເຫັນກົບກໍຕົກໃຈປານເຫັນເສືອ ແຕ່ກໍລ້ຽງກົບເພື່ອສົ່ງໄປຂາຍຢູ່ຝຣັ່ງ. ເສດຖະກິດໃນຍຸກນີ້
ມັນເວົ້າເຖິງການເຈາະຕະຫລາດ, ເວົ້າເລື່ອງການແຂ່ງຂັນ, ຈານແຍ່ໂຕ້ຄືນໄປວ່າ: ແນວໃດຄຳຂວັນ “ລາວເຮັດ ລາວໃຊ້
ລາວໄດ້ ລາວຈະເລີນ” ກໍຍັງຊົງຄຸນຄ່າສູງຢູ່ຄືເກົ່າ ສຳລັບສັງຄົມລາວເຮົາ ເພາະຖ້າຄົນລາວບໍ່ກິນບໍ່ໃຊ້ ຜະລິດຕະພັນຂອງ
ໂຕເອງແລ້ວ ມັນກໍຍາກທີ່ສຸດທີ່ຈະໃຫ້ຄົນຊາດອື່ນເຊື່ອໝັ້ນສິນຄ້າລາວ.
ເບຍລາວໄດ້ຮັບຄວາມນິຍົມຈາກຕ່າງປະເທດ ກໍແມ່ນຍ້ອນຄົນພາຍໃນເອງນິຍົມ. ຈານແຍ່ວ່າຄວາມນິຍົມແບບນີ້ກໍ
ຄວນສົມດູນໄປສູ່ຜະລິດຕະພັນຊະນິດອື່ນໆ ທີ່ເປັນປາຍແຫລມເຈາະຕະຫລາດຕ່າງປະເທດອື່ນ, ເວົ້າມາແລ້ວຈານແຍ່
ອອນຊອນນຳ ສ.ເກົາຫລີ, ຢູ່ນະຄອນຫລວງເຊອູນ ແລະ ເມືອງຕ່າງໆທີ່ຈານແຍ່ໄປເຫັນມານັ້ນ ເກືອບວ່າບໍ່ເຫັນລົດ
ຍີ່ຫໍ້ຕ່າງປະເທດແລ່ນຕາມເສັ້ນທາງ,ຖ້າເຫັນກໍແມ່ນລົດທູດເປັນສ່ວນໃຫຍ່. ນັກການທູດລາວທ່ານໜຶ່ງບອກຈານແຍ່
ວ່າ: ລົດທີ່ເກົາຫລີນຳເຂົ້າຈາກຍີ່ປຸ່ນນັ້ນມີແຕ່ຍີ່ຫໍ້ “Lexus” ເທົ່ານັ້ນ ຈຶ່ງຄິດໄດ້ວ່າ: ຍ້ອນແນວນີ້ບໍລົດເກົາຫລີຈຶ່ງຂາຍໄດ້
ດີປານເທນ້ຳເທທ່າຢູ່ຕ່າງປະເທດ.
ເມື່ອປະມານ 15 ປີ ຜ່ານມາ, ຈານແຍ່ໄດ້ຍິນຄຳເວົ້າຂອງຄົນຕ່າງປະເທດຄົນໜຶ່ງ ຜ່ານຫລາຍປາກຕໍ່ປາກວ່າ: “ຖ້າຢາກ
ຊີມອາຫານ ແລະ ເຄື່ອງດື່ມທ້ອງຖິ່ນແລ້ວ ໃຫ້ໄປງານລ້ຽງຢູ່ສະຖານທູດຫວຽດນາມ, ຖ້າຢາກຊີມເຫລົ້າດີໆຈາກຕ່າງປະ
ເທດ ເພິ່ນໃຫ້ໄປງານລ້ຽງຢູ່ສະຖານທູດລາວ” ໄດ້ຍິນທຳອິດຈານແຍ່ກໍຍິ້ມອອກ ຄິດວ່າເຂົາຍ້ອງ, ແຕ່ສຸດທ້າຍກໍເປັນຍິ້ມ
ແຫ້ງໆ ເພາະຮູ້ວ່າເຂົາເວົ້າໃສ່. ເຂົາຄົງຢາກວິຈານວ່າ: ຖ້າສະຖານທູດລາວມີເງື່ອນໄຂໃຊ້ຜະລິດຕະພັນລາວຫລາຍເທົ່າໃດ
ກໍຍິ່ງຈະເປັນຜົນດີໃນການໂຄສະນາສິນຄ້າເຫລົ່ານັ້ນ, ຖ້າມີແຕ່ໂຄ ແຕ່ຕົວຈິງພັດຍັງນິຍົມຂອງນອກຢູ່ ກໍຍາກທີ່ຈະດຶງ
ດູດຜູ້ຊົມໃຊ້ຕ່າງປະເທດໄດ້. ແຕ່ເລື່ອງນີ້ໄດ້ຍິນມາ 15 ປີແລ້ວ, ດຽວນີ້ ຈານແຍ່ເຊື່ອວ່າເບຍເຂົ້າໄກ່ນ້ອຍ, ກວນໝາກນັດ
ປາກເຊ, ເຂົ້າໜົມໝາກຂາມຂອງກະສິກອນລາວ ຄົງປາກົດໂຕຢູ່ງານລ້ຽງຂອງທູດລາວຢູ່ຕ່າງປະເທດແລ້ວ.
ເປັນອັນວ່າຄຳຂວັນ “ລາວ ເຮັດ ລາວໃຊ້ ລາວໄດ້ ລາວຈະເລີນ” ນັ້ນ ຍັງເປັນໄມ້ງັດຕົ້ນຕໍ ເພື່ອເຈາະຕະຫລາດຕ່າງແດນ
ສຳລັບສິນຄ້າລາວ.