ເຫັນວ່າຕາບອດບຶ້ງ ບໍ່ເຫັນຮຸ່ງທາງໄປ
ແຕ່ວ່າຫົວໃຈຍັງ ສ່ອງເຫັນໄກໃກ້
ພຶດຕິກຳອັນໃດນັ້ນ ພະລັນເຫັນໂດຍຕະຫຼອດ
ຕາບອດໃຜວ່າໃຈກໍບອດພ້ອມ ຊິຍອມໃຫ້ດ່າປະຈານ ໄດ້ລື !!
ນັ້ນແມ່ນບົດກອນທີ່ສາມາດເອົາມາເປັນຄຳຄົມໄດ້ ແຕ່ງໂດຍທ່ານ ດຣ ທອງຄຳ ອ່ອນມະນີສອນ ເຊິ່ງມີເນື້ອໃນສ່ອງແສງເຖິງຄຸນຄ່າຂອງຫົວຄິດປະດິດສ້າງ, ສະຕິປັນຍາ ແລະຄວາມບໍ່ຍອມຈຳນົນຂອງຄົນເຮົາ, ຖ້າມີປັນຍາແລະຕັ້ງໃຈດີແລ້ວ ອຸປະສັກຂວາກໜາມໃດໆ ກໍບໍ່ສາມາດຈະມາຂັດຂວາງເສັ້ນທາງເດິນຂອງຊີວິດໄດ້ ດັ່ງອ້າຍສຸລິຍາ ຂຸນອິນ ເຈົ້າຂອງຮ້ານ ສຸລິຍາ ນວດແຜນບູຮານ ທີ່ເປັນຄົນພິການຕາ ແຕ່ສາມາດກ້າວມາເຖິງການເປັນນັກທຸລະກິດນວດແຜນບູຮານໄດ້ ພ້ອມທັງຍັງເປັນ ປະທານສະມາຄົມພັດທະນາ ແລະສົ່ງເສີມວິຊາຊີບຄົນພິການຕາ ນຳອີກ.
ອ້າຍ ສຸລິຍາ ຂຸນອິນ ເລົ່າສູ່ຜູ້ຂຽນຟັງວ່າ ຊື່ຫຼິ້ນຕົນເອງແມ່ນ ເທບ, ເກີດປີ 1976 ທີ່ບ້ານໜອງແຕ້, ເມືອງຈຳປາສັກ, ແຂວງຈຳປາສັກ ໃນຄອບຄົວຊາວໄຮ່ນາທີ່ທຸກຍາກ, ເປັນລູກຂອງ ພໍ່ສີແລະແມ່ດາວອນ, ອ້າຍສຸລິຍາເປັນລູກກົກໃນພີ່ນ້ອງ 4 ຄົນ, ໄລຍະຕໍ່ມາອ້າຍສຸລິຍາໄດ້ເຂົ້າບວດເປັນເວລາ 6 ປີ ແລະເຄີຍຜ່ານໂຮງຮຽນຢູ່ວັດຫຼວງ ເມືອງປາກເຊ, ແຂວງຈຳປາສັກ, ມີຄວາມຝັນຢາກເປັນນັກຂຽນ ແຕ່ຄວາມຝັນນັ້ນກໍບໍ່ໄດ້ປະສົບຜົນສຳເລັດຫຍັງ ພຽງແຕ່ວ່າເຮົາເປັນຄົນມັກອ່ານມັກຂຽນແລະມັກຊອກຮູ້ຮ່ຳຮຽນຢູ່ບໍ່ຢຸດບໍ່ເຊົາ.
ຮອດປີ 1996 ຈຶ່ງໄດ້ສິກອອກຈາກວັດແລ້ວຊອກຫາວຽກເຮັດງານທຳຕ່າງໆ ບໍ່ວ່າຈະເປັນພະນັກງານຮ້ານອາຫານ, ໂຮງແຮມ, ກຳມະກອນ ແລະກໍທັງຫາຮຽນຈຳພວກວິຊາ ຄອມພິວເຕີ, ບັນຊີ ແລະອື່ນໆ ຈົນເຖິງຕົ້ນປີ 1998 ຕົນເອງເລິ່ມຈະເຂົ້າໄປເຮັດວຽກຢູ່ພະແນກກວດກາພັກ-ລັດເມືອງຈຳປາສັກ ກໍມາປະສົບອຸບັດເຫດ(ລົດຕຳ) ອັນເປັນເຫດໃຫ້ຄວາມຄິດແລະຄວາມຫວັງ ດັບວູບລົງກັບບ່ອນ. ຕົນເອງໄດ້ຮັບບາດເຈັບສາຫັດ ຕ້ອງໄດ້ໄປປົວຢູ່ປະເທດໄທເປັນເວລາ ສາມເດືອນ ແລະຜົນສຸດທ້າຍເຮົາກໍເສຍຕາໄປທັງສອງຂ້າງໄປ.
ພາຍຫຼັງສຸຂະພາບຮ່າງກາຍໄດ້ຮັບການຟື້ນຟູ ແຕ່ຕາທັງສອງຂ້າງມືດສະໜິດ ອ້າຍສຸລິຍາໄດ້ດິ້ນຮົນຊອກຫາໂອກາດໃຫ້ຕົນເອງ ຈົນໃນທີ່ສຸດກໍໄດ້ຂ່າວວ່າມີສູນຟື້ນຟູຄົນພິການແຫ່ງຊາດ ຢູ່ນະຄອນຫຼວງວຽງຈັນ(ປັດຈຸບັນຊື່ ສູນການແພດຟື້ນຟູໜ້າທີ່ການ) ຢູ່ບ່ອນນີ້ຈະມີການເຝິກແອບວິຊາຊີບໃຫ້ແກ່ຄົນພິການແລະຈະຫາວຽກໃຫ້ເຮັດ, ຮອດທ້າຍປີ 1998 ຈຶ່ງໄດ້ເຂົ້າຮັບການເຝິກອົບຮົມການນວດແຜນບູຮານຈາກສູນດັ່ງກ່າວ ແລະໄດ້ອອກຈາກສູນເພື່ອຊອກວຽກເຮັດໃນທ້າຍປີ 1999 ຈຶ່ງໄດ້ໄປເຝິກງານນວດຕົວຈິງຢູ່ນຳອາຈານທີ່ຫຼວງພະບາງ, ກັບມາວຽງຈັນ ໃນປີ 2001 ແລະໄດ້ຕັ້ງຮ້ານນວດແຜນບູຮານຂຶ້ນຮ້ານໜຶ່ງໃນເຂດບ້ານໂພນທັນ ແຕ່ບໍ່ປະສົບຜົນສຳເລັດ ເນື່ອງຈາກບໍ່ມີປະສົບການແລະສີມືຍັງບໍ່ເຖິງ, ບໍ່ສາມາດສູ້ກັບຄູ່ແຂ່ງໄດ້. ຈາກນັ້ນຈຶ່ງໄດ້ຢຸດກິດຈະການ ແລ້ວເລາະຫາເຮັດວຽກແລະຫາປະສົບການຕື່ມ ເຊັ່ນ ໄດ້ມີໂອກາດໄປຮຽນນວດແຜນບູຮານຢູ່ປະເທດໄທ, ຮັບນວດນອກສະຖານທີ່ທົ່ວນະຄອນຫຼວງວຽງຈັນ, ໃນໄລຍະນີ້ໂຕເອງໄດ້ພົບຮັກກັບຍິງປົກກະຕິໜ້າຕາດີຄົນໜຶ່ງ (ເຊິ່ງຕໍ່ມາກໍໄດ້ແຕ່ງງານແລະຢູ່ຮ່ວມກັນມາຮອດປັດຈຸບັນ), ໃນປີ 2007-2008 ໄດ້ເປີດຮ້ານນວດຢູ່ໜອງດ້ວງ ແລະ ໄດ້ເຂົ້າເຮັດວຽກເປັນຜູ້ບໍລິຫານໃຫ້ບໍລິສັດກໍ່ສ້າງຂົວທາງແຫ່ງໜຶ່ງ, ຈົນຮອດທ້າຍປີ 2008 ຈຶ່ງຢຸດເຊົາຈາກການເຮັດວຽກໃຫ້ບໍລິສັດກໍ່ສ້າງຂົວທາງ ແລ້ວມາເປີດຮ້ານນວດແຜນບູຮານຢ່າງເອົາຈິງເອົາຈັງ.
ພາຍຫຼັງທີ່ໄດ້ລົງມືຢ່າງເອົາຈິງເອົາຈັງໃສ່ການເປີດຮ້ານນວດແຜນບູຮານ ລູກຄ້າກໍເລິ່ມຫຼາຍຂຶ້ນ ແລະໃນທີ່ສຸດກໍສາມາດຊື້ສະຖານທີ່ທີ່ຕົນເຊົ່າຢູ່ນັ້ນໃຫ້ມາເປັນຂອງຕົນເອງໃນລາຄາພັນກວ່າລ້ານກີບ ຈາກເງິນທີ່ສະສົມທ້ອນຮົມມາ ແລະມາຮອດປັດຈຸບັນນີ້ອ້າຍສຸລິຍາມີຮ້ານນວດແຜນບູຮານເປັນອາຄານເຮືອນ 2 ຊັ້ນ, ສ້າງເປັນຫ້ອງນວດທັງຊັ້ນລຸ່ມແລະຊັ້ນເທິງ, ມີຫ້ອງນວດທົ່ວໄປ ແລະຫ້ອງນວດທີ່ເປັນລະດັບການປິ່ນປົວອາການເຈັບເສັ້ນຕ່າງໆ.
ມາຮອດມື້ນີ້ ຮ້ານນວດແຜນບູຮານຂອງອ້າຍສຸລິຍາມີພະນັກງານນວດປະຈຳ 22 ຄົນ, ເຊິ່ງເປັນຍາດພີ່ນ້ອງທີ່ເອົາມາຈາກບ້ານເກີດເມືອງນອນຂອງຕົນເອງ, ຊູ່ມື້ນີ້ຮ້ານນວດແຜນບູຮານຂອງອ້າຍສຸລິຍາມີລູກຄ້າມາໃຫ້ການອຸດໜຸນຢ່າງຫຼວງຫຼາຍ ເຮັດໃຫ້ພະນັກງານນວດແຕ່ລະຄົນໄດ້ຮັບລາຍໄດ້ຈາກການເປັນໝໍນວດໃນລະດັບດີ ສາມາດສົ່ງເງິນໃຫ້ພໍ່ແມ່ຢູ່ທາງບ້ານໄດ້ ເພາະລາຍໄດ້ຂອງພະນັກງານນວດຜູ້ທີ່ສາມາດນວດຄົບວົງຈອນແມ່ນມີລາຍໄດ້ສູງເຖິງ 10 ກວ່າລ້ານກີບຕໍ່ເດືອນ, ສ່ວນຜູ້ມີລາຍໄດ້ປານກາງ ກໍປະມານ 2,000,000 – 3,000,000 ກີບຕໍ່ຄົນຕໍ່ເດືອນ ແລະຜູ້ມີລາຍໄດ້ຕ່ຳທີ່ສຸດກໍບໍ່ຕ່ຳກວ່າ 1,500,000 ກີບຕໍ່ເດືອນ.
ຈາກຜົນສຳເລັດດັ່ງໄດ້ກ່າວມາຂ້າງເທິງນັ້ນ, ອ້າຍສຸລິຍາໄດ້ໃຫ້ເຫດຜົນວ່າ: ມາຮອດປັດຈຸບັນໂຕເອງກໍ່ບໍ່ທັນໄດ້ຄິດວ່າໄດ້ປະສົບຜົນສຳເລັດ 100% ແຕ່ກໍຄິດວ່າປະສົບຜົນສຳເລັດໃນລະດັບໜຶ່ງ ແລະບໍ່ໄດ້ນ້ອຍໜ້າໄປກວ່າຮ້ານນວດແຜນບູຮານຮ້ານໃດໃນປະເທດລາວ. ຄວາມສຳເລັດຕ່າງໆ ທີ່ເຫັນຢູ່ນີ້ແມ່ນລ້ວນແຕ່ເປັນປະສົບການແລະສີມືລ້ວນໆ. ການທີ່ໄດ້ເປີດຮ້ານນວດໄປໃນເມື່ອກ່ອນນັ້ນບໍ່ປະສົບຜົນສຳເລັດ ອັນນັ້ນເປັນຍ້ອນວ່າເຮົາຍັງບໍ່ມີປະສົບການ ບໍ່ວ່າຈະເປັນການບໍລິການ, ການໂຄສະນາ ແລະສີມືເຮົາກໍຍັງອ່ອນ ມັນກໍເລີຍສູ້ກັບຜູ້ອື່ນທີ່ເຂົາມີຄວາມພ້ອມກວ່າ ໂດຍສະກເພາະແມ່ນທາງດ້ານທຶນຮອນ. ດັ່ງນັ້ນ, ມາຮອດມື້ນີ້ຈຶ່ງເກີດຄຳຄົມຂຶ້ນມາວ່າ “ເຮົາອົດທົນແຕ່ສຳເລັດ ດີກວ່າເຮົາເຮັດໃນວັນນີ້ແຕ່ບໍ່ມີໄຊ” ຄືໝາຍຄວາມວ່າ ເມື່ອໃດທີ່ເຮົາບໍ່ພ້ອມແທ້ໆ ນັ້ນ ໃຫ້ອົດໆເອົາໄວ້ກ່ອນ ອົດກັ້ນໄວ້ຈົນກວ່າເຮົາພ້ອມແລ້ວຈັ່ງລົງມືເຮັດ ຄືເຮົາຕ້ອງສະສົມທັງປະສົບການ, ທຶນຮອນ ແລະສີມື ຂອງເຮົາເອງໃຫ້ມັນດີທີ່ສຸດ.
ເວົ້າບ່ອນຈຸດຂາຍ ອ້າຍສຸລິຍາບອກວ່າ: ຈຸດຂາຍຂອງອ້າຍຄືຄວາມພິການ, ສີມື ແລະການບໍລິການ. ຄວາມພິການນີ້ຮ້າຍແຮງ ແຕ່ເຮົາສາມາດຜ່ານຜ່າມັນມາໄດ້, ເຮັດໃຫ້ຈົນຄວາມພິການຂອງເຮົາກາຍເປັນຈຸດເດັ່ນ ເດັ່ນຢູ່ບ່ອນວ່າເຮົາພິການເຮົາກໍຍັງເຮັດໄດ້ຂະໜາດນີ້ ເຊິ່ງຄົນປົກກະຕິຫຼາຍຄົນຍັງບໍ່ມາເຖິງຂັ້ນນີ້ໄດ້ ທັ້ງໆ ທີ່ເຮົາມາຈາກຄອບຄົວທຸກຍາກ ມາຈາກຂີ້ຕົມອີ່ຫຼີ. ເລື່ອງສີມືເຮົາກໍມີຄວາມຮູ້ທາງດ້ານນີ້ອີ່ຫຼີ ແລະສະສົມປະສົບການມາຫຼາຍປີ, ພະນັກງານທີ່ຈະມາເຮັດວຽກຢູ່ນີ້ ຈະບໍ່ເຄີຍເປັນໝໍນວດມາກ່ອນ ຫຼືເຄີຍເປັນໝໍນວດມາກ່ອນແລ້ວກໍຕາມ ກໍຕ້ອງໄດ້ຜ່ານການເຝິກອົບຮົມໃນການນວດຈາກອ້າຍສາກ່ອນ ດັ່ງນັ້ນ, ພະນັກງານນວດທຸກຄົນຈະມີວິທີການນວດທີ່ໄດ້ມາດຕະຖານອັນດຽວກັນເປະ ຕ່າງແຕ່ວ່າພອນສະຫວັນຂອງໃຜຫຼືຄວາມເອົາໃຈໃສ່ຂອງໃຜຈະດີກວ່າທໍ່ນັ້ນ ເຊິ່ງໃນຈຸດນັ້ນເຮົາສອນບໍ່ໄດ້. ສິ່ງໜຶ່ງທີ່ຢາກບອກຄື ຢູ່ຮ້ານນວດແຜນບູຮານຂອງພວກເຮົານີ້ ຈະບໍ່ໃຫ້ມີເລື່ອງໂສເພນີເຂົ້າມາກ່ຽວຂ້ອງ, ຮ້ານຂອງເຮົາຈະມີກົດເຫຼັກໄວ້ 5 ຂໍ້ໃຫ້ແກ່ພະນັກງານປະຕິບັດ ຄື ບໍ່ຍ້ອມຜົມແດງ, ບໍ່ແຕ່ງໂຕຍົ້ວ, ບໍ່ມົ້ວຜູ້ຊາຍ, ບໍ່ໄປເກເລ ແລະບໍ່ເສເພຂາດວຽກ. ຖ້າພະນັກງານຄົນໃດເຮັດຜິດກົດຂໍ້ໃດຂໍ້ໜຶ່ງກໍຕ້ອງຖືກໃຫ້ອອກຈາກຮ້ານນວດຂອງພວກເຮົາ. ຫຼືຖ້າມີແຂກທ່ານໃດຕ້ອງການເລື່ອງໂສເພນີ ພວກເຮົາກໍຕ້ອງຂໍສະແດງຄວາມເສຍໃຈນຳ ແລະສຸດທ້າຍກໍກັບມາໃຊ້ບໍລິການຂອງເຮົາຄືເກົ່າ.
ມາຮອດປີ 2012 ຕົນເອງໄດ້ຂົນຂວາຍແລະນຳສະເໜີຂັ້ນເທິງ ເພື່ອສ້າງຕັ້ງສະມາຄົມ ພັດທະນາ ແລະສົ່ງເສີມວິຊາຊີບຄົນພິການຕາ ແລະກໍໄດ້ຮັບການອະນຸມາດຈາກກະຊວງພາຍໃນ ໃນປີກາງປີ 2012 ຢູ່ທີ່ບ້ານໂພນໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈນ, ແລະປີ 2013 ກໍໄດ້ຂະຫຍາຍສາຂາສະມາຄົມ ໄປຍັງແຂວງຈຳປາສັກ ໂດຍທັງສອງສະຖານທີ່ແມ່ນຕົນເອງເປັນຜູ້ອອກທຶນເຊົ່າສະຖານທີ່, ຈາກນັ້ນຕົນກໍໄດ້ຮັບຄັດເລືອກໃຫ້ເປັນປະທານ ສະມາຄົມຯ ແລະໄດ້ເປັນຜູ້ບໍລິຫານສະມາຄົມຯ ນັບແຕ່ມື້ນັ້ນເປັນຕົ້ນມາ. ແລະອ້າຍ ສຸລິຍາກໍເປັນພຽງຄົນດຽວຂອງປະເທດລາວ ທີ່ໄດ້ລົງທະບຽນເຂົ້າເປັນສະມາຊິກນັກທຸລະກິດໜຸ່ມໃນນາມຮ້ານນວດ.
ເມື່ອທ່ານຜູ້ອ່ານໄດ້ອ່ານມາຮອດຕອນທ້າຍນີ້ຈົບແລ້ວ ຢ່າລືມກັບໄປອ່ານບົດກອນຂ້າງເທິງຄືນອີກບາດໜຶ່ງ. ຄວາມສຳເລັດຂອງອ້າຍສຸລິຍາ ຈະເປັນຄວາມສຳເລັດທີ່ແຕກຕ່າງໄປຈາກຄວາມສຳເລັດຂອງບຸກຄົນອື່ນ ເພາະຄວາມສຳເລັດນີ້ສ້າງຂຶ້ນຈາກຄວາມມືດມິດຂອງດວງຕາທັງສອງຂ້າງ, ທ່ານຜູ້ອ່ານລອງຫຼັບຕາລົງທັງສອງເບື້ອງແລ້ວຈິນຕະນາການເບິ່ງວ່າ ຖ້າທ່ານຕາມືດທັງ 2 ຂ້າງ ທ່ານຈະສາມາດເຮັດຫຍັງໄດ້ແດ່? ແລ້ວທ່ານຈະຮູ້ເຖິງຄວາມພິເສດ ແລະຄວາມເກັ່ງກ້າສາມາດຂອງອ້າຍສຸລິຍາ (ລອງເຮັດເບິ່ງດຽວນີ້ເລີຍ ຈຶ່ງຄ່ອຍອ່ານຕໍ່), ໃນຂະນະທີ່ຫຼາຍຄົນມີອົງຄະຄົບ 32 ປະການ ກໍຍັງບໍ່ສາມາດລ້ຽງກຸ້ມປາກກຸ້ມທ້ອງໂຕເອງໄດ້ ຫຼືຍ້ອນມີຕາທີ່ເບິ່ງເຫັນຫຼາຍສິ່ງຫຼາຍຢ່າງໂພດ ກໍເລີຍທະເຍີທະຍານ ອັນນີ້ກໍຢາກເຮັດ ອັນນັ້ນກໍຢາກໄດ້ ປົບພຸ້ນແລ່ນພີ້ ເອົາໄປເອົາມາແລ້ວບໍ່ໄດ້ຫຍັງຈັກຢ່າງ? ຫຼືຍ້ອນຄວາມບໍ່ມີສີມື, ບໍ່ເອົາໃຈໃສ່ ຫຼື ຈັ່ງໃດ?.
ຖ້າທ່ານໃດມີອາການປວດແຄ່ງປວດຂາ, ປວດເສັ້ນປວດເອນ, ປວດກ້າມຊີ້ນ ລອງໃຊ້ບໍລິການຈາກຮ້ານອ້າຍສຸລິຍາລອງເບິ່ງ ເພາະຫຼາຍຄົນອອກປາກມາວ່າ ໄດ້ຜົນດີຫຼາຍ. ໃຜຍັງບໍ່ຮູ້ສະຖານທີ່ ໃຫ້ໂທຫາ 030 9800 280