ຂຽນໂດຍ: ຊຽງກະເລັນ ບ້ານນາ
ຮູບປະກອບຈາກອິນເຕີເນັດ
ສະບາຍດີ ທີມງານລາວໂພສຕ໌ ແລະເພື່ອນຜູ້ອ່ານ, ຂໍໂທດເດີ ທີ່ຂ້ອຍຕ້ອງເລົ່າເຫດການທີ່ເຄີຍເກີດຂຶ້ນກັບຂ້ອຍດົນແລ້ວສູ່ຟັງ ມັນເປັນເລື່ອງທີ່ໂຫດຮ້າຍ ແບບທີ່ບໍ່ເປັນຕາເລົ່າສູ່ທ່ານຟັງເລີຍ ແຕ່ມັນກໍອາດຈະເປັນຄະຕິເຕືອນໃຈແກ່ເພື່ອນຜູ້ອ່ານໄດ້ບໍ່ຫຼາຍກໍໜ້ອຍ.
ຂ້ອຍເປັນຄົນທີ່ມາຈາກຕ່າງແຂວງ ຂ້ອຍມາອາໄສຢູ່ນຳພີ່ນ້ອງຂອງຂ້ອຍທີ່ບ້ານແຫ່ງໜຶ່ງໃນ ນະຄອນຫຼວງວຽງຈັນ, ເພາະພີ່ນ້ອງຂອງຂ້ອຍນັ້ນບໍ່ມີລູກ ກໍເລີຍຮັບເອົາຂ້ອຍມາຢູ່ນຳ. ຂ້ອຍບໍ່ໄດ້ມາແຕ່ນ້ອຍ ແຕ່ຂ້ອຍໃຫຍ່ເປັນສາວແລ້ວຂ້ອຍຈັ່ງໄດ້ມາ. ຄອບຄົວພີ່ນ້ອງຮັກແພງເບິ່ງແຍງຂ້ອຍຄືກັນກັບລູກຄິງໆ ຂ້ອຍກໍຮູ້ສຶກມີຄວາມອົບອຸ່ນ ສະບາຍອົກສະບາຍໃຈພໍສົມຄວນ ເຖິງແມ່ນວ່າຂ້ອຍຍັງຄິດຮອດພໍ່ແມ່ຂອງຂ້ອຍຢູ່ບໍ່ລືມກໍຕາມ ແຕ່ດົນໆ ພໍ່ແມ່ຂອງຂ້ອຍກໍມາຢາມ ແລະບາງເທື່ອຂ້ອຍກໍກັບບ້ານເມືອຢາມພໍ່ແມ່…
ຂ້ອຍໃຊ້ຊີວິດຢູ່ໃນເມືອງກັບພີ່ນ້ອງຂອງຂ້ອຍເປັນເວລາ 3 ປີແລ້ວ ແລະຂ້ອຍກໍກຳລັງຮຽນຢູ່ມັດທະຍົມປາຍ ປີທີ 6 ຮອດຕອນນີ້ ຂ້ອຍເລິ່ມມີຜູ້ຊາຍເວົ້າຢອກໃຍ ແລະບາງເທື່ອແມ່ປ້າຢູ່ຂ້າງເຮືອນກໍມັກເອີ້ນຂ້ອຍເປັນລູກສະໃພ້ ຂ້ອຍກໍຮູ້ສຶກດີທີ່ເປັນແບບນີ້.
ຂ້ອຍໄດ້ຮູ້ຈັກກັບຜູ້ຊາຍຜູ້ໜຶ່ງທີ່ມີອາຍຸລຸ້ນອ້າຍຂອງຂ້ອຍ ເຂົາຜູ້ນີ້ບໍ່ໄດ້ເຂົ້າໂຮງຮຽນແລ້ວ ແຕ່ເຂົາເປັນຄົນຂ້ອນຂ້າງຈະດຸໝັ່ນໃນການອອກແຮງງານຫາເງິນຫາຄຳ ແຕ່ກໍບໍ່ແມ່ນວຽກປະຈຳ ໝາຍຄວາມວ່າເຂົາບໍ່ໄດ້ເຮັດວຽກກິນເງິນເດືອນປະຈຳ ແຕ່ເຂົາໄປຊອກຫາເງິນດ້ວຍການຊື້ຂາຍແລະຮັບຈ້າງເຮັດນັ້ນເຮັດນີ້ເປັນບາງຄັ້ງບາງຄາວ. ຂ້ອຍກັບເຂົາພົວພັນກັນແບບຄົນອື່ນເຫັນກໍຄົງຈະເຂົ້າໃຈວ່າເປັນແຟນກັນ ແຕ່ຂ້ອຍຍັງບໍ່ໄດ້ຄິດວ່າເຂົາເປັນແຟນຂ້ອຍເລີຍ. ເຂົາແວ່ມາຫຼິ້ນນຳຂ້ອຍເລື້ອຍໆ ເປັນເວລາຫຼາຍເດືອນແລ້ວ ຂ້ອຍຄິດວ່າເຂົາຄົງສົນໃຈໃນໂຕຂອງຂ້ອຍ ແລະກໍບໍ່ແມ່ນພຽງແຕ່ເຂົາຄົນດຽວດອກທີ່ມັກທຽວມາຫຼິ້ນນຳຂ້ອຍ ມີຜູ້ຊາຍຫຼາຍຄົນໃນລຸ້ນດຽວກັນກັບຂ້ອຍແລະລຸ້ນອ້າຍຂອງຂ້ອຍ. ສາເຫດທີ່ພວກຜູ້ຊາຍມັກມາຫຼິ້ນນຳຂ້ອຍ ກໍຄົງເປັນຍ້ອນວ່າຂ້ອຍເປັນຄົນມາແຕ່ບ້ານນອກແດ່ ຂ້ອຍບໍ່ໄດ້ຖືຕົນຖືໂຕ ຮູບຮ່າງໜ້າຕາຂອງຂ້ອຍກໍຖືວ່າຈັດຢູ່ໃນຈຳພວກຄົນງາມ(ຂ້ອຍຄິດເອງ) ຫຼືບາງເທື່ອກໍເປັນຍ້ອນຂ້ອຍບໍ່ມີເລ້ລ່ຽມຫຍັງ ແລະຂ້ອຍກໍບໍ່ຮູ້ຈັກເລ້ລ່ຽມຄົນອື່ນເຊັ່ນດຽວກັນ.
ຫຼາຍເທື່ອແລ້ວທີ່ເຂົາມາຊວນຂ້ອຍອອກໄປຫຼິ້ນ ແຕ່ຂ້ອຍບໍ່ຍອມໄປ ເພາະຂ້ອຍຢ້ານ ຂ້ອຍບໍ່ເຄີຍອອກໄປຫຼິ້ນເລີຍ ໂດຍສະເພາະຖ້າເປັນກາງຄືນຂ້ອຍແຮ່ງຢ້ານ. ເວລາຜ່ານໄປຫຼາຍເດືອນຂ້ອຍກໍເລິ່ມເຊື່ອໝັ້ນໃນໂຕເຂົາຫຼາຍຂຶ້ນ ຂ້ອຍຮູ້ສຶກມ່ວນ ຮູ້ສຶກອົບອຸ່ນເມື່ອເຂົາມາຫຼິ້ນນຳ ເພາະເຂົາກໍເປັນຄົນຊ່າງເວົ້າຊ່າງລົມ ຕະຫຼົກເຮຮາ ເປັນຄົນມີຊີວິດຊີວາຢູ່ຕະຫຼອດ ເຖິງແມ່ນວ່າຮູບຮ່າງໜ້າຕາຂອງເຂົາຈະບໍ່ໄດ້ເປັນຄົນງາມປານໃດກໍຕາມ.
ແລ້ວມື້ນັ້ນກໍມາເຖິງ ມື້ທີ່ເກີດອັນຕະລາຍຂຶ້ນກັບຂ້ອຍ!, ເຂົາມາຊວນຂ້ອຍອອກໄປຫຼິ້ນ ໂດຍບອກວ່າໄປກິນປາຢູ່ແຄມໜອງ ເຊິ່ງກໍມີໝູ່ຜູ້ຍິງຂອງຂ້ອຍແດ່ທີ່ໄປນຳກັນ ຂ້ອຍກໍເລີຍຕົກລົງໄປນຳ ໂດຍໄດ້ບອກພີ່ນ້ອງວ່າຈະອອກໄປຫຼິ້ນໄປກິນປາ ຕອນແລງໆ ຈຶ່ງຈະກັບ ພີ່ນ້ອງກໍຕົກລົງໃຫ້ໄປ ໂດຍບໍ່ໄດ້ຫັກຫ້າມຫຍັງເລີຍ ມີແຕ່ບອກວ່າໃຫ້ລະວັງ ຄ່ອຍໄປຄ່ອຍມາເດີ.
ຂ້ອຍຂຶ້ນນັ່ງຊ້ອນທ້າຍລົດຈັກໄປກັບເຂົາ ສ່ວນໝູ່ຂ້ອຍກໍຂີ່ຊ້ອນທ້າຍກັບຜູ້ຊາຍອີກຜູ້ໜຶ່ງທີ່ເປັນໝູ່ດຽວກັນກັບເຂົາ. ບໍ່ດົນພວກຂ້ອຍກໍມາຮອດໜອງປາຂ້າງເຮືອນຫຼັງໜຶ່ງ ຕິດກັບທົ່ງນາ ຢູ່ບ່ອນນີ້ມີຜູ້ບ່າວສອງຄົນນັ່ງກິນເບຍຖ້າແລ້ວ ຕື່ມໃສ່ພວກຂ້ອຍອີກສີ່ຄົນ ລວມເປັນຫົກຄົນ(ຍິງສອງ ຊາຍສີ່). ພວກຂ້ອຍປິ້ງປາ ຕຳໝາກຫຸ່ງກິນ ແລະດື່ມເບຍໄປພ້ອມ ເຊິ່ງເປັນເລື່ອງໃຫຍ່ສຳລັບຂ້ອຍໃນການກິນເບຍ ເພາະຂ້ອຍບໍ່ເຄີຍກິນຫຼາຍປານນີ້ຈັກເທື່ອ ທີ່ຜ່ານມາຂ້ອຍເຄີຍກິນກໍພຽງແຕ່ຈອກໜຶ່ງສອງຈອກ ແຕ່ອັນນີ້ນັ່ງກິນແຕ່ເຊົ້າຈົນຕາເວັນບ່າຍ ຂ້ອຍແລະໝູ່ອີກຜູ້ໜຶ່ງຮູ້ສຶກເມົາແຮງ ແລ້ວໝູ່ທີ່ເປັນຜູ້ຍິງກໍຂອບເມືອແລະແຟນລາວກໍພາເມືອແລ້ວ ບາດນີ້ຍັງເຫຼືອຜູິຍິງແຕ່ຂ້ອຍຄົນດຽວ. ຂ້ອຍພະຍາຍາມຊວນຜູ້ຊາຍທີ່ຂ້ອຍໄປນຳກັບ ແຕ່ເຂົາບໍ່ຍອມກັບ ເຂົາບອກວ່າອີກຈັກໜ້ອຍ ຊ້ຳເບຍກ່ອນ ຖ້າເມົາແຮງໃຫ້ຂຶ້ນໄປນອນພັກຖ້າຢູ່ເທິງຖຽງກໍໄດ້.
ດ້ວຍຄວາມເມົາແລະຢາກພັກຜ່ອນຂ້ອຍກໍຂຶ້ນໄປນອນຫຼິ້ນຖ້າຢູ່ເທິງຖຽງ, ເວລາຜ່ານໄປບໍ່ທໍ່ໃດນາທີ ຜູ້ຊາຍຜູ້ນັ້ນ(ຊິເອີ້ນວ່າແຟນຂອງຂ້ອຍກໍໄດ້) ກໍຂຶ້ນມາເທິງຖຽງຫາຂ້ອຍ ແລ້ວພະຍາຍາມລວນລາມຂ້ອຍ ແລ້ວຂ້ອຍກໍໄດ້ພະຍາຍາມຂັດຂຶນ ຂ້ອຍຊິຮ້ອງໃຫ້ຄົນມາຊ່ວຍເຂົາກໍຂູ່ຂ້ອຍວ່າ ຖ້າຮ້ອງຈະຂ້າຂ້ອຍ. ເຂົາປ້ຳຂ້ອຍຢູ່ຫັ້ນຫຼາຍນາທີ ແລະລາວໄດ້ເອົາກຳປັ້ນຕີເຂົ້າທ້ອງຂອງຂ້ອຍບາດໜຶ່ງ ເຮັດໃຫ້ຂ້ອຍເຈັບແຄ້ນຢ່າງໜັກ ແລ້ວຂ້ອຍກໍເລີຍປ່ຽນໃຈບໍ່ຕໍ່ສູ້ເຂົາອີກ ປ່ອຍໃຫ້ເຂົາເຮັດຫຍັງໄປຕາມໃຈເຂົາສາ ເພາະແນວໃດເຂົາກັບເຮົາກໍເປັນແຟນກັນ. ແຕ່ເລື່ອງຂອງເລື່ອງມັນບໍ່ຈົບລົງແຕ່ເທົ່ານັ້ນ ພາຍຫຼັງທີ່ເຂົາຂົ່ມຂຶນຂ້ອຍແລ້ວ ລົງໄປ ກໍມີໝູ່ຂອງເຂົາອີກຜູ້ໜຶ່ງຂຶ້ນມາຂົ່ມຂຶນຂ້ອຍອີກ ແລ້ວອີກຜູ້ໜຶ່ງກໍຂຶ້ນມາຂົ່ມຂຶນຂ້ອຍອີກ ຈົນເຮັດໃຫ້ຂ້ອຍມີຄວາມເຈັບປວດແລະອ່ອນເພຍຈົນບໍ່ສາມາດເອົາໂຕເອງລຸກໜີໄດ້ ຈົນຕົກມາຮອດຕອນໃກ້ຊິຄ່ຳຜູ້ຊາຍທີ່ຂ້ອຍເຄີຍຄິດວ່າແຟນທີ່ພາຂ້ອຍມາ ກໍພາຂ້ອຍກັບເຮືອນ.
ຂ້ອຍໄດ້ເລົ່າເຫດການຕ່າງໆ ໃຫ້ພີ່ນ້ອງຟັງ ແລະໄດ້ແຈ້ງຄວາມດຳເນີນຄະດີກັບຜູ້ຊາຍຜູ້ນັ້ນພ້ອມກັບໝູ່ເຂົາທັງສອງຄົນ ແລະເຂົາທັງສາມກໍໄດ້ຮັບໂທດຕາມກົດໝາຍ. ແຕ່ນັ້ນບໍ່ແມ່ນສິ່ງທີ່ຂ້ອຍຕ້ອງການ ຂ້ອຍຕ້ອງການຄວາມບໍລິສຸດຂອງຂ້ອຍຕ່າງຫາກ, ຂ້ອຍເສຍໃຈທີ່ສຸດໃນຊີວິດຕໍ່ເຫດການດັ່ງກ່າວ, ຄົງບໍ່ມີວັນທີ່ຂ້ອຍຈະລືມເຫດການອັນໂຫດຮ້າຍປ່າເຖື່ອນນັ້ນລົງໄດ້, ຂ້ອຍຄິດອີ່ຕົນພໍ່ແມ່ຂອງຂ້ອຍ, ພີ່ນ້ອງຂອງຂ້ອຍ, ຂ້ອຍມີຄວາມອັບອາຍຂາຍໜ້າຢ່າງແຮງຈົນບໍ່ກ້າຈະຢູ່ນຳພີ່ນ້ອງຕໍ່ໄປໄດ້ ຈຶ່ງຂໍກັບຄືນເມືອຢູ່ບ້ານຄືເກົ່າ.