spot_img
Homeວັນນະກຳບົດກະວີ“ໃຜວ່າວຽງຈັນ (ຊິບໍ່) ເສົ້າ” ວິຈານບົດກອນຂອງນັກຂຽນ ປາໄນ

“ໃຜວ່າວຽງຈັນ (ຊິບໍ່) ເສົ້າ” ວິຈານບົດກອນຂອງນັກຂຽນ ປາໄນ

Published on

F-Panai-264x248

(ນັກຂຽນປາໄນ)

  1. ກຳເນີດ : ປາໄນ ແມ່ນນາມປາກກາຂອງ ປາກຽນ ວີຣະວົງສ໌ ເປັນລູກຊາຍຄົນທີສອງ ຂອງທ່ານມະຫາສິລາ ວີຣະວົງສ໌ ກັບນາງມາລີ. ເກີດທີ່ແຂວງໄຊຍະພູມ ເມືອງໄຊຍະພູມ ບ້ານສີລອງ ປະເທດໄທ ເມື່ອປີ 1942 ກົງກັບປີມະເມຍ ພສ 2474, ຂະນະທີ່ພໍ່ພາຄອບຄົວຫລົບໜີໄພການເມືອງໄປອາໄສຢູ່ນຳແມ່ເຖົ້າ (ນາງພັນ) ທີ່ຕັ້ງຖິ່ນຖານຢູ່ທີ່ນັ້ນກ່ອນແລ້ວ. ມີເອື້ອຍນ້ອງຮ່ວມທ້ອງ ຕໍ່ໆມາອີກ 12 ຄົນ (ໂຮມເປັນ 14), ກ່ອນເກີດແມ່ໄດ້ນິມິດຝັນວ່າ ພະອິນເອົາແກ້ວສີດຳມາໃຫ້ພໍ່ທວາຍວ່າ ຈະໄດ້ລູກຊາຍຜູ້ມີຊື່ສຽງ.
  2. ການສຶກສາ : ອອກຈາກວິທະຍາໄລ ລີເຊປາວີ ວຽງຈັນ (Lycee de Vientiane) ຕັ້ງແຕ່ຮຽນຢູ່

ມັດທະຍົມສາມ (ມໍ 3 ປີ 1957) ເພາະຄວາມຂີ້ດື້ມັກຫລິ້ນຕິດທ່ຽວ ແລະຄິດວ່າອາຈານສອນບໍ່ເກັັ່ງພໍຈະສິດ ສອນຕົນ ແລະບໍ່ມີຄວາມອົດທົນນັ່ງຕັ່ງຟັງສຽງອາຈານຝຣັ່ງ ເວົ້າໝິ່ນປະໝາດພາສາວັດທະນະທຳລາວ ຈຶ່ງອອກຈາກໂຮງຮຽນ ໄປໃຊ້ຊີວິດຢູ່ຊົນນະບົດນຳຄອບຄົວພໍ່ຮັກ ແມ່ຮັກ ບ້ານນາຄູນນ້ອຍ (ພໍ່ລຽງ ແມ່ລຽງ) ແລະບ້ານອື່ນໆ ແຕ່ບໍ່ດົນ ກໍຖືກຍາດພີ່ນ້ອງ ດຶງເອົາເຂົ້າເປັນທະຫານອາກາດ ແລະຮຽນວິທະຍຸການບິນ ແລ້ວສອບເສັງໄປຮຽນວິຊາວິທະຍຸການບິນທີ່ປະ ເທດຝຣັ່ງ ເມື່ອປີ 1958 ກັບຄືນມາປະເທດ 1961 ຂະນະທີ່ເຫດການບ້ານເມືອງພວມວຸ່ນວາຍ ແຕກເປັນຫລາຍພັກຫລາຍພວກ ພໍຍ່າງກ້າວລົງຈາກເຮືອບິນ ທີ່ເດີ່ນບິນດອນເມືອງປະເທດໄທຍ ປາກຽນ (ປາໄນ) ຖືກທາງການທະຫານຝ່າຍພວກຂວາ (ນາຍພົນພູມີ ໜໍ່ສະ ຫວັນ) ກັກໂຕໄວ້ ແລະເອົາໄປປະຈຳການຢູ່ເດີ່ນເຮືອບິນເຊໂນ ສະຫວັນນະເຂດ. ດ້ວຍມີຄວາມຄຶດຕໍ່ຕ້ານສົງຄາມລະຫວ່າງລາວກັບລາວຢູ່ແລ້ວ ຈຶຶ່ງໄດ້ຫລົບໜີຈາກໜ້າທີ່ ແລະຖືກຕິດຕາມຈັບໂຕຢ່າງເອົາເປັນເອົາຕາຍ ຈຳເປັນໂຕນໄປຢູ່ນຳຝ່າຍເປັນກາງທີ່ວັງວຽງ ເຊິ່ງມີຮ້ອຍເອກກອງແລ ເປັນຜູ້ນຳໃນຂະນະນັ້ນ.

ເມື່ອຮ້ອຍໂທ ສົມຄິດ ວີຣະວົງສ໌ (ອ້າຍລູກຕິດແມ່) ເຊິ່ງເປັນທະຫານເປັນກາງ ຢູ່ກອງທັບຮັກສາການທົ່ງໄຫຫີນ ເສຍຊີວິດຄາທີ່ກາງສະໝໍລະພູມທົ່ງໄຫຫີນ ປີ 1963 ປາກຽນ ຈຶ່ງໂຕນໜີຈາກວັງວຽງ ໄປຢູ່ຕ່າງປະເທດ (ໄທຍ) ໄລຍະໜຶ່ງ ຈົນຮອດປີ 1967 ຈຶ່ງກັບຄືນມາບ້ານ ແລະປະກອບອາຊີບອິດສະຫລະ ເປັນຊາວສວນ, ລ້ຽງໄກ່ ແລະປູກຜັກລ້ຽງຄອບຄົວ ເວລານັ້ນ ມີລູກສອງຄົນແລ້ວ; ເລີ່ມຂຽນໜັງສື, ບົດກະວີ, ເລື່ອງສັ້ນອອກຕາມໜ້າໜັງສືພິມ, ວາລະ ສານລາຍເດືອນຕ່າງໆເຊັ່ນ : ເພື່ອນແກ້ວ, ຂວັນເຮືອນ (ນິຕະຍະສານລາຍເດືອນ ປະເພດບັນເທີງຄະດີ ແລະໜັງສືພິມ…) ດ້ວຍປະສົບການ ປະສົມຜະຈົນໄພທາງດ້ານການເມືອງເຫລົ່ານີ້ ປາໄນ ຈຶ່ງມີສາຍຕາແຫລມຄົມ ຕິດຕາມການປ່ຽນແປງຂອງການເມືອງ, ສັງຄົມ, ຜູ້ຄົນຢ່າງລະອຽດ ເລິກເຊິ່ງພໍສົມຄວນ. ການເຮັດໄຮ່ ລ້ຽງໄດ່ບໍ່ປະສົບຜົນສຳເລັດເທົ່າທີ່ຄວນ ເພື່ອຫາລ້ຽງຄອບ ຄົວນ້ອຍໆຂອງຕົນ ປາໄນຈຶ່ງຫາເຮັດວຽກອື່ນຕື່ມ. ຕົ້ນຕໍແມ່ນຮັບແປເອກະສານ, ບົດຄວາມເສດຖະກິດສັງ ຄົມ, ການເມືອງສາສະໜາ ໃຫ້ແກ່ໜັງສືພິມໂນໂວສຕີ (Novosty press ໃບຂ່າວລາຍອາທິດຂອງອະດີດສະຫະພາບໂຊວຽດ, ລະຫວ່າງປີ 1970-74) ແລະອື່ນໆ ຈາກພາສາຝຣັ່ງເປັນພາສາລາວ ແລະພະຄຳພີໄບເບິນຂອງໂບດຄິດສະຕຽນເປັນພາສາລາວ (ສ່ວນຫລາຍເອກະສານທີ່ພິມໃນຍຸກນີ້ ບໍ່ມັກໃສ່ຊື່ຜູ້ແປ ຫລືຜູ້ຂຽນໄວ້ນຳ ດ້ວຍເຫດຜົນທາງການເມືອງ ແລະສ່ວນຕົວ) ດ້ວຍຄວາມມຸມານະ ເຮັດວຽກັບພາສາຕ່າງ ປະເທດ (ພາສາຝຣັ່ງ) ເຮັດໃຫ້ເຂົາເອງຕ້ອງຄົ້ນຄວ້າ ສຶກສາພາສາລາວ ແລະພາສາໄທຍໄປພ້ອມໆ ດ້ວຍການອ່ານປຶ້ມຢ່າງຫລວງຫລາຍ. ໂຊກດີທີ່ເວ ລານັ້ນ ເຂົາຢູ່ເຮືອນກັບພໍ່ (ມະຫາສີລາ ວີຣະວົງສ໌) ເຊິ່ງເປັນຜູ້ມີຄວາມຮູ້ເລິກເຊິ່ງທັງພາສາລາວ, ໄທ, ປາລີ, ສັນສະກິດ ແລະສາສະໜາພຸດ ແມ່ນໃນໄລຍະນີ້ເອງ ທີ່ປາ ໄນໄດ້ຮໍ່າຮຽນຝົນປາຍປາກກາຂອງຕົນຮ່ວມກັບອາຈານຜູ້ຍິ່ງໃຫຍ່ ທີ່ເປັນບິດາຂອງຕົນເອງ.

  1. ແຮກຕົ້ນການຂຽນ : ມາເຖິງປີ 1971 ເມື່ອຜູ້ເປັນເອື້ອຍຄື ດາຣາ ກັນລະຍາ ຫລື ດວງຈຳ ປາ ກັບມາແຕ່ຕ່າງປະເທດ ທັງສອງຈຶ່ງຮ່ວມມືກັນຂຽນເລື່ອງສັ້ນຈັດພິມອອກເປັນເຫລັ້ມ ໂຮມໄດ້ 6 ຊຸດຄື : }ກຸຍກິ່ນສາວ ຄາວຜູ້ຊາຍ ປີ 1972~ 2. }ທະເລຊີວິດ ປີ 1972~ 3. }ໜາວໃຈ ປີ 1973~ 4. }ບໍ່ບານກໍ່ຫອມ ປີ 1973~ 5. }ລືມສັນຍາ ປີ 1974~ ແລະ 6. }ຟ້າໃໝ່ ປີ 1975~ ໃນຂະນະດຽວກັນ ກໍອອກວາລະ ສານ }ໄຜ່ໜາມ ລາຍເດືອນ~ ແຕ່ປີ 1972-75 ດ້ວຍທຶນຮອນຂອງສະມາຊິກໃນຄອບຄົວ ແລະການຮ່ວມມືຂອງນັກຂຽນອື່ນໆຫລາຍຄົນ ເຊັ່ນ ອຸທິນ ບຸນຍາວົງ, ຈ. ອິນທຸພິລາດ… ປາໄນເປັນທັງຫົວໜ້າບັນນາທິ ການ ຮັບຜິດຊອບຂຽນປະຈຳຫລາຍບົດເຊັ່ນ ບົດບັນນາທິການ, ຍຸ້ມເປີ້ຍ (ໃຊ້ນາມປາກກາ ປ. ວີຣະວົງສ໌, ປາໄນ, ວຽນທຽນ…) ຕອບຈົດໝາຍທ້າຍເຫລັ້ມ ກາບກອນ, ເລື່ອງສັ້ນ, ເລື່ອງຍາວ ລົງເປັນປະຈຳອີກ ບໍ່ຂາດຈັກສະບັບ ນັບແຕ່ມື້ອອກວາລະສານເຖິງສະບັບສຸດທ້າຍ ເດືອນຕຸລາ 1975, ໂຮມ 36 ສະບັບ. ໃນປີ 1975 ທີ່ມີການປົດປ່ອຍທົ່ວປະເທດ ປາໄນເຊິ່ງເປັນຄົນສະດຸ້ງໄວຕໍ່ທຸກສັບພະສຽງ ແລະຜ່ານມາກໍເປັນຜູ້ປາກຄາງຂຽນສຽດພຸ້ນ ຕຳພີ້ ຕາມພາສານັກຂຽນສະທ້ອນສັງຄົມ ກ້າຂຽນຕິຊົມທຸກຝ່າຍການເມືອງ ຜູ້ສໍ້ລາດບັງຫລວງທຸກໆໜ້າ ຈົນໄດ້ຮັບສົມຍານາມວ່າ ເປັນນັກຂຽນປາກກ້າ ເປັນແບບຢ່າໃນການສະແດງທັດ ສະນະແບບເປີດເຜີຍ ໃຫ້ແກ່ວົງການຂີດຂຽນຂອງລາວໄລຍະໜຶ່ງ. ໂດຍຄາດຄະເນເຫດການ ອັນຈະເກີດຂຶ້ນໄດ້ຕໍ່ຕົນເອງຢ່າງຄັກແນ່ ຈຶ່ງຕັດສິນໃຈພາຄອບຄົວອົບພະຍົບໄປຢູ່ປະເທດໄທຍ ເພາະເມຍເປັນຄົນມາແຕ່ພຸ້ນຢູ່ແລ້ວ ແລະໃນທີ່ສຸດກໍຍ້າຍໄປຢູ່ປະເທດທີສາມຄື ອົດສະຕາລີ ແຕ່ປີ 1980 ປາຍ. ດ້ວຍຄວາມທີ່ເປັນຄົນມີຊື່ສຽງ ມີພອນສະຫວັນດ້ານການຂີດຂຽນແຕ່ງກອນຢູ່ແລ້ວ, ຫລາຍຄັ້ງ ເຂົາຈຶ່ງຖືກກຸ່ມການເມືອງ (ເຊິ່ງເປັນອະດີດນັກການເມືອງລາວໃນຕ່າງແດນ ດຶງໂຕມາໝຸນໃຊ້ໃຫ້ຂຽນບົດຄວາມ, ບົດກະວີ ປະດັບຕາມໜ້າວາລະສານທີ່ອອກມາ ເພື່ອຈຸດປະສົງທາງການເມືອງຂອງພວກເຂົາເທົ່ານັ້ນ ບໍ່ໄດ້ຂຽນອອກມາຈາກຫົວໃຈ ແລະຈິດສຳນຶກອັນແທ້ຈິງ ດັ່ງທີ່ເຄີຍຂຽນໃນສະໄໝກ່ອນ. ດັ່ງນັ້ນ ຜົນງານໃນ ຫລັງໆມານີ້ ຄຸນ ຄ່າດ້ານສິລະປະ, ວັນນະສິນ ຫລືສັງຄົມ ຈຶ່ງບໍ່ອາດທຽບເທົ່າກັບຜົນງານຊຸດເກົ່າໆໄດ້.

ຢ່າງໃດກໍດີ ເຖິງວ່າ ຊີວິດສ່ວນຕົວຂອງນັກຂຽນຄົນນີ້ (ເຊິ່ງກໍຄືກັບນັກຂຽນຜູ້ມີຊື່ສຽງຫລາຍຄົນໃນໂລກ) ໄດ້ຜ່ານເວທີຊີວິດອັນວົກວົນ ຖືກມໍລະສຸມການເມືອງ ພັດພາກ ພາເຂົາໄປໄກຫ່າງ ໄກຈາກແຜ່ນດິນເກີດ ແຜ່ນດິນແມ່ ແຕ່ໄລຍະໜຶ່ງເຂົາໄດ້ແຕ່ງແຕ້ມສີສັນ ຕື່ມເຕີມລົດຊາດ ໃຫ້ແກ່ອຸທິຍານອັກສອນລາວ. ດ້ວຍສຳນວນໂວຫານ ຄຳເວົ້າທີ່ທັ່ງແທງອາລົມ ສະເທືອນຫົວໃຈ ໃຫ້ເປັ່ງທັງຮອຍຍິ້ມພ້ອມໆກັບບີບຄັ້ນຫົວ ໃຈອາລົມ ຈົນບໍ່ສາມາດກັ້ນເມັດນ້ຳຕາໄວ້ໄດ້ນັ້ນ ກໍໄດ້ຝາກຜົນງານ ອັນເປັນທີ່ຈົດຈຳ ຝັງໃຈ ຄວນແກ່ການສຶກສາໃນແງ່ການສ້າງໂຄງເລື່ອງໄດ້ຢ່າງຍອດຢ້ຽມ ມີລັກ ສະນະມາດຖານສາກົນ ໃຊ້ພາສາໄດ້ຫລາກຫລາຍອາລົມ ຕໍ່າຫາສູງ ຢ່າງກົມກືນ ຄະຕິຂໍ້ຄິດທັບຖົມເຈືອຈານຢູ່ທຸກບົດ ບໍ່ວ່າໃນບົດກະວີກວ່າ 50 ເລື່ອງ ແລະເລື່ອງສັ້ນກວ່າ 30 ເລື່ອງ ທີ່ປາກົດອອກຕາມສື່ສິ່ງພິມຕ່າງໆຜ່ານມາ.

ຄວາມຈິງແລ້ວ ປາໄນ ຂຽນກະວີ ເລື່ອງສັ້ນ ມາແຕ່ສະໄໝປາຍຊຸມປີ 60 ພຸ້ນ ແຕ່ບໍ່ໄດ້ຮັກສາເກັບມ້ຽນ ປະກອບກັບຕ້ອງໂຍກຍ້າຍຫລົບພຸ້ນພີ້ເລື້ອຍໆ ເຮັດໃຫ້ຜົນງານເຫລົ່ານັ້ນ ຕົກເຮ່ຍເສຍຫາຍໄປເລີຍ.

ບົດກອນ “ໃຜວ່າວຽງຈັນ (ຊິບໍ່) ເສົ້າ?” ຖືກລົງພິມໃນປຶ້ມໂຮມຄຳກອນຄຳກອນຊຸຸດ “ກະວີຊາວບ້ານ” ແລະໃນວາລະສານ “ເພື່ອນແກ້ວ” ສະບັບວັນທີ່ 30 ພຶດສະພາ ປີ ຄ.ສ 1970.

  1. ວິເຄາະເນື້ອໃນ

ບົດກອນ “ໃຜວ່າວຽງຈັນ (ຊິບໍ່) ເສົ້າ? ຂອງນັກຂຽນນາມປາກກາປາໄນ ຜູ້ທີ່ມີຊື່ສຽງໃນສະໄໝ

ຊຸມປີ 60-70 ເຊິ່ງເປັນບົດກອນປະເພດວິຈານໂດຍສະເພາະ ເຊິ່ງປາໄນເອງກໍຖືໄດ້ວ່າ ເພິ່ນເປັນຄົນໜຶ່ງທີ່ປາກກ້າຂາແຂງກວ່າຄົນອື່ນໆ ໃນບັນດານັກຂຽນຂອງລາວສະໄໝນັ້ນ. ເມື່ອມີເຫດການບ້ານເມືອງເກີດຂຶ້ນ ເພິ່ນເປັນນັກຂຽນແຖວໜ້າທີ່ໄດ້ອອກມາຕຳນິວິຈານກ່ອນໝູ່ ເຊິ່ງສະແດງອອກມາໃນຮູບແບບຂອງຄຳຮ້ອຍກອງ ນັ້ນກໍຄືບົດກາບກອນນັ້ນເອງ ເພາະວ່າບົດກອນ ຄົນທີ່ໄດ້ອ່ານຈະຊຶມຊັບໄດ້ງ່າຍ, ສັ້ນ, ກະທັດຮັດ, ມ່ວນຊື່ນ ແລະທຸກຄຳແມ່ນເກາະກ່າຍກັນເປັນຕ່ອງໂສ້ໄປຈົນໝົດ. ນັກຂຽນປາໄນໄດ້ຖືເອົາໂອກາດນີ້ເປັນຈຸດເດັ່ນໃນການສະແດງທັດສະນະສ່ວນຕົວ ແລະຕຳນິວິຈານສັງຄົມໄປພ້ອມໆ.

ບົດກອນ “ໃຜວ່າວຽງຈັນ (ຊິບໍ່) ເສົ້າ? ກໍຖືກຂຽນຂຶ້ນໃນສະພາບການທີ່ບ້ານເມືອງ ກຳລັງຕົກຢູ່ໃນຊ່ວງຫົວລ້ຽວຫົວຕໍ່ຂອງປະຫວັດສາດ ບ້ານເມືອງມີແຕ່ຄວາມສັບສົນວຸ່ນວາຍ ໂດຍສະເພາະກໍແມ່ນນະ ຄອນຫລວງວຽງຈັນ ທີ່ຕົກຢູ່ພາຍໃຕ້ການຄວບຄຸມຊົ່ວຄາວຂອງຈັກກະພັດອະເມລິກາ ການພັດທະນາສ້າງ ສາບ້ານເມືອງມີຄວາມຕິດຂັດ, ບໍ່ມີງົບປະມານ ແລະຜູ້ມີຕຳແໜ່ງໃນລະດັບສູງ ມາຈົນເຖິງລະດັບຕ່ຳ ທີ່ເອີ້ນວ່າ ກຸ້ງ, ຫອຍ, ປູ, ປາ, ຊິວ ກໍພາກັນກັດກິນງົບ ຈົນເຮັດໃຫ້ງົສ້າງສາບໍ່ພໍ ແລະບໍ່ມີ ກໍເລີຍເຮັດໃຫ້ພື້ນຖານໂຄງລ່າງ, ຖະໜົນຫົນທາງໃນນະຄອນຫລວງວຽງຈັນ ເຕັມໄປດ້ວຍຄວາມບໍ່ຈົບບໍ່ງາມ ແລະບໍ່ມີອັນດີ.

ຂຶ້ນຕົ້ນນັກຂຽນໄດ້ເລົ່າເຖິງຟ້າຝົນທີ່ຕົກລົງມາຢ່າງບໍ່ຂາດສາຍ ເພາະວ່າຢູ່ໃນຊ່ວງເດືອນພຶດສະ ພາໜ້າຝົນພໍດີ ແລະພັນລະນາ ເຍາະເຍີ້ຍວ່າ ໃຜທີ່ວ່ານະຄອນຫລວງວຽງຈັນນີ້ເສົ້າ ແມ່ນບໍ່ເປັນຄວາມຈິງເລີຍ ຕາມຄຳເວົ້າທີ່ເວົ້າມາແຕ່ບູຮານ ຖ້າບໍ່ເຊື່ອໃຫ້ເຊີນໄປເບິ່ງກັບຕາ ຈະພົບພໍ້ແຕ່ຄວາມອຸດົມສົມບູນຂອງສິ່ງເສດເຫລືອ ແລະຂີ້ເຫຍື້ອເຕັມຕະຄອງຮ່ອງນ້ຳ ບໍ່ອຶດບໍ່ຢາກທີ່ມີນ້ຳເນົ່າແຄມຖະໜົນຫົນທາງ ຈົນວ່າກິ່ນຂອງມັນ ເໝັນກຸ້ມໄປທົ່ວທີບ ແລະນັກຂຽນຍັງບອກອີກວ່າ ປະຊາຊົນໃນວຽງຈັນໃຫ້ພາກັນອົດທົນດົມເອົາ ແນວວ່າບ້ານເມືອງເຮົາບໍ່ເຄີຍສ້າງເຄີຍສາມັນກໍເປັນແບບນີ້ແຫລະ!. ນີ້ມັນໄດ້ສະແດງໃຫ້ເຮົາຮູ້ວ່າ ບ້ານເມືອງທີ່ບໍ່ມີຄວາມສະອາດ, ສົກປະປົກ ເມື່ອຝົນເທທັ່ງຕົກລົງມາ ກໍຈະນຳພາເອົາສິ່ງເຫລົ່ານັ້ນ ໄຫລນອງໄປກອງກັນຢູ່ຕາມຮ່ອງ ແລະເຕັມຕາມຖະໜົນຫົນທາງ.

ໃນນັ້ນນັກຂຽນຍັງໄດ້ວິຈານເລື່ອງກົດຈະລາຈອນຕາມຖະໜົນຫົນທາງນຳດ້ວຍ ທາງລັດຖະບານໄດ້ອອກກົດໝາຍຕ່າງໆຢ່າງຫລວງຫລາຍ ເພື່ອມາບັງຄັບໃຊ້ ແຕ່ຊ້ຳພັດບໍ່ມີຄົນປະຕິບັດ ມີທາງມ້າລາຍ ໄຟດຳ ໄຟແດງຂວາງກັ້ນ ແຕ່ປະຊາຊົນກໍບໍ່ສົນໃຈ ກໍເລີຍມີກໍພໍວ່າມີ ເຮັດຕາມບ້ານຕາມເມືອງປະເທດອື່ນທີ່ເຂົາພາເຮັດ. ພາໃຫ້ເສຍຊັບສິນຂອງບ້ານເມືອງໄປລ້າໆ ແບບບໍ່ມີປະໂຫຍດອິສັງ? ຊ້ຳບໍ່ໜຳຟ້າຝົນພັດຍັງມາທຳລາຍອີກ ເຮັດໃຫ້ສິ່ງຂອງທີ່ບໍ່ມີຄຸນນະພາບຢູ່ແລ້ວ ຍິ່ງມ້າງມຸ່ນທະລາຍໄປ ເປັນຕົ້ນກໍແມ່ນຖະໜົນຫົນທາງ ທີ່ເປັນບວກເປັນຂຸມ ເຮັດໃຫ້ການສັນຈອນໄປມາບໍ່ສະດວກ ຂີ້ຕົມແລະນ້ຳເປິເປື້ອນຖືກລົດຢຽບຢໍ່າຟົ້ງສາດໃສ່ກັນຢູ່ບໍ່ຂາດ. ທັງໆທີ່ວ່າຖະໜົນຫົນທາງຫາກໍສ້າງມາບໍ່ທັນຂວບປີ ຖືກນ້ຳຊັດເຊເພພັງໄປໝົດຈົນບໍ່ຫລໍ ມາຮອດບ່ອນນີ້ນັກຂຽນໄດ້ຕື່ມເຕີມທັດສະນະສ່ວນຕົວຂອງຕົນເອງໃສ່ວ່າ ຂອງບໍ່ເປັນຕາແບບນີ້ ບໍ່ມີຕາຍກໍຕາມຊ່າງ ມີທາງມ້າລາຍ ຄັນບໍ່ມີກະຄືກັນນັ້ນແຫລະ!.

ເມື່ອຖະໜົນຫົນທາງເປັນແນວນັ້ນ ທາງຝ່າຍຜູ້ຮັກສາກົດໝາຍ ນັ້ນກໍຄືຕຳຫລວດຈະລາຈອນທີ່ປະຈຳການຕາມຖະໜົນຫົນທາງ ກໍຍິ່ງບໍ່ເຂັ້ມງວດ ແລະເອົາໃຈໃສ່ ເຫັນລົດໄປຢຽບຢູ່ກາງທາງມ້າລາຍກໍນັ່ງນິ້ງເມີນເສີຍ ບໍ່ປັບໄໝເອົາຜິດຜູ້ຂັບຂີ່ຫຍັງເລີຍ? ກໍເລີຍເຮັດໃຫ້ປະຊາຊົນເຫລົ່ານັ້ນລຶ້ງເຄີຍ ຫຍ້າມແລະບໍ່ໄດ້ເອົາຫົວໃສ່ໃຈຊາກັບກົດໝາຍບ້ານເມືອງ.

ນັກຂຽນໄດ້ຕຳນິວິຈານເລື່ອງຕ່າງໆທີ່ເກີດຂຶ້ນວ່າ ເປັນເໝືອນກັບໄມ້ທີ່ຍັງບໍ່ທັນແທກດ້າມໄດ້ພໍດັບພໍດີ ຊ້ຳພັດມາຕັດຮອນລົງ ມັນເໝືອນກັບຄົນເຮົາທີ່ບໍ່ຄຶດການໄກ ບໍ່ມີວິໄສທັດໃນຫົວ ເວົ້າງ່າຍໆວ່າ “ບໍ່ຄຶດ ກ່ອນຊິເຮັດຫຍັງ?”  ກໍເລີຍພາໃຫ້ເກີດສິ່ງທີ່ບໍ່ດີຕາມມາ ດັງນັ້ນ ຄວນທີ່ຈະຄຶດກ່ອນເຮັດ ເປັນການດີທີ່ສຸດ.

ກ່ອນຈະຈົບນັກຂຽນໄດ້ວິຈານຢ່າງຮຸນແຮງທີ່ສຸດ (ກໍເປັນໄດ້) ມັນອາດຈະໝາຍເຖິງຜູ້ນຳ ຫລືຊົນຊັ້ນທີ່ປົກຄອງ ວ່າ “ໄມ່ເອົາໄໜເລີຍ” ເຊິ່ງເປັນຄຳເວົ້າພາສາໄທ ກ່ອນຊິເຮັດຊິທຳຫຍັງ? ກໍຕ້ອງຄຶດໃຫ້ຮຽບຮ້ອຍສາກ່ອນ ຮິ່ນຕອງຖ້ວນຖີ່ແລ້ວຈຶ່ງລົງມືທຳ ເພາະວ່າສິ່ງເຫລົ່ານັ້ນ ທີ່ເຮັດລົງໄປນັ້ນ ມັນໄດ້ພາໃຫ້ເກີດຄວາມເສຍຫາຍຢ່າງກວ້າງຂວາງ ເສຍຊັບສິນເງິນທອງໄປເປັນໝື່ນ-ແສນ-ລ້ານ ເຊິ່ງຊັບສິນເຫລົ່ານັ້ນ ກໍແມ່ນເງິນພາສີຂອງປະຊາຊົນພາຍໃນຊາດຂອງຕົນເອງ ນັກຂຽນໄດ້ບັ້ນທ້າຍວ່າ ເຮັດຫົນທາງມ້າລາຍສໍ່ານີ້ກໍຍັງເຮັດໃຫ້ປະຊາຊົນດ່າ, ວ່າ, ເວົ້າໃຫ້?.

ຜ່ານການວິຈານຜ່ານມາ ບົດກອນນີ້ໄດ້ສະແດງໃຫ້ເຮົາໄດ້ຮູ້ ແລະໄດ້ເຫັນສະພາບຕົວເມືອງວຽງຈັນໃນສະໄໝນັ້ນ ທີ່ຖະໜົນຫົນທາງເຕັມໄປດ້ວຍຂີ້ຕົມ, ບວກຂຸມຢັ່ງຢາຍຢູ່ເປັນໄລຍະໆ ໃນຍາມທີ່ຝົນໄດ້ທັ່ງເທລົງມາ ຊ້ຳບໍ່ໜຳຍັງພັດພາຂີ້ເຫຍື້ອ ແລະນ້ຳເປິເປື້ອນ ໄຫລນອງໄປທົ່ວ ເຮັດໃຫ້ມີກິ່ນເໝັນ ເບິ່ງແລ້ວບໍ່ສະອາດງາມຕາເລີຍ. ມັນກໍບໍ່ແຕກຕ່າງໄປຈາກປັດຈຸບັນພໍເທົ່າໃດ? (ຢູ່ວຽງຈັນແຖວນອກໆພຸ້ນດອກ!) ເຊິ່ງສາມາດເວົ້າໄດ້ວ່າ ເປັນຄຳກອນທີ່ມ່ວນອອນຊອນຫລາຍ ຄຳເວົ້າງ່າຍໆແບບຊາວບ້ານໆ ຍົກຄຳບູ ຮານຂຶ້ນມາປຽບທຽບໄດ້ຢ່າງໜ້າປະທັບໃຈ ທີ່ໜ້າຊົມເຊີຍທີ່ສຸດກໍຄື ຕັ້ງຊື່ບົດກອນວ່າ “ໃຜວ່າວຽງຈັນ (ຊິບໍ່) ເສົ້າ?” ເຊິ່ງໃຜກໍຮູ້ວ່າ ຄຳໆນີ້ ເປັນຄຳເວົ້າຂອງຄົນລາວເຮົາມາແຕ່ໃດໆ ແຕ່ນັກຂຽນໄດ້ຍົກເອົາມາ ແລ້ວເພີ່ມຄຳ “ຊິບໍ່?”ເຂົ້າທາງກາງໃຫ້ມັນພິເສດ ແລະວິເສດ ເພື່ອໃຫ້ຄົນອ່ານສະດຸດຕາ ແລະເປັນຕາໜ້າອ່ານບົດກອນນີ້ຢ່າງທີ່ສຸດ.

1 2

ຈົບ

ບົດບົດຄວາມນີ້ ເຄີຍເປັນລາຍງານມາແລ້ວ ວິຊາ ວິຈານວັນນະຄະດີ

ສອນໂດຍ : ອຈ ສຸລິກັນ

ພາກວິຊາພາສາລາວ-ສື່ສານມວນຊົນ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 18 ພະຈິກ 2024 ທີ່ຫໍສະພາແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ...

10 ເດືອນຜ່ານມາ ຫລວງພະບາງດຶງດູດນັກທ່ອງທ່ຽວໄດ້ 1,7ລ້ານກວ່າຄົນ

ທ່ານ ນາງ ສຸດາພອນ ຄົມທະວົງ, ຫົວຫນ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຫລວງພະບາງ ລາຍງານຕໍ່ກອງປະຊຸມປຶກສາຫາລືເພື່ອກຽມຕ້ອນຮັບນັກທ່ອງທ່ຽວປີ 2025 ຈັດຂຶ້ນຢູ່ຫ້ອງປະຊຸມພະແນກ ຖວທ...

ພະຍາກອນອາກາດປະຈໍາວັນທີ 13 ພະຈິກ 2024, ເວລາ 12: 00 ໂມງ

ຄວາມກົດດັນສູງຂອງອາກາດເຢັນຍັງປົກຄຸມຢູ່ພາກເຫນືອ ລົງຫາ ພາກກາງຂອງປະເທດລາວດ້ວຍກໍາລັງອ່ອນ ສ່ວນພາກໃຕ້ປົກຄຸມ ດ້ວຍຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນ,ສົມທົບກັບກະແສລົມຕາເວັນອອກສ່ຽງເຫນືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຍັງ ຈະເຢັນໃນຕອນກາງຄືນ ຫາ ຕອນເຊົ້າໂດຍສະເພາະຢູ່ແຂວງພາກເຫນືອ,ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ສ່ວນພາກໃຕ້ ໃນຕອນບ່າຍ ອາກາດຮ້ອນ...

ສາລະວັນ ຕັ້ງເປົ້າໃຫ້ໄດ້ 50 ຫລຽນລາງວັນ ໃນມະຫາກຳກິລານັກຮຽນ

ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ແຂວງສາລະວັນ ໃນນາມເຈົ້າພາບຈັດມະຫາກໍາກິລານັກຮຽນມັດທະຍົມ ທົ່ວປະເທດ ຄັ້ງທີ VII, ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 13-22 ທັນວາ 2024 ທີ່ຈະມາເຖິງນີ້ ໂດຍໄດ້ຕັ້ງເປົ້າເປັນເຈົ້າຂອງຫລຽນລາງວັນ...