ນັບວ່າເປັນຍອດນິທານຊາດົກອີກເລື່ອງໜຶ່ງຂອງລາວ ຍອດນິທານເລື່ອງນີ້ແມ່ນຄັດມາຈາກຮູບຕິດແກ້ວຢູ່ຝາພະໜັງ ຫໍສ່ຽງດວງ ຫຼື ຫໍພະນອນ ຂອງວັດຊຽງທອງທີ່ຫລວງພະບາງ ນິທານເລື່ອງນີ້ມັນໄດ້ສອນໃຫ້ເຮົາເປັນຄົນມີສິນລະທຳ ແລະ ມີຄວາມຊື່ສັດສຸຈະລິດ ຢາກຮູ້ເນື້ອໃນເຊີນອ່ານໄດ້ເລີຍ
ແຕ່ປາງ ກ່ອນຍັງ ມີຕະກຸນກະດຸມພີຜົວເມຍຄູ່ໜຶ່ງ ຕັ້ງບ້ານເຮືອນຢູ່ໃນນະຄອນພະລານະສີ.ເຂົາເຈົ້າມີລູກຊາຍສອງ ຄົນ,ຜູ້ອ້າຍຊື່ວ່າສີສະຫລຽວແລະຜູ້ນ້ອງຊື່ວ່າ ສຽວສະຫວາດ.ຍາມເມື່ອທ້າວ ສຽວ ສະຫວາດມີອາຍຸໄດ້16ປີ ພໍ່ແລະແມ່ເຊິ່ງເຖົ້າແກ່ຫລາຍແລ້ວນັ້ນໄດ້ພິຈາລະນາວ່າຕົນເອງໄດ້ ເຖົ້າແກ່ຊະລາຫຼາຍແລ້ວແລະວ່າລູກທັງສອງຂອງຕົນເອງກໍຈຳຕ້ອງໄດ້ ເລືອກເສັ້ນທາງດຳລົງຊີວິດພໍໃຜພໍມັນແລ້ວ ເຂົາເຈົ້າຈິ່ງເອີ້ນລູກທັງສອງມາພົບພ້ອມກັນ.ພໍ່ກ່າວກັບລູກວ່າ: ເຈົ້າລູກຮັກທັງສອງຂອງພໍ່ເອີຍ!ອັນວ່າເຮືອນສອງຫຼັງ,ຫຼັງນຶ່ງປຸກ ແປງສຳເລັດບໍລິບວນແລ້ວ,ສ່ວນຫຼັງໜຶ່ງຫ້າງໄມ້ໄວ້ຄົບສຸອັນແລ້ວແຕ່ ຍັງບໍ່ທັນປຸກ ລູກຕ້ອງຕັ້ງປຸກເອງ,ເຈົ້າທັງສອງຈະໄຄວ່ເອົາຫຼັງໃດໃຫ້ວ່າມາ ເທີ້ນ.ສີສະຫຼຽວຜູ້ມັກຢູ່ຄົງທີ່ກໍວ່າຈະເອົາຫຼັງທີ່ປຸກບໍລິບວນ ແລ້ວ,ສ່ວນສຽວສະຫວາດຜູ້ຍັງທ່ອງທ່ຽວຊອກຫາປະສົບການກໍວ່າຈະເອົາ ຫຼັງທີ່ຕົນຈະຕ້ອງປຸກເອງ.ອັນໜຶ່ງຢ່າຊຸລ່ວງຄຳສອນອັນພໍ່ແມ່ແລະ ເຖົ້າແກ່ສອນໄວ້ຫາກບໍ່ຟັງຈະເປັນທຸກເປັນໄພເຖິງຊີວິດຄຳສອນ ນັ້ນຈະປົກປ້ອງຮັກສາພວກລູກຍາມມີໄພເປັນດັ່ງນົກກະແດບເດົ້າໃນ ນິທານ ພໍ່ສືບຕໍ່ເວົ້າວ່າ: ລູກທັງສອງອັນວ່າຄອງຖ່ອຍຮ້າຍມີສາມປະການ ອັນໜຶ່ງ ເພິ່ນບໍ່ເອີ້ນຢ່າຂານ ເພິ່ນບໍ່ວານຢ່າຊ່ອຍ. ອັນສອງພໍ່ແມ່ເຖົ້າແກ່ແລະຄູອາຈານສັ່ງສອນໃຫ້ຮູ້ຢ່າສຸຕອບຖ້ອຍ ຖຽງຄວາມໃຫ້ມິດຟັງແລະພິຈາລະນາ.ອັນສາມ ຢ່າຂົ່ມເພິ່ນຍໍໂຕ ເປັນຄົນເກີດໃນວັດຕະສົງສານນີ້ບໍ່ມີໃຜດີໄດ້ຕະຫຼອດການ,ລາງເທື່ອ ມີລາງເທື່ອໄຮ້ ລາງເທື່ອໄດ້ລາງເທື່ອຊ້ຳເລົ່າພອຍເສຍ ດຸດດັ່ງເຮືອສະເພົາຄ້າບາດຊິຫຼົ້ມກໍຍັງຫຼົ້ມບາດຈອດຕາຊິບອດກໍ ຍັງບອດບາດເຖົ້າຄັນວ່າເຖົ້າແກ່ແລ້ວກໍຍັງພົບເຄືອຫວາຍຄັນວ່າຊິ ມໍລະນະຕາຍກໍຍັງພົບທີ່ຮ້າງແມ່ນວ່າເປັນພະຍາເຈົ້າຊ້າງກໍຍັງຄູ້ ເຂົ່າຍ່າງຕາງຕີນແລນາ ອັນນຶ່ງເຈົ້າທັງສອງຢ່າທຽບຕົນທຽມຄົນໃບ້ແລະສັດເດຍລະສານ.ເຮົາຈະ ສອນໃຫ້ມັນດີເຮົາຕ້ອງວ່ານຳມັນດີເພິ່ນວ່າເວົ້າຄຳດີປົງຖົງ ຄ້ຽວໝາກເວົ້າຄຳຮ້າຍຖອນດາບຟັນກັນເປັນດັ່ງຊ້າງຂອງພະຍາແລະລູກ ນົກແຂກເຕົ້າ.
ຈາກນັ້ນບໍ່ນານພໍ່ແມ່ກໍຕາຍຈາກໄປ.ສອງ ພີ່ນ້ອງກໍສືບຕໍ່ຢູ່ນຳກັນ. ແຕ່ວ່າຕະຫຼອດເວລາ ສຽວສະ ຫວາດຄົ້ນຄິດຫາແຕ່ເລື່ອງເດີນທາງທ່ອງທ່ຽວຫາປະສົບການແລະຄຳສອນ ຂອງພໍ່ທີວ່າ: ”ຟັນເຮືອໄວ້ຫຼາຍລຳແຮທ່າໝ່າເຂົ້າໄວ້ຫຼາຍບ້ານທົ່ວເມືອງ”. ເມື່ອນັ້ນຍັງມີເຮືອສະເພົາຄ້າຈາກຈຳປານະຄອນມາຈອດທຽບທ່າບ້ານເຂົາ ເຈົ້າ. ສຽວສະຫວາດຈິ່ງເຂົາພົບນາຍສະເພົາເພື່ອຂໍເດີນທາງໄປນຳ.ນາຍສະເພົາ ໄດ້ບອກສຽວສະຫວາດວ່າເຮືອຈະອອກເດີນທາງແຕ່ເດິກມື້ຕໍ່ມາໃຫ້ລາວຕຽມ ຕົວພ້ອມ.ສຽວສະຫວາດໄດ້ຕົບແຕ່ງຫ້າງຫາເອົາເຄື່ອງຂອງທີ່ຈຳເປັນແລ້ວ ກໍສັ່ງລາອ້າຍ ແລະ ຍາດຕິພີ່ນ້ອງທັງຫຼາຍພວກພີ່ນ້ອງຮູ້ສຶກອີດູລາວແລະໄດ້ກ່າວຄຳຕັກ ເຕືອນສອງອ້າຍນ້ອງວ່າ: “ອ້າຍກັບນ້ອງຫ່າງໜ້າຫຼາຍປີມາເປັນອື່ນພວກເຈົ້າທັງສອງຈົ່ງຮັກ ແລະຫ່ວງໄຍອາທອນກັນ. ສຽວສະຫວາດໄປໄກແລ້ວບໍ່ໃຫ້ໄປລັບໃຫ້ກັບມາຍື້ຢາມຖາມຂ່າວແດ່ພໍ່ ແມ່ເຖົ້າແກ່ທຸກຄົນຄິດຮອດຄິດເຖິງເປັນຫ່ວງເປັນໄຍ”.
ສຽວສະຫວາດອອກບ້ານໄປຫາເຮືອແຕ່ ເດິກ.ຈາກນັ້ນເມື່ອເຫັນນັກຂັດຕະລຶ ແລ້ວນາຍສະເພົາກໍຈັບເອົາຄັນຕະກຸດແລະແກ້ວໜ້າເລັນອອກມາແຍງ ສ່ອງແລ້ວລາວກໍຮ້ອງສັ່ງບ່າວເຮືອທັງຫຼາຍວ່າ:”ມ້ວນເຊືອກເສົາກະໂດ ງຄຶງໃບຂຶ້ນ”ຍ້ອນລົມແຮງພັດຕ້ອງໃບເຮືອເຮືອແລ່ນໄປໄວປານຊັດກະສວຍ ທັງຄະຍອກຄອກຄອນເຮັດໃຫ້ສຽວສຫວາດຜູ້ເຊິ່ງບໍ່ເຄີຍເດີນເຮືອຈັກ ເທື່ອຮູ້ສຶກມືດຫູລາຍຕາຄືຈະເປັນລົມ.ລາວໄດ້ເຫັນຫຼາຍສິ່ງຫຼາຍ ຢ່າງຈາກໃນເຮືອແລະຢາກຈະໂອ້ລົມຊັກຖາມໃຜຜູ້ໜຶ່ງແຕ່ລາວບໍ່ອາດ ສາມາດຍ່າງໄປມາແລະຫາເວົ້າອັນໃດໄດ້ລາວຈິ່ງນັ່ງຂົດມິດຢູ່ແຈ ເຮືອແລະສົ່ງສາຍຕາລຽບເບິ່ງສິ່ງຕ່າງໆຢູ່ຕາມຟາກຝັ່ງນ້ຳ, ເມື່ອເຮືອແວ່ຈອດຢູ່ບ່ອນໜຶ່ງລາວກໍໄດ້ຊັກຖາມນາຍສະເພົາ ວ່າ:”ພໍ່ ຫາດທີ່ເຮົາກາຍມານັ້ນກໍ່ມີຫີນແດ່ບໍ?ປ່າດົງພົງໄພທີ່ເຮົາກາຍ ມານັ້ນກໍມີໄມ້ບໍ່ຈາ?ບ້ານທີເຮົາກາຍມານັ້ນກໍມີຄົນບໍ່ເດ?ພະມະຫາ ນະຄອນທີ່ເຮົາຜ່ານມານັ້ນກໍມີເຈົ້າປົກຄອງແລະມີຜູ້ເຖົ້າສາມຂາບໍ່ ນໍ?ວັດທີ່ຜ່ານມານັ້ນກໍມີພະເຈົ້າບໍ່ຈາ?” ເມື່ອໄດ້ຍິນດັ່ງນັ້ນພວກບ່າວເຮືອທັງລາຍກໍພາກັນຫົວຂວັນແລະຕົບມື ເອ່ໜ້າລາວເອົາແທ້ເອົາວ່າຈົນນາຍສະເພົາຈົນໄດ້ຫ້າມປາມເຂົາເຈົ້າ ແລະກ່າວຕັກເຕືອນສຽວສະຫວາດວ່າ:”ລູກເອີຍ! ອັນ ວ່າພວກເຮົານີ້ມາຄ້າມາຂາຍຢູ່ກາງເກາະກາງນ້ຳຢູ່ຕ່າງຖິ່ນຕ່າງແດນ ຈັ່ງຊີ້ລູກແລະເມຍຢູ່ທາງບ້ານເຂົາກໍຢາກຫ້າມຢາກກີດກຳຄະລຳແທ້ ຄຳບູຮານວ່າໄວ້ ໂຕບໍ່ກິນທ້ອງຊ້ຳຢາກໂຕບໍ່ປາກຫົວໃຈຍັງວອນ”ຄຳຖາມແບບນີ້ລູກຢ່າ ຖາມອີກເນີເພາະມັນຈະເຮັດໃຫ້ຄົນອື່ນຮູ້ວ່າເຮົາເປັນຄົນພໍປານ ໃດ. ອັນວ່າຢູ່ຕາມຫາດມັນກໍມີແຕ່ຫີນນັ້ນແລ ອັນວ່າຢູ່ຕາມປ່າດົງພົງໄພກໍຫາກມີແຕ່ໄມ້ຫັ້ນແລ້ວ, ຢູ່ໃນພະນະຄອນກໍຍ່ອມມີເຈົ້າປົກຄອງ ແລະ ມີຜູ້ເຖົ້າສັກໄມ້ເທົ້າຢ່າງຫລວງຫຼາຍແທ້ແລ, ອັນວ່າວັດວາອາຮາມກໍ່ຍ່ອມມີພະພຸດທະເຈົ້າພະທຳມະເຈົ້າ ແລະ ພະສັງຄະເຈົ້າຫັ້ນແລ. ຈາກນັ້ນນາຍສະເພົາກໍຈັດໃຫ້ບ່າວເຮືອເລັ່ງພາຍເຮືອເພື່ອໃຫ້ເຖິງ ເມືອງຂອງຕົນກ່ອນຄໍ່າວັນນັ້ນ. ເມື່ອມາເຖິງເມືອງພວກບ່າວເຮືອກໍແຍກກັນກັບບ້ານໃຜບ້ານມັນ. ນາຍສະເພົາກໍພາສຽວສະຫວາດໄປບ້ານຂອງຕົນ.
ໃນ ແລງນັ້ນນາຍສະເພົາໄດ້ເລົ່າສູ່ລູກແລະ ເມຍຟັງວ່າ: ໄປຄ້າຖ້ຽວນີ້ກໍຫາກໂຊກໝານແທ້ການເດີນເຮືອກໍຕະຫຼອດປອດໄພດີ. ຊາຍໜຸ່ມຜູ້ທີ່ມາກັບພໍ່ຊື່ວ່າ ສຽວສະຫວາດ ລາວເປັນລູກກະດຸມພີຜູ້ຫນຶ່ງ ໃນເມືອງພາລານະສີ; ລາວຢາກເຫັນຕ່າງປະເທດຕ່າງແດນ ລາວຈຶ່ງຂໍມານຳ; ພໍ່ເລີຍໃຫ້ລາວເປັນບ່າວເຮືອມານຳ ແລະ ໃຫ້ລາວພັກຢູ່ນຳຄອບຄົວເຮົາ. ເບິ່ງຊົງລາວເປັນຄົນສະຫຼຽວສະຫຼາດ,ແຕ່ພໍ່ຄິດບໍ່ອອກຊອກບໍ່ມາວ່າ ເປັນຫຍັງຄົນຊົງສະຫຼາດຈັ່ງຊັ້ນຈິ່ງໄດ້ຖາມຄຳຖາມຄືຜີບ້າຊ້າເພີ້ ນີ້ແຫຼະ. ເມື່ອນັ້ນລູກສາວນາຍສະເພົາຊື່ວ່າ ນາງສີໄວໄດ້ຖາມພໍ່ວ່າ: ລາວຖາມແນວໃດພໍ່ຈິ່ງວ່າຄືຜີບ້າ?. ຫຼັງຈາກໄດ້ຟັງນາຍສະເພົາເລົ່າກ່ຽວກັບຄຳຖາມຂອງສຽວສະຫວາດແລ້ວ ນາງສີໄວ ຈິ່ງສະແດງຄວາມເຄົາລົບພໍ່ ແລະ ຂໍອານຸຍາດສະແດງຄວາມຄິດເຫັນ: ຄຳຖາມນັ້ນອາດບໍ່ຜີບ້າຊ້າເພີ້ ດັ່ງທີ່ເຮົາເຂົ້າໃຈ. ລາວຖາມເຖິງຫີນຢູ່ໃນຫາດແມ່ນລາວຖາມຫາຫີນທີ່ປະເສີດເຊັ່ນວ່າ ແກ້ວບັບພາເຮືອງຮຸ່ງ, ແກ້ວມະນີພຸ່ງລັດສະໝີ, ແກ້ວພີທູນມີຄ່າມາກ, ແກ້ວວະຊິລະຫຼາກຫຼາຍປະການ ແລະ ທີ່ສຳຄັນສຸດແມ່ນແກ້ວມະນີໂຊດ, ອັນລາວຖາມເຖິງໄມ້ຢູ່ໃນດົງ ແມ່ນລາວຢາກຖາມຫາໄມ້ແກ່ນແຂງອັນປະເສີດເຊັ່ນວ່າ:ໄມ້ຈວງ, ໄມ້ຈັນ, ອັນລາວຖາມຫາຄົນ ແລະ ຜູ້ເຖົ້າສາມຂາຢູ່ໃນບ້ານ ແລະ ເມືອງນັ້ນແມ່ນລາວຖາມຫາຄົນຜູ້ຮູ້ສາດຕະສິນອາຄົມໝໍຫວ້ານ, ໝໍຢາ ຄົນມີປັນຍາ ນັກປາດລາດຊະບັນດິດຜູ້ຮູ້ຮີດຮູ້ຄອງຮູ້ສູດຮູ້ທຳນັ້ນແລ. ອັນລາວຖາມຫາເຈົ້າປົກຄອງມະ ຫານະຄອນລາວຢາກຖາມວ່າມີເຈົ້າແຜ່ນດິນຍຶດຖືຫຼັກທົດສະພິລາຊະທຳ ສິບປະການຜູ້ສ້າງວຸດທິຈຳເລີນແກ່ໄພຟ້າລາດຊະດອນ. ອັນລາວຢາກຖາມວ່າມີພະເຈົ້າຢູ່ວັດບໍ ແມ່ນລາວຢາກຖາມວ່າມີພະພຸດທະຮູບສັກສິດທີ່ກາບໄຫວ້ບູຊາມາເປັນ ເວລາເຫິງນານຕະຫຼອດຮອດຕົ້ນສີມະຫາໂພ ແລະ ເຈດີ ທີ່ບັນຈຸສາລີຣິກະທາດນັ້ນແລ້ວ. ເມື່ອຟັງຄຳເຫັນຂອງລູກສາວແລ້ວ ນາຍສະເພົາກໍເຂົ້າໃຈວ່າສຽວສະຫວາດເປັນຄົນມັກຊອກຮູ້ຮໍ່າຮຽນ. ຫຼັງຈາກໄດ້ຢູ່ນຳກັນມາໄລຍະໜຶ່ງແລ້ວນາຍສະເພົາກໍໄດ້ຖາມ ສຽວສະຫວາດໃນວັນຫນຶ່ງວ່າ:”ລູກສຽວສະຫວາດເອີຍ! ພໍ່ສັງເກດເຫັນວ່າເຈົ້າກັບນາງສີໄວລູກສາວຂອງພໍ່ນັ້ນໄດ້ມີຄວາມ ມັກຄວາມມ່ວນຕໍ່ກັນ. ຫາກເປັນດັ່ງນັ້ນພໍ່ຈະມອບລູກສາວໃຫ້ລູກດູແລແທນພໍ່ຕະຫຼອດໄປ” ສຽວສະຫວາດຍໍມືນົບນາຍສະເພົາຢ່າງນອບນ້ອມແລ້ວກ່າວວ່າ:”ພໍ່ໂຜດຜາຍ ລູກປານນີ້ນັບວ່າເປັນບຸນຂອງລູກແທ້ແລ້ວລູກບໍ່ຂີນ ແລະ ຂໍຮັບເອົາຄວາມເມດຕາຈາກພໍ່. ແຕ່ຍາດຕິພີ່ນ້ອງ ແລະ ເຖົ້າແກ່ລຸງຕາຝ່າຍລູກທີ່ຈະມາທຳພິທີສູ່ຂໍຕາມປະເພນີນັ້ນບໍ່ມີ ຈັກຄົນ”. ຢ່າກັງວົນເລີຍ!ແມ່ນວ່າລູກຢູ່ໄກຍາດຕິພີ່ນ້ອງຂອງລູກແຕ່ລູກບໍ່ ໄດ້ໂດດດ່ຽວດຽວດາຍ. ພໍ່ແມ່ພີ່ນ້ອງ ແລະ ຄອບຄົວຂອງພໍ່ກໍຖືລູກຊ້ຳລູກຫຼານຄີງ, ຂໍໃຫ້ລູກຖືວ່ານີ້ຄືຄອບຄົວຂອງລູກຄືກັນ, ເພິ່ນວ່າມະນີໂຊດແກ້ວຄືຄູ່ຄຳແດງ ລູກເປັນຄົນດີມີຄວາມຮູ້ລູກຈົ່ງເປັນຄູ່ສີໄວລູກສາວຄົນດຽວຂອງ ພໍ່ ຢູ່ສືບວຽກແທນເຮືອນໃຫ້ຈະເລີນຮັ່ງມີຕໍ່ໄປ”.
ຫຼັງ ຈາກນັ້ນເພິ່ນກໍ່ຈັດພິທີວິວາຫະມຸງຄຸນແກ່ສຽວສະຫວາດແລະນາງສີໄວ ແລ້ວເຂົາເຈົ້າກໍຢູ່ຮ່ວມຫໍລົງໂຮງນຳກັນຢ່າງມີຄວາມສຸກ.ມາຮອດປີທີ່ສາມທີ່ ເຂົາ ເຈົ້າຢູ່ດອມກັນຈຳປານະຄອນຕົກຢູ່ໃນພາວະອັນຕະລາຍ ຍ້ອນວ່າເຈົ້າພະຍາບໍ່ຢູ່ໃນພິທີທົດສະພິລາຊະທຳ, ບໍ່ຢູ່ໃນຮີດສິບສອງຄອງສິບສີ່ ບໍ່ນັບຖືເຊື່ອຟັງຍຄຳແນະນຳສັ່ງ ສອນຂອງຊີພາມ ແລະ ເສນາມຸນຕີຜູ້ອາວຸດໂສ. ນອກນັ້ນຍັງຂ້ຽນຕີທຳໂທດເຂົາເຈົ້າເມື່ອເຂົາເຈົ້າບໍ່ເຫັນພ້ອມຄຳ ເຫັນທີ່ເພິ່ນສະເໜີ. ເມື່ອນັ້ນເທວະດາໝູ່ໜຶ່ງເຊິ່ງປົກປັກຮັກສາພະນະຄອນໄດ້ຕັ້ງໃຈຈະທຳ ໂທດພະຍາ ແລະ ນຳພາພະຍາກັບສຽວສະຫວາດພົບກັນໂດຍການນິລະມິດໃຫ້ມີຮ່າງລຶກລັບເປັນ ຄະມຸກຄະມົວປາກົດຕົວຂຶ້ນເໝືອນດັ່ງຜີ ຢູ່ບ່ອນນັ້ນບ່ອນນີ້ໃນວັງເມື່ອຕັ້ງໃຈຊອກແທ້ສິ່ງນັ້ນກໍຫາຍ. ຄວາມຢ້ານວ່າຕົນຈະຕາຍຍ້ອນສິ່ງນັ້ນຫຼອກຫຼອນພະຍາ ແລະ ບັນດົນໃຫ້ພະຍາມີການໂກດຮ້າຍຂ້າຟັນຄົນ.ເພີ່ນໄດ້ສັ່ງໃຫ້ ແຕ່ງຝຽນຍາມຄືນລະຫ້າຮ້ອຍຄົນມາຢູ່ຍາມໃນວັງ ແລະ ນັບແຕ່ຄືນທຳອິດເມື່ອເພິ່ນມາຢາມເບິ່ງນາຍຍາມເຫຼົ່ານັ້ນເຫັນເຂົາ ເຈົ້ານອນຫຼັບຢູ່ເພິ່ນກໍໂມໂຫຂຶ້ນ: “ຄົນພວກນີ້ ກູໃຫ້ມາຢູ່ຍາມປ້ອງກັນກູ ແຕ່ເຂົາຊໍ້າພັດນອນລັບປະຍາມເສີຍ.ເຂົາລະເລີຍໜ້າທີ່ແລະຊີວິດກູ ກູບໍ່ອາດຝາກຝັງຊີວິດໄວ້ກັບເຂົາໄດ້” ແລ້ວພະຍາກໍ່ຈັບເອົາງ້າວຂ້າຄົນເຫຼົ່ານັ້ນໝົດ. ຈາກນັ້ນທຸກຄືນຮອດກາງເດິກມາເພິ່ນກໍຈັບງ້າວຈັບງ້າວ ມາກວດຍາມ ເມື່ອເພິ່ນເຫັນຍາມນອນປະຍາມ ເພິ່ນກໍຂ້າເຂົາຕາຍໝົດ. ຕື່ນເຊົ້າມາມະຫາດເຫຼັກກໍຂັບກວຽນມາຂົນເອົາສົບຄົນຕາຍໄປຖິ້ມນອກ ເມືອງ. ບາງພ່ອງກໍມີພີ່ນ້ອງມາຮັບເອົາໄປປະ ກອບພິທີເຜົາຝູງບໍ່ມີພີ່ນ້ອງກໍຖືກປະຖິ້ມໃຫ້ເປັນອາຫານແຮ້ງ ແລະ ກາ. ເວລານັ້ນທຸກຄົນລ້ວນແຕ່ອົກສັ່ນຂວັນເສຍ.
ມື້ທີ່ສີ່ຝຽນ ຍາມຂອງນາຍສະເພົາກໍວຽນມາເຖິງ, ນາຍສະເພົາຈິ່ງສັ່ງເສຍຄອບຄົວວ່າ:”ລູກແລະເມຍຮັກຂອງພໍ່ເອີຍ! ນັບແຕ່ນີ້ຈະມີແຕ່ພວກເຈົ້າທັງສາມຢູ່ດອມດູແລກັນ. ອັນເງິນ ແລະ ຄຳທີ່ເຮົາມີມູນມັງບໍ່ໄຮ້ນັ້ນກໍຫາກຊື້ໄດ້ໝົດທຸກສິ່ງ, ຊື້ບໍ່ໄດ້ແຕ່ຄວາມຕາຍ. ພໍ່ຄົງບໍ່ຄາດແຄ້ວຄວາມຕາຍມໍລະນາດ ຄືຄົນອື່ນ ອັນເປັນເວລາກຳຂອງພໍ່ເຊິ່ງກໍໄວ້ໃນຊາດປາງກ່ອນ, ເໝືອນດັ່ງສາທຸເຖົ້າກັບງົວແມ່ ແລະ ພະໂມກຄະລາຜູ້ມີລິດທານຸພາບຫັ້ນແລ”. ເມື່ອນັ້ນ ສຽວສະຫວາດກ່າວວ່າ:”ຊີ້ນບໍ່ຂາດບໍ່ໃຫ້ຄຸງຂຽງການເມືອງມີຂໍນຳໄປ ຄ້ຳ ນ້ຳພຽງຄໍຂໍຢັ່ງ ນ້ຳພຽງຝັ່ງຂໍລອຍ ຫອຍຈັບໄມ້ອາໄສເພິ່ງກັນໄປ ເມື່ອໄພມາຮອດເຈົ້າຂ້າຂໍຄ້ຳຊ່ວຍຕາງພໍ່ເຮີຍ” ນາຍສະເພົາຕອບສຽວສະຫວາດວ່າ: ”ພໍ່ປູກໄມ້ປະສົງໃຫ້ເປັນດົງ ພໍ່ປູກບົງປະສົງໃຫ້ເປັນເຫຼົ່າ ເຈົ້າຈົ່ງພາເມຍສ້າງເຮືອນຊານແພງແມ່ ພໍ່ບໍ່ມີໃຫ້ຮ້ອນເຖິງເຈົ້າລູກເຂີຍດອກນາ.ລູກນັ້ນຍັງໜຸ່ມແໜ້ນລູກ ຍ່ອມດີເກີນ ພໍ່ນີ້ຊະລາຫຼາຍຢູ່ບໍ່ນານກໍຕາຍມ້ວຍ” ເຖິງວ່າພໍ່ເຖົ້າຫ້າມປາມແນວໃດສຽວສະຫວາດກໍບໍ່ຍອມລາວຕັດສິນໃຈໄປ ຢູ່ຍາມ. ສຽວສະຫວາດປູສາດ ແລະ ວາງໝອນຮຽງກັບນາຍຍາມຄົນອື່ນໆແລ້ວເຂົາເຈົ້າກໍນອນເທີ້ງລົງ. ແຕ່ແລ້ວເໝືອນດັ່ງຜີສາງດົນບັນດານບໍ່ນານທຸກຄົນກໍເຊືອບຫຼັບຍັງ ແຕ່ສຽວສະຫວາດຄົນດຽວ. ສຽວສະຫວາດຕັ້ງສະຕິໝັ້ນຄິດຫາບຸນຄຸນພໍ່ແມ່; ທ່ອງຄາຖາອາຄົມທີ່ພໍ່ແມ່ສອນໃຫ້ ແລະ ໄຫວ້ວອນເພິ່ນໃຫ້ມາປົກປັກຮັກສາຕົນ ພ້ອມທັງເພື່ອນຮ່ວມຊະຕາກຳ499 ຄົນທັງໃຫ້ມາຊ່ວຍຕົນແກ້ໄຂບັນຫາທີ່ຈະເກີດຂຶ້ນ. ເມື່ອຮອດຍາມທ່ຽງພະ ຍາກໍກຳດາບຍ່າງລົງຂັ້ນໄດມາ. ເມື່ອສຽວສະຫວາດໄດ້ຍິນສຽງບາດຕີນ ລາວກໍໝາດຄໍອະຮຶອະແຮ່ມຂຶ້ນແລ້ວກ່າວຄາຖາບົດໜຶ່ງເປັນພາສາບາລີ ວ່າ:“ຄະເຕສິ ຄະເຕສິ ກິງກະຣະນັງ ອະຫັງປິຕັງຊະນາມິ”. ເມື່ອໄດ້ຍິນແນວນັ້ນພະຍາກໍຮູ້ສຶກແປກໃຈແລ້ວກັບໄປຫ້ອງນອນຂອງ ຕົນ. ພໍຈະຮອດຍາມຕູດຊ້າຍພະຍາກໍມາກວດຍາມຕື່ມ. ສຽວສະຫວາດກໍໝາດຄໍແລ້ວກ່າວຄາຖາອີກບົດໜຶ່ງວ່າ:”ອັດສະຈັນໃຈໂອ້ ໂອນໍສັງເວດ ສັງມາເປັນນີ້ ເປັນໜ້າຢາກຫົວແທ້ນໍ”. ເມື່ອໄດ້ຍິນຄາຖາພະຍາກໍຫວັ່ນໃນໃຈຂຶ້ນມາເລັກນ້ອຍ, ແລ້ວເພິ່ນກໍກັບຫ້ອງນອນຂອງຕົນ. ເມື່ອມໍ່ຈະຮອດຍາມແຖໃກ້ຮຸ່ງ ພະຍາກໍມາກວດຍາມອີກຄັ້ງ. ເທື່ອນີ້ສຽວສະ ຫວາດກ່າວຄາຖາບົດທີສາມວ່າ:”ເພິງຈາບໍ່ເພິງຈາ ລັກຄະນາໃນໃຈ ຮູ້ແລ້ວຢ່າເນີ ຢ່າເນີ”. ພະຍາກັບຄືນສູ່ຫ້ອງນອນ, ເພິ່ນຄົ້ນຄິດດ້ວຍຄວາມເພິ່ງພໍໃຈວ່າ” ໂອນໍ! ກູວ່າກູກະດັດ ຍັງມີຜູ້ກະດໍ້ນໍ ກູຍັງຖືກຫຼອກຍ້ອນພາບຫຼອນຈົນນອນບໍ່ຫຼັບທຸກຄືນຈົນຕ້ອງຂ້າຄົນ ຕາຍຄືນລະ500ຄົນ. ບັດນີ້ມັນຜູ້ນີ້ໄດ້ປັດເປົ່າພາບຫລອນເຫຼົ່ານັ້ນໄດ້ຊ່ວຍກູໃຫ້ຫາ ຍຢ້ານ ແລະ ຊ່ວຍຊີວິດນາຍຍາມທັງໝົດໄວ້ໃຫ້ພົ້ນຄວາມຕາຍ. ມື້ອື່ນກູຕ້ອງສອບຖາມໃຫ້ໄດ້ວ່າມັນແມ່ນໃຜ, ມັນຄົງເປັນຄົນມາໃໝ່ຈາກແດນອື່ນສູ່ປະເທດເຂດເມືອງກູ ຫຼືອາດຈະແມ່ນເທພາອາຮັກຈຳແລງແປງກາຍມາເປັນຄົນ. ຫາກມັນເປັນຄົນມັນຄົງເປັນຜູ້ມີວິຊາອາຄົມເປັນຜູ້ມີຜະ ຫຍາປັນຍາລ້ຳເລີດ ຫຼື ເປັນຜູ້ມີພະລັງຈິດສູງສົ່ງ. ມັນຈິ່ງໄດ້ມີສະຕິລະວັງຕົວຕະຫຼອດເວ ລາ”. ຈາກນັ້ນພະຍາກໍນອນລັບຢ່າງເປັນສຸກ. ຮຸ່ງເຊົ້າມາພວກນາຍຍາມກໍພາກັນມ້ຽນສາດ ແລະ ໝອນຂອງຕົນແລ້ວກໍກັບບ້ານ. ພວກເຂົາແປກໃຈດ້ວຍເຫດໃດພະຍາຈິ່ງບໍ່ປະຫານເຂົາ ແມ່ນສິ່ງໃດດົນໃຈພະຍາໃຫ້ປ່ຽນໄປ. ພວກເຂົາຊື່ນໝື່ນໃຈ ແລະ ລ້ຳລຶກບຸນຄຸນຂອງຄົນຫລືສິ່ງສັກສິດທີ່ໄດ້ກອບກູ້ເອົາຊີວິດຂອງຕົນ ໄວ້. ລະຫວ່າງທາງພວກເຂົາເຈົ້າເຈີພວກມະຫາດເຫຼັກທີ່ຂັບກວຽນມາຂົນສົບ, ພວກເຂົາຈິ່ງບອກໃຫ້ກັບ ເພາະບໍ່ມີຜູ້ໃດກາຍເປັນສົບ. ເມື່ອມາຮອດເຮືອນພໍ່ແມ່ພີ່ນ້ອງ ແລະ ລູກເມຍໄດ້ລໍຖ້າຮອງຮັບຈັບໂຈມດີອົກດີໃຈ.
ເຂົາ ເຈົ້າລົມກັນວ່າຫາກຮູ້ວ່າຜູ້ໃດຊ່ວຍຊີວິດຕົນໄວ້ເຂົາ ເຈົ້າກໍຈະຍອມອຸທິດຕົວເປັນຂ້ອຍຂ້າທີຊື່ສັດເພື່ອຕອບບຸນແທນຄຸນ. ຫຼັງຈາກພະຍາຕື່ນນອນເພິ່ນກໍສັ່ງໃຫ້ມະຫາດເຫຼັກໄປຮຽກເອົາຄົນທີ່ ໄດ້ຢູ່ຍາມໃຫ້ມາເຂົ້າເຝົ້າ. ເມື່ອນັ້ນຄົນທັງຫຼາຍຍັງອົກສັ່ນຂວັນເສຍຢູ່ເລີຍຈົ່ມໄຫ້ນຳຊະຕາ ຊີວິດອັນໂຫດຫ້ຽມຂອງຕົນທີ່ເຂົ້າໃຈຜິດຄິດໄປວ່າລອດຕາຍຕອນກາງຄືນ ແລ້ວຍັງຈະຕ້ອງຖືກສັ່ງໃຫ້ໄປຕາຍຕອນກາງເວັນອີກ. ພວກເຂົາເຈົ້າພາກັນໄຫວ້ວອນພະພຸດທະເຈົ້າ ແລະ ເທບພະດາທັງຫຼາຍໃຫ້ປົກປ້ອງຮັກສາຕົນ ແລະ ດົນບັນດານໃຫ້ພະຍາເມດຕາປານີເຂົາຈົ້າ. ເມື່ອຄືນນັ້ນພວກທ່ານມາຢູ່ ຍາມທີ່ນີ້ທຸກຄົນລື?ພະຍາຖາມ. ”ໂດຍ ຂ້ານ້ອຍ, ພວກນາຍຍາມຕອບ” ແມ່ນໃຜຍາມຢູ່ຕີນຂັ້ນໄດ? ແມ່ນຂ້ານ້ອຍ ສຽວສະ ຫວາດຕອບ ຈັ່ງຊັ້ນກໍແປວ່າທ່ານບໍ່ຫຼັບຕະຫຼອດຄືນເລີຍ ແລະ ກ່າວຄາຖາສາມບົດເມື່ອເຮົາລົງມາກວດຍາມ ”ແມ່ນຂ້ານ້ອຍ” ມັນມີຄວາມຫມາຍວ່າແນວໃດ” ”ເພື່ອອະທິບາຍຄວາມໝາຍຂອງຄາຖາຂ້ານ້ອຍຂໍເຫຼົ່ານິທານໃຫ້ເພິ່ນຟັງ” ຈາກນັ້ນສຽວສະຫວາດກໍເລົ່ານິທານໃຫ້ພະຍາຟັງ. ເມື່ອໄດ້ຟັງນິທານແລ້ວພະຍາກໍເຂົ້າໃຈຄວາມໝາຍຂອງຄາຖາ. ຈາກນັ້ນເພິ່ນກໍຖາມສຽວສະຫວາດວ່າ:”ຈົ່ງຕອບເຮົາມາຢ່າອຳເທີ້ນວ່າ ເຮົາໄດ້ຂ້າຄົນເປັນອັນມາກເຮົາຈະເປັນໂທດປະການໃດ?” ເມື່ອນັ້ນສຽວ ສະ ຫວາດກໍກ່າວວ່າ:”ຜູ້ຂ້າໃຫ້ມະຫາລາຊາ ມີເທບພະດາຢູ່ຮັກສາບ້ານເມືອງເຮົານີ້ແຕ່ປະຖົມບູຮານພຸ້ນແລ. ອັນອາເພດທີບັງເກີດຂຶ້ນໃນບ້ານເມືອງເຮົານີ້ແມ່ນເທບພະດາເປັນຜູ້ ບັນດົນຂຶ້ນເພື່ອເຕືອນໃຫ້ຮູ້ວ່າໄດ້ມີຄົນກະທຳຄວາມຜິດ ແລະ ຄວາມຫຼາວແຫຼກ ອາດແມ່ນພະຍາ ນາງເທວີ ລູກຫລານຂອງພະຍາຫຼື ອາມາດອາດຍາທັງຫຼາຍຈະແກ້ໄຂບັນຫາຕ້ອງຫາສາເຫດຂອງມັນໃຫ້ພົບ”. ເມື່ອນັ້ນພະຍາກໍມີໃຈຊົມຊື່ນຍິນດີແລ້ວກໍປົງສັກຕັ້ງສຽວ ສະຫວາດເປັນອັກ ຄະ ມະຫາເສນາບໍດີ ມີນາມເຕັມວ່າ:ສຽວສະ ຫວາດທຳມິກະບັນດິດ ພ້ອມທັງປະທານລາງວັນເປັນຄຳ ແລະ ເຂົ້ານ້ຳຢ່າງມະຫາສານພ້ອມດ້ວຍພວກທີ່ລອດຊີວິດ ແລະ ຄອບ ຄົວໃຫ້ເປັນບໍລິວານຮັບໃຊ້ອີກດ້ວຍ.
ພວກ ເສນາອາມາດ ແລະ ປະຊາລາດທັງເມືອງລ້ວນແຕ່ຍ້ອງຍໍຊົມຊື່ນງັນດອມທ້າວຊູອັນທີ່ໄດ້ ແກ້ບັນຫາຮ້າຍແຮງທີ່ຂົ່ມຂູ່ບ້ານເມືອງເຂົາເຈົ້າມາໄລຍະໜຶ່ງ. ນັບແຕ່ນັ້ນມາ ພາບຫຼອນກໍບໍ່ປະກົດຕົວຂຶ້ນອີກ ແລະ ຄວາມຢ້ານຈະຖືກໝາຍເອົາຊີວິດກໍບໍ່ຫລອກຫລອນພະຍາອີກ. ສ່ວນພະ ຍານັ້ນກໍນັບມື້ ນັບມີຄວາມຮັກ ແລະ ເຫຼື້ອມໃສ ສຽວສະ ຫວາດຂຶ້ນເລື້ອຍໆ ຍ້ອນສຽວສະ ຫວາດມີຄວາມຮູ້ທີ່ບໍ່ມີໃຜທຽບທັນ ທັງຍັງຖວາຍຄຳແນະນຳທີ່ດີໃຫ້ແກ່ເພິ່ນຕະຫຼອດ ມາ. ເພິ່ນເຊື່ອຟັງ ແລະ ປະຕິບັດຕາມຄຳເຫັນຂອງສຽວສະຫວາດສະເໝີ ແລະ ໜຶ່ງໃນຄຳເຫັນນັ້ນກໍແມ່ນໃຫ້ເພິ່ນຫຼິງລຳດູສາເຫດທີ່ພາໃຫ້ ເທບພະດາລົງໂທດເພິ່ນ ແລະ ດົນໃຈເພິ່ນໃຫ້ໂຫດ ຮ້າຍ. ທ້າຍທີ່ສຸດເພິ່ນກໍຮູ້ວ່າ ນາງເທວີ ມີໃຈກັບກອກເປັນຊູ້ກັບຊາຍທູດ. ເພິ່ນບໍ່ປາກອັນໃດຈົນກວ່າໄດ້ພິສູດຄວາມຈິງ. ໃນຄືນກ່ອນໜ້າງານບຸນໃຫຍ່ເພິ່ນສັງເກດເຫັນວ່ານາງເທວີນອນບໍ່ ຫຼັບພິກຕົວໄປມາດັ່ງຄົນເປັນບ້າເພິ່ນເລີຍເຮັດຕິນອນຫລັບໂກນ ກອກໆ ຕົກມາຕອນທ່ຽງຄືນນາງເທວີເຂົ້າໃຈວ່າເພິ່ນນອນຫຼັບແລ້ວ ກໍຢ່ອງອອກໄປກອຍຊານ ແລ້ວກໍເອົາຜ້າສະໄບມັດງ່າມ່ວງທີ່ຍື່ນຢ່ອນມາແຂວນຕົວໂຫຍ້ນລົງ ພື້ນດິນ ແລະ ແລ່ນໄປຫາຊາຍຊູ້ຢູ່ສວນໝາກໄມ້ຫຼັງວັງ. ພະຍາກໍໝອບໆຕາມນາງໄປແລ້ວດ້ອມໆເຂົ້າໄປພຸ່ມໄມ້ບໍ່ໄກຈາກບ່ອນນາງ ເທວີ ແລະ ຊາຍຊູ້ພົບກັນ ແລະ ຢູ່ບ່ອນຫັ້ນສອດສ່ອງເບິ່ງພວກເຂົາ. ເນື່ອງດ້ວຍວ່າຊາຍຊູ້ລໍຖ້ານາງເທວີນານຫຼາຍ. ບ້ອຍວ່າເຫັນນາງມັນກໍອົດຮ້າຍບໍ່ໄດ້ມັນຖາມນາງຢ່າງຮຸນແຮງວ່າ: ເປັນຫຍັງມາເດິກແທ້? ພະຍານານນອນຫຼັບ ຢ່າມາແກ້ຕົວ ມັນຮ້າຍພ້ອມທັງຟາດຝ່າມືຕົບຫູນາງຢ່າງຮ້າຍແຮງເຮັດໃຫ້ຕ້າງຫູ ເບື້ອງນັ້ນຟົ້ງອອກສະເດັນໄປຕົກໃກ້ຕີນພະຍາ. ພະຍາກົ້ມເກັບເອົາແລ້ວກັບຄືນວັງ.
ຫຼັງ ຈາກເສບສຸກກັນແລ້ວນາງເທວີກໍກັບວັງ. ມື້ຕໍ່ມາພະຍາໄດ້ອອກຄຳສັ່ງໃຫ້ຂ້າບໍລິວານຈັດງານບຸນແລະໃຫ້ປ່າວ ເຕືອນຄົນທັງຫຼາຍໃນວັງໃຫ້ແຕ່ງອົງຊົງເຄື່ອງເຕັມຍົດແລ້ວໄປໂຮມ ກັນຢູ່ເຂດຂ່ວງສະໜາມ ຫຼວງໃນຍາມທ່ຽງ. ສ່ວນພະຍາກໍຮຽກສຽວສະຫວາດມາພົບລ່ວງໜ້າແລ້ວກໍອອກເດີນໄປຫໍສະໜາມ ຫຼວງພ້ອມກັບເສນາອາມາດຜູ້ອື່ນໆ. ເວລານັ້ນເມື່ອກຳລັງແຕ່ງໜ້ານາງເທວີກໍຊວດຮູ້ວ່າຕ້າງຫູກິ່ງຊ້າຍ ຂອງຕົນຕົກເຮ່ຍ ແລະ ຊວາດຮູ້ສາເຫດຂອງການຕົກເຮ່ຍ. ນາງຈິ່ງສັ່ງຄົນໃຊ້ຜູ້ເຊື່ອໃຈໄດ້ໄປຮຽນເອົາຊ່າງຄຳມາຫາໃນບັດ ນັ້ນ ນາງເວົ້າກັບຊ່າງຄຳວ່າ:”ຊ່າງຄຳເອີຍ! ຫາກເຈົ້າເຮັດຕ້າງຫູອີກກິ່ງໜຶ່ງແລ້ວກ່ອນຍາມທ່ຽງ ເພື່ອເປັນການຕອບແທນຂ້ອຍຈະໃຫ້ລາງວັນໃຫຍ່ແກ່ເຈົ້າ”. ຊ່າງຄຳຮັບເອົາຕ້າງຫູກິ່ງທີເຫຼືອເພື່ອເປັນແບບແລ້ວກໍກັບບ້ານ. ໃນຂະນະທີ່ຊ່າງຄຳພວມສຸມຈິດສຸມໃຈເຮັດຕ້າງຫູນັ້ນ ນາງເທວີກໍໃຈຮ້ອນຮົນເໝືອນໄຟລົນ ຍ້ອນນາງຢ້ານວ່າຊ່າງຄຳຈະເຮັດຕ້າງຫູສຳເລັດຊ້າເກີນໄປ. ເມື່ອຮອດຍາມນັດໝາຍພະຍາກໍສັ່ງມະຫາດເຫຼັກ ມາຕາມເອົານາງເທວີ. ເມື່ອບໍ່ທັນໄດ້ຕ້າງຫູເທື່ອນາງເທວີກໍຝາກຄຳນຳມະຫາດເຫຼັກວ່າ ນາງຍັງເຈັບຫົວ ແລະ ເປັນຫວັດ ແລະ ກິນຢ່າແດ່ແລ້ວຫາກໄຄແຄນຂຶ້ນແລ້ວກໍຈະໄປຫາພະຍາຢູ່ຫໍສະໜາມເອງ. ຂະນະດຽວກັນນາງກໍໃຫ້ຄົນໃຊ້ໄປຖາມຊ່າງຄຳວ່າຕ້າງຫູຂອງຕົນສຳ ເລັດແລ້ວບໍ່ ຊ່າງຄຳກໍບອກຄົນໃຊ້ນາງເທວີວ່າ:”ເຮືອນຮ່າງຕ້າງຫູນັ້ນສຳເລັດ ແລ້ວຍັງແຕ່ຊິຕອກຊັກລາຍໜ້າແວ່ນບ່ອນຊິໃສ່ແກ້ວ ທັງມວນ, ຄັນບໍລິບວນແລ້ວຂ້າຫາກຈະເອົາໄປຖວາຍເທວີເຈົ້າເອງແລ. ນາງເທວີຮ້ອນຮົນໃຈຍິ່ງ ເມື່ອໄດ້ຍິນຄຳນັ້ນຈິດໃຈນາງຄິດຟົ້ງຊ່ານໄປຫຼາຍປະການ:”ພະຍາເຈົ້າຈະ ເຮັດແນວໃດເມື່ອຮູ້ຄວາມຖ່ອຍຂອງກູ. ກູຈະຕ້ອງໂທດໜັກຖືກຂ້ຽນ ຖືກຕີ ຫຼືຖືກປະຫານ? ເມື່ອນັ້ນພະຍາຊ້ຳພັດໃຊ້ຄົນມານຳເອົານາງເທວີອີກຕື່ມ, ນາງກໍຕົວະມະຫາດເຫຼັກຂອງພະຍາຕື່ມອີກ ນາງຍັງບໍ່ທັນແຂງແຮງແທ້ເທື່ອ. ເຖິງເວລາຍາມຕູດຊ້າຍ ຊ່າງຄຳກໍເອົາຕ້າງຫູທັງຄູ່ມາຖວາຍຈາກນັ້ນນາງເທວີກໍແຕ່ງອົງຊົງ ເຄື່ອງອອກໄປ. ຂ້າບໍລິ ພານທັງຫຼາຍກໍແຫ່ນາງອອກໄປສູ່ສະໜາມຫຼວງ, ພະຍາໃຈຮ້ອນຮຸ່ມແຕ່ອົດເອົາເສຍບໍ່ໂກດ, ເຮັດໜ້າສົດໃສງາມນາງເທວີເຫັນດັ່ງ ນັ້ນກໍເລີຍເບົາໃຈ.
ເມື່ອ ເຂົາເສບດຸລິຍົນດົນຕີແລ້ວແທນທີ່ຈະເປີດພິທີພະຍາກັບດຳເນີນ ການໄຕ່ສວນຄວາມຜິດຂອງນາງເທວີວ່າ ”ດູລານາງເທວີໂສມສີເປັນເອກງາມເຊກເລກໜຶ່ງດຽວເຈົ້າສັງຖືກະຈອນ ຕ້າງແກ້ວຫນ້າເອກກິ່ງດຽວນີ້ຈາ” ນາງເທວີຕົກຄະມາໃຈລູບເບິ່ງຫູແລ້ວເວົ້າວ່າ”ຜູ້ຂ້າຖືຄົບທັງຄູ່ ນີ້ເດ” ”ຢ່າແກ້ຕົວເລີຍ”ພະ ຍາຢ້ຳເຈົ້າຖືແຕ່ກິ່ງດຽວແຕ່ທຳທ່າວ່າຖືທັງຄູ່. ຕ້າງກິ່ງໜຶ່ງນັ້ນເຈົ້າເອົາໄປໄວ້ໃສ, ເຈົ້າເຮັດເຮ່ຍທາງໃດຫຼືເຈົ້າແບ່ງປັນໃຫ້ໃຜ?”. ຈາກນັ້ນພະຍາກໍປ່າວໃຫ້ທຸກຄົນຮູ້ກ່ຽວກັບການພົວພັນລະວ່າງນາງເທວີ ກັບຊາຍຂີ້ທູດທັງຊູຕ້າງຫູກິ່ງໜຶ່ງຂຶ້ນເປັນຫຼັກຖານໃຫ້ເບິ່ງ. ນາງເທວີກົ້ມໜ້າລົງຕໍ່າຮ່າງກາຍສັນສະທ້ານເຫື່ອ ແລະ ໄຄຄ້າວໄຫຼຊືມທົ່ວຮ່າງກາຍນາງຫັນໃຈຂັດ, ສິ່ງທີ່ກຽມໄວ້ເພື່ອແກ້ຕົວຕໍ່ພະຍານັ້ນຖືກອັ້ນຢູ່ໃນຮູຄໍ. ພະຍາຈິ່ງຫຼຽວໜ້າເຈລະຈາດອມສຽວສະຫວາດວ່າ:”ໂທດອັນນາງທີກະທຳນັ້ນຈະ ເປັນດັ່ງໃດລື? ສຽວສະຫວາດກາບທູນພະຍາວ່າ: ”ອັນໂທດກຳນັ້ນກໍໜ້າລະ ອາຍໜັກໜາ ຊາແຜ່ນດິນແທ້ແລ. ມັນນຳຄວາມເສື່ອມເສຍມາສູ່ທຸກຄົນ ທັງຕົວນາງເອງ ທັງມະຫາລາຊາ ທັງແຜ່ນດິນ ແລະ ຊາວປະຊາທັງ ຫຼາຍ. ຈະປະຫານນາງເສຍກໍສົມຄວນຢູ່ດອກ ແຕ່ວ່າຂ້ານາງໄປກໍເສຍຄົມດາບດາຍດອກ ຈະຂ້ຽນຕີກໍເສຍເດຊານຸ ພາບ ຈະຈັບໃສ່ຄອກຂັງກັງຄາຄອກ ຄຸກກໍຈະເປື້ອນ ເຈົ້າພະຍາກໍຈະເຈັບຕາປວດໃຈອີກອັນໜຶ່ງກໍບໍ່ມີຜູ້ໃດຂັງໃຈໃຜ ໄດ້ດອກ ແໜງ ວ່າເພື່ອຮັກສາເດຊານຸພາບເຮົາທຳຄວາມດີ ມີຈະຣິຍະທຳອັນໜ້າສັນລະເສີນດີກວ່າ ຍັງຈະເຮັດໃຫ້ນາງຍອມຮັບໂທດກຳອັນໜ້າລະອາຍແລ້ວເຮັດໃຫ້ຄົນ ທັງຫຼາຍສັດທາບູຊາມະຫາລາຊາອີກດ້ວຍ.” ພະຍາຢາກຮູ້ຄຳແນະນຳຂອງສຽວສະ ຫວາດທັນທີຈຶ່ງຕັດຖາມວ່າ:”ເຮັດແນວໃດຈຶ່ງຄວນລື? ປະທານສິ່ງທີ່ຈຳເປັນແກ່ນາງ ແລ້ວພາໄປປ່ອຍໄວ້ທີ່ຫ່າງໄກຂອບຈິ່ມແດນເມືອງ ໃຫ້ນາງດຳລົງຊີບຕາມມັກ ແລະ ບໍ່ໃຫ້ນາງສ້າງຄວາມເຊື່ອມເສຍໃຫ້ມະຫາລາຊາອີກຕື່ມ” ພະ ຍາເຫັນດ້ວຍກັບຄຳແນະນຳຈິ່ງສັ່ງໃຫ້ຂ້າບໍລິວານໄປຈັດການ. ຫລັງຈາກໄຕ່ສວນແລ້ວພະຍາກໍເປີດງານບຸນ.
ຫຼັງ ຈາກພະຍາຈຳປານະຄອນໄດ້ຈັດການຄະດີຂອງນາງເທວີຕາມຄຳແນະນຳຂອງ ສຽວສະ ຫວາດແລ້ວ, ຢູ່ມາວັນໜຶ່ງພະຍາໄດ້ຖາມສຽວສະຫວາດວ່າ:ສິ່ງອັນໃດດົນບັນ ດານໃຫ້ທ່ານຕັດ ສິນຄະດີຂອງນາງເທວີດັ່ງນັ້ນ? ໃນບູຮານນະການກໍມີສັກຂີນິທານດັ່ງນີ້ຢູ່ບໍ? ”ອັນວ່າສັກຂີນິທານດັ່ງນີ້ກໍມີແທ້ແລ,ເວົ້າແລ້ວສຽວສະຫວາດກໍ ເລົ່ານິທານໃຫ້ພະຍາຟັງ. ພາຍລຸນມາພະຍາກໍຫົດສົງກຸລະນາຣີ ຜູ້ໃໝ່ໃຫ້ເປັນມະເຫສີເທວີແຫ່ງຈຳປານະຄອນ. ນັບແຕ່ນັ້ນມາພະຍາກໍຄອງແຄ້ວຈຳປານະຄອນໄດ້ຢ່າງດີ ດວ້ຍ ທົງຢູ່ໃນມົດສະພິລາຊະທຳ ແລະ ການສະໜອງງານຂອງມະຫາມຸນຕີສຽວສະຫວາດ, ບ້ານເມືອງຮຸ່ງເຮືອງເຫຼືອງເຫຼື້ອມ, ປະຊາ ຊົນຢູ່ດີກິນດີ ແລະ ນັບຖືລະບຽບບ້ານເມືອງທຸກປະການສືບໄປ ຈົນຊົ່ວກາລະນານ.
ຂໍ້ມູນຈາກ: ທ່ານ ສິດທິສອນ ແກ້ວວິຈິດ