ຈາກເດັກນ້ອຍຈຳປາສັກ ສູ່ການເປັນເຖົ້າແກ່ເງິນລ້ານຢູ່ໄທ ຖອດຈາກບົດສຳພາດ ຂອງເວັບໄຊ www.taokaemai.com ເລົ່າຄືນປະຫວັດ ແລະເສັ້ນທາງກ້າວສູ່ການເປັນ ເຖົ້າແກ່ເງິນລ້ານຂອງເດັກນ້ອຍຊາຍ ຜູ້ໜຶ່ງຈາກແຂວງຈຳປາສັກ ດັ້ນດົ້ນຜັນໂຕເອງໄປເຖິງກຸງເທບ ປະເທດໄທພາຍໃຕ້ຮົ່ມກາສາວະພັດ ພາຍຫຼັງລາສິກຫາກໍຫາວຽກເຮັດ ເປັນລູກຈ້າງມາຫຼາຍບ່ອນ ສຸດທ້າຍກ່ອນເຂົາລວຍ ຍ້ອນເຂົາຕົກງານ.
ອ້າຍ ສຸທັດ ພົມສີດາ ຊື່ຫຼິ້ນ ທັດ ອາຊີບປັດຈຸບັນເປັນເຈົ້າຂອງຮ້ານ ບູຊາສັງຄະພັນອອນລາຍນ໌ ຈຳໜ່າຍເຄື່ອງສັງຄະພັນ (ເຄື່ອງໃຊ້ສຳລັບພະສົງ) ແລະເຄື່ອງເຮັດບຸນທຸກຊະນິດ ເຊັ່ນ ພະພຸດທະຮູບ, ຄ້ອງ, ກອງ, ລະຄັງ, ເຄື່ອງບວດ, ເຄື່ອງກະຖິນ, ເຄື່ອງກອງບຸນ… ເປັນຕົ້ນ.
ໄດ້ຮູ້ມາວ່າເປັນຄົນຕ່າງດ້າວ ມີຄວາມເປັນມາຈັ່ງໃດ?
ຂ້ອຍເປັນຄົນຕ່າງດ້າວ ຈາກແຂວງຈຳປາສັກ ປະເທດລາວ ອາໄສບວດຮຽນຂຽນອ່ານ ຮຽນຈົບກໍລາສິກຂາ ອອກມາທຳອິດ ກໍຍັງອາໄສວັດຢູ່ ແລະເຮັດວຽກຂາຍຊິມໂທລະສັບ DTAC ຮັບຜິດຊອບເຂດຝັ່ງທົນ ແລະແຖວສະພານຄວາຍ ເຮັດໄດ້ 3 ເດືອນ ເຂົາຈະບັນຈຸເປັນພະນັກງານປະຈຳ ແຕ່ບໍ່ມີບັດປະຈຳຕົວປະຊາຊົນ ກໍເລີຍບໍ່ມີສິດເປັນພະນັກງານ DTAC ລາອອກມາຫາວຽກໃໝ່ ຖືກຕົວະໃຫ້ເຮັດວຽກແຊຕ່ອງໂສ້ເສຍເງິນ ຟຣີໄປ 1,200,000 ກີບ ( 5,000 ບາດ) ລາອອກມາເປັນ ຄົນຂາຍໂມງ, ກະຕິກນ້ຳ ແລະອື່ນໆ ຕາມບ້ານເຮືອນປະຊາຊົນ ເຮັດຢູ່ 3 ເດືອນ ກໍລາອອກອີກ.
ອອກຈາກວຽກບໍ່ມີວຽກເຮັດເອົາເງິນ ຈາກໃສມາໃຊ້?
ເວລາຕົກງານ ສະຖານທີ່ທີ່ຄິດເຖິງ ຫຼາຍທີ່ສຸດກໍຄື “ວັດ” ຢ່າງໜ້ອຍກໍມີເຂົ້າໃຫ້ກິນລ້ຽງຊີວິດ ໄປແຕ່ລະມື້ໄດ້.
ຂ້ອຍເຂົ້າວັດທີ່ຮູ້ຈັກມັກຄຸ້ນກັບຄູບາອາຈານ ເພິ່ນກໍສອບຖາມສາລະທຸກສຸກດິບ ຮູ້ວ່າຂ້ອຍຕົກງານ ເພິ່ນກໍແນະນຳໃຫ້ໄປ ສະໝັກວຽກຢູ່ຮ້ານຂາຍເຄື່ອງສັງຄະພັນ ທີ່ໃຫຍ່ທີ່ສຸດໃນປະເທດໄທ ເນື່ອງຈາກເພິ່ນຮູ້ຈັກກັບເຈົ້າຂອງຮ້ານ ບອກວ່າມາຈາກເພິ່ນ ແລະເພິ່ນກໍໂທໄປຝາກຝັງ ຫຼັງຈາກນັ້ນຂ້ອຍກໍໄດ້ເຮັດວຽກ ໃນຫ້າງສັບພະສິນຄ້າສັງຄະພັນ ເປັນເວລາ 6 ປີ ຈາກເງິນເດືອນ 1,500,000 ກີບ (6,000ບາດ) ຂຶ້ນມາຕາມລຳດັບສູງສຸດ ໄດ້ເງິນເດືອນ 3,700,000 ກີບ (15,000 ບາດ).
ໄດ້ຮັບໜ້າທີ່ໃດແດ່ ໃນບ່ອນເຮັດວຽກ?
ເຮັດທຸກຢ່າງ ເຮັດທຸກໜ້າທີ່ ຕັ້ງແຕ່ຄົນຍົກເຄື່ອງ ສົ່ງເຄື່ອງ ຂາຍເຄື່ອງ ຍ່າງແຈກໃບປິວ ທົ່ວພື້ນທີ່ໃນຍ່ານເຂດຝັ່ງທົນ (ຍົກເວັ້ນຝ່າຍບັນຊີ ແລະຝ່າຍບຸກຄົນ) ເປັນພະນັກງານຝ່າຍ IT ອອກແລະສ້າງເວັບໄຊ, ແຜ່ນພັບ, ແຄັດຕາລັອກ, ນາມບັດ, ໂຄສົກ, ພິທີກອນງານບຸນຕ່າງໆ, ຫົວໜ້າຝ່າຍການຕະຫຼາດ, ຫົວໜ້າຝ່າຍກິດຈະກຳ ແລະຮັບຈັດງານເຮັດບຸນຄົບວົງຈອນ ແລະໄດ້ເຮັດວຽກໃກ້ຊິດກັບເຖົ້າແກ່ ຄືເຈົ້າຂອງ ເຊິ່ງປຽບດັ່ງພໍ່ ຫຼືອ້າຍກໍວ່າໄດ້.
ຈາກລູກຈ້າງ ປ່ຽນມາເປັນເຈົ້າຂອງກິດຈະການ ໄດ້ຈັ່ງໃດ?
ຂ້ອຍຄິດຕະຫຼອດເວລາ “ເປັນລູກຈ້າງບໍ່ລວຍ” ມັນຝັງຢູ່ໃນຫົວ ເຮົາຕ້ອງເປັນເຈົ້າຂອງກິດຈະການໃຫ້ໄດ້
ແຕ່ບໍ່ເຄີຍຄິດເລີຍວ່າຈະເປັນ ຂາຍເຄື່ອງສັງຄະພັນ ຕອນນັ້ນຄິດວ່າຈະເປີດຮັບເຮັດເວັບໄຊ, ເຮັດປ້າຍໂຄສະນາ ເຊິ່ງເຮັດໄປເຮັດມາ ເອ…ເຮົາບໍ່ໄດ້ຊ່ຽວຊານແທ້ໆ ອີກຢ່າງໜຶ່ງກວ່າຈະໄດ້ເງິນລູກຄ້າ ມັນຍາກຫຼາຍ ກຳໄລກໍໜ້ອຍ ຄູ່ແຂ່ງກໍຫຼາຍ ອ່ານໃນໜັງສືກໍບອກວ່າ ເຮັດຈາກສິ່ງທີ່ເຮົາຖະໜັດແລ້ວລວຍ… ເຊື່ອເລີຍຂ້ອຍປ່ຽນຄວາມຄິດທັນທີ.
ຄວາມຈິງແລ້ວຄິດຢາກຈະລາອອກ ປະມານປີປາຍແລ້ວ ແຕ່ກໍເຍີ້ນໂຕເອງມາເລື້ອຍໆ ຫຼືຍັງທຳໃຈບໍ່ໄດ້ ຂ້ອຍກໍຮັກອົງກອນ ຮັກວຽກນີ້ເທົ່າກັບຊີວິດຂ້ອຍເລີຍ ເພາະເຮັດແລ້ວມີຄວາມສຸກ ໃນອົງກອນບໍ່ມີໃຜຊ່ຽວຊານເທົ່າກັບຂ້ອຍ ອີກແລ້ວ ຍົກເວັ້ນເຈົ້າຂອງ ແລະແລ້ວມື້ນັ້ນກໍມາເຖິງ ມື້ທີ່ຂ້ອຍຕັດສິນໃຈລາອອກ ເຈົ້ານາຍເອີ້ນໄປພົບເພື່ອສອບຖາມ ເລື່ອງການເຮັດເວັບໄຊໃຫ້ແຟນຂາຍສິນຄ້າ “ເຄື່ອງສັງຄະພັນ” ເພິ່ນແຈ້ງວ່າມີຄົນມາລາຍງານ ຈະໃຫ້ເຮັດຈັ່ງໃດ ນ້ອງມີທາງເລືອກ 2 ທາງ 1. ເຊົາການເຮັດແບບນັ້ນທຸກຢ່າງ ແລ້ວປັບປຸງໂຕເອງໃໝ່ ເລິ່ມໃໝ່ບໍ່ຫຍຸ້ງເລື່ອງເວັບໄຊນັ້ນອີກ. 2. ຄືລາອອກ ? ໃຫ້ເວລາພາຍໃນມື້ນີ້ຕັດສິນໃຈ ຂ້ອຍຂໍເລື່ອນການຕັດສິນໃຈເປັນ ມື້ອື່ນເຊົ້າໄດ້ບໍ? ນາຍບອກວ່າບໍ່ໄດ້ ເປັນສະຖານະການທີ່ບີບຮັດຫົວໃຈ ແລະຊີວິດທີ່ສຸດ ຂ້ອຍເລີຍຕັດສິນໃຈບອກວ່າ “ນ້ອງຂໍລາອອກ” ເພື່ອສະແດງຄວາມຮັບຜິດຊອບ ແລະຄວາມສະບາຍໃຈຂອງທຸກຄົນ.
ຈາກນັ້ນເຈົ້ານາຍກໍເວົ້າຍາວ… “ນ້ອງຕ່າງຈາກຄົນໃນຄອບຄົວອ້າຍ ກໍພຽງແຕ່ບໍ່ໄດ້ນອນຢູ່ເຮືອນອ້າຍ ແລະບໍ່ໄດ້ກິນເຂົ້າແລງຮ່ວມກັນ ທຸກຄາບເທົ່ານັ້ນ”
ພຽງເທົ່ານັ້ນລະ ນ້ຳຕາຂ້ອຍໄຫຼ ປານສາຍຝົນ.
ອອກມາເປັນເຈົ້າຂອງທຸລະກິດເອງ ເປັນແນວໃດແດ່ ພົບບັນຫາໜ້ອຍຫຼາຍສ່ຳໃດ?
ການລາອອກເຖິງແມ່ນຈະເຈັບປວດ… ແຕ່ຂ້ອຍເຮັດເພື່ອອະນາຄົດຂອງຂ້ອຍເອງ ເຊິ່ງເຮົາເບິ່ງເຫັນໂອກາດ ເບິ່ງເຫັນອະນາຄົດຢູ່ແລ້ວ ຖ້າເວລາພ້ອມ ມີເງິນທ້ອນມີເງິນທຶນ ເຮົາກໍພ້ອມ ແຕ່ເວລາບໍ່ເຄີຍຖ້າເຮົາ ວ່າເຮົາຈະພ້ອມຫຼືບໍ່ພ້ອມ ເມື່ອເຖິງເວລາຈະພ້ອມຫຼືບໍ່ພ້ອມ ກໍຕ້ອງຕັດສິນໃຈ.
ທຸລະກິດຂ້ອຍເລິ່ມຕົ້ນຈາກຫ້ອງເຊົ່ານ້ອຍໆ ຂອງອະພາດເມັ້ນ ແລະກໍເຮັດເວັບໄຊເອງ ຂາຍເອງ
ເຊິ່ງເຮົາເຄີຍເຮັດຂອງບໍລິສັດຯ ປະສົບຄວາມສຳເລັດມາແລ້ວ ແລ້ວເປັນຫຍັງຂອງໂຕເອງຈະເຮັດໃຫ້ ປະສົບຜົນສຳເລັດບໍ່ໄດ້ ຕ່າງແຕ່ເຮົາບໍ່ມີສະຖານທີ່ໜ້າຮ້ານ ບໍ່ມີສິນຄ້າໂຊ ບໍ່ມີເງິນທຶນ ບໍ່ມີບຸກຄະລາກອນ ບໍ່ມີແມ່ນແຕ່ລົດ ຂ້ອຍມີລົດຈັກຄັນທຳອິດ ຂອງຊີວິດ.
ສິ່ງທີ່ມີຫຼາຍທີ່ສຸດຂອງຂ້ອຍຄື ປະສົບການຄວາມຮູ້ຄວາມສາມາດລ້ວນໆ ຖ້າເປັນຈອມຍຸດ ຂ້ອຍກໍມີພຽງແຕ່ເພງກະບີ່ ແລະພະລັງພາຍໃນ ເງິນທຶນແທ້ໆ ມີປະມານ ສາມລ້ານປາຍກີບ (ໝື່ນປາຍບາດ) ລວມກັນສອງຄົນກັບແຟນ ແນ່ນອນຄວາມຮັກ + ຄວາມຫວັງ + ຄວາມຝັນ ທຸກຢ່າງເປັນຈິງໄດ້ຢ່າງມະຫັດສະຈັນ.
ສິ່ງມະຫັດສະຈັນທີ່ສຸດກໍຄື ເວັບໄຊ… ຂ້ອຍເຮັດເວັບໄຊດ້ວຍຊີວິດ ແລະຈິດວິນຍານຂອງໂຕເອງ ຂອງຄົນທີ່ຢ້ານອຶດຕາຍ ເພາະມື້ອື່ນນີ້… ບໍ່ມີໃຜຈ່າຍເງິນເດືອນໃຫ້ເຮົາ ເຮົາເທົ່ານັ້ນທີ່ຈະຕ້ອງຈ່າຍໃຫ້ໂຕເອງ. ເພາະສະນັ້ນ ຄຳວ່າທໍ້ຖອຍ ຄຳວ່າຍແມຈຳນົນ ຄຳວ່າເປັນໄປບໍ່ໄດ້ ຖ້າມີກໍໂງ່ທີ່ສຸດໃນໂລກ ເທົ່າກັບຂ້າໂຕເອງຕາຍ.
ມີບັນຫາແດ່ບໍ?
ຕອບຕາມຄວາມຊື່ ໂຄດຫຼາຍທີ່ສຸດໃນໂລກ ແຕ່ສິ່ງທີ່ຂ້ອຍທ່ອງຢູ່ຕະຫຼອດ ທຸກລົມຫາຍໃຈຄື ອົດທົນ ບໍ່ຍອມຈຳນົນ ໃຊ້ສະຕິໃຫ້ຫຼາຍທີ່ສຸດ ຢຶດຫຼັກຄຳສອນຂອງພະພຸດທະເຈົ້າ
ຖ້າບໍ່ປະສົບຜົນສຳເລັດ ເຮົາຂໍຍອມຕາຍໄປຂ້າງໜຶ່ງ ເຮົາຂໍພິສູດ ເຮົາຂໍອຸທິດຊີວິດເຮັດເພື່ອສິ່ງນີ້ພ້ອມ ກ່ອນນອນຕອນເລິ່ມຕົ້ນທຸລະກິດ ຂ້ອຍກັບແຟນສູດມົນທຸກມື້ ຕື່ນເຊົ້າມາວັນສິນກໍໃສ່ບາດ ເຮັດບຸນອຸທິດໃຫ້ເຈົ້າກຳນາຍເວນ ແລະຕັ້ງຈິດອະທິຖານໃຫ້ທຸລະກິດຂອງເຮົາ ດຳເນີນໄປໄດ້ແລະຈະເລີນເຕີບໂຕ ເປັນຄວາມເຊື່ອສ່ວນຕົວ ເພາະເຮົາເຊື່ອຈັ່ງຊັ້ນ.
ມີບັນຫາ… ເຮົາຕ້ອງແກ້ເປັນຂໍ້ໆ ຄືກັບແກ້ຂອດຢູ່ເຊືອກ
ຕອນໃດຄືວິກິດທີ່ສຸດໃນການເຮັດທຸລະກິດ ຜ່ານມາໄດ້ຈັ່ງໃດ?
ນຶກເຖິງຂ້ອຍຂາຍເຄື່ອງອອນລາຍນ໌ ຢູ່ເທິງອາພາດເມັ້ນ ລູກຄ້າກໍຕ້ອງຖາມຮ້ານຢູ່ໃສ? ບໍລິສັດຈັດສົ່ງບໍ? ແນ່ນອນ ຂ້ອຍຕ້ອງແຈ້ງລູກຄ້່າວ່າ ເຮົາບໍລິການຈັດສົ່ງຮອດເຮືອນ, ບໍ່ຕ້ອງຫ່ວງ ບໍ່ຕ້ອງກັງວົນໃຈ, ໄລຍະທຳອິດບໍ່ມີລົດສົ່ງເຄື່ອງ ກໍຈ້າງແທັກຊີແດ່, ຢືມລົດຄົນອື່ນແດ່, ຈ້າງລົດຄົນອື່ນແດ່ ແລ່ນຊື້ລົດກບໍ່ຜ່ານ ເນື່ອງຈາກເຂົາເບິ່ງເງິນໃນບັນຊີເຮົາບໍ່ຫຼາຍ ຂໍອ້ອນວອນໃຫ້ຄົນມາຄ້ຳປະກັນໃຫ້ ເຂົາກໍບໍ່ກ້າ ແຟນນັ່ງໄຫ້ເບິ່ງໜ້າກັນໄປມາ ສິ່ງດຽວທີ່ຂ້ອຍເຮັດໄດ້ຄື ກັດແຂ້ວສູ້…ອົດທົນ…ແລະຕັ້ງຈິດ ອະຖິຖານຂໍໃຫ້ໄດ້ລົດສົ່ງເຄື່ອງຈັກຄັນ ເພື່ອເຮົາຈະສົ່ງບຸນ… ເພື່ອເຮົາຈະເປັນຂົວຕໍ່ໃຫ້ຄົນທີ່ຕ້ອງການ ຈະເຮັດບຸນ ໄດ້ເຮັດບຸນຕາມຄວາມຕັ້ງໃຈ ແລະແລ້ວປາຕິຫານກໍມີຈິງ ໄດ້ລົດກະບະມຸງຫຼັງຄາມື 2 ຄຸນນະພາບດີມາໃຊ້ສົ່ງເຄື່ອງ ທຸກຢ່າງຄ່ອງໂຕສ່ຳກັບຟ້າລິຂິດ ລົດກະບະຄັນດຽວເຂົາຊ່ວຍສ້າງເງິນລ້ານ ໄດ້ຢ່າງໜ້າອັດສະຈັນ ຈົນຕັ້ງຊື່ລົດກະບະຄັນນັ້ນວ່າ “ມາລວຍ”.
ສະພາບທຸລະກິດໃນປັດຈຸບັນເປັນຈັ່ງໃດແດ່?
ມື້ທີ່ເປັນລູກຈ້າງ ຂ້ອຍເຮັດດ້ວຍໃຈ ແລະຊີວິດຈິດວິນຍານ ສຳນຶກໃນຄວາມເປັນເດັກຕ່າງດ້າວ ແລະມີເຈົ້ານາຍໃຫ້ໂອກາດ ໃຫ້ວຽກເຮັດ ໜຶ່ງດຽວໃນປະເທດໄທ ຈຶ່ງບໍ່ເຄີຍຕິເງິນເດືອນ ຂ້ອຍເລິ່ມເຮັດວຽກປີ 2006 ເງິນເດືອນ 1,500,000 ກີບ ( 6,000 ບາດ) ເງິນເດືອນປັບຂຶ້ນເລື້ອຍໆ (ສະເພາະຂ້ອຍເທົ່ານັ້ນທີ່ໄດ້ປັບເລື້ອຍໆ) ຈົນມື້ທີ່ລາອອກ ເງິນເດືອນ 3,700,00 ກີບ (15,000 ບາດ).
ຂ້ອຍກຳລັງຈະບອກວ່າ ອອກມາເຮັດເວັບໄຊຂາຍເຄື່ອງອອນລາຍນ໌ “ຂ້ອຍເຮັດແລະທຸ່ມເທຍິ່ງກວ່າຊີວິດ” ຊ່ອງທາງການຈຳໜ່າຍອື່ນບໍ່ມີເລີຍ ຍົກເວັ້ນເວັບໄຊ… www.buchasangkapan.com (ບູຊາສັງຄະພັນ) ຜ່ານໄປ 1 ປີ ລູກຄ້າຫຼາຍຂຶ້ນ ແລະເຕີບໂຕຢ່າງໜ້າອັດສະຈັນ ຂ້ອຍກໍຍິ່ງເບິ່ງເຫັນໂອກາດ ຂ້ອຍຕ້ອງເຕີບໂຕ ຂ້ອຍຕ້ອງຮີບຄວ້າເອົາໄວ້ ຂ້ອຍອັບເດດເວັບໄຊຕະຫຼອດເວລາ ຈົນເວັບໄຊຕິດໜຶາໜຶ່ງ ອັນດັບໜຶ່ງໃນ Google ໂດຍທີ່ຂ້ອຍບໍ່ໄດ້ໃຊ້ເງິນຈ້າງເຮັດໂຄສະນາ ແມ່ນແຕ່ກີບດຽວ.
ທຸລະກິດໃນປັດຈຸບັນແຂ່ງຂັນກັນດຸເດືອດ ໂດຍສະເພາະໃນໂລກອອນລາຍນ໌ ແຕ່ຂ້ອຍກໍບໍ່ໄດ້ຢ້ານ ເພາະບໍ່ແມ່ນວ່າ ທຸກຄົນຈະເຮັດເວັບໄຊຂາຍເຄື່ອງອອນລາຍນ໌ ຈະຂາຍໄດ້ຢ່າງດຽວ ຄົ້ນລົ້ມແຫຼວກໍມີ.
ເຂົ້າປີທີ 2 ເລິ່ມຂະຫຍາຍເລື່ອງພື້ນທີ່ ເນື່ອງຈາກຂາຍສິນຄ້າຫຼາຍຂຶ້ນ ບ່ອນໄວ້ສິນຄ້າຫຼາຍຂຶ້ນ ແຕ່ເຮົາຈະບໍ່ເອົາສິນຄ້າມາໄວ້ ສ່ວນຫຼາຍບໍ່ເອົາໄວ້ເລີຍ ຂ້ອຍຄິດວ່າຖ້າຂ້ອຍຊື້ສິນຄ້າມາປະໄວ້ ກໍໂງ່ທີ່ສຸດ ປາກກໍມີ ກໍບອກລູກຄ້າເອົາ ເທັກນິກມີຫຼວງຫຼາຍ.
ກຸນແຈຂອງຄວາມສຳເລັດຄືຫຍັງ?
ຄວາມສຳເລັດຂອງຂ້ອຍຂັ້ນທີ 1 ດ່ານທີ 1 ເລີຍ ລູກຄ້າມາພົບຂ້ອຍໃນເວັບໄຊ ເພາະເວັບໄຊຂ້ອຍຕິດອັນດັບໜຶ່ງ ໃນ Google ເກືອບທຸກໝວດໝູ່ສິນຄ້າ ບໍ່ວ່າລູກຄ້າຈະຄົ້ນຫາຫຍັງ ກ່ຽວກັບເຄື່ອງເຮັດບຸນ ລູກຄ້າພົບບູຊາຄັງຄະພັນ ເປັນຄົນທຳອິດ ຫຼືຄົນທີສອງ.
ເວັບໄຊບູຊາບໍ່ໄດ້ສວຍງາມເລີດໃນປັດຖະພີ ແຕ່ມີສະເໜ່ ມີຈິດວິນຍານ ມີມົນຂັງ ຄົນເຫັນແລ້ວຕ້ອງຕາຕ້ອງໃຈ ຕ້ອງແມ່ນ (ເຖິງຈະບໍ່ແມ່ນທັງໝົດ ແຕ່ສ່ວນຫຼາຍນ່າຈະເປັນແບບນັ້ນ) ແລະມີຂໍ້ມູນບົດຄວາມສ້າງແຮງບັນດານໃຈ ໃຫ້ຄົນຢາກຈະເຮັດບຸນ… ສຳຄັນຫຼາຍເພາະມັນຄື ຄວາມແຕກຕ່າງ ລວມທັງໂຄງສ້າງເວັບໄຊພ້ອມ.
ເລິ່ມມີພະນັກງານ ມີວິທີການຈັດການລູກນ້ອງຈັ່ງໃດ?
ເຂົ້າປີທີ 3 ແລະ 4 ເຮົາເລິ່ມມີຄົນມາຊ່ວຍ ຈາກ 2-3 ເປັນ 4-5-6-7 ຊີວິດ ເອົາສະເພາະຄົນທີ່ສຳຄັນຕໍ່ວຽກແທ້ໆ ເຊັ່ນ ພະນັກງານຈັດສົ່ງ ພະນັກງານຫຸ້ມຫໍ່ສັງຄະທານ ຂ້ອຍເລິ່ມສ້າງບຸກຄະລາກອນ ດ້ວຍການສົ່ງຫຼານໄປເຝິກງານ 2 ຄົນ ໄລຍະເວລາ 1 ປີ ແລ້ວກໍກັບມາຊ່ວຍວຽກ ກໍຖືວ່າຄຸ້ມສຸດຄຸ້ມ.
ເຮົາຢູ່ກັນແບບຄອບຄົວພີ່ນ້ອງ ຢູ່ນຳກັນດ້ວຍຄວາມຮັກ ຄວາມເອື້ອອາທອນ ເວລາວຽກກໍຕ້ອງເຮັດວຽກເຕັມທີ່ ໂດຍມີຂ້ອຍເຮັດເປັນຕົວຢ່າງ ມີຄວາມເສຍສະລະ ຜົນຕອບແທນປັບຂຶ້ນໃຫ້ຕາມລຳດັບ ຕາມຜົນງານ ລວມທັງໂບນັດເລັກໆ ນ້ອຍໆ ຕອນທ້າຍປີ.
“ການໃຫ້… ຄືໜ້າທີ່ຂອງເຮົາທີ່ຈະເຮັດໃຫ້ ທຸກຄົນຢູ່ດີກິນດີ ມີຊີວິດທີ່ດີ ເພື່ອໃຫ້ພວກເຂົາຈຸນເຈືອຄອບຄົວຂອງພວກເຂົາ ເຮົາກໍໄດ້ບຸນ” ນີ້ຄືສິ່ງທີ່ຂ້ອຍ ມີໄວ້ໃນຫົວໃຈ.
ແນວທາງການເຮັດທຸລະກິດແບບ “ຮາກຫຍ້າ Marketing ” ຂອງທ່ານຄືຫຍັງ?
ຖ້າຈະຫໃຫ້ຂ້ອຍເວົ້າແບບໂມ້ໆ ກໍຄື ຂ້ອຍໃຊ້ກົນລະຍຸດທາງການຕະຫຼາດ ໜ້ອຍຫຼາຍ ໃຊ້ພຽງ 50% ສະໄໝຂ້ອຍເຮັດວຽກໃນບໍລິສັດເກົ່າ ໃຊ້ກືອບ 100% ໃຊ້ທຸກຊ່ອງທາງ ຄືທີ່ໄດ້ບອກແລ້ວວ່າ ລູກຄ້າຂ້ອຍມາຈາກເວັບໄຊຢ່າງດຽວ ເບິ່ງຈາກສະຖິຕິໃນເຄື່ອງມືກວດນັບ ສ່ວນຫຼາຍມາຈາກລູກຄ້າຄົ້ນພົບເຮົາ ໃນ Google ເທົ່ານີ້ແທ້ໆ ສ່ວນທີ່ຂ້ອຍໄປໂພສໃນເຟສບຸກສ່ວນຕົວນັ້ນ ບໍ່ມີລູກຄ້າແມ່ນແຕ່ລາຍດຽວ ວັດຖຸປະສົງທີ່ໂພສໃນເຟສບຸກສ່ວນຕົວ ເພື່ອສ້າງຕົວຕົນ ບອກຕົວຕົນຂ້ອຍເອງ ເພາະເພື່ອນໃນເຟສບຸກເປປັນກຸ່ມຄົນ ເຮັດວຽກປະຈຳຫຼາຍກວ່າ.
ຂ້ອຍແຍກກຸ່ມເປົ້າໝາຍ ລູກຄ້າບູຊາມີແຕ່ລຸກຄ້າຄົນຊັ້ນກາງຂຶ້ນໄປ ເວົ້າງ່າຍໆ ຄືຄົນລວຍ ເພາະສະນັ້ນ ເຟສຂອງຮ້ານກໍຄືຂອງຮ້ານ ບໍ່ມີຕົວຕົນຂ້ອຍເລີຍແມ່ນແຕ່ໜ້ອຍ ຍົກເວັ້ນລູກຄ້າບາງທ່ານເອົາຊື່ ນາມສະກຸນໄປເຊີດຫາໃນ Google ແລ້ວພົບເຫັນຂ້ອຍ (ເຂົາຢ້ານຖືກຫຼອກ).
ແຜນການຕະຫຼາດໃນອະນາຄົດ ຄິດໄວ້ຈັ່ງໃດ?
ຂ້ອຍຍັງຄົງຮັກແລະສັດທາຢ່າງຮູ້ບຸນຄຸນ ໃນຄວາມກະລຸນາຂອງເທບ ຄື Google ທີ່ຊ່ວຍບອກທາງລູກຄ້າມາພົບເຮົາ ນີ້ຄືສິ່ງມະຫັດສະຈັນ ເມື່ອລູກຄ້າພົບເຮົາແລ້ວ ເຮົາເຮັດໃຫ້ລູກຄ້າ ປະທັບໃຈຫຼືບໍ່ ກົງກັບຄວາມຕ້ອງການຂອງລູກຄ້າຫຼືບໍ່ ຂ້ອຍຢຶດລູກຄ້າເປັນສູນກາງ… “ລູກຄ້າຄືຫົວໃຈ”.
“ປະຊາຊົນຄືຫົວໃຈ” ປາກເວົ້າໄດ້ ຕ້ອງເຮັດໃຫ້ໄດ້ຄືທີ່ປາກເວົ້າ ພຽງເທົ່ານີ້ກໍເທບແລ້ວ
ຂ້ອຍເຊື່ອໃນພະລັງຂອງການບອກຕໍ່ ແລະຈົດຈຳຄວາມຊົງຈຳທີ່ດີທີ່ເຄີຍ ໃຊ້ບໍລິການ…
ສື່ໂຄສະນາ ໂທລະພາບ, ໜັງສືພິມ, ວິທະຍຸ ແລະອື່ນໆ ຖ້າຟຣີເອົາ… ເສຍເງິນບໍ່ເອົາ… ມີຫຼວງຫຼາຍທີ່ໂທເຂົ້າມາລົມ ຂ້ອຍກໍບອກໄປແນວນີ້ (ຟຣີ…ເອົາ).
ໃນເມື່ອເຄື່ອງມືຟຣີ ຄື Facebook, Line, Youtube ແລະເທບພະເຈົ້າ Google ກໍຕ້ອງໃຊ້ໃຫ້ເກີດປະໂຫຍດ ສູງສຸດ. ຢ່າໄປຫຍັດຢຽດໂຄສະນາໃຫ້ລູກຄ້າຫຼາຍ ເຊັ່ນ ສົ່ງເມລ, ສົ່ງຂໍ້ຄວາມອິນບັອກ ຂໍໂທດໂຄດລຳຄານເລີຍ.
ຂ້ອຍຈະພັດທະນາລະບົບເວັບໄຊ ຂາຍສິນຄ້າອອນລາຍນ໌ໃຫ້ທັນສະໄໝ ຫຼາຍກວ່ານີ້ ຄື ເປັນເວັບໄຊຂາຍສິນຄ້າ ເຄື່ອງສັງຄະພັນ ອອນລາຍນ໌ຄົບວົງຈອນ ສັ່ງຊື້ຜ່ານໜ້າເວັບໄດ້ເລີຍ ງ່າຍສະດວກວ່ອງໄວ ຕອບສະໜອງຄົນເຮັດບຸນຍຸກໃໝ່ ຢູ່ໃສບ່ອນໃດໃນໂລກນີ້ ກໍເຮັດບຸນໄດ້.
ຝາກຂໍ້ຄິດໃຫ້ກຳລັງໃຈເພື່ອນໆ ແດ່ຈັກໜ້ອຍ?
ທຸກສາຂາອາຊີບລ້ວນແລ້ວຕ່ ຕ້ອງມີໃຈຮັກກ່ອນ ມີຄວາມສັດທາ ໃນສາຂາອາຊີບຂອງຕົນ ອິນໃນສິ່ງທີ່ເຮັດ ແລ້ວມັນຈະເປັນຄວາມສຸກ ເມື່ອເກີດບັນຫາເຮົາກໍເບິ່ງວ່າ ດີທີ່ມີບັນຫາໃຫ້ເຮົາແກ້ ແຕ່ຖ້າເຮົາບໍ່ຮັກໃນອາຊີບຂອງເຮົາເລີຍ ເກີດບັນຫາເລັກໜ້ອຍເຮົາກໍທໍ້ຖອຍແລ້ວ.
ໃຜຕ້ອງການເຮັດທຸລະກິດນີ້ ມີເງິນຢ່າງດຽວກໍເຮັດບໍ່ໄດ້ ຕ້ອງມີສັດທາ ມີຄວາມຮັກ ມີການເປັນຜູ້ໃຫ້ ຮູ້ຈັກກຸ່ມເປົ້າໝາຍຢ່າງແທ້ຈິງ ມີແນວຄວາມຄິດທາງທຸລະກິດທີ່ຖືກຕ້ອງ ຖ້າແນວຄິດຜິດ ທຸກຢ່າງຈະເຂວ
ຮູ້ຈັກພະພຸດທະສາດສະໜາ ແກ່ນແທ້ ແກ່ນປອມ ເປືອກນອກ ເປືອກໃນ ແລະຮູ້ຈັກພະພຸດ ພະທຳ ພະສົງ ໂດຍສະເພາະພະເສົງທີ່ໃຊ້ເຄື່ອງເຮັດບຸນເຮົາ ແລະເຄື່ອງໃຊ້ໃນວັດວາອາຮາມຕ່າງໆ.
ເຖົ້າແກ່ໃໝ່ຣີິວິວ: ອ້າຍທັດ ຄື ແບບຢ່າງຂອງຄົນທີ່ຂ້ອຍເອີ້ນວ່າ “ຕິດດິນ” ບໍ່ມີຫຍັງເລີຍ ຄວາມຮູ້ທາງດ້ານການຄ້າຂາຍກໍບໍ່ມີ ເຮັດທຸລະກິດກໍບໍ່ມີ ມີແຕ່ “ຫົວໃຈ” ທີ່ພ້ອມຈະ “ແບ່ງປັນ” ແລະ “ ຕໍ່ສູ້ ” ມື້ທີ່ອ້າຍທັດ ລາອອກຈາກວຽກປະຈຳນັ້ນ ອາດຈະເຮັດໃຫ້ເຂົາຮູ້ສຶກເຈັບປວດ ແຕ່ມື້ນີ້ອ້າຍທັດກໍໄດ້ພິສູດ ໃຫ້ໂລກໄດ້ເຫັນແລ້ວວ່າ 1 ສະໝອງ 2 ມື 2 ຕີນ ເຂົາກໍສາມາດເຮັດທຸລະກິດໄດ້ ພ້ອມກັບການເປັນພຸດທະສາສະນິກະຊົນ ທີ່ຊ່ວຍສືບສານປະເພນີ ວັດທະນະທຳ ແບບຢ່າງຂອງຄົນເຮັດທຸລະກິດໃໝ່ ແບບ “ຮາກຫຍ້າ” ເລິ່ມຈາກສິ່ງໃກ້ໂຕ ເຮັດໄປເທື່ອລະໜ້ອຍ ແລ້ວເຕີບໂຕຢ່າງໝັ້ນຄົງ.
ຕິດຕໍ່ທຸລະກິດກັບອ້າຍທັດ: https://www.facebook.com/buchasangkapan
ທ່ານຜູ້ອ່ານທ່ານໃດຕ້ອງການຢາກບອກເລົ່າ ເລື່ອງລາວຊີວິດ ບົດຮຽນ ແລະປະສົບການດີໆ ແກ່ສັງຄົມ ຫຼືເຫັນບຸກຄົນໃດສາມາດເປັນແບບຢ່າງ ແກ່ສັງຄົມໄດ້ສາມາດຕິດຕໍ່ຫາ ທີມຂ່າວລາວໂພສຕ໌ໄດ້ທີ່ເບີ 020 7779 1133