ໂຈນປຸ້ນທະນາຄານແຫ່ງໜຶ່ງ ໂຈນຮ້ອງສຽງດັງພ້ອມເອົາປືນອອກມາ
“ທຸກຄົນຢ່າຕິງ ເງິນເປັນຂອງລັດ ແຕ່ຊີວິດເປັນຂອງທ່ານ”
ພະນັກງານທະນາຄານທຸກຄົນ ນອນສະຫງົບນິ້ງຢູ່ເທິງພື້ນ ບໍ່ມີໃຜສ່ຽງຊີວິດຂອງໂຕເອງ ເພື່ອປົກປ້ອງເງິນຂອງລັດ. ເຮົາເອີ້ນສິ່ງນີ້ວ່າ “ເທັກນິກການປ່ຽນແນວຄິດ” ບິດເບືອນໜ້ອຍດຽວແນວຄິດ ຄົນເຮົາກໍປ່ຽນໄປໄກແລ້ວ
————————————————-
ຜູ້ຍິງຜູ້ໜຶ່ງນອນຢູ່ເທິງໂຕະແລະກຳລັງຈະຮ້ອງຂຶ້ນ ທັນໃດນັ້ນໂຈນຮ້ອງໄປໃສ່ວ່າ “ເຮົາມີວັດທະນະທຳ ຂ້ອຍມາປຸ້ນທະນາຄານ ບໍ່ໄດ້ມາຂົ່ມຂືນເຈົ້າ”
ເຮົາເອີ້ນສິ່ງນີ້ວ່າ “ການເປັນມືອາຊີບ” ຕັ້ງໝັ້ນໃນເປົ້າໝາຍຢ່າງດຽວບໍ່ວອກແວກ
————————————————-
ເມື່ອໂຈນກັບຮອດຖານລັບ ໂຈນໄວລຸ້ນທີ່ຈົບການສຶກສາລະດັບ ປະລິນຍາໂທ MBA ບອກກັບລຸ້ນອ້າຍໂຈນວ່າ “ອ້າຍໆ ເຮົາມານັບເງິນເບິ່ງດຸວ່າໄດ້ມາທໍ່ໃດ” ແຕ່ລຸ້ນອ້າຍໂຈນທີ່ຈົບພຽງຊັ້ນ ປ4 ພັດບອກວ່າ “ມືງຄືໂງ່ແທ້ ເງິນຕັ້ງຫຼວງຫຼາຍ ຈະນັບເຮັດຫຍັງ ຄືນນີ້ໂທລະພາບ ຈະບອກເອງວ່າ ເຮົາໄດ້ມາເທົ່າໃດ!!”
ເຮົາເອີ້ນສິ່ງນີ້ວ່າ “ປະສົບການ” ເຊິ່ງໃນປັດຈຸບັນປະສົບການ ມີຄ່າຫຼາຍກວ່າປະລິນຍາແທ້ໆ.
————————————————
ເມື່ອໂຈນໜີແລ້ວ ຜູ້ຈັດການທະນາຄານ ສັ່ງໃຫ້ຮອງຜູ້ຈັດການໂທຫາຕຳຫຼວດ 1191 ແຕ່ຜູ້ຈັດການທະນາຄານພັດຟ້າວ ຕັດຄວາມໄປວ່າ “ຢ່າຟ້າວໆ ໃຈເຢັນໆ ໂຈນເອົາເງິນໄປເທົ່າໃດ ເຮົາມານັບກັນກ່ອນ ແລ້ວບອກຕຳຫຼວດວ່າໂຈນ ເອົາໄປຫຼາຍກວ່ານັ້ນອີກ 100 ລ້ານ”
ເຮົາເອີ້ນສິ່ງນີ້ວ່າ “ລອຍຕາມກະແສ” ຫຼືການປ່ຽນວິກິດໃຫ້ເປັນໂອກາດ
————————————————
ຜູ້ຈັດການກ່າວວ່າ “ຫັ້ນຕິ ຖ້າມີໂຈນມາປຸ້ນ ທະນາຄານທຸກເດືອນກໍແຮງດີແມ່ນບໍ”
ເຮົາເອີ້ນສິ່ງນີ້ວ່າ “ການຂ້າເວລາຫຼິ້ນໆ” ບໍ່ມີຫຍັງດີໄປກວ່າຄວາມສຸກຂອງເຮົາເອງ
———————————————–
ມື້ຕໍ່ມາ ໂທລະພາບທຸກຊ່ອງອອກຂ່າວວ່າ ມີໂຈນປຸ້ນທະນາຄານ 150 ລ້ານ ແຕ່ວ່າໂຈນທີ່ປຸ້ນໄປນັ້ນ ນັບແລ້ວນັບອີກ ກໍນັບໄດ້ແຕ່ 50 ລ້ານເທົ່ານັ້ນ ໂຈນຢາກຮ້າຍທີ່ສຸດແລ້ວເວົ້າວ່າ “ເຮົາສ່ຽງຕາຍໄປປຸ້ນທະນາຄານ ອອກມາໄດ້ແຕ່ 50 ລ້ານ ແຕ່ຜູ້ຈັດການທະນາຄານພຽງແຕ່ມັນ ຫົວໄວໜ້ອຍດຽວ ມັນກໍສ້າງເງິນໄດ້ເຖິງ 100ລ້ານເລີຍ ການສຶກສາມັນມີດີແບບນີ້ນີ້ເອງ”
ເຮົາເອີ້ນສິ່ງນີ້ວ່າ “ຄວາມຮູ້ມີຄ່າກວ່າເງິນຄຳ”
———————————————–
ຜູ້ຈັດການທະນາຄານຍິ້ມເປີ້ຍໆ ເພາະວ່າຢູ່ດີໆເຂົາກໍມີເງິນເພີ່ມຂຶ້ນເຖິງ 100 ລ້ານ ໂດຍທີ່ເປັນຄວາມຜິດຂອງໂຈນ
ເຮົາເອີ້ນສິ່ງນີ້ວ່າ “ໂຄດໂກງ” ຊຽນເໜືອຊຽນ ແຕ່ບໍ່ແມ່ນຊຽນໃນສິ່ງທີ່ດີ
———————————————–
ເມື່ອອ່ານຈົບແລ້ວ ທ່ານຄິດວ່າ ໂຈນຫຼືໃຜທີ່ເປັນຕາຢ້ານທີ່ສຸດ? ລອງຄິດຫລິ້ນໆເບິ່ງເດີ!
ທີ່ມາ: ລາຍຟໍເວີດ