ກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຊີ້ແຈງກໍລະນີ ສື່ສັງຄົມອອນລາຍທີ່ບໍ່ເປັນທາງການ ຂອງປະເທດເພື່ອບ້ານເຜີຍແຜ່ຂ່າວທີ່ມີເນື້ອໃນວ່າ: ອົງການອຸຍແນັສໂກ ຈະຖອນເມືອງຫຼວງພະບາງ ອອກຈາກບັນຊີມໍລະດົກໂລກນັ້ນແມ່ນບໍ່ມີມູນຄວາມຈິງ ເປັນຂ່າວປອມ. ພ້ອມທັງຢືນຢັນວ່າ ປັດຈຸບັນ, ສປປ ລາວ ຍັງໄດ້ຮັບຂໍ້ມູນ ຫຼື ເອກະສານທາງການໃດໆ ຈາກອົງການອຸຍແນັສໂກ ວ່າຈະຖອນເມືອງຫຼວງພະບາງ ອອກຈາກບັນຊີມໍລະດົກໂລກ. ຂະນະດຽວກັນ ກົມມໍລະດົກໂລກ ກໍໄດ້ກຽມປະສານ ກັບອຳນາດການປົກຄອງທ້ອງຖິ່ນເກັບກຳຂໍ້ມູນ ເພື່ອຕອບໂຕກັບແຫຼ່ງຂ່າວດັ່ງກ່າວຢ່າງທັນການ.
ທ່ານ ພະຂັນໄຊ ສີຂັນໄຊ ຫົວໜ້າກົມມໍລະດົກ ກະຊວງ (ຖວທ) ໄດ້ຊີ້ແຈງໃຫ້ຄວາມກະຈ່າງແຈ້ງຜ່ານສື່ມວນຊົນຕໍ່ບັນຫາດັ່ງກ່າວ ໃນວັນທີ 22 ທັນວາ 2023 ວ່າ: ການອອກຂ່າວທາງສື່ສັງຄົມອອນລາຍທີ່ບໍ່ເປັນທາງການ ຂອງປະເທດເພື່ອນບ້ານ ເພື່ອສ້າງຄວາມວຸ້ນວາຍ ແລະ ສ້າງຄວາມເຂົ້າໃຈຜິດໃຫ້ແກ່ສັງຄົມທັງພາຍໃນ ແລະ ຕ່າງປະເທດ ຕໍ່ເມືອງມໍລະດົກໂລກຫຼວງພະບາງ. ເນື່ອງຈາກວ່າໃນໄລຍະນີ້, ສປປ ລາວ ກຳລັງເປີດປີທ່ອງທ່ຽວ ເພື່ອເຊີນຊວນເອົານັກທ່ອງທ່ຽວໃນທົ່ວທຸກມູມໂລກເຂົ້າມາຢ້ຽມຢາມ ສປປ ລາວ ແລະ ກໍເປັນໄລຍະທີ່ນັກທ່ອງທ່ຽວທັງພາຍໃນ ແລະ ນັກທ່ອງທ່ຽວຕ່າງປະເທດ ຈໍານວນຫຼວງຫຼາຍ ກໍາລັງໃຫ້ຄວາມນິຍົມ ແລະ ໃຫ້ຄວາມສົນໃຈ ທີ່ຈະເດີນທາງໄປທ່ຽວຊົມເມືອງມໍລະດົກໂລກຫຼວງພະບາງນັບມື້ນັບຫຼາຍຂຶ້ນ. ໃນຄວາມເປັນຈິງແລ້ວອົງການອຸຍແນັສໂກ ໄດ້ຍົກຍ້ອງວ່າເມືອງມໍລະດົກໂລກຫຼວງພະບາງເປັນຕົວແບບທີ່ດີຂອງການປົກປັກຮັກສາແຫຼ່ງມໍລະດົກໂລກ ທີ່ມີການປະກອບສ່ວນຂອງຫຼາຍພາກສ່ວນ,ມີການກໍານົດຂອບເຂດອະນຸລັກທີ່ລະອຽດ ແລະ ມີນິຕິກໍຮອງຮັບໃຫ້ແກ່ວຽກງານອະນຸລັກ, ປົກປັກຮັກສາເມືອງມໍລະດົກໂລກຫຼວງພະບາງທີ່ຮັດກຸມ ໂດຍສະເພາະກົດລະບຽບແຜນຜັງປົກປັກຮັກສາ ແລະ ເຮັດໃຫ້ມີຄຸນຄ່າ (PSMV) ທີ່ເປັນກົດລະບຽບສະເພາະ ເພື່ອຄຸ້ມຄອງມໍລະດົກໂລກຫລວງພະບາງ ໃນການບູລະນະສ້ອມແປງ, ປຸກສ້າງ, ການຄຸ້ມຄອງເຂດທຳມະຊາດ ແລະ ການນໍາໃຊ້ທີ່ດິນ ຊຶ່ງໃນລະບຽບການດັ່ງກ່າວ ຍັງໄດ້ມີການລະບຸເຖິງຂັ້ນຕອນລະອຽດຂອງການຂໍອະນຸມັດ ເພື່ອດຳເນີນກິດຈະກຳຕ່າງໆ ໃນພື້ນທີ່ເມືອງມໍລະດົກໂລກຫຼວງພະບາງ ແລະ ຍັງເປັນກົດລະບຽບທີ່ສ້າງຂຶ້ນ ເພື່ອປົກປັກຮັກສາເຂດພູ, ທິວທັດທຳມະຊາດອ້ອມຮອບນະຄອນຫຼວງພະບາງ ແລະ ຮັກສາເຂດແຄມນໍ້າຂອງ-ນໍ້າຄານ ເພື່ອບໍ່ໃຫ້ມີການບຸກລຸກ ແລະ ດຳເນີນການປຸກສ້າງທີ່ບໍ່ເໝາະສົມ.
ທ່ານ ພະຂັນໄຊ ສີຂັນໄຊ ຍັງໃຫ້ຮູ້ຕື່ມວ່າ: ປັດຈຸບັນມໍລະດົກໂລກ ທີ່ ສປປ ລາວ ໄດ້ຖືກຮັບເປັນມໍລະດົກໂລກທາງດ້ານວັດທະນະທຳ ທີ່ເປັນວັດຖຸ 3 ແຫ່ງຄື: ເມືອງມໍລະດົກໂລກຫຼວງພະບາງ ຖືກຮັບຮອງໃນວັນທີ 9 ທັນວາ 1995, ວັດພູພ້ອມດ້ວຍພື້ນທີ່ພູມີທັດວັດທະນະທຳຈຳປາສັກ ຖືກຮັບຮອງເປັນມໍລະດົກໂລກໃນວັນທີ 14 ທັນວາ 2011 ແລະ ທົ່ງໄຫຫີນຊຽງຂວາງຖືກຮັບຮອງເປັນມໍລະດົກໂລກໃນວັນທີ 10 ກໍລະກົດ 2019. ນອກນັ້ນ, ຍັງມີມໍລະດົກວັດທະນະທໍາທາງດ້ານນາມມະທຳ ຫຼື ວ່າມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ ທີ່ຖືກຮັບຮອງຈາກອົງການອຸຍແນັສໂກ ໃຫ້ເປັນມໍລະດົກວັດທະນະທຳ ທີ່ບໍ່ເປັນວັດຖຸທີ່ເປັນຕົວແທນຂອງມວນມະນຸດໂລກ 2 ລາຍການ ຄື: ສຽງແຄນເຊື້ອຊາດລາວ ຖືກຮັບຮອງ ໃນວັນທີ 7 ທັນວາ 2017 ແລະ ຫັດຖະກໍາພື້ນເມືອງພູມປັນຍາການຕໍ່າລາຍນາກ ຂອງຊຸມຊົນເຊື້ອຊາດລາວ ເຂົ້າເປັນມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດໂລກ ເປັນລາຍການທີ 2 ຂອງ ສປປ ລາວ ຖືກຮັບຮອງໃນວັນທີ 6 ທັນວາ 2023 ທີ່ຜ່ານມາ. ປັດຈຸບັນ ສປປ ລາວ ຍັງກຳລັງສຸມໃສ່ການປະກອບເອກະສານ ຄຳຮ້ອງນຳສະເໜີເອົາອຸທິຍານແຫ່ງຊາດຫີນ ໜາມໜໍ່ເພື່ອສະເໜີຕໍ່ອົງການອຸຍແນັສໂກ ຮັບຮອງເປັນມໍລະດົກໂລກທາງດ້ານທຳມະຊາດແຫ່ງທຳອິດຂອງ ສປປ ລາວ ໃຫ້ສຳເລັດ ແລະ ສົ່ງເຖິງສູນມໍລະດົກໂລກ ຂອງອົງການອຸຍແນັສໂກຢ່າງເປັນທາງການກ່ອນວັນທີ 1 ກຸມພາ 2024 ທີ່ຈະມາເຖິງນີ້ ຊຶ່ງການສະເໜີດັ່ງກ່າວ ຈະໄດ້ສະເໜີເຂົ້າເປັນມໍຣະດົກໂລກຮ່ວມຊາຍແດນແບບເຊື່ອມຕໍ່ ກັບສວນອຸທິຍານແຫ່ງຊາດຟອງຫຍາແກ່ບັງ ຂອງ ສສ ຫວຽດນາມ ທີ່ໄດ້ຖືກຮັບຮອງໃຫ້ເປັນມໍລະດົກໂລກທາງດ້ານທຳມະຊາດ ໃນປີ 2003. ໄປຄຽງຄູ່ກັບການນຳສະເໜີເອົາອຸທິຍານແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກທາງດ້ານທຳມະຊາດ. ນອກຈາກນີ້, ຍັງມີແຜນສືບຕໍ່ຈະນຳສະເໜີເອົາແຫຼ່ງບູຮານສະຖານເສົາຫີນຕັ້ງ ແຂວງຫົວພັນ ເຂົ້າເປັນມໍລະດົກໂລກທາງດ້ານວັດທະນະທໍາ ແລະ ຈະສະເໜີເອົາສວນອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ເຂົ້າເປັນມໍລະດົກໂລກທາງດ້ານທຳມະຊາດ ຂອງ ສປປ ລາວ ໃນລໍາດັບຕໍ່ໄປ.
ແຫຼ່ງຂ່າວ ປະຊາຊົນ