spot_img
Homeຂ່າວຕ່າງປະເທດການປະຕິບັດການທາງທະຫານຂອງຣັດເຊຍສົ່ງຜົນກະທົບຕໍ່ GDP ທີ່ຫຼຸດລົງ 4%

ການປະຕິບັດການທາງທະຫານຂອງຣັດເຊຍສົ່ງຜົນກະທົບຕໍ່ GDP ທີ່ຫຼຸດລົງ 4%

Published on

ການປະຕິບັດການທາງທະຫານຂອງຣັດເຊຍ ໄດ້ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ການເຕີບໂຕພາຍໃນປະເທດຣັດເຊຍ ໂດຍ GDP ຣັດເຊຍໄຕມາດ 3 ໄດ້ຫຼຸດລົງ 4% ທຽບກັບຊ່ວງດຽວກັນຂອງປີກ່ອນນີ້ ພ້ອມທັງເຂົ້າສູ່ພາວະທົດຖອຍທາງເຕັກນິກ.

ຈາກການລາຍງານຂອງ ສະຖິຕິຣັດເຊຍ ໄດ້ເຮັດໃຫ້ຮູ້ວ່າ: GDP ຣັດເຊຍໄຕມາດ 3 ໄດ້ຫຼຸດລົງ 4% ທຽບກັບຊ່ວງດຽວກັນຂອງປີກ່ອນນີ້ ເຊິ່ງຫຼຸດລົງໜ້ອຍກ່ອນນັກວິເຄາະທີ່ຄາດການໄວ້ວ່າຈະຫຼຸດລົງ 4,5% ທີ່ເປັນຜົນກະທົບມາຈາກການປະຕິບັດການທາງທະຫານໃນຢູເຄຣນ.

ການຫຼຸດລົງຂອງ GDP ໄຕມາດ 3 ໃນເດືອນກໍລະກົດ ຫາ ເດືອນກັນຍາ ໄດ້ດີຂຶ້ນໜ້ອຍໜຶ່ງ ເມື່ອທຽບກັບ ໄຕມາດ 2 ທີ່ຫຼຸດລົງ 4,1%, ການຫຼຸດລົງຂອງເສດຖະກິດຣັດເຊຍ ມາຈາກການຖືກຂວ້ຳບາດຂອງບັນດາປະເທດໃນຕາເວັນຕົກ ຍ້ອນການປະຕິບັດທາງທະຫານໃນຢູເຄຣນ ສົ່ງຜົນກະທົບຕໍ່ພາກການເງິນ ແລະ ເສດຖະກິດຂອງຣັດເຊຍຢ່າງກວ້າງຂວາງ.

ການຫຼຸດລົງໃນເທື່ອນີ້ ມາຈາກພາກການຄ້າສົ່ງທີ່ຫຼຸດລົງ 22,6% ການຄ້າຍ່ອຍຫຼຸດລົງ 9,1% ໃນຂະນະທີ່ພາກການກໍ່ສ້າງຂະຫຍາຍໂຕ 6,7% ການກະສິກຳ 6,2%.

ກ່ອນການທີ່ຈະມີການປະຕິບັດການທາງທະຫານໃນຢູເຄຣນ ທີ່ເລີ່ມຕົ້ນໃນທ້າຍເດືອນກຸມພາ ເສດຖະກິດຣັດເຊຍຂະຫຍາຍຕົວ 3,5% ໃນໄຕມາດ 1.

ກະຊວງເສດຖະກິດຂອງຣັດເຊຍ ໄດ້ຄາດການວ່າ GDP ໃນປີນີ້ຈະຫຼຸດລົງ 2,9% ຂະນະທີ່ທະນາຄານກາງຄາດວ່າ ຈະຫຼຸດລົງປະມານ 3-3,5% ກ່ອນທີ່ຈະກັບມາຂະຫຍາຍໂຕໃນໄຕມາດ 2 ໃນປີ 2023.

ແຫຼ່ງຂ່າວຈາກ TRT World

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...