ອີງຕາມການເປີດເຜີຍຂອງທ່ານ ສີສະຫຼຽວ ສະແຫວງສຶກສາ ປະທານສະມາຄົມການພັດທະນາສັງຄົມຊາວຊົນນະບົດ ທັງເປັນປະທານ ບໍລິສັດ ຜະລິດຕະພັນກະສິກອນລາວ ໃຫ້ຮູ້ວ່າ ວິທີສົ່ງເສີມເພື່ອສ້າງຄວາມເຂັ້ມແຂງແມ່ນຄວາມຈຳເປັນພາວະວິໄສໃຫ້ທຸລິດຂະໜາດນ້ອຍ ແລະ ຂະໜາດກາງຂອງລາວເຮົາ ມີເງື່ອນໄຂແຂ່ງຂັນໃນຍຸກເຊື່ອມໂຍງເສດຖະກິດພາກພື້ນ ເຊິ່ງກ່ອນອື່ນຕ້ອງນິຍາມຄຳວ່າທຸລະກິດເສຍກ່ອນຄື: ທຸລະກິດຕ້ອງມີທຶນຈົດທະບຽນ, ມີທະບຽນວິສາຫະກິດ, ມີທະບຽນອາກອນ, ຕ້ອງນຳໃຊ້ຜັງບັນຊີວິສາຫະກິດ ແລະ ຕ້ອງມີການກຳນົດເງິນເດືອນບຸກຄະລາກອນ ເຖິງແມ່ນວ່າແຕ່ລະປີຕ້ອງປິດບັນຊີ ເພື່ອສະຫຼຸບການເຄື່ອນໄຫວປະຈຳປີບັນຊີ, ສ່ວນຫົວໜ່ວຍທຸລະກິດທີ່ບໍ່ຖືທະບຽນທຸລະກິດຄວນຈັດເປັນ “ເສດຖະກິດຄອບຄົວ”.
ການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ແມ່ນໜຶ່ງໃນບັນດາບູລິມະສິດຂອງລັດຖະບານແຫ່ງ ສປປ ລາວ, ແຕ່ການສົ່ງເສີມຕົວຈິງຍັງພົບຂໍ້ຫຍຸ້ງຍາກຢ່າງຫຼວງຫຼາຍ. ທັງນີ້, ກໍ່ເພາະວ່າຊາວລາວເຮົາຍັງບໍ່ທັນມີວິໄສທັດກ່ຽວກັບການເຮັດທຸລະກິດ ໂດຍຄົນລາວສ່ວນຫຼາຍຍັງເຮັດເສດຖະກິດຄອບຄົວ ດ້ວຍການນຳໃຊ້ແຮງງານທີ່ມີຢູ່ໃນຄອບຄົວ, ໃຊ້ທຶນເອງບໍ່ຖືບັນຊີ, ບໍ່ມີບົດວິພາກເສດຖະກິດ, ບໍ່ຮູ້ສະພາບຕະຫຼາດ, ສ່ວນຫຼາຍເຮັດໄປຕາມຂະບວນ.
ທ່ານ ສິສະຫຼຽວ ສະແຫວງສຶກສາ ກ່າວຕື່ມອີກວ່າ ເພື່ອສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງໃຫ້ປະກົດຜົນເປັນຈິງຕ້ອງປະຕິບັດ 3 ວິທີຄື: ນຳໃຊ້ການຈັດຕັ້ງສັງຄົມລາວເພື່ອຍາດແຍ່ງທຶນຈາກການຈັດຕັ້ງສັງຄົມສາກົນມາສະໜັບສະໜູນການພັດທະນາທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ນຳໃຊ້ການຈັດຕັ້ງສັງຄົມລາວເພື່ອຍາດແຍ່ງທຶນຈາກການຈັດຕັ້ງສັງຄົມສາກົນມາສະໜັບສະໜູນທຸລະກິດຄອບຄົວໃຫ້ກາຍເປັນຜູ້ປະກອບການ (ເຮັດໃຫ້ທຸລະກິດທີ່ຕິດພັນກັບການປຸງແຕ່ງ ແລະ ການຈຳໜ່າຍ), ຄວນໃຫ້ມີຄະນະພັດທະນາທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ເປັນອົງກອນ ຫຼື ຄະນະພັດທະນາເຊັ່ນດຽວກັບຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ.
ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ