ຕອນທີ 5 ນັກລ່າຜູ້ກະຫາຍເລືອດ
ຣິສຊາສ໌ ຄ່ອຍກົ້ມໜ້າລົງໃກ້ຊອກຄໍຂອງນາງແຕ່ດ້ວຍກິ່ນທີ່ຫອມຫວນຊວນໜ້າກິນຂອງ ອາຣິຊ່າ ເຮັດໃຫ້ແວມພາຍໜຸ່ມອົດໃຈບໍ່ໄຫວ ເຜີຕົວກັດກ້ານຄໍຂອງງາມງອນເຂົ້າພ້ອມດູດດື່ມເລືອດອັນແສນຫວານຈາກຄໍຂອງນາງ ຢູ່ໆແວມພາຍໜຸ່ມກໍ່ຢຸດການກະທຳຂອງເຂົາລົງທັນທີກ່ອນທີນາງຈະຕາຍດ້ວຍນ້ຳມືເຂົາ ຈາກການກັດແວມພາຍໜຸ່ມປ່ຽນເປັນຈູບເບົາໆ ປະທັບກາສັນຍາລັກ ຣາຊາແວມພາຍ (ຮູບດາວ 8 ລ່ຽມ) ທັບຮອຍກັດ ອາຣິຊ່າ ເປັນຜູ້ທີ່ຖືກເລືອກໃຫ້ເປັນເຈົ້າສາວຂອງເຂົາ
ເຖິງແມ່ນວ່າຣິສຊາສ໌ ດື່ມເລືອດຈາກນາງພຽງເລັກນ້ອຍ ແຕ່ເຂົາກໍ່ຮັບຮູ້ເຖິງພະລັງບາງຢ່າງທີ່ມັນສົ່ງຜ່ານເຂົ້າມາໃນກາຍຂອງເຂົາ ຈາກຮ່າງກາຍທີ່ເຢັນປານນ້ຳກ້ອນມາຕັ້ງແຕ່ເກີດ ຕອນນີ້ຮູ້ສຶກວ່າໃນກາຍຂອງເຂົາມີອາຍອຸ່ນແຊກຊຶມເຂົ້າມາ
“ເລືອດຂອງນາງມັນຊ່າງວິເສດຄືກັບຕົວຂອງນາງ” ເຂົາກ່າວຂຶ້ນພາງຍົກຍິ້ມເລັກນ້ອຍ
ທາງດ້ານ ໄຊມອນ
ເຂົາຮັກສາຕົວໃນໂລງແກ້ວມໍລະກົດທີ່ຫ້ອງລັບໃນປຣາສາດຂອງເຂົາ ນອກຈາກເຫຍື່ອ ແລະ ເດຣ໌ຟາສຜູ້ຮັບໃຊ້ຄົນສະໜິດແລ້ວ ເຂົາບໍ່ອະນຸຍາດໃຫ້ໃຜເຂົ້າມາລົບກວນເດັດຂາດ ການຮັກສາອາການບາດເຈັບຂອງເຂົານັ້ນຕ້ອງໃຊ້ເລືອດສົດໆຂອງມະນຸດຄວບຄູ່ກັບການຝຶກພະລັງເວດ
“ຢ່າ…..!!!” ສຽງຮ້ອງໂຫຍຫວນຂອງເຫຍື່ອດັງກ້ອງໃນຫ້ອງລັບກ່ອນສຽງນັ້ນຈະມິດລົງພ້ອມກັບຮ່າງທີ່ບໍ່ມີວິນຍານ
ໄຊມອນ ດູດເລືອດທີ່ຕົ້ນຄໍຂອງມະນຸດຢ່າງກະຫາຍຈົນເລືອດຢົດສຸດທ້າຍ
ແວມພາຍນັກລ່າຍັງຄົງນຳມະນຸດມາເປັນອາຫານ ແລະ ແຕ່ລະວັນມີມະນຸດພັດປ່ຽນບໍ່ຊ້ຳໜ້າກັນເຂົ້າມາໃນຫ້ອງລັບຂອງໄຊມອນບາງມື້ກໍ່ເປັນຍິງ ບາງມື້ກໍ່ເປັນຊາຍ ແຕ່ທຸກຄົນທີ່ເຂົ້າມາລ້ວນກັບອອກໄປພຽງຮ່າງທີ່ຂາດວິນຍານ
“ທ່ານ ໄຊມອນ ຮ່າງກາຍຂອງທ່ານຕອນນີ້ຮູ້ສຶກແນວໃດແນ່” ເດຣຟາສ ຖາມຜູ້ເປັນນາຍດ້ວຍນ້ຳສຽງລຽບນິ້ງ
“ຮ່າງກາຍຂ້ອຍຕອນນີ້ດີຂຶ້ນຫຼາຍແລ້ວ ແລະ ອີກບໍ່ດົນຂ້ອຍຄົງກັບໄປແກ້ແຄ້ນເຈົ້າ ຣິສຊາສ໌ໄດ້” ເຂົາກ່າວອອກມາດ້ວຍນ້ຳສຽງດຸດັນພ້ອມສາຍຕາທີ່ເຕັມໄປດ້ວຍແຮງອາຄາດ
“ຮ່າງກາຍຂອງທ່ານຟື້ນຕົວໄວກວ່າທີ່ຄິດ ຄາດວ່າບໍ່ເກີນ 5 ວັນທ່ານຈະກັບມາເປັນປົກກະຕິ”
“…..”ໄຊມອນ ບໍ່ໄດ້ກ່າວສິ່່ງໃດພຽງແຕ່ຕອນນີ້ເຂົາຍັງຮູ້ສຶກແຄ້ນໃຈທີ່ເສຍທ່າໃຫ້ກັບ ຣິສຊາສ໌ ແລະ ຕ້ອງການຈະໄປແກ້ແຄ້ນ
ດ້ານຂອງເມຢ້າ ເພື່ອນສະໜິດຂອງອາຣິຊ່າ
ຜ່ານມາ 5 ວັນແລ້ວທີ່ ອາຣິຊ່າ ຫາຍຕົວໄປຢ່າງບໍ່ມີຮ່ອງຮອຍ
“ບໍ່ມີສັນຍານຕອບຮັບຈາກໝາຍເລກທີ່ທ່ານເອີ້ນ…” ເມຢ້າກົດໂທລະສັບຫາເພື່ອນຮັກຊ້ຳໆເປັນຮ້ອຍກວ່າຄັ້ງແຕ່ກໍ່ຕິດຕໍ່ບໍ່ໄດ້
“ອາຣິຊ່າເຈົ້າຢູ່ໃສ ເຮືອນກໍ່ບໍ່ຢູ່ ໂຮງຮຽນກໍ່ບໍ່ມາ ຜັບກໍ່ບໍ່ໄດ້ໄປເຮັດວຽກ ຈະມີຫຍັງເກີດຂຶ້ນກັບເຈົ້າບໍ້ນິ! ຂໍຢ່າໃຫ້ເກີດເລື່ອງຮ້າຍກັບເຈົ້າເລີຍ! ຊ່ວງນີ້ແຮງມີຂ່າວຄົນຫາຍຕົວໄປແບບປິດສະໜາຢູ່ເລື້ອຍໆ…! ຂໍໃຫ້ພຣະເຈົ້າຄຸ້ມຄອງເຈົ້າດ້ວຍເຖີດ” ນາງກ່າວພິມພຳຄົນດຽວໃນຫ້ອງນອນດ້ວຍຄວາມກັງວົນໃຈ ແລະ ເປັນຫ່ວງເພື່ອນຈົນເກີນຄຳບັນຍາຍ
ທີ່ປຣາສາດ ຣິສຊາສ໌
ຣິສຊາສ໌ ໄດ້ສັ່ງໃຫ້ ມາລີ ກັບ ສຸລີ ແວມພາຍສາວສອງເອື້ອຍນ້ອງມາດູແລ ອາຣິຊ່າ
“ປ່ຽງ” ອາຣິຊ່າຈັບເຕົ້າດອກໄມ້ທີ່ຕັ້ງໄວ້ເທິງໂຕະໃກ້ຫົວຕຽງດຶກລົງພື້ນພ້ອມກັບໂຍນເສື້ອຜ້າອາພອນທີ່ຍິງຮັບໃຊ້ທັງສອງນຳມາໃຫ້ລົງພື້ນກະແຈກກະຈາຍທົ່ວຫ້ອງນອນ
“ຂ້ອຍບໍ່ຕ້ອງການສິ່ງໃດ! ເອົາສິ່ງຂອງພວກນີ້ອອກໄປໃຫ້ໝົດ”… ອາຣິຊ່າກ່າວດ້ວຍນ້ຳສຽງໂມໂຫ
“ຢ່າມາລີ…! ຖ້າເຈົ້າບໍ່ຢາກຕາຍ ເຈົ້າຢ່າຕອບໂຕ້ຜູ້ຍິງຂອງທ່ານຜູ້ນຳ” ສຸລີເອີ່ຍກັບນ້ອງສາວພ້ອມກຳແຂນໄວ້ແໜ້ນ
ຕາສີແດງຂອງມາລີຄ່ອຍປ່ຽນສີກັບມາເປັນສີນ້ຳຕານປົກກະຕິ
“ແລ້ວເຈົ້າຕ້ອງການສິ່ງໃດ”
ໃນຂະນະທີ່ນາງກຳລັງໂວຍວາຍທຳຮ້າຍເຄື່ອງຂອງໃນຫ້ອງນອນຢູ່ໆກໍ່ມີສຽງນຸ້ມທຸ້ມດັງຂຶ້ນມາຈາກທາງດ້ານຫຼັງ ຈົນນາງຕ້ອງຢຸດການກະທຳ ແລະ ຫັນໄປເບິ່ງ
ຣິສຊາສ໌ ສົ່ງສັນຍານມືໃຫ້ເມດສອງສາວອອກໄປນອກຫ້ອງ ກ່ອນທີ່ເຂົາຈະຍ່າງເຂົາມາໃກ້ ອາຣິຊ່າ
ຮ່າງບາງກ້າວຖອຍຫຼັງໜີຫ່າງຊາຍຮ່າງສູງທີ່ກຳລັງຍ່າງມາໃກ້ນາງຈົນຫຼັງຂອງນາງຕິດແນບກັບຝາຫ້ອງ ຮ່າງສູງໂນ້ມໜ້າລົງມາສູດດົມກິ່ນກາຍຂອງນາງແຖວບໍລິເວນໃບໜ້າລາມໄປທີ່ຫູ
“ເຈົ້າຍັງບໍ່ໄດ້ຕອບຂ້ອຍເລີຍວ່າ ເຈົ້າຕ້ອງການສິ່ງໃດ” ຊາຍໜຸ່ມເອີ່ຍວາຈາຍ່າງອ່ອນໂຍນ
“ຂ້ອຍຕ້ອງການກັບບ້ານ” ຍິງສາວຕອບກັບໃນຂະນະທີ່ນາງຫັນໜ້າໄປທາງອື່ນ
“ນອກຈາກສິ່ງນີ້ແລ້ວເຈົ້າມີຢ່າງອື່ນທີ່ເຈົ້າຕ້ອງການ ຫຼື ບໍ່” ຊາຍໜຸ່ມເວົ້າຂຶ້ນໃນຂະນະທີ່ມືຂອງເຂົາສວມກອດເອວບາງດຶງເຂົ້າມາໃກ້ຕົວເຂົາຕື່ມອີກ
“ຂ້ອຍຕ້ອງການໃຫ້ເຈົ້າສົ່ງຂ້ອຍກັບບ້ານ” ຍິງສາວຕອບກັບໃນຂະນະທີ່ໃຊ້ມືດັບເຂົາອອກຈາກຕົວ…”ປ່ອຍ…ປ່ອຍຂ້ອຍດຽວນີ້”
ຮ່າງບາງຖືກກອດຫັດແໜ້ນຂຶ້ນເລື່ອຍໆຈົນນາງຮູ້ສຶກຫາຍໃຈລຳບາກ
“ເຈົ້າຢ່າປະຕິເສດຂ້ອຍອີກຕໍ່ໄປເລີຍ…ຂ້ອຍຮັກເຈົ້າມາດົນແສນດົນແລ້ວເຈົ້າຮຸ້ຫຼືບໍ່” ນ້ຳສຽງທີ່ຣິຊາສ໌ຟັງເບິ່ງຈິງໃຈ
“ປ່ອຍ… ຂ້ອຍອຶດອັດ! ນີ້ເຈົ້າ…!!!” ຍິງສາວຍັງບໍ່ທັນເວົ້າສຸດຄວາມກໍ່ຖືກຊາຍໜຸ່ມໂນ້ມໜ້າລົງມາມອບຈູບອັນແສນນຸ້ມນວນໃຫ້ກັບນາງໜຶ່ງຄັ້ງ
ຣິສຊາສ໌ ພະຍາຍາມອົດກັ້ນຄວາມຕ້ອງການຂອງເຂົ້າໄວ້ໃຫ້ຈົ່ມລົງສ່ວນລຶກສຸດຂອງຄວາມໂຫຍຫາ ເພາະຕອນນີ້ເຂົາຍັງມີວຽກສຳຄັນທີ່ຕ້ອງໄປຈັດການ ເຂົ້າຕັ້ງໃຈວ່າຈະແວະເຂົ້າມາຫາ ອາຣິຊ່າ ເພື່ອໃຫ້ຫາຍຄິດຮອດເທົ່ານັ້ນ
ມືໜາທັງສອງເບື້ອງໂອບໜ້ານວນຂອງຍິງສາວໄວ້ຢ່າງອ່ອນໂຍນ “ຂ້ອຍມີເລື່ອງສຳຄັນຕ້ອງໄປຈັດການກ່ອນ…ໄວ້ຂ້ອຍແລ້ວວຽກຂ້ອຍຈະກັບມາຢູ່ກັບເຈົ້າ” ເຂົາຍິ້ມໃຫ້ນາງແບບບໍ່ໜ້າໄວ້ໃຈກ່ອນຍ່າງອອກຈາກຫ້ອງໄປ
ອາຣິຊ່າຢືນນິ້ງດັ່ງຄົນຖືກສາບ ນາງເບິ່ງຕາມແຜ່ນຫຼັງກວ້າງທີ່ຍ່າງອອກໄປໂດຍທີ່ນາງບໍ່ໄດ້ກ່າວສິ່ງໃດ