ຕອນທີ 1 ຄວາມຝັນທີ່ເປັນຕາຢ້ານ NC ເບົາໆ
ອີກແລ້ວ…ຂ້ອຍຢູ່ທີ່ປ່ານີ້ອີກແລ້ວ…ຂ້ອຍທີ່ຢູ່ໃນຊຸດນອນສີບົວອ່ອນຢືນຕີນເປົ່າຢຽບພື້ນດິນໃນປ່າທີ່ເຕັມໄປດ້ວຍໝອກໜາ ແລະ ຄວາມມືດປົກຄຸມ ຂ້ອຍຫັນໜ້າເບິ່ງທາງຊ້າຍ…ທາງຂວາ…ເບິ່ງໄປຮອບໆຕົວບໍ່ມີສິ່ງມີຊີວິດໃດ ແລະ ບໍ່ມີສຽງຫຍັງເລີຍ ນອກ ຈາກສຽງລົມທີ່ຢູໃນຄວາມມືດເທົ່ານັ້ນ
ພຶບໆໆໆໆໆ!!!
ຢູ່ໆກໍ່ມີຝູງອີ່ຫຍັງຈັກຢ່າງບິນຕົງມາທີ່ຂ້ອຍ ນັ້ນແມ່ນຫຍັງ…ຂ້ອຍຫລີ່ຕາລົງເພື່ອຈະເບິ່ງເຫັນແຈ້ງຂຶ້ນ…ຫ໊ະ! ແລ້ວກໍ່ຕ້ອງຕົກໃຈຢ່າງແຮງ ເພາະນັ້ນແມ່ນຝູງເຈຍຝູງໃຫຍ່ ແລະ ຕອນນີ້ມັນກຳລັງບິນມາທາງຂ້ອຍ… ຂ້ອຍຈິ່ງຟ້າວແລ່ນໜີຢ່າງເອົາເປັນເອົາຕາຍທ່າມກາງຄວາມມືດທີ່ມີພຽງແສງເດືອນສາດສ່ອງຜ່ານຕົ້ນໄມ້ນ້ອຍໃຫຍ່ພໍໃຫ້ເຫັນທາງແບບແສງສະຫລົວສະຫລົວ… ເຮີ…! ເຮີ…ເຮີ…! ເຮີ…. ຫົວໃຈຂ້ອຍເຕັ້ນຕຶກໆເຕັ້ນແຮງຄືມັນຈະລະເບີດອອກມາ ສຽງລົມຫາຍໃຈແຮງຂຶ້ນເລື່ອຍໆເພາະຄວາມຫອບເໝື່ອຍ
ໂອ້ຍ!! ຂ້ອຍສະດຸດລົ້ມ ແຕ່ກໍ່ພະຍາຍາມດັນຕົວເອງໃຫ້ລຸກຂຶ້ນ ແລະ ແລ່ນຕໍ່ໄປເລື່ອຍໆຢ່າງບໍ່ມີຈຸດໝາຍປາຍທາງທີ່ແນ່ນອນ ກ່າງໄມ້ຕາມທາງແລ່ນໄດ້ຂູດຕາມຕົວ ແລະ ໃບໜ້າຂອງຂ້ອຍຈົນເປັນຮອຍບາດ ແລະ ມີເລືອດຊຶມອອກມາເລັກໜ້ອຍ ຂ້ອຍກຶ່ງແລ່ນກຶ່ງຫັນກັບໄປເບິ່ງເພື່ອຄວາມແນ່ໃຈວ່າຕົນເອງຢູ່ຫ່າງຈາກຝູງເຈຍຝູງໃຫຍ່ນັ້ນຫຼາຍພຽງໃດ ແລະ ພໍຈະຫຼຸດຄວາມໄວລົງໄດ້ຫຼື ບໍ່ ແລະ ຢູ່ໆສຽງຝູງເຈຍກໍ່ມິດຫາຍໄປ ຂ້ອຍແນ່ໃຈວ່າບໍ່ເຫັນຝູງເຈຍບິນໄລ່ຫຼັງຂ້ອຍມາແລ້ວ ຂ້ອຍຈິ່ງໄດ້ຢຸດພັກຫອບເໝື່ອຍຢູ່ຈຸດໃດຈຸດໜຶ່ງໃນບໍລິເວນປ່າ ຈາກເມື່ອບໍ່ພໍເທົ່າໃດນາທີທີ່ຜ່ານມາມີສຽງຝູງເຈຍບິນໄລ່ຫຼັງ ແຕ່ຕອນນີ້ປ່າດົງອັນແສນກວ້າງກັບມາມິດງຽບຊວນຂົນລຸກອີກຄັ້ງ ຍ້ອນການແລ່ນບໍ່ຮູ້ວ່າໃຊ້ເວລາດົນປານໃດ ແລະ ໄກເທົ່າໃດ ເມື່ອຢຸດຂ້ອຍເຖິງກັບຫົວເຂົ່າລ່ອຍນັ່ງຟຸບລົງກັບພື້ນດິນ ນ້ຳຕາທີ່ໄຫລບວກກັບຫົວໃຈທີ່ເຕັ້ນແຮງມັນສະແດງເຖິງຄວາມຢ້ານກົວແບບສຸດຂີດ
“ນີ້ແມ່ນບ່ອນໃດ? ມັນເປັນຄວາມຈິງ ຫຼື ຄວາມຝັນ ພຣະເຈົ້າຂໍໃຫ້ທຸກຢ່າງເປັນພຽງຄວາມຝັນ” ຂ້ອຍຈົ່ມພຶມພຳຢ່າງແຜ່ວເບົາ
ແມ່ຊ່ວຍລູກແນ່! ພໍ່ຊ່ວຍລູກແນ່! ໃຜກໍ່ໄດ້ຊ່ວຍຂ້ອຍແນ່! ຊ່ວຍຂ້ອຍອອກໄປຈາກສະຖານທີ່ບ້າໆນີ້ແນ່! ຮື!ຮື!ຮື… ຂ້ອຍກຶ່ງຮ້ອງຂໍຄວາມຊ່ວຍເຫຼືອກຶ່ງໄຫ້ນ້ຳຕານອງໜ້າ
ນັ້ນໃຜ? ຂ້ອຍເອີ່ຍອອກໄປດ້ວຍນ້ຳສຽງແຜ່ວເບົາ ແລະ ຫລີ່ຕາຈ້ອງໄປທີ່ຄົນທີ່ຢືນຢູ່ຕໍ່ໜ້າດ້ວຍ ແວວຕາຢ້ານກົວຈົນຮ່າງກາຍສັ່ນສະທ້ານແຕ່ກໍ່ສົງໃສ ຢາກຮູ້ວ່າຊາຍຮູບຮ່າງສູງຢືນຫັນຫຼັງຕໍ່ໜ້າຂ້ອຍນັ້ນແມ່ນໃຜ
ນີ້! ຂ້ອຍຍັງບໍ່ທັນໄດ້ເອີ່ຍຖາມແຕ່ຂ້ອຍກັບສະດຸ້ງຕື່ນຂຶ້ນມາກ່ອນ ເຮີ້…ເຮົາຝັນໄປຫວານິ
“ຝັນຫ່າອີ່ຫຍັງເປັນເລື່ອງເປັນລາວເອົາແທ້ເອົາວ່າ” ຂ້ອຍຍົກມືຊ້າຍມາຄຳທີ່ໜ້າເອິກພ້ອມຕົບລົງໄປຄ່ອຍໆ 2-3ບາດ ເພື່ອໃຫ້ຫົວໃຈທີ່ເຕັ້ນແຮງສະຫງົບລົງ ຂ້ອຍຖອນຫາຍໃຈຢ່າງໂລ່ງອົກ ເພາະນີ້ມັນເປັນພຽງຄວາມຝັນເທົ່ານັ້ນ ຈາກນັ້ນຂ້ອຍໄດ້ໃຊ້ມືຂວາຍົກຂຶ້ນມາເຊັດເຫື່ອທີ່ໄຫລຊຶມຈົນປຽກທີ່ໜ້າຜາກລາມລົງໃບໜ້າ ເມື່ອຫັນໄປເບິ່ງໂມງທີ່ໄວ້ຫົວຕຽງນີ້ມັນຫາກໍ່ 4 ໂມງເຊົ້າ ແຕ່ຄົງຕ້ອງລຸກເພາະຂົ່ມຕານອນຫຼັບຕໍ່ໄປອີກບໍ່ໄດ້ແລ້ວເພາະຢ້ານກັບໄປຝັນຊ້ຳແບບເກົ່າອີກຮອບ
ຂ້ອຍມີຊື່ວ່າ ອາຣິຊ່າ ອາຍຸ 21ປີ ຕອນນີ້ອາໃສຢູ່ຄົນດຽວ ພໍ່ກັບແມ່ຂ້ອຍຕາຍຕັ້ງແຕ່ຕອນຂ້ອຍອາຍຸໄດ້ 2 ປີຈາກອຸບັດຕິເຫດລົດປີ້ນຕົກເຫວ ຂ້ອຍອາໃສຢູ່ກັບແມ່ຕູ້ພຽງສອງຄົນຕັ້ງແຕ່ນ້ອຍຈົນໃຫຍ່ ແຕ່ເມື່ອ 2 ປີກ່ອນ ແມ່ຕູ້ຂ້ອຍກໍ່ເສຍຊີວິດເນື່ອງຈາກໂຣກຊະຣາ ຕອນເຊົ້າຂ້ອຍໄປຮຽນ ແລະ ຕອນແລງຂ້ອຍໄປເສີບທີ່ພັບແຫ່ງໜຶ່ງກາງນະຄອນລອນດອນ ຂ້ອຍເປັນຄົນງຽບໆບໍ່ມັກເວົ້າດັ່ງນັ້ນຂ້ອຍຈິ່ງມີເພື່ອນທີ່ສະໜິດຢູ່ຄົນດຽວນາງ ຊື່ວ່າ ເມຢ້າ ພວກເຮົາສອງຄົນສະໜິດກັນຕັ້ງແຕ່ປີ 1 ຈົນຕອນນີ້ເຮົາຮຽນຢູ່ປີ 3 ແລ້ວກໍ່ຍັງສະໜິດຮັກແພງກັນຄືເກົ່າ ລົມກັນໄດ້ທຸກເລື່ອງ
“ເຂົາບອກວ່າຝັນແບບດຽວຊ້ຳໆອາດເປັນໄດ້ຫຼາຍຢ່າງ ບໍ່ແນ່ວ່າມັນອາດເປັນເລື່ອງທີ່ເຄີຍເກີດຂຶ້ນໃນອະດີດ ຫຼື ອາດຈະເປັນເລື່ອງທີ່ຈະເກີດຂຶ້ນກັບເຈົ້າໃນອະນາຄົດ” ເມຢ້າເພື່ອນສາວຂອງຂ້ອຍກ່າວຂຶ້ນເພື່ອເປັນການປອບໃຈ
“ຂໍໃຫ້ສິ່ງທີ່ຂ້ອຍຝັນເຫັນມັນເປັນເລື່ອງຂອງອະດີດ! ພຣະເຈົ້າຄຸ້ມຄອງ” ຂ້ອຍຈົ່ມພຶມພຳໃນໃຈ
ອີກດ້ານ
“ແຮງອີກ! ເລິກອີກ! ໂອ໊ຍສຽວ! ທີ່ຮັກສຽວສຸດໆເລີຍ” ສຽງຍິງສາວຮ້ອງຂໍຄວາມສຽວຈາກຄູ່ນອນຢ່າງຕໍ່ເນື່ອງ
ຊາຍໜຸ່ມຈ້ອງເບິ່ງຍິງສາວທີ່ນອນຢູ່ກ້ອງຮ່າງດ້ວຍສີໜ້າສາຍຕາທີ່ບົ່ງບອກອາລົມໄດ້ຍາກ ເຖິງແມ່ນວ່າເຂົາຍັງຂະຫຍັບສະໂພກພາທ່ອນໃຫຍ່ຂອງເຂົາເຂົ້າອອກຮູສະຫວາດຂອງຍິງສາວຢ່າງຕໍ່ເນື່ອງກໍ່ຕາມ
ຕັບ! ຕັບ! ຕັບ…! ສຽງເນື້ອກະທົບເນື້ອປະສານກັບສຽງຄາງອັນສຽວຊ້ານຂອງຍິງສາວດັງສະນັ່ນໄປທົ່ວຫ້ອງ ຊາຍໜຸ່ມກະແທກເຂົ້າອອກຢ່າງແຮງລົວໆເນັ້ນໆກ່ອນສົ່ງຍິງສາວເຂົ້າສູ່ຮ້ວງຈຸດສຸດຍອດ ຮ່າງຍິງສາວກະຕຸກ ເນື່ອງຈາກສຳເລັດໃນກຣາມ ເອິກນູນຂາວເຄື່ອນໄຫວຂຶ້ນລົງຕາມຈັງຫວະຂອງການຫາຍໃຈ ຍິງສາວຮ່າງບາງຕົກຢູ່ໃນຫ້ວງຂອງຄວາມສຸກສົມຈົນບໍ່ໄດ້ສັງເກດແວດຕາຂອງຊາຍໜຸ່ມຄູ່ຫຼັບນອນວ່າຕອນນີ້ດວງຕາສີຟ້າທະເລຈາງໆໄດ້ກາຍເປັນສີແດງໄປຕັ້ງແຕ່ຕອນໃດ ເມື່ອຍິງສາວມືນຕາຂຶ້ນເຫັນດວງຕາສີແດງຄືດວງຕາຜີສາດຮ້າຍນາງເຖິງກັບຕົກໃຈສຸດຂີດ ແຕ່ບໍ່ເຖິງສ້ຽວວິນາທີນາງກໍ່ຕົກຢູ່ໃນມົນສະກິດຈິດນອນນິ້ງແບບບໍ່ມີສະຕິ ຊາຍໜຸ່ມອ້າປາກກວ້າງພ້ອມມີແຂ້ວຍາວແຫຼມທັງສີ່ ກ່ອນຈະງັບລົງໄປທີ່ຄໍອັນຂາວນວນ ແລະ ດູດດື່ມເລືອດຂອງຍິງສາວເລັກໜ້ອຍ ແຕ່ກໍ່ຕ້ອງຜິດຫວັງກັບຣົດຊາດທີ່ໄດ້ດື່ມ
“ຈາງ” ຊາຍໜຸ່ມເອີ່ຍຂຶ້ນຫຼັງດື່ມເລືອດນາງທັງແວວຕາສີໜ້າສະແດງເຖິງຄວາມຜິດຫວັງໃນຣົດຊາດຂອງເລືອດທີ່ໄດ້ຮັບ
ຊາຍໜຸ່ມຖອນທ່ອນໃຫຍ່ອອກຈາກຮູສະຫວາດຂອງຍິງສາວແລ້ວລົງຈາກຕຽງຍ່າງຕົງໄປເຂົ້າຫ້ອງນ້ຳເພື່ອຊຳລະຮ່າງກາຍ ແລະ ນຸ່ງເສື້ອຜ້າກ່ອນຈະຍ່າງອອກມານອກຫ້ອງຈິ່ງພົບກັບບໍລິວານຄົນສະໜິດທີ່ຢືນເຝົ້າຢູ່ໜ້າຫ້ອງ
“ວິນລ້ຽມ! ເຈົ້າຊ່ວຍແຕ່ງຕົວໃຫ້ນາງ ແລະ ພານາງກັບໄປສົ່ງບ່ອນເກົ່າ” ເຂົາຫັນໄປສັ່ງອົງຂະລັກຄົນສະໜິດດ້ວຍສີໜ້າ ແລະ ນ້ຳສຽງລຽບນິ້ງຢ່າງບໍ່ມີອາລົມ ຫຼື ຄວາມຮູ້ສຶກໃດໆ
“ຮັບຊາບ” ວິນລ້ຽມໂຄ້ງຕົວລົງນ້ອມຮັບຄຳສັ່ງເຈົ້ານາຍຢ່າງຈິງໃຈ
“ລາງວັນເຈົ້າຄືດື່ມເລືອດນາງໄດ້ເລັກນ້ອຍ! ຈຳໄວ້ເລັກນ້ອຍເທົ່ານັ້ນ ຢ່າໃຫ້ນາງຕາຍເດັດຂາດ ນີ້ຄືກົດຈຳໄວ້” ເມື່ອສັ່ງບໍລິວານແລ້ວເຂົາກໍ່ຍ່າງໄປຈາກບ່ອນນັ້ນທັນທີ ປ່ອຍໃຫ້ວິນລ້ຽມເຂົ້າຫ້ອງໄປຈັດການກັບນາງ