Apple ກຽມທຸ້ມເງິນຊື້ກິດຈະການຜູ້ຜະລິດຫູຟັງ Beats Electronics

beats-audio-568x426

ມີລາຍງານອອກມາວ່າ ແອັບເປີ້ນຢູ່ໃນຂັ້ນຕອນສຸດທ້າຍຂອງການເຈລະຈາຊື້ກິດຈະການ ຜູ້ຜະລິດຫູຟັງ Beats Electronics ດ້ວຍມູນຄ່າປະມານ 3,200 ລ້ານດອນລາ ເຊິ່ງຈະເຮັດໃຫ້ເປັນດິວຊື້ກິດຈະການຄັ້ງໃຫຍ່ທີ່ສຸດຂອງແອັບເປີ້ນເລີຍ

dbpix-apple-beats-tmagArticle

ທຸລະກິດຮາດແວຫູຟັງ ຍັງບໍ່ແມ່ນປະເດັນທີ່ສຳຄັນທີ່ເຮັດໃຫ້ແອັບເປີ້ນສົນໃຈ Beats ແຕ່ວ່າ Beats ມີບໍລິການອີກຢ່າງໜ່ງຄືບໍລິການຟັງເພງແແບບສະຕຣີມມິງເສຍເງິນລາຍເດືອນ ຜູ້ໃຊ້ບໍລິການນີ້ຈະເສຍຄ່າໃຊ້ຈ່າຍເດືອນລະ 9.99 ດອນລາ ໂດຍຈະສາມາດເຂົ້າເຖິງແລະຟັງເພງໄດ້ແບບບໍ່ຈຳກັດຈຳນວນແຕກຕ່າງຈາກບໍລິການ iTunes Radio ທີ່ມີເງື່ອນໄຂການຟັງ ເຊິ່ງອາດໄດ້ເອົາບໍລິການນີ້ເຂົ້າມານຳ

ແຫຼ່ງຂ່າວຍັງໄດ້ລະບຸອີກວ່າດິວນີ້ຈະປະກາດໃນອາທິດໜ້າ ແລະຖ້າຫາກວ່າມູນຄ່າໃນການຊື້ແມ່ນ 3,200 ລ້ານດອນລາແທ້ໆ ກໍຈະກາຍເປັນປະຫວັດສາດການຊື້ກິດຈະການຄັ້ງໃຫຍ່ຂອງແອັບເປີ້ນເລີຍ ໂດຍດິວທີ່ໃຫຍ່ທີ່ສຸດຂອງແອັບເປີ້ນກ່ອນໜ້ານີ້ແມ່ນການຊື້ NeXT ໃນປີ 1996 ດ້ວຍມູນຄ່າ 404 ລ້ານດອນລາ

closeup-iphone-beats-audio-apple-apple-iphone-4s-2560x1440-wallpaper_www.wallpaperfo.com_92-640x359

Beats Electronics ແມ່ນຖືກກໍ່ຕັ້ງໂດຍ Jimmy Iovine ແລະ Dr. Dre ເຊິ່ງຜະລິດຕະພັນຫູຟັງນັ້ນເປັນທີ່ຍອມຮັບຂອງຜູ້ໃຊ້ງານ ກ່ອນໜ້ານີ້ບໍລິສັດມີຜູ້ຖືຮຸ້ນໃຫຍ່ກໍຄື HTC ແຕ່ໄດ້ຂາຍຮຸ້ນທັງໝົດໄປແລ້ວໃນປີ 2012

beatsbydre-341x426

ທີ່ມາ: Bloomberg