ປີ ຄ.ສ 1631 ເຈົ້າສຸລິຍະວົງສາ ໄດ້ຂຶ້ນຄອງລາດ, ໃນໄລຍະ 57 ປີ ຂອງການປົກຄອງອານາຈັກລ້ານຊ້າງ ແມ່ນມີຄວາມສະຫງົບຮົ່ມເຢັນ, ຄວາມຂັດແຍ່ງພາຍໃນຖືກຊຳລະສະສາງ, ອິດທິກຳລັງພາຍນອກມີຄວາມເກງຂາມ ບໍ່ກ້າເຂົ້າມາລ່ວງລ້ຳ ແລະ ແຊກແຊງ, ປະຊາຊົນໄດ້ຮັບການແບ່ງດິນເພື່ອທຳມາຫາກິນຢ່າງເປັນທຳ ແລະ ຫ້າວຫັນໃນການຜະລິດ, ເຂົ້າປາອາຫານ, ອຸດົມສົມບູນ.
ເຈົ້າສຸລິຍະວົງສາທຳມິກກະລາດ ໄດ້ສັ່ງໃຫ້ເສນາອາມາດຜູ້ໃຫຍ່ພ້ອມນັກປາດອາຈານແກ້ໄຂປ່ຽນແປງ ແລະ ສ້າງກົດໝາຍເພື່ອເປັນຫຼັກ ໃນການປົກຄອງບ້ານເມືອງ ໃຫ້ມີລະບຽບແບບແຜນ, ບ່າວໄພ່ລາສະດອນໄດ້ຮັບຄວາມເປັນທຳ ຜູ້ລ່ວງລະເມີດກໍ່ຖືກລົງໂທດໂດຍບໍ່ເລືອກໜ້ານັບທັງພະລາຊະໂອລົດຂອງພະອົງເອງ ກໍ່ຖືກສັ່ງປະຫານຊີວິດ ຖານໂທດຂົ່ມຂືນ ເມຍທະຫານອົງຄະລັກ ຂອງພະອົງ. ໄດ້ເອົາໃຈໃສ່ສ້າງວັດວາອາຮາມ, ສົ່ງເສີມການສຶກສາຂະຫຍາຍໂຮງຮຽນ (ເວລານັ້ນແມ່ນໂຮງຮຽນວັດ) ສ້າງນັກປາດບັນດິດ, ປະດິດຄິດແຕ່ງວັນນະຄະດີ, ນິທານພື້ນເມືອງ, ສ້າງຮີດ 12 ຄອງ 14, ແປເທບນິຍາຍຈາກພາສາອິນເດຍ ມາເປັນພາສາລາວ.
ໄດ້ອອກກົດໝາຍວ່າດ້ວຍທີ່ດິນ ເຊິ່ງໄດ້ກຳນົດແຈ້ງວ່າ: ດິນທີ່ມອບໃຫ້ເຖິງ 3 ປີ ແລ້ວ ຫາກບໍ່ມີການນຳໃຊ້ແມ່ນໃຫ້ຜູ້ອື່ນສາມາດ ມາເອົາໄປນຳໃຊ້ໄດ້ ໂດຍເຈົ້າຂອງເກົ່າບໍ່ມີສິດທວງຖາມເອົາຄືນອີກ. ດ້ວຍເຫດນັ້ນຈິ່ງເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ແລະ ດຸໝັ່ນໃນການຜະລິດ, ປູກຄັ່ງ, ປູກ ຍານເປັນສິນຄ້າ.
ໄດ້ຜູກມິດໄມຕີກັບປະເທດໃກ້ຄຽງ, ຕິດຕໍ່ທຳມາຄ້າຂາຍກັບຕ່າງປະເທດ, ວຽງຈັນເວລານັ້ນໄດ້ກາຍເປັນສູນກາງການຄ້າ ຄັ່ງ ແລະ ຍານ ຈົນມີພໍ່ຄ້າ ຊາວໂຮນລັງ (Holland) ຊື່ ວັນວຸດສະຕົບ ເຊິ່ງເປັນຊາວຕາເວັນຕົກຄະນະທຳອິດທີ່ເຂົ້າມາວຽງຈັນໃນປີ 1641 ເພື່ອຊື້ ຄັ່ງ ແລະ ຍານ. ໃນປີ 1642-1647 ມີຄະນະ ຂອງ ຄຸນພໍ່ ເລີເລຍ ແລະ ມາລີນີ ເຊິ່ງເປັນຊາວອີຕາລີ ໄດ້ເຂົ້າມາເຖິງວຽງຈັນ, ພວກເພິ່ນໄດ້ຍ້ອງຍໍວ່າເມືອງວຽງຈັນສວຍສົດງົດງາມ, ຫໍຜາສາດລາຊະວັງ ສະງ່າ ກວ້າງຂວາງ, ປະຊາຊົນລາວເປັນຄົນດີ ບໍ່ເອົາປຽບເອົາລັດກັນ, ຮັກແພງຄົນຕ່າງປະເທດ, ເປັນຄົນຊື່ສັດ ເກັບຂອງ ຕົກເຮ່ຍ ໄດ້ກໍ່ຄືນເຈົ້າຂອງ ໂດຍບໍ່ຮຽກຮ້ອງຄ່າຮັກສາແຕ່ຢ່າງໃດ. ພວກເພີ່ນຍັງເວົ້າວ່າ ບໍ່ເຫັນຄົນລາວຜິດຖຽງກັນ ຄົນລາວມີກົດໝາຍພື້ນເມືອງດີ ແລະ ປະຕິບັດເຄັ່ງຄັດ ຜູ້ໃດທີ່ກະທຳຜິດຜູ້ໃດໝິ່ນປະໝາດຄົນອື່ນກໍ່ລ້ວນແຕ່ຖືກປັບໃໝ.
ສັງຮວມແລ້ວຕະຫຼອດໄລຍະ 57 ປີ ທີ່ເຈົ້າສຸລິຍະວົງສາຂຶ້ນຄອງລາດ ອານາຈັກລ້ານຊ້າງ ຢູ່ໃນຄວາມສະຫງົບປາດສະຈາກເສິກ ທາງເໜືອເສືອທາງໃຕ້, ປະຊາຊົນມີຄວາມຮົ່ມເຢັນແລະຢູ່ເຢັນເປັນສຸກ, ການສຶກສາໄດ້ຮັບການພັດທະນາ, ນັກປາດບັນດິດ, ຄຳພີດີກາ, ນິທານພື້ນເມືອງ, ເທບນິຍາຍ, ຮີດຄອງປະເພນີອັນດີງາມ ທີ່ສືບທອດມາເຖິງປັດຈຸບັນກໍ່ເກີດຂຶ້ນໃນສະໄໝເຈົ້າສຸລິຍະວົງສາຄອງເມືອງ; ເຮັດໃຫ້ຊາດລາວມີມູນເຊື້ອອັນຈົບງາມທາງ ດ້ານຮີດຄອງ, ປະເພນີ, ວັດທະນະທຳ, ເປັນໄລຍະຮຸ່ງເຮືອງເຫຼືອງເຫຼື້ອມດ້ານວັດທະນະທຳທີ່ໂດດເດັ່ນທີ່ສຸດ.
ເຈົ້າສຸລິຍະວົງສາ ໄດ້ສິ້ນພະຊົນຊີບໃນປີ 1695 ພາຍຫຼັງຄອງເມືອງມາໄດ້ 57 ປີ ລວມ ອາຍຸໄດ້ 82 ປີ. ພາຍຫຼັງເຈົ້າສຸລິຍະວົງສາສິ້ນພະຊົນຊີບ, ອານາຈັກລ້ານຊ້າງໄດ້ຕົກເຂົ້າສູ່ວິກິດການອັນຮ້າຍແຮງອີກເທື່ອນຶ່ງ ເຊິ່ງກົກສາຍປາຍເຫດ ແມ່ນຍ້ອນຜູ້ຂຶ້ນປົກຄອງສ້າງບ້ານແປງເມືອງບໍ່ແມ່ນເລືອດເນື້ອເຊື້ອໄຂກະສັດ, ພຽງແຕ່ໄລຍະ 36 ປີ (1698—1734) ມີການອະພິເສກສາມັນຊົນຂຶ້ນເປັນເຈົ້າຊີວິດເຖິງ 4 ອົງ ໝາຍຄວາມວ່າ 9 ປີໃດ ປ່ຽນຖ່າຍເຈົ້າຊີວິດເທື່ອນຶ່ງ ເຊິ່ງຜິດກັບກົດມົນທຽນ ຂອງສັກດີນາ ສຳລັບການປົກຄອງໃນສະໄໝບູຮານເພາະວ່າຕາມກົດມົນທຽນຂອງສັກດີນາ ນັ້ນແມ່ນປະຕິບັດ ຕາມລະບອບລາຊະທາຍາດ (ບິດາ ຕາຍບຸດຂຶ້ນແທນ) ແຕ່ອານາຈັກລ້ານຊ້າງມີໄລຍະຫນຶ່ງຂາດຜູ້ສືບແທນເຮັດໃຫ້ ພວກຂຸນນາງທີ່ບໍ່ແມ່ນເຊື້ອກະສັດ ຈິ່ງຍາດກັນຂຶ້ນເປັນເຈົ້າແຜ່ນດິນ. ສະນັ້ນຈິ່ງເກີດການໂຄ່ນລົ້ມກັນ ຫຼື ກໍ່ການກະບົດ ຫຼື ແຍກຕົວເປັນອິດສະຫຼະ ອັນເປັນເຫດໃຫ້ອານາຈັກລ້ານຊ້າງ ຖືກແບ່ງອອກເປັນສາມອານາຈັກ ຄື : ອານາຈັກລ້ານຊ້າງວຽງຈັນ, ອານາຈັກຫຼວງພະບາງ ແລະ ອານາຈັກຈຳປາສັກ.
ແຫລ່ງຂໍ້ມູນຕາມລິ້ງ: https://lo.wikipedia.org/wiki/
https://lo.wikipedia.org/wiki/%E0%BA%9B%E0%BA%B0%E0%BB%80%E0%BA%97%E0%BA%94%E0%BA%A5%E0%BA%B2%E0%BA%A7