ການເຮັດບຸນຫໍ່ເຂົ້າປະດັບດິນ ເປັນປະເພນີໜຶ່ງໃນຮີດສິບສອງ ນິຍົມເຮັດໃນມື້ແຮມ 14 ຄ່ຳເດືອນເກົ້າ, ບຸນເຂົ້າປະດັບດິນເປັນບຸນທີ່ເຮັດຂຶ້ນເພື່ອອຸທິດສ່ວນກຸສົນໄປຫາ ເຜດ ຫຼືຍາດພີ່ນ້ອງທີ່ລ່ວງລັບໄປແລ້ວ ເຂົ້າປະດັບດິນໄດ້ແກ່ເຂົ້າແລະອາຫານຫວານຄາວ ພ້ອມໝາກພູ ຢາສູບ ທີ່ຫໍ່ດ້ວຍໃບຕອງກ້ວຍ ເອົາໄປໄວ້ຕາມໃຕ້ຕົ້ນໄມ້ ແຂວນໄວ້ຕາມງ່າໄມ້ ຕາມບໍລິເວນຕ້າຍວັດ(ກຳແພງວັດ) ຫຼືວາງວໄວ້ຕາມພື້ນດິນ “ຫໍ່ເຂົ້ານ້ອຍ” ພ້ອມກັບເຊີນວິນຍານຂອງຍາດພີ່ນ້ອງ ເອົາພັດຕາຫານໄປຖວາຍແດ່ພະສົງ ສາມະເນນ ແລ້ວອຸທິດສ່ວນກຸສົນແກ່ຜູ້ຕາຍ ໂດຍຢາດນ້ຳ ອຸທິດສ່ວນກຸສົນໄປຫາ.
ມູນເຫດຂອງຄວາມເປັນມາ ຂອງເລື່ອງການເຮັດບຸນຫໍ່ເຂົ້າປະດັບດິນນີ້ ເກີດຈາກຄວາມເຊື່ອຕາມນິທານທຳມະບົດວ່າ:
“ຍາດພີ່ນ້ອງຂອງພະເຈົ້າພິມພິສານໄດ້ຍັກຍອກເງິນວັດ ຂອງສົງຕ່າງໆ ໄປເປັນຂອງຕົນເອງ ໃນສະໄໝພະກັດສະປະພຸດທະເຈົ້າ ພວກອະດີດຍາດພີ່ນ້ອງຂອງພະເຈົ້າພິມພິສານເຫຼົ່ານັ້ນ ຄັນຕາຍໄປແລ້ວໄດ້ໄປເກີດເປັນເຜດໃນນະລົກຕະຫຼອດພຸດທະທັນດອນ ເມື່ອພະເຈົ້າພິມພິສານຖວາຍທານແດ່ ພະສະມະນະໂຄດົມພຸດທະເຈົ້າ ໃນພັດທະກັບນີ້ ກໍບໍ່ໄດ້ຢາດນ້ຳອຸທິດສ່ວນກຸສົນໄປໃຫ້ແກ່ພວກຍາດເຫຼົ່ານັ້ນ ພໍຕົກກາງຄືນມາພວກເຜດຍາດພີ່ນ້ອງຂອງພະເຈົ້າພິມພິສານເຫຼົ່ານັ້ນໄດ້ມາສົ່ງສຽງຮ້ອງອັນໂຫຍຫວນແລະສະແດງຮູບຮ່າງອັນເປັນຕາຢ້ານໃຫ້ແກ່ພະເຈົ້າພິມພິສານ ໄດ້ຍິນແລະເຫັນ ພໍຮຸ່ງເຊົ້າມື້ໃໝ່ຂຶ້ນມາຈຶ່ງໄດ້ສະເດັດໄປຖາມພະພຸດທະເຈົ້າ ພະພຸດທະອົງຊົງເລົ່າເລື່ອງລາວ ທີ່ເປັນມູນເຫດໃຫ້ພະເຈົ້າພິມພິສານໄດ້ຊົງຊາບ ພະເຈົ້າພິມພິສານຈຶ່ງໄດ້ເຮັດບຸນຖວາຍທານອີກ ແລ້ວຊົງອຸທິດສ່ວນກຸສົນໄປໃຫ້ ພວກຍາດທີ່ຕາຍໄປແລ້ວໃຫ້ໄດ້ຮັບສ່ວນກຸສົນແລ້ວ ໄດ້ມາສະແດງຕົນໃຫ້ພະເຈົ້າພິມພິສານເຫັນແລະຊາບວ່າ ທຸກທີ່ພວກເຂົາໄດ້ຮັບນັ້ນ ໄດ້ທຸເລົາເບົາບາງລົງແລ້ວ ເພາະການອຸທິດສ່ວນກຸສົນຂອງພະອົງ” ຄົນລາວເຮົາຈຶ່ງຖືເອົາມູນເຫດນີ້ ເຮັດບຸນຫໍ່ເຂົ້າປະດັບດິນນັບແຕ່ມື້ນັ້ນຕິດຕໍ່ກັນມາຈົນເຖິງປັດຈຸບັນ.
ສ່ວນວິທີການເຮັດບຸນຫໍ່ເຂົ້າປະດັບດິນນັ້ນ ພໍຮອດມື້ແຮມ 13 ຄ່ຳ ເດືອນເກົ້າ ຊາວບ້ານຈະຫ້າງຫາກະກຽມອາຫານຫວານຄາວ ໄດ້ແກ່ ຊີ້ນ, ປາ, ເຜືອກ, ມັນ, ກ້ວຍ, ອ້ອຍ, ເຂົ້າຕົ້ມ, ເຂົ້າໜົມ, ນ້ຳອ້ອຍ, ນ້ຳຕານ, ໝາກໄມ້, ໝາກພູ ແລະອື່ນໆ ເພື່ອຈັດລ້ຽງກັນໃນຄອບຄົວ ແລະເຮັດບຸນຖວາຍພະພິກຂຸສົງສາມະເນນແດ່ ສ່ວນສຳລັບອຸທິດໃຫ້ຍາດພີ່ນ້ອງທີ່ຕາຍໄປແລ້ວນັ້ນ ໃຊ້ຫໍ່ດ້ວຍໃບຕອງກ້ວຍ ຫຼືຕອງຈິງ ອາຫານຫວານຫໍ່ໜຶ່ງ ອາຫານຄາວຫໍ່ໜຶ່ງ ແລະໝາກພູຫໍ່ໜຶ່ງ ຫຼືບາງຄົນກໍເຮັດໃສ່ກະທົງກໍມີ ຫຼືບາງຄົນກໍເອົາອາຫານຫວານຄາວໃສ່ໃນຫໍ່ດຽວກັນເລີຍກໍມີ ສິ່ງຂອງເຫຼົ່ານີ້ຈະໜ້ອຍຫຼືຫຼາຍນັ້ນກໍແລ້ວແຕ່ສັດທາ.
ພໍຮອດເຊົ້າຂອງມື້ແຮມ 14 ຄ່ຳ ເດືອນເກົ້າ ຕອນເຊົ້າມືດ ຄື ເວລາປະມານ 4-6 ໂມງ ປະຊາຊົນຈະນຳເອົາອາຫານທີ່ຫໍ່ໄວ້ມື້ຄືນນີ້ໄປວາງໄວ້ຕາມພື້ນດິນ ວາງແຈກໄວ້ຕາມບໍລິເວນວັດ ຕົ້ນໂພ ຕົ້ນໄມ້ ຕ້າຍວັດ ພ້ອມກັບຈູດທຽນ ແລະບອກກ່າວແກ່ເຜດຜີໃຫ້ມາຮັບເອົາສິ່ງຂອງແລະຜົນບຸນນັ້ນດ້ວຍ.
ບາງບ້ານ ຈະເອົາອາຫານທີ່ອຸທິດໃຫ້ແກ່ຜູ້ຕາຍຫຼັງເຮັດພິທີແລ້ວ ກໍຝັງໄວ້ໃນດິນກໍມີ ເພື່ອບໍ່ໃຫ້ຜູ້ໃດຜູູ້ໜຶ່ງໄດ້ກິນອາຫານທີ່ເປັນຂອງເຫຼືອຂອງເຜດ ເພາະຢ້ານວ່າຈະກາຍເປັນເຜດໄປນຳ, ບາງບ້ານກໍມັກຈະເອົາຫໍ່ອາຫານຫຼັງພິທີນັ້ນໄປຜີຕາແຮກຢູ່ນາ ຫຼືບາງຄັ້ງກໍຫວ່ານລົງນ້ຳບູຊາພະຍານາກແລະແມ່ນ້ຳຄົງຄາ. ການວາງອາຫານໄວ້ຕາມພື້ນດິນ ຫຼືຕາມບ່ອນຕ່າງໆ ເພື່ອຈະໃຫ້ພວກເຜດມາຮັບເອົາຂອງອຸທິດໃຫ້ໄດ້ງ່າຍໆ ໂດຍບໍ່ຕ້ອງມີພິມີຫຍຸ້ງຍາກຫຍັງຫຼາຍ ສຳເລັດພິທີອຸທິດຜົນບຸນສົ່ງໄປໃຫ້ເຜດແລ້ວ ຊາວບ້ານກໍຈະນຳອາຫານທີ່ກຽມໄວ້ສ່ວນໜຶ່ງ ໄປຕັກບາດແລະຖວາຍທານແດ່ພະສົງສາມະເນນ ເຊິ່ງຈະມີການໄຫວ້ພະຮັບສິນ, ຖວາຍທານ, ຟັງເທດສະຫຼອງ 1 ກັນ, ຄາລະວະ ແລະຮັບພອນ ຢາດນ້ຳອຸທິດສ່ວນບຸນກຸສົນໄປຍັງເຜດຜີ ຫຼືຍາດຕິພີ່ນ້ອງທີ່ລ່ວງລັບໄປແລ້ວ ກໍເປັນອັນສຳເລັດພິທີບຸນຫໍ່ເຂົ້າປະດັບດິນ.
ຕົກຕອນແລງມາກໍຈະມີພິທີເຂົ້າວັດໄຫວ້ພະ ຮັບສິນ ຟັງເທດ ແລະວຽນທຽນອີກຄັ້ງໜຶ່ງ ເຊິ່ງຈະເຮັດທຸກໆ ວັນສິນຢູ່ແລ້ວ.