ມື້ກ່ອນໄດ້ເຫັນຂ່າວທາງອອນລາຍ ເຊິ່ງມີການວິພາກວິຈານເຖິງຄວາມບໍ່ເໝາະສົມ ຂອງການຕັ້ງຮ້ານປິ້ງໝາຢ່າງເປີດເຜີຍ ໃນເຂດຕົວເມືອງຫຼວງພະບາງ ເມືອງມໍລະດົກໂລກ. ຜູ້ຄົນຈຳນວນຫຼາຍທີ່ຮັກສັດລ້ຽງ ໄດ້ກ່າວປະນາມຜູ້ທີ່ຕັ້ງຮ້ານຂາຍປິ້ງໝາ ແລະຜູູ້ທີ່ບໍລິໂພກຊີ້ນໝາ ພ້ອມທັງຮຽກຮ້ອງໃຫ້ສະພາແຫ່ງຊາດ ຮີບຮ້ອນອອກກົດໝາຍປົກປ້ອງສັດລ້ຽງ.
ຄັນຊິວ່າແລ້ວການຮັບປະທານອາຫານທີ່ປູງຈາກຊີ້ນໝາຫຼືແມວນັ້ນເປັນວັດທະນະທຳການກິນຂອງຄົນບາງປະເທດ ໂດຍສະເພາະທີ່ຢູ່ໃກ້ລາວທີ່ສຸດກໍຄືປະເທດຫວຽດນາມ ແລະບາງຊົນເຜົ່າໃນລາວ ທີ່ເຫັນວ່າການກິນອາຫານທີ່ປຸງຈາກຊີ້ນໝາຫຼືຊີ້ນແມວ ກໍເປັນເລື່ອງປົກກະຕິ ຄືກັນກັບຊີ້ນສັດປະເພດອື່ນ.
ບັນຫາການຂ້າໝາຂ້າແມວເປັນອາຫານກັບການປົກປ້ອງສັດລ້ຽງ ຖືກຖົກຖຽງກັນໃນສັງຄົມມາດົນນານ ລະຫວ່າງຜູ້ທີ່ນິຍົມຮັບປະທານ ກັບຜູ້ທີ່ຄະລຳຫຼືຮັກສັດລ້ຽງ.
ກຸ່ມຜູ້ນິຍົມການຮັບປະທານອາຫານທີ່ປຸງຈາກຊີ້ນໝາ-ແມວ ເວົ້າວ່າ ຂຶ້ນວ່າສັດບໍ່ວ່າຈະເປັນໝາ, ແມວ, ໝູ, ງົວ, ຄວາຍ, ເປັດ, ໄກ່… ລ້ວນແຕ່ສາມາດຂ້າເອົາມາເຮັດອາຫານໄດ້ຄືກັນ ແຕ່ເປັນຫຍັງຈຶ່ງມີແຕ່ປຸກລະດົມຕໍ່ຕ້ານການຮັບປະທານຊີ້ນໝາ-ແມວ ຄືບໍ່ພາກັນປຸກລະດົມຕໍ່ຕ້ານການກິນຊີ້ນໝູ, ຊີ້ງົວ, ຊີ້ນຄວາຍ, ເປັດ, ໄກ່… ແດ່? ເພາະຂຶ້ນຊື່ວ່າຊີວິດແລ້ວ ຈະເປັນໝາ, ເປັນແມວ, ເປັນງົວ, ຄວາຍ, ເປັດ, ໄກ່… ກໍລ້ວນແຕ່ຮັກຊີວິດຂອງຕົນເອງ ບໍ່ມີສັດໃດຢາກຕາຍ ເຫັນໄດ້ຈາກການຈັບມາຂ້າ ພວກສັດຕ່າງກໍດິ້ນຮົນສຸດຊີວິດ ເພື່ອໃຫ້ລອດຈາກການຂ້າເຊັ່ນດຽວກັນ ແຕ່ເປັນຫຍັງຕ້ອງມາສ້າງມາຕະຖານໃຫ້ໝາກັບແມວເປັນພິເສດກວ່າສັດອື່ນໆ?.
ໃນຂະນະທີ່ກຸ່ມຜູ້ຕໍ່ຕ້ານການກິນຊີ້ນໝາ-ແມວ ພັດກ່າວວ່າ: ເຮົາຈະຕີລວາດກວາດພຽງລະຫວ່າງໝາ-ແມວ ກັບອື່ນບໍ່ໄດ້ ເນື່ອງຈາກຄວາມໃກ້ຊິດຕິດແທດຕ່າງກັນ ໝາ-ແມວ ມີການກິ້ງເກືອກລີເລືອຢູ່ກັບຄົນເກືອບຕະຫຼອດເວລາ ໄດ້ອຸ້ມໄດ້ກອດ ພ້ອມທັງໝາກໍຍັງສາມາດປົກປ້ອງເຈົ້າຂອງຂອງມັນ, ປົກປ້ອງເຄື່ອງຂອງຂອງເຈົ້າຂອງ ດ້ວຍການເຫົ່າຫຼືໄລ່ກັດຄົນຮ້າຍກໍໄດ້. ແຕ່ສ່ວນສັດອື່ນໆ ບໍ່ວ່າຈະເປັນງົວ, ຄວາຍ, ໝູ, ເປັດ, ໄກ່, ປາ… ບໍ່ໄດ້ໃກ້ຊິດຕິດແທດກັບຄົນຄືກັບໝາແລະແມວ. ໝາແລະແມວ ປຽບດັ່ງສະມາຊິກໃນຄອບຄົວ ເປັນເພື່ອນທີ່ໃກ້ຊິດທີ່ສຸດຂອງຄົນເຮົາ ມັນຈຶ່ງຄວນໄດ້ຮັບການປົກປ້ອງ ເຊັ່ນກັນກັບເຮົາປົກປ້ອງເພື່ອນຂອງເຮົາ ເຊິ່ງເຮົາຈະບໍ່ກິນເພື່ອນຂອງເຮົາ. ການຖືວ່າສັດທຸກໂຕເກີດມາເພື່ອເປັນອາຫານແກ່ມະນຸດນັ້ນເປັນຄວາມເຂົ້າໃຈທີ່ຜິດ ຈົ່ງຮູ້ເອົາໄວ້ວ່າສັດທຸກໂຕບໍ່ໄດ້ຍອມເປັນອາຫານຂອງມະນຸດ ເບິ່ງຈາກເວລາຈັບມາຂ້າ ເຂົາເຈົ້າຈະແລ່ນໜີສຸດຊີວິດ ແລະຢ່າຄິດວ່າເປັນສັດແລ້ວສາມາດກິນເປັນອາຫານໄດ້ສະເໝີໄປ ເພາະຄົນເຮົາກໍສັດເຊັ່ນກັນ ແຕ່ຄົນກໍຍັງບໍ່ກິນຄົນ.
ຜູ້ຂຽນຈະບໍ່ສາມາດເຂົ້າຂ້າງຝ່າຍໃດ ແຕ່ຂໍໃຫ້ຢູ່ໃນຄວາມຖືກຕ້ອງ ເໝາະສົມກັບວັດທະນະທຳ, ສັງຄົມລາວ ແລະສັງຄົມໂລກ ເຫັນວ່າອັນໃດຄວນອັນໃດບໍ່ຄວນ ຊັ່ງຊາກັນເອົາເອງ. ຄວາມຮັກ, ຄວາມເຊື່ອ ແລະວັດທະນະທຳ ເປັນສິ່ງທີ່ຕິດມາກັບທຸກຄົນ ໂດຍບັງເອີນຫຼືຕັ້ງໃຈ ຜູ້ຂຽນຈຶ່ງບໍ່ຂໍແຕະຕ້ອງ. ເລື່ອງນີ້ເອົາໄວ້ໃຫ້ຜູ້ອ່ານຕັດສິນໃຈເອົາເອງກໍແລ້ວກັນ !