ອ່ານຕໍ່ຈາກວານນີ້
ເປັນດັ່ງທີ່ເຂົາວ່າຄວາມຈິງບໍ່ມີໃນໂລກແທ້ໆ ເຖິງຄິ້ມຈະພະຍາຍາມຈັດສັນເວລາ ແລະ ວາງແຜນສະລັບລາງລົດໄຟດີປານໃດກໍ່ຕາມແຕ່ສຸດທ້າຍຄວາມຈິງກໍ່ຖືກເປີດເຜີຍ ທັງສອງສາວ ນ້ອຍ ແລະ ບີ້ ໄດ້ປະທະຄາລົມກັນຢ່າງດຸເດັດເຜັດມັນແບບບໍ່ມີໃຜຍອມໃຜ
ເບື້ອງຕົ້ນຫຼັງຈາກທີ່ບີ້ຮັບໂທລະສັບ ລາວມິດເພື່ອຟັງສຽງວ່າແມ່ນຜູ້ຊາຍ ຫຼື ຜູ້ຍິງເວົ້າ ນ້ອຍກໍ່ຄິດວ່າແມ່ນຕິ້ມຮັບສາຍ ກໍ່ເວົ້າມ່ວນໆຕາມປົກກະຕິທີ່ເຄີຍເວົ້າອອກໄປວ່າ:
ນ້ອຍ: ຫົກໂຫຼທີ່ຮັກ…ຮອດບ້ານລ່ະບໍ່!
ບີ້ໄດ້ຍິນພຽງເທົ່ານີ້ບັງໄຟລະເບີດແຕກທັນທີລາວໄດ້ໃຊ້ຄຳເວົ້າບໍ່ສຸພາບຕອບກັບນ້ອຍໄປເປັນຊຸດໆ
ບີ້: ມຶງແມ່ນໃຜມາເອີ້ນແຟນກູວ່າທີ່ຮັກ! ນີ້ແມ່ນເບີແຟນກູ
ນ້ອຍຕົກໃຈເມື່ອໄດ້ຍິນແນວນັ້ນລາວຟ້າວເບິ່ງໜ້າຈໍໂທລະສັບທຳອິດລາວຄິດວ່າຕົນເອງໂທຜິດເບີ ແຕ່ເບິ່ງຄັກໆ ກະຖືກເບີແລ້ວ ສາຍທີ່ໂທອອກໄປແມ່ນຊື່ຄິ້ມ ຫົວໃຈລາວເລີ່ມເຕັ້ນແຮງ ແຕ່ນ້ອຍກໍ່ກັດຟັນລົມສາວຕໍ່ໄປ
ນ້ອຍ: ຂ້ອຍກະແມ່ນແຟນຄິ້ມ! ຄິມຢູ້ຫັ້ນບໍ່ຂ້ອຍຂໍລົມກັບລາວແນ່
ບີ້ແນມເບິ່ງໜ້າຄິມລະຕອບໄປວ່າ: ກູບໍ່ໃຫ້ລົມ! ມຶງຢ່າມາຕວະວ່າລາວເປັນແຟນມຶງ! ຖ້າລາວເປັນແຟນມຶງລາວຕ້ອງຢູ່ກັບມຶງ! ບໍ່ແມ່ນມາຫຼິ້ນກັບກູ! ນີ້ແມ່ນແຟນກູມຶງເຂົ້າໃຈບໍ່
ນ້ອຍໃຈສັ່ນດ້ວຍຄວາມໂມໂຫ ລາວກຳກ່ຳປັ້ນແໜ້ນແລ່ວຕັ້ງສະຕິຕອບບີ້ໄປວ່າ: ແນວມຶງເປັນຂອງຫຼິ້ນ ລາວກໍ່ຕ້ອງມາຫຼິ້ນກັບມຶງ ມັນບໍ່ແປກ! ແຕ່ກູເປັນຂອງແທ້ຂອງລາວເຖິງລາວສິພາມຶງໄປຫຼິ້ນຢູ່ໃສກູກໍ່ໄດ້ໄປນຳ ເພາະກູຢູ່ໃນໃຈຂອງລາວ, ໃນຄວາມຄິດຂອງລາວ! ຂອງຫຼິ້ນຄືມຶງບໍ່ເຂົ້າໃຈດອກ
ພໍແຕ່ນ້ອຍເວົ້າແບບນັ້ນກໍ່ເພີ່ມທະວີຄວາມຮຸນແຮງທີ່ມີໃນໃຈບີ້ ບີ້ຮູ້ສຶກເຈັບຮູ້ສຶກແຄ້ນ ຈາກນັ້ນບີ້ກໍ່ດຶກໂທລະສັບຄິ້ມລົງພື້ນ ແລ້ວຍັງຢຽບຊ້ຳໆຈົນໂທລະສັບຄິ້ມແຕກໝົດ ເຖິງຄິ້ມຈະຫ້າມຈະດຶງໄວ້ ບີ້ກໍ່ບໍ່ຟັງ ຄົນໃນບໍລິເວນນັ້ນໄດ້ພາກັນຈ້ອງເບິ່ງດ້ວຍຄວາມຕົກໃຈ ບີ້ໄດ້ຮ້ອງໄຫ້ໂວຍກາງທ່າມກາງສາຍຕາຜູ້ຄົນໂດຍບໍ່ແຄຣໃຜເລີຍ ລາວໄດ້ເອົາທັງສອງມືມາທຸບເອິກຄິ້ມ ພ້ອມທັງເວົ້າຕຳນິຄິ້ມດ້ວຍນ້ຳຕາວ່າ:
ບີ້: ອີ່ນັ້ນມັນເປັນໃຜ! ເຈົ້ານອກໃຈຂ້ອຍຫວາ! ເຈົ້າຄືຊົ່ວແທ້ເຈົ້າມີຂ້ອຍຢູ່ແລ້ວເຈົ້າຄືໄປມີຄົນອື່ນ…
ຄິ້ມບໍ່ຕອບຫັຍງຫຼາຍຄວາມມີແຕ່ເວົ້າຄ່ອຍໆວ່າ: ເຊົາໆບີ້ອາຍເຂົາ ພໍແລ້ວ ໄປ໋! ເມືອລົມກັນຢູ່ເຮືອນ
ຄິ້ມເວົ້າປານນັ້ນບີ້ກໍ່ຍັງບໍ່ເຊົາ ບໍ່ຢຸດ ຄິ້ມອາຍຄົນແຖວນັ້ນແຮງ ລາວເລີຍບອກກັບບີ້ໄປວ່າ: ບີ້! ຖ້າເຈົ້າບໍ່ເມືອ ຂ້ອຍສິເມືອປະເຈົ້າໃດ໋ ມີເຫດຜົນແນ່ ມີຫຍັງກໍ່ໄປເວົ້າຢູ່ເຮືອນ ອາຍເຂົາຮູ້ບໍ່?
ແຕ່ບີ້ກໍ່ຍັງບໍ່ເຊົາແຖມຍັງຮ້ອງໄຫ້ແຮງກ່ວາດກົ່າພ້ອມທັງໄລ່ຄິ້ມກັບເພື່ອປະຊົດ ຄິ້ມຮູ້ສຶກໃຈຮ້າຍ ແລະ ອັບອາຍແຮງ ລາວບໍ່ເວົ້າຫຍັງຕໍ່ ລາວຟ້າວກົມເກັບໂທລະສັບ ແລ້ວກໍ່ຟ້າວຍ່າງໄປຫາລົດທີ່ຄອກຝາກລົດ ແລະ ຂັບລົດອອກໄປໂດຍບໍ່ຫຼຽວຫຼັງມາເບິ່ງບີ້ເລີຍ ບີ້ໄດ້ແຕ່ນັ່ງໄຫ້ ແລະ ຮ້ອງຊື່ຄິ້ມຫວັງວ່າຄິ້ມຈະສົນໃຈແຕ່ມັນກໍ່ບໍ່ເປັນຜົນເລີຍ ບີ້ເລີຍຕັດສິນໃຈໂທຫາໝູ່ໃຫ້ມາຮັບຕົວເອງກັບເມືອ
ດ້ານນ້ອຍ ເມື່ອລົມໂທລະສັບກັບບີ້ແລ້ວລາວກໍ່ຮູ້ສຶກເຈັບປວດທີ່ຫົວໃຈລາວໄດ້ຮ້ອງໄຫ້ຂຶ້ນມາ ນ້ອຍຮູ້ສຶກຊັອກກະທັນຫັນ ຕົນຕົວຮູ້ສຶກໜາວຂຶ້ນທັນທີ ເຖິງວັນນັ້ນຈະເປັນວັນທີ່ອາກາດຮ້ອນກໍ່ຕາມລາວໄດ້ນອນຂົດໜາວສັ່ນຍົກໆຄົນດຽວ ເປິ້ນອາບນ້ຳອກມາຈາກຫ້ອງນ້ຳ ເຫັນໝູ່ຕົນເອງນອນຂົດຕົວສັ້ນຢູ່ລາວຕົກໃຈເລີຍຟ້າວເຂົ້າມາເບິ່ງໝູ່ດ້ວຍຄວາມເປັນຫ່ວງແລະ ຖາມນ້ອຍວ່າ
ເປິ້ນ: ນ້ອຍໂຕເປັນຫຍັງ!ໂຕເປັນຫຍັງ
ນ້ອຍຕອບດ້ວຍສຽງສັ່ນໆ ຕິດໆຂາດໆວ່າ: ເຮົາໜາວ! ເປິ້ນເອົາຜ້າຫົມມາຫົ່ມໃຫ້ເຮົາໄວ
ເປິ້ນກໍ່ຟ້າວຈົກຜ້າຫົ່ມໃນຕູ້ອອກມາຫົ່ມໃຫ້ໝູ່ຮອດ2ຜືນ ປະມານ 10 ນາທີຄວາມໝາວກໍ່ຄ່ອຍຈາງໄປ ເປິ້ນແນມເບິ່ງໜ້າໝູ່ດ້ວຍຄວາມສົງໃສ ເພາະເຫັນໝູ່ນອນໄຫ້ ຈາກນັ້ນນ້ອຍກໍ່ເລົ່າເລື່ອງທັງໝົດໃຫ້ເປິ້ນຟັງ ເປິ້ນຮູ້ສສຶກເຈັບແຄ້ນແທນໝູ່ສຸດຂີດ ຈົນຢ່າກໄປຕົບໜ້າຄົນທີ່ລົມໂທລະສັບກັບນ້ອຍ
ຄິ້ມຫຼັງຈາກອອກມາຈາກບີ້ແລ້ວລາວກໍ່ຟ້າວຂັບລົດຈາກປະຕູໄຊ ມາຫານ້ອຍທີ່ຫ້ອງແຖວໜອງໄຮທັນທີເພືອປັບຄວາມເຂົ້າໃຈ ພໍຄິ້ມມາຮອດໜ້າຫ້ອງກໍ່ເປັນເວລາ 10:45ໂມງ ປະຕູຫ້ອງນ້ອຍອັດມ້ຽນ ຄິ້ມໄດ້ເຄສະປະຕູເອີ້ນນ້ອຍດັບເປິ້ນຫຼາຍຄັ້ງ ແຕ່ພວກເຂົາບໍ່ຍອມເປີດປະຕູໃຫ້ ຄິ້ມໄດ້ເອົາມືທຸບປະຕູ ສຽງ ເຕີ້ງໆ ຈົນຄົນໃນຮ້ອງແຖວອອກມາຕໍ່ວ່າ ແລະ ບອກໃຫ້ຄິ້ມກັບໄປ ເພາະມັນເປັນຕອນເດິກແລ້ວທຸກຄົນຢາກນອນພັກຜ່ອນ
ຄືນນີ້ຖືວ່າເປັນຄືນທີ່ໂຊກຮ້າຍຂອງພວກເຂົາທັງສາມຄົນ ບໍ່ວ່າຈະເປັນຄິ້ມ, ບີ້ ແລະ ນ້ອຍ ທັງສາມຕ່າງກໍ່ໄດ້ຮັບຄວາມເຈັບປວດ ພວກເຂົາຄິດທັງຄືນຈົນບໍ່ໄດ້ນອນ
ເລື່ອງລາວຈະດຳເນີນຕໍ່ແນວໃດ ຄິ້ມຈະສາມາດກັບມາປັບຄວາມເຂົ້າໃຈກັບນ້ອຍ ແລະ ບີ້ໄດ້ບໍ່ ຮອຍລ້າວນີ້ຈະປະສານຄືນມາໄດ້ແນວໃດ ຕ້ອງຕິດຕາມຕອນຕໍ່ໄປ
ແຕ່ງໂດຍ: ປັອກເລັກ ລາວໂພສຕ໌