ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ອອກຂໍ້ຕົກລົງທົດລອງທຸລະກຳຊັບສິນດິຈິຕອນ ເລກທີ 888 /ກຕສ, ລົງວັນທີ 9 ພະຈິກ 2021 ໂດຍມີການກໍານົດປະເພດ, ລະບຽບການ ແລະມາດຕະການ ກ່ຽວກັບການເຮັດທົດລອງ ທຸລະກໍາຊັບສິນດິຈິຕອນ ໃນ ສປປ ລາວ ໃຫ້ມີຄວາມປອດໄພ, ຫນ້າເຊື່ອຖື ແລະມີປະສິດທິພາບ ແນໃສ່ປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາຂອງຜູ້ດໍາເນີນທຸລະກໍາ ແລະຜູ້ໃຊ້ບໍລິການ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ຂໍ້ຕົກລົງດັ່ງກ່າວປະກອບມີ 17 ມາດຕາ ເຊິ່ງໄດ້ກຳນົດມາດຕະຖານ ແລະເງື່ອນໄຂຂອງຜູ້ດໍາເນີນທຸລະກໍາຂຸດຄົ້ນເງິນຄຣິບໂຕ ລວມທັງລະບຽບການອະນຸມັດການດໍາເນີນທຸລະກໍາຂຸດຄົ້ນເງິນຄຣິບໂຕ, ລະບຽບການອະນຸມັດດໍາເນີນທຸລະກໍາຊື້-ຂາຍເງິນຄຣິບໂຕ, ຂໍ້ຫ້າມສຳລັບຜູ້ດໍາເນີນທຸລະກໍາຊັບສິນດິຈິຕອນ ແລະອື່ນໆ.
ຖືເປັນຂ່າວດີສຳລັບຜູ້ດໍາເນີນທຸລະກໍາຂຸດຄົ້ນເງິນຄຣິບໂຕ ລວມທັງຜູ້ດໍາເນີນທຸລະກໍາຊື້-ຂາຍເງິນຄຣິບໂຕ ແລະອື່ນໆ ທີ່ຈະໄດ້ຮັບການຄຸ້ມຄອງທາງກົດໝາຍ ເພື່ອຮັບປະກັນຄວາມປອດໄພໃນການດຳເນີນທຸລະກຳຊັບສິນດິຈິຕອນ.
ລາຍລະອຽດຂອງຂໍ້ຕົກລົງມີດັ່ງນີ້:
ມາດຕາ 1 ຈຸດປະສົງ: ຂໍ້ຕົກລົງສະບັບນີ້ ກໍານົດປະເພດ, ລະບຽບການ ແລະ ມາດຕະການ ກ່ຽວກັບການເຮັດທົດລອງ ທຸລະກໍາຊັບສິນດິຈິຕອນ ໃນ ສປປ ລາວ ໃຫ້ມີຄວາມປອດໄພ, ຫນ້າເຊື່ອຖື ແລະ ມີປະສິດທິພາບ ແນໃສ່ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ດໍາເນີນທຸລະກໍາ ແລະ ຜູ້ໃຊ້ບໍລິການ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ມາດຕາ 2 ທຸລະກໍາຊັບສິນດິຈິຕອນ: ທຸລະກໍາຊັບສິນດິຈິຕອນ ແມ່ນ ການດໍາເນີນກິດຈະການໃດຫນຶ່ງ ຫຼື ທັງຫມົດກິດຈະການກ່ຽວກັບ ທຸລະກິດຊັບສິນດິຈິຕອນ ດ້ວຍການນໍາໃຊ້ເຕັກໂນໂລຊີ ກຸ່ມຂໍ້ມູນຜູກພັນ (Blockchain) ນັບແຕ່ຂອດການ ຂຸດຄົ້ນໄປຈົນເຖິງຂອດບໍລິການຊື້-ຂາຍ ຫຼື ແລກປ່ຽນລະຫວ່າງເງິນຄຣິບໂຕດ້ວຍກັນ.
ມາດຕາ3 ອະທິບາຍຄໍາສັບ: ຄໍາສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມຫມາຍ ດັ່ງນີ້:
- ຊັບສິນດິຈິຕອນ (Digital Asset) ຫມາຍເຖິງ ຊັບສິນທີ່ຖືກສ້າງຂຶ້ນດ້ວຍຂໍ້ມູນທາງເອເລັກໂຕຣນິກເພື່ອໃຫ້ເປັນຕົວກາງໃນການແລກປ່ຽນ ຫຼື ຊື້-ຂາຍ ດ້ວຍກັນ.
ຊັບສິນດິຈິຕອນ ແບ່ງອອກເປັນ 02 ປະເພດ ຄື:
ກ. ເງິນຄຣິບໂຕ (Crypto) ເrency): ແມ່ນຂໍ້ມູນດິຈິຕອນທີ່ຖືກສ້າງຂຶ້ນໃນລະບົບເຄືອຂ່າຍເອ ເລັກ ໂຕຣນິກ ໃນຫຼາຍຮູບແບບ ເຊັ່ນ: ບິດຄອຍ (Bitcoin), ອີເທິລຽມ (1:thcrcum), ໄລຄອຍ (Litcoin) ແລະ ອື່ນໆອີກ;
ຂ. ຫຼຽນໂທເຊັນດິຈິຕອນ (Digital Token): ແມ່ນຂໍ້ມູນເອເລັກໂຕຣນິກສ້າງຂຶ້ນເປັນລະບົບ ຫຼຽນດິຈິຕອນເພື່ອໃຊ້ງານສະເພາະຕາມຈຸດປະສົງຢ່າງໃດຢ່າງຫນຶ່ງຂອງຜູ້ສ້າງຫຼຽນ ຫຼື ກໍານົດສິດຂອງ ບຸກຄົນໃນການຮັບສິນຄ້າ, ການບໍລິການ ຫຼື ການຮ່ວມລົງທຶນເຊິ່ງແບ່ງເປັນ 02 ປະເພດຫຼັກ ຄື: ໂທ ເສັ້ນດິຈິຕອນເພື່ອການລົງທຶນ (Investment Token) ແລະ ໂທເສັ້ນດິຈິຕອນເພື່ອການໃຊ້ປະໂຫຍດ(Utility Token).
- ສູນຊື້-ຂາຍເງິນຄຣິບໂຕ ຫມາຍເຖິງ ລະບົບຖານ (Platform) ທີ່ໄດ້ຮັບອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ ເພື່ອໃຫ້ບໍລິການຊື້-ຂາຍ ຫຼື ແລກປ່ຽນ ຊັບສິນດິຈິຕອນ ຫຼື ອໍານວຍຄວາມສະດວກໃຫ້ ຜູ້ໃຊ້ບໍລິການທີ່ມີຄວາມຕ້ອງການຊື້-ຂາຍ ຫຼື ແລກປ່ຽນຊັບສິນດິຈິຕອນສາມາດຕົກລົງ ຫຼື ຈັບຄູ່ເຮັດທຸລະກໍານໍາກັນໄດ້;
3.ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain) ຫມາຍເຖິງ ລະບົບການເກັບຮັກສາຂໍ້ມູນແບບບໍ່ລວມສູນແຕ່ຂໍ້ມູນທີ່ໄດ້ຮັບການປົກປ້ອງນັ້ນ ຈະຖືກເກັບຮັກສາເປັນສໍາເນົາໄວ້ໃນລະບົບເຄືອຂ່າຍເອ ເລັກໂຕຣນິກຂອງຜູ້ໃຊ້ງານທັງຫມົດ ທີ່ໃຊ້ຖານຂໍ້ມູນເປັນແຕ່ລະກຸ່ມພົວພັນຫາກັນແບບຕ່ອງໂສ້ ຊຶ່ງມີ ຄວາມປອດໄພສູງ ແລະ ຍາກຕໍ່ການປອມແປງ ຫຼື ໂຈລະກໍາຂໍ້ມູນ.
ມາດຕາ 4 ຂອບເຂດການນໍາໃຊ້: ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບບຸກຄົນ ແລະ ນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດດໍາເນີນທຸລະກໍາຊັບ ສິນດິຈິຕອນຢູ່ ສປປ ລາວ.
ມາດຕາ 5 ປະເພດທຸລະກິດຊັບສິນດິຈິຕອນ: ທຸລະກິດຊັບສິນດິຈິຕອນທີ່ອະນຸຍາດໃຫ້ດໍາເນີນທຸລະກໍາທົດລອງຢູ່ ສປປ ລາວ ມີ 02 ປະເພດ ດັ່ງນີ້:
- ການຂຸດຄົ້ນເງິນຄຣິບໂຕ: ການຂຸດຄົ້ນເງິນຄຣິບໂຕ ແມ່ນການດໍາເນີນກິດຈະການທີ່ນໍາໃຊ້ຊັບພະຍາກອນຄອມພິວເຕີ ຫຼື ອຸປະກອນເອເລັກໂຕຣນິກ ເພື່ອຢັ້ງຢືນທຸລະກໍາໃຫ້ລະບົບ ຫຼື ຄ່ານວນສົມຜົນຄະນິດສາດ ແລ້ວໄດ້ຜົນຕອບ ແທນເປັນຫົວຫນ່ວຍເງິນຄຣິບໂຕ.
2. ການຊື້-ຂາຍ ເງິນຄຣິບໂຕ: ການຊື້-ຂາຍເງິນຄຣິບໂຕ ແມ່ນການດໍາເນີນກິດຈະການບໍລິການຊື້-ຂາຍ, ແລກປ່ຽນເງິນຄຣິບໂຕ ຢູ່ໃນສູນຊື້-ຂາຍເງິນຄຣິບໂຕ ທີ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ.
ມາດຕາ 6 ມາດຕະຖານ ແລະ ເງື່ອນໄຂຂອງຜູ້ດໍາເນີນທຸລະກໍາຂຸດຄົ້ນເງິນຄຣິບໂຕ, ຜູ້ດໍາເນີນທຸລະກໍາຂຸດຄົ້ນເງິນຄຣິບໂຕ ຕ້ອງມີມາດຕະຖານ ແລະ ເງື່ອນໄຂ ດັ່ງນີ້:
- ເປັນບໍລິສັດຂອງຄົນລາວທີ່ມີຄວາມຫມັ້ນຄົງທາງດ້ານການເງິນ, ມີທຶນພຽງພໍສໍາລັບການດໍາເນີນທຸລະກິດຂຸດຄົ້ນເງິນຄຣິບໂຕ, ມີເງິນຄຳ້ປະກັນທີ່ເຫມາະສົມກັບທຸລະກິດການຂຸດຄົ້ນ ເພື່ອຮັບປະກັນການຈັດການຂີ້ເຫຍື້ອເອເລັກໂຕຣນິກ;
- ຜູ້ດໍາເນີນທຸລະກໍາ ຫຼື ຜູ້ຖືຮຸ້ນ ຕ້ອງມີປະຫວັດຈະແຈ້ງ, ບໍ່ຢູ່ໃນລະຫວ່າງຖືກກ່າວຫາ ຫຼື ຖືກດໍາເນີນຄະດີຕາມກົດຫມາຍ ກ່ຽວກັບການສໍ້ໂກງ, ການຟອກເງິນ ຫຼື ກ່ຽວຂ້ອງກັບການເງິນ, ຫຼື ເຄີຍໄດ້ຮັບໂທດກ່ຽວກັບຄະດີສໍ້ໂກງ ຫຼື ມີຫນີ້ຕ້ອງຮັບທວງຍາກ (NIPL.) ລວມທັງ ຫນີ້ຕ້ອງຮັບທວງຍາກຂອງບຸກຄົນ ແລະ ນິຕິບຸກຄົນທີ່ກ່ຽວພັນຢູ່ທະນາຄານໃນໄລຍະທີ່ກໍາລັງດໍາເນີນການຂໍອະນຸຍາດ ຈາກລັດຖະບານ;
- ມີມາດຕະການຮັກສາຄວາມປອດໄພຈາກການໂຈລະກໍາຂໍ້ມູນເອເລັກໂຕຣນິກ ລວມທັງການບໍລິຫານຄວາມສ່ຽງທີ່ເກີດຂຶ້ນຈາກການໂຈລະກໍາ, ມີມາດຕະການຕ້ານການຟອກເງິນ ແລະ ການກໍ່ການຮ້າຍ;
- ມີພື້ນຖານໂຄງລ່າງຄົບຖ້ວນ, ຮັບປະກັນການປົກປັກຮັກສາສິ່ງແວດລ້ອມ, ມີສະຖານທີ່ຕັ້ງໂຮງງານຂຸດຄົ້ນຢູ່ໃກ້ກັບສະຖານີໄຟຟ້າແຮງສູງ ທີ່ສາມາດສະຫນອງໄຟຟ້າໃຫ້, ປະຕິບັດຕາມມາດຕະຖານເຕັກນິກທີ່ ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງພະລັງງານ ແລະ ບໍ່ແຮ່, ການລົງທຶນກໍ່ສ້າງລະບົບສາຍສົ່ງໄຟຟ້າ ແລະ ສະຖານີໄຟຟ້າຍ່ອຍ ທີ່ນໍາໃຊ້ໃນການຂຸດຄົ້ນເງິນດຣິບໂຕ ແມ່ນເປັນຄວາມຮັບຜິດຊອບຂອງຜູ້ດໍາເນີນທຸລະກໍາ;
- ໂຮງງານຂຸດຄົ້ນເງິນຄຣິບໂຕ ແຫ່ງຫນຶ່ງ ຕ້ອງນໍາໃຊ້ພະລັງງານໄຟຟ້າ ບໍ່ຕຳ່ກວ່າ 10 ເມັກກາວັດ. ສະຫນອງໄຟຟ້າດ້ວຍແຮງດັນ 115 kV ຫຼື 230 kV, ອາຍຸສັນຍາຕໍ່ຫນຶ່ງສະບັບແມ່ນ 06 ປີ ແລະ ມີສິດຕໍ່ສັນຍາຂຶ້ນກັບຄວາມສາມາດການສະຫນອງໄຟຟ້າຂອງ ລັດວິສາຫະກິດໄຟຟ້າລາວ. ລາຄາໄຟຟ້າແມ່ນ 6,95 ເຊັນໂດລາສະຫະລັດຕໍ່ກິໂລວັດໂມງ ແລະ 5,5 ເຊັນໂດລາສະຫະລັດຕໍ່ກິໂລວັດໂມງສໍາລັບຜູ້ປະກອບການທີ່ມີຈຸດປະສົງຂຸດຄົ້ນແຕ່ໃນລະດູຝົນເທົ່ານັ້ນ;
- ລັດຖະບານຈະຍົກເວັ້ນຄ່າຜ່ານສາຍສົ່ງ ແລະ ພາສີນໍາເຂົ້າໄຟຟ້າຈາກຕ່າງປະເທດໃຫ້ລັດວິສາຫະກິດໄຟຟ້າລາວ ເພື່ອສະຫນອງໃຫ້ການຂຸດຄົ້ນເງິນຄຣິບໂຕ.
- ລາຍງານກ່ຽວກັບການດໍາເນີນທຸລະກິດປະຈໍາປີ, ລາຍງານເມື່ອມີການປ່ຽນແປງຜູ້ບໍລິຫານຕໍ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງການເງິນ ຜ່ານທາງເອເລັກໂຕຣນິກ ຫຼື ເປັນລາຍລັກອັກສອນ ພາຍໃນ 15 ວັນລັດຖະການ. ໃນກໍລະນີທີ່ຢຸດຕິທຸລະກໍາຂຸດຄົ້ນເງິນຄຣິບໂຕແລ້ວ ຫ້າມນໍາອອກເຄື່ອງອຸປະກອນຂຸດຄົ້ນດັ່ງກ່າວ;
- ຜູ້ໄດ້ຮັບອະນຸຍາດ ດໍາເນີນທຸລະກໍາຂຸດຄົ້ນເງິນຄຣິບໂຕ ທີ່ໄດ້ຮັບອະນຸມັດ ຈໍານວນພະລັງງານໄຟຟ້າແລ້ວ ຕ້ອງມີການເຊັນສັນຍາຊື້-ຂາຍໄຟຟ້າ ກັບລັດວິສາຫະກິດໄຟຟ້າລາວ ໂດຍບໍ່ຕ້ອງຈ່າຍເງິນ ຄ້ໍາປະກັນ. ແຕ່ເລີ່ມຈາກມື້ຊົມໃຊ້ໄຟຟ້າ, ຜູ້ດໍາເນີນທຸລະກິດຈະຕ້ອງຈ່າຍຄ່າໄຟຟ້າຕາມແຜນການນໍາໃຊ້ ໄຟຈໍານວນ 01 ເດືອນ ເພື່ອມັດຈໍາລ່ວງຫນ້າກ່ອນໃຫ້ລັດວິສາຫະກິດໄຟຟ້າລາວ.
- ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບຜູ້ດໍາເນີນທຸລະກິດ ເປັນຜູ້ກໍານົດແຜນການນໍາໃຊ້ໄຟຟ້າກ່ອນການເຊັນສັນຍາຊື້ຂາຍໄຟຟ້າ;
- ກະຊວງພະລັງງານ ແລະ ບໍ່ແຮ່ ຕ້ອງຢັ້ງຢືນວ່າມີໄຟຟ້າພຽງພໍ ໂດຍອີງເອົາການຊົມໃຊ້ໄຟຟ້າຂອງສັງຄົມເປັນບຸລິມະສິດຕົ້ນຕໍ;
- ຕ້ອງປະຕິບັດພັນທະຕາມທີ່ໄດ້ກໍານົດໄວ້ໃນມາດຕາ 10 ຂອງຂໍ້ຕົກລົງສະບັບນີ້ ແລະ ຕາມກົດຫມາຍແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ.
ມາດຕາ 7 ລະບຽບການອະນຸມັດການດໍາເນີນທຸລະກໍາຂຸດຄົ້ນເງິນຄຣິບໂຕ, ຜູ້ດໍາເນີນທຸລະກໍາຂຸດຄົ້ນເງິນຄຣິບໂຕ ຕ້ອງປະຕິບັດຕາມລະບຽບການ ດັ່ງນີ້:
- ເປັນບໍລິສັດທີ່ຂຶ້ນທະບຽນວິສາຫະກິດຖືກຕ້ອງຕາມລະບຽບກົດຫມາຍ ໃນ ສປປ ລາວ;
- ມີສັນຍາຊື້-ຂາຍໄຟຟ້າກັບລັດວິສາຫະກິດໄຟຟ້າລາວ ໂດຍໄດ້ຮັບການອະນຸຍາດຈາກກະຊວງພະລັງງານ ແລະ ບໍ່ແຮ່;
- ໄດ້ຮັບໃບອະນຸຍາດດໍາເນີນທຸລະກໍາຂຸດຄົ້ນເງິນຄຣິບໂຕຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ;
- ປະຕິບັດລະບົບບັນຊີ ແລະ ການລາຍງານຖານະການເງິນຕາມກົດຫມາຍວ່າດ້ວຍການບັນຊີ ຂອງ ສປປລາວ ແລະ ມີການກວດສອບບັນຊີຈາກ ຜູ້ກວດສອບອິດສະຫຼະ ແລະ ກົດຫມາຍວ່າດ້ວຍການກວດສອບ;
- ທະນາຄານແຫ່ງ ສປປ ລາວ ສາມາດກວດກາເງິນໃນກະເປົາເງິນຄຣິບໂຕ (Crypto Wallet) ທີ່ໄດ້ຈາກການຂຸດຄົ້ນເງິນຄຣິບໂຕໂດຍຜ່ານການປະສານສົມທົບກັບກະຊວງເຕັກໂນໂລຊີ ແລະ ການສື່ສານ;
- ເງິນຄຣິບໂຕທີ່ຂຸດຄົ້ນໄດ້ຕ້ອງນໍາເຂົ້າໃນສູນຊື້-ຂາຍ ເງິນຄຣິບໂຕ ທີ່ໄດ້ຮັບການອະນຸຍາດ ຢູ່ໃນ ສປປລາວ ໂດຍຖືກຕ້ອງຕາມລະບຽບການຂອງທະນາຄານ ແຫ່ງ ສປປ ລາວ, ກໍລະນີມີການຂາຍເງິນຄຣິບໂຕທີ່ຂຸດຄົ້ນໄດ້ອອກໄປຕ່າງປະເທດຕ້ອງນໍາລາຍຮັບຈາກການຂາຍນັ້ນເຂົ້າມາ ສປປ ລາວ ທັງຫມົດ;
- ເດັດຂາດ ບໍ່ອອກອະນຸຍາດໃຫ້ຜູ້ທີ່ຢູ່ໃນລະຫວ່າງຖືກດໍາເນີນຄະດີຕາມກົດຫມາຍ ກ່ຽວກັບການສໍ້ໂກງ, ການຟອກເງິນ ຫຼື ກ່ຽວຂ້ອງກັບການເງິນ, ຫຼື ເຄີຍໄດ້ຮັບໂທດກ່ຽວກັບຄະດີສໍ້ໂກງ ຫຼື ມີຫນີ້ຕ້ອງຮັບທວງ ຍາກ (NPL) ລວມທັງ ຫນີ້ຕ້ອງຮັບທວງຍາກຂອງບຸກຄົນ ແລະ ນິຕິບຸກຄົນທີ່ກ່ຽວພັນຢູ່ທະນາຄານໃນ ໄລຍະທີ່ກໍາລັງດໍາເນີນການຂໍອະນຸຍາດ ຫຼື ຖ້າຫາກໄດ້ຮັບອະນຸຍາດແລ້ວກໍ່ຕ້ອງຖືກຍົກເລີກການ ອະນຸມັດໂດຍທັນທີເພື່ອຮັບປະກັນຄວາມໂປ່ງໃສ ແລະ ຄວາມຊື່ສັດບໍລິສຸດໃຈ ຕໍ່ພັກ ແລະ ລັດ.
ມາດຕາ 8 ມາດຕະຖານ ແລະ ເງື່ອນໄຂຂອງຜູ້ດໍາເນີນທຸລະກໍາຊື້-ຂາຍ ເງິນຄຣິບໂຕ, ຜູ້ໃຫ້ບໍລິການຊື້-ຂາຍເງິນຄຣິບໂຕ ຕ້ອງມີມາດຕະຖານ ແລະ ເງື່ອນໄຂ ດັ່ງນີ້:
- ເປັນບໍລິສັດຂອງຄົນລາວທີ່ມີຄວາມຫມັ້ນຄົງທາງດ້ານການເງິນ, ມີທຶນພຽງພໍສໍາລັບການດໍາເນີນທຸລະກິດ ໃຫ້ບໍລິການຊື້-ຂາຍເງິນຄຣິບໂຕ. ພ້ອມກັນນັ້ນກໍ່ຕ້ອງມີເງິນຄ້ໍາປະກັນຈໍານວນ 5.000.000 ໂດລາສະຫະລັດ ຝາກໄວ້ຢູ່ທະນາຄານແຫ່ງ ສປປ ລາວ
- ມີການຮ່ວມມືກັບທະນາຄານທຸລະກິດທີ່ມີຄວາມຫມັ້ນຄົງໃນ ສປປ ລາວ ເພື່ອໃຫ້ປະຕິບັດຫນ້າທີ່ໃນການຊໍາລະເງິນ ຕາມລະບຽບການທີ່ທະນາຄານແຫ່ງ ສປປ ລາວ ວາງອອກ;
- ຜູ້ໃຫ້ບໍລິການຊື້-ຂາຍ ຫຼື ຜູ້ຖືຮຸ້ນ ຕ້ອງມີປະຫວັດຈະແຈ້ງ ແລະ ບໍ່ຢູ່ໃນລະຫວ່າງຖືກກ່າວຫາ ຫຼື ຖືກດໍາເນີນຄະດີຕາມກົດຫມາຍ ກ່ຽວກັບການສໍ້ໂກງ, ການຟອກເງິນ ຫຼື ກ່ຽວຂ້ອງກັບການເງິນ, ຫຼື ເຄີຍໄດ້ ຮັບໂທດກ່ຽວກັບຄະດີສໍ້ໂກງ ຫຼື ມີຫນີ້ຕ້ອງຮັບທວງຍາກ (NPL) ລວມທັງ ຫນີ້ຕ້ອງຮັບທວງຍາກຂອງ ບຸກຄົນ ແລະນິຕິບຸກຄົນທີ່ກ່ຽວພັນຢູ່ທະນາຄານ ເພື່ອຮັບປະກັນ ແລະ ສ້າງຄວາມຫມັ້ນໃຈ ຕໍ່ຜູ້ມາໃຊ້ບໍລິການ;
- ຮັບປະກັນດ້ານຄວາມປອດໄພຂອງຊັບສິນລູກຄ້າ ແລະ ມີມາດຕະການທົດແທນຄວາມເສຍຫາຍແກ່ລູກຄ້າ ຕາມກົດຫມາຍ ແລະ ລະບຽບການຂອງທະນາຄານແຫ່ງ ສປປ ລາວ;
- ມີມາດຕະການຮັກສາຄວາມປອດໄພຈາກການໂຈລະກໍາຂໍ້ມູນເອເລັກໂຕຣນິກລວມທັງການບໍລິຫານຄວາມສ່ຽງທີ່ເກີດຈາກການໂຈລະກໍາ, ມີມາດຕະການດ້ານການຕ້ານການຟອກເງິນ ແລະ ການສະຫນອງ ທຶນໃຫ້ແກ່ການກໍ່ການຮ້າຍ, ສາມາດກວດສອບຄວາມຖືກຕ້ອງ, ພິສູດ ແລະ ຢັ້ງຢືນຕົວຕົນຂອງລູກຄ້າ ໂດຍສະເພາະລູກຄ້າທີ່ເປັນຄົນຕ່າງປະເທດ (Digital ID, e-KYC) ແລະ ຮູ້ຈັກຂໍ້ມູນຕົວຈິງຂອງລູກຄ້າຕາມລະບຽບການທີ່ທະນາຄານ ແຫ່ງ ສປປ ລາວ ກໍານົດ;
- ມີລະບົບບັນຊີ ແລະ ການລາຍງານຖານະການເງິນຕາມກົດຫມາຍວ່າດ້ວຍການບັນຊີ ຂອງ ສປປ ລາວ ແລະ ມີການກວດສອບບັນຊີຈາກ ຜູ້ກວດສອບອິດສະຫຼະ ແລະ ກົດຫມາຍວ່າດ້ວຍການກວດສອບ;
- ການຊື້-ຂາຍໃນສູນຊື້-ຂາຍເງິນຄຣິບໂຕຕ້ອງດໍາເນີນເປັນສະກຸນເງິນກີບ;
- ລາຍງານກ່ຽວກັບການດໍາເນີນທຸລະກິດຕາມລະບົບລາຍງານ, ລາຍງານເມື່ອມີການປ່ຽນແປງຜູ້ບໍລິຫານຕໍ່ທະນາຄານແຫ່ງ ສປປ ລາວ ແລະ ກະຊວງການເງິນ ຜ່ານທາງເອເລັກໂຕຣນິກ ຫຼື ເປັນລາຍລັກອັກສອນພາຍໃນ 15 ວັນລັດຖະການ; ຕ້ອງປະຕິບັດພັນທະຕາມທີ່ໄດ້ກໍານົດໄວ້ໃນມາດຕາ 10 ຂອງຂໍ້ຕົກລົງສະບັບນີ້ ແລະ ຕາມກົດ ໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຂອງ ສປປ ລາວ.
ມາດຕາ 9 ລະບຽບການອະນຸມັດດໍາເນີນທຸລະກໍາຊື້-ຂາຍເງິນຄຣິບໂຕ. ຜູ້ໃຫ້ບໍລິການຊື້-ຂາຍເງິນຄຣິບໂຕ ຕ້ອງປະຕິບັດຕາມລະບຽບການ ດັ່ງນີ້:
- ເປັນບໍລິສັດຂອງຄົນລາວທີ່ຂຶ້ນທະບຽນວິສາຫະກິດຖືກຕ້ອງຕາມລະບຽບກົດຫມາຍໃນ ສປປ ລາວ;
- ໄດ້ຮັບໃບອະນຸຍາດດໍາເນີນທຸລະກິດຊື້-ຂາຍເງິນຄຣິບໂຕຈາກທະນາຄານແຫ່ງ ສປປ ລາວ;
- ໄດ້ຮັບໃບຢັ້ງຢືນມາດຕະຖານດ້ານເຕັກນິກຂອງລະບົບຊື້-ຂາຍເງິນຄຣິບໂຕຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ;
- ປະຕິບັດລະບົບບັນຊີ ແລະ ການລາຍງານຖານະການເງິນຕາມກົດຫມາຍວ່າດ້ວຍການບັນຊີ ຂອງ ສປປ ລາວ ແລະ ມີການກວດສອບບັນຊີຈາກ ຜູ້ກວດສອບອິດສະຫຼະ ແລະ ກົດຫມາຍວ່າດ້ວຍການກວດສອບ;
- ເດັດຂາດ ບໍ່ອອກອະນຸຍາດໃຫ້ບຸກຄົນ ແລະ ນິຕິບຸກຄົນ (ກຸ່ມບໍລິສັດ ແລະ ບໍລິສັດໃນເຄືອຂ່າຍ) ຜູ້ທີ່ຢູ່ໃນລະຫວ່າງຖືກດໍາເນີນຄະດີຕາມກົດຫມາຍ ກ່ຽວກັບການສໍ້ໂກງ, ການຟອກເງິນ ຫຼື ກ່ຽວຂ້ອງກັບການ ເງິນ, ຫຼື ເຄີຍໄດ້ຮັບໂທດກ່ຽວກັບຄະດີສໍ້ໂກງ ຫຼື ມີຫນີ້ຕ້ອງຮັບທວງຍາກ (NPL) ລວມທັງ ຫນີ້ຕ້ອງຮັບ ທວງຍາກຂອງບຸກຄົນ ແລະ ນິຕິບຸກຄົນທີ່ກ່ຽວພັນ ຢູ່ທະນາຄານ ໃນໄລຍະທີ່ກໍາລັງດໍາເນີນການ ຂໍອະນຸຍາດ ຫຼືຖ້າຫາກໄດ້ຮັບອະນຸຍາດແລ້ວ ກໍ່ຕ້ອງຖືກຍົກເລີກການອະນຸມັດໂດຍທັນທີເພື່ອຮັບປະກັນຄວາມໂປ່ງໃສ ແລະສ້າງຄວາມຫມັ້ນໃຈ ຕໍ່ຜູ້ມາໃຊ້ບໍລິການ. ຈໍານວນສູນຊື້-ຂາຍເງິນຄຣິບໂຕ ບໍ່ເກີນ 02 ແຫ່ງໃນໄລຍະການທົດລອງນີ້.
ມາດຕາ 10 ພັນທະທາງດ້ານການເງິນທຸລະກິດຊັບສິນດິຈິຕອນ ຕ້ອງປະກອບສ່ວນພັນທະໃຫ້ຄົບຖ້ວນ ດັ່ງນີ້:
ກ. ສໍາລັບກິດຈະການ ການຂຸດຄົ້ນເງິນຄຣິບໂຕ:
- ຄ່າລິຂະສິດໃນການອະນຸຍາດດໍາເນີນທຸລະກໍາຂຸດຄົ້ນເງິນຄຣິບໂຕ ເກັບຄັ້ງດຽວຈໍານວນ 500.000 ໂດລາສະຫະລັດ ຕໍ່ ໃບອະນຸຍາດ;
- ວິສາຫະກິດຂຸດຄົ້ນເງິນຄຣິບໂຕຕ້ອງຈ່າຍອາກອນແບບມອບເຫມົາໂດຍອີງຕາມຂະຫນາດຂອງການສະຫນອງພະລັງງານໄຟຟ້າຄື: ທຸກໆ 10 ເມກາວັດໃດ ຕ້ອງມອບ 1.000.000 ໂດລາສະຫະລັດ, ຫມາຍ ຄວາມວ່າແຕ່ລະ 01 ເມກາວັດໃດໃນສັນຍາ ຕ້ອງຈ່າຍ 100.000 ໂດລາສະຫະລັດ, ໂດຍມອບເຂົ້າ ງົບປະມານແຫ່ງລັດເປັນງວດ (4 ງວດຕໍ່ປີ).
- ການມອບແຕ່ລະງວດບໍ່ໃຫ້ກາຍວັນທີ 20 ຂອງເດືອນທີ່ຫນຶ່ງຂອງງວດຖັດໄປ. ເລີ່ມແຕ່ປີທີ 03 ເປັນຕົ້ນໄປຕ້ອງໄດ້ມີການທົບທວນການຈ່າຍອາກອນແບບ ມອບເຫມົາຄືນໃຫມ່; 3. ໄດ້ຮັບການຍົກເວັ້ນພາສີ, ສ່ວຍສາອາກອນ ຈາກການນໍາເຂົ້າອຸປະກອນເອເລັກໂຕຣນິກ ທີ່ນໍາໃຊ້ເຂົ້າໃນການຂຸດຄົ້ນເງິນຄຣິບໂຕ.
ຂ. ສໍາລັບກິດຈະການ ການຊື້-ຂາຍເງິນຄຣິບໂຕ:
- ຄ່າລິຂະສິດໃບອະນຸຍາດດໍາເນີນທຸລະກິດ ສູນຊື້-ຂາຍເງິນຄຣິບໂຕເກັບຄັ້ງດຽວ 1.000.000 ໂດລາສະຫະລັດຕໍ່ໃບອະນຸຍາດ;
- ວິສາຫະກິດ(ສູນ)ບໍລິການຊື້-ຂາຍເງິນຄຣິບໂຕ ຕ້ອງຈ່າຍອາກອນແບບມອບເຫມົາໃນອັດຕາ 15% ຂອງຄ່າທໍານຽມທີ່ສູນບໍລິການເກັບຈາກຜູ້ຊື້-ຂາຍໃນເວລາຊື້-ຂາຍ ແຕ່ລະຄັ້ງໂດຍມອບ ເຂົ້າງົບປະມານແຫ່ງ ລັດເປັນງວດ (4 ງວດຕໍ່ປີ). ການມອບແຕ່ລະງວດບໍ່ໃຫ້ກາຍວັນທີ 20 ຂອງເດືອນທີ່ຫນຶ່ງຂອງງວດຖັດໄປ.
- ພັນທະຕ່າງໆຂ້າງເທິງນີ້ ແມ່ນກໍານົດເປັນຫຼັກການເພື່ອໃຫ້ຜູ້ດໍາເນີນທຸລະກິດຈັດຕັ້ງປະຕິບັດ, ນອກຈາກທີ່ກໍານົດໄວ້ຂ້າງເທິງນີ້ ຜູ້ດໍາເນີນທຸລະກິດ ແລະ ຜູ້ທີ່ມີລາຍໄດ້ ຕ້ອງປະຕິບັດຕາມກົດຫມາຍ ແລະລະບຽບການກ່ຽວຂ້ອງ.
ມາດຕາ 11 ຂໍ້ຫ້າມຜູ້ດໍາເນີນທຸລະກໍາຊັບສິນດິຈິຕອນ ຫ້າມມີພຶດຕິກໍາ ດັ່ງນີ້:
- ພົວພັນ ຫຼື ນໍາໃຊ້ເພື່ອເຂົ້າຮ່ວມຂະບວນການຟອກເງິນ;
- ປັ່ນປ່ວນຕະຫຼາດການເງິນ ແລະ ອັດຕາແລກປ່ຽນຢູ່ ສປປ ລາວ;
- ສະຫນັບສະຫນູນໃນການກໍ່ການຮ້າຍ ຫຼື ແຕະຕ້ອງເຖິງຄວາມຫມັ້ນຄົງຂອງຊາດ;
- ໃຫ້ບໍລິການແລກປ່ຽນຊື້-ຂາຍຜ່ານພລາດຟອມ (Platform) ໃດຫນຶ່ງ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ໃຫ້ – ບໍລິການຊັບສິນດິຈິຕອນບໍ່ຖືກຕ້ອງກັບການເປີດເຜີຍຂໍ້ມູນ ຫຼື ໂຄສະນາ;
- ດໍາເນີນການຂຸດຄົ້ນ ແລະ ໃຫ້ບໍລິການ ຊັບສິນດິຈິຕອນບໍ່ຖືກຕ້ອງກັບການເປີດເຜີຍຂໍ້ມູນ ຫຼື ໂຄສະນາ;
- ເປີດເຜີຍຂໍ້ມູນທີ່ເປັນຂໍ້ມູນລັບຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໂດຍບໍ່ໄດ້ຮັບອະນຸຍາດ;
- ກົດຫນ່ວງ, ຖ່ວງດຶງ, ດັດແປງ, ປອມແປງ, ປົກປິດ ຫຼື ເຊື່ອງອໍາ ເອກະສານ ຫຼື ຂໍ້ມູນກ່ຽວກັບຊັບສິນດິຈິຕອນ;
- ສະຫນອງຂໍ້ມູນບໍ່ຄົບຖ້ວນ, ບໍ່ຖືກຕ້ອງຕາມຄວາມເປັນຈິງ, ລາຍງານຊັກຊ້າ ຫຼື ບໍ່ລາຍງານ, ປະຕິເສດການຮ່ວມມືໃນການກວດກາຂອງຂະແຫນງການກ່ຽວຂ້ອງ ແລະ ເຈົ້າຫນ້າທີ່ຂອງລັດ;
- ໂຄສະນາເກີນຄວາມເປັນຈິງ ແລະ ເກີນຂອບເຂດຄວາມຮັບຜິດຊອບບໍລິການຂອງຕົນເອງທີ່ໄດ້ຮັບອະນຸຍາດຈາລັດຖະບານ.
ມາດຕາ 12 ອົງການຄຸ້ມຄອງລັດຖະບານ ຄຸ້ມຄອງທຸລະກໍາຊັບສິນດິຈິຕອນຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວ ປະເທດໂດຍມອບໃຫ້:
- ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຜູ້ຮັບຜິດຊອບໂດຍກົງ ໃນການຄຸ້ມຄອງ, ຕິດຕາມກວດກາ ແລະ ອະນຸມັດການນໍາໃຊ້ເຕັກໂນໂລຊີເພື່ອດໍາເນີນທຸລະກິດຂຸດຄົ້ນເງິນຄຣິບໂຕ ແລະ ລະບົບຖານການ ຊື້-ຂາຍເງິນຄຣິບໂຕ ບົນພື້ນຖານປະສານສົມທົບ ແລະ ແລກປ່ຽນຂໍ້ມູນຂ່າວສານກັບພາກສ່ວນກ່ຽວຂ້ອງ;
- ທະນາຄານແຫ່ງ ສປປ ລາວ ເປັນຜູ້ຮັບຜິດຊອບໂດຍກົງ ໃນການຄຸ້ມຄອງ, ຕິດຕາມກວດກາທຸລະກິດການຊື້-ຂາຍເງິນຄຣິບໂຕ ບົນພື້ນຖານປະສານສົມທົບ ແລະ ແລກປ່ຽນຂໍ້ມູນຂ່າວສານກັບພາກສ່ວນ ກ່ຽວຂ້ອງ ແລະ ຄຸ້ມຄອງກະແສເງິນຕາຕ່າງປະເທດເຂົ້າ-ອອກ ສປປ ລາວ ຕິດພັນກັບການເຄື່ອນໄຫວ ຂຸດຄົ້ນ ແລະ ຊື້-ຂາຍເງິນຄຣິບໂຕ.
ມາດຕາ 13 ສິດ ແລະ ຫນ້າທີ່ຂອງອົງການຄຸ້ມຄອງອົງການຄຸ້ມຄອງທຸລະກໍາຊັບສິນດິຈິຕອນ ມີສິດ ແລະ ຫນ້າທີ່ ດັ່ງນີ້:
- ຄົ້ນຄວ້າ, ສ້າງ ແລະ ປັບປຸງລະບຽບການຕ່າງໆ ທີ່ຕິດພັນກັບການດໍາເນີນທຸລະກໍາຊັບສິນດິຈິຕອນໃຫ້ແທດເຫມາະກັບສະພາບເສດຖະກິດ-ສັງຄົມໃນເເຕ່ລະໄລຍະ ຕາມພາລະບົດບາດຂອງແຕ່ລະອົງການຄຸ້ມຄອງ;
- ກະກຽມ ແລະ ດໍາເດີນການເຈລະຈາກັບ ບັນດາບໍລິສັດ ຫຼື ຜູ້ປະກອບການທີ່ມີມາດຕະຖານ, ເງື່ອນໄຂເຫມາະສົມ ທີ່ລະບຸໃນມາດຕາ 9 ແລະ ມາດຕາ 8 ຂອງຂໍ້ຕົກລົງສະບັບນີ້.
- ພິຈາລະນາອອກ ໃບອະນຸຍາດດໍາເນີນທຸລະກິດ ແລະ ໃບຢັ້ງຢືນມາດຕະຖານເຕັກນິກ, ສັ່ງໂຈະ ຫຼື ຢຸດເຊົາ ການດໍາເນີນທຸລະກິດຊັບສິນດິຈິຕອນຕາມລະບຽບການ;
- ຄຸ້ມຄອງ ແລະ ຕິດຕາມກວດກາ ຜູ້ດໍາເນີນທຸລະກິດຊັບສິນດິຈິຕອນໃນການຈັດຕັ້ງປະຕິບັດໃຫ້ສອດຄ່ອງຕາມກົດຫມາຍ ແລະ ລະບຽບການຂອງ ສປປ ລາວ;
- ກໍານົດຫຼັກການ, ເງື່ອນໄຂເພີ່ມຕື່ມ ຫຼື ຮຽກຮ້ອງຂໍ້ມູນເພີ່ມເຕີມກ່ຽວກັບການຄຸ້ມຄອງທຸລະກິດຊັບສິນດິຈິຕອນ;
- ນໍາໃຊ້ສິດ ແລະ ຫນ້າທີ່ອື່ນ ຕາມກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
ມາດຕາ 14 ສິດ ແລະ ຫນ້າທີ່ຂອງຂະແຫນງການອື່ນທີ່ກ່ຽວຂ້ອງ. ສິດ ແລະ ຫນ້າທີ່ຂອງຂະແຫນງການອື່ນທີ່ກ່ຽວຂ້ອງ ເປັນຕົ້ນ ກະຊວງການເງິນ ມີຫນ້າທີ່ຄຸ້ມຄອງດ້ານ ການເກັບລາຍຮັບພາສີ-ສ່ວຍສາອາກອນ ແລະ ນະໂຍບາຍດ້ານການເງິນ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ລັດວິສາຫະກິດໄຟຟ້າລາວ ມີຫນ້າທີ່ກໍານົດຈຸດສະຖານທີ່ຕັ້ງໂຮງງານຂຸດຄົ້ນເງິນຄຣິບໂຕ, ເຈລະຈາ ສັນຍາຊື້-ຂາຍໄຟຟ້າ ແລະ ຮັບປະກັນການສະຫນອງພະລັງງານໄຟຟ້າໃຫ້ພຽງພໍ. ສ່ວນຂະແຫນງການອື່ນທີ່ ກ່ຽວຂ້ອງ ມີຫນ້າທີ່ໃຫ້ການຮ່ວມມືກັບອົງການຄຸ້ມຄອງໃນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງທຸລະກິດຊັບ ສິນດິຈິຕອນຕາມພາລະບົດບາດຂອງຕົນ.
ມາດຕາ 15 ມາດຕະຖານຕໍ່ຜູ້ລະເມີດ
- ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດ ຂໍ້ຕົກລົງສະບັບນີ້ ແລະ ກົດຫມາຍ, ລະບຽບການທີ່ ກ່ຽວຂ້ອງຈະຖືກສຶກສາອົບຮົບ, ກ່າວເຕືອນ, ລົງວິໄນ, ປັບໄຫມ, ໂຈະການເຄື່ອນໄຫວທຸລະກິດສ່ວນໃດສ່ວນຫນຶ່ງ ຫຼື ທັງຫມົດໄວ້ຊົ່ວຄາວ, ຖອນໃບອະນຸຍາດດໍາເນີນທຸລະກໍາຊັບສິນດິຈິຕອນ, ໃຊ້ແທນຄ່າເສຍຫາຍທາງ ແພ່ງ ຫຼື ລົງໂທດທາງອາຍາຕາມກໍລະນີເບົາ ຫຼື ຫນັກ.
- ໃນກໍລະນີການມອບພັນທະຊັກຊ້າ ຫຼື ບໍ່ມອບພັນທະທາງດ້ານການເງິນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 10 ຂອງຂໍ້ຕົກລົງສະບັບນີ້ຈະຖືກປະຕິບັດມາດຕະການປັບໄຫມຕາມແຕ່ລະກໍລະນີ ທີ່ໄດ້ກໍານົດໄວ້ ໃນກົດຫມາຍ ແລະ ລະບຽບການກ່ຽວຂ້ອງ ຂອງ ສປປ ລາວ.
ມາດຕາ 16 ການຈັດຕັ້ງປະຕິບັດ
- ທຸລະກໍາຊັບສິນດິຈິຕອນຈະດໍາເນີນທົດລອງໃນໄລຍະ 03 ປີ ແລ້ວຈຶ່ງປະເມີນຜົນໄດ້ ຜົນເສຍ ສະຫຼຸບ ລາຍງານລັດຖະບານ ເພື່ອພິຈາລະນາຕາມຄວາມເຫມາະສົມ.
- ກະຊວງເຕັກໂນໂລຊີ ແລະ ສື່ສານ ເປັນໃຈກາງປະສານງານກັບບັນດາກະຊວງ, ຂະແຫນງການທີ່ ກ່ຽວຂ້ອງຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ໄດ້ຮັບຜົນດີ.
- ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນຈົ່ງຮັບຮູ້ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຕາມພາລະບົດບາດຂອງຕົນເອງຢ່າງເຂັ້ມງວດ.
ມາດຕາ 17 ຜົນສັກສິດ: ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ຮັບຮອງຂໍ້ຕົກລົງໂດຍ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ບໍ່ວຽງຄໍາ ວົງດາລາ
ຂໍ້ມູນຈາກ: ວາລະສານທາເກັດ