ເນື່ອງໃນໂອກາດວັນຕ້ານການນໍາໃຊ້ແຮງງານເດັກສາກົນ ວັນທີ 12 ມິຖຸນາ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ຂ້າພະເຈົ້າ ຕາງໜ້າໃຫ້ ພັກ ແລະ ລັດຖະບານ ຂໍຝາກຄວາມສາມັກຄີຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັບອົບອຸ່ນ ມາຍັງພວກລູກໆຫຼານໆ ເດັກນ້ອຍລາວບັນດາເຜົ່າ ທຸກຖ້ວນໜ້າ ໃນທົ່ວປະເທດ.
ເໝືອນດັ່ງໃນແຕ່ລະປີທີ່ຜ່ານມາ, ປະເທດຕ່າງໆໃນໂລກ ກໍ່ຄື ສປປ ລາວ ພວກເຮົາ ກໍໄດ້ມີການຈັດກິດຈະກໍາຕ່າງໆຂຶ້ນ ໃນວັນດັ່ງກ່າວ ດ້ວຍຮູບການ ແລະ ວິທີການທີ່ຟົດຟື້ນສົມຄວນ ເພື່ອເປັນການປູກຈິດສຳນຶກ ແລະ ສ້າງຂະບວນການຕ້ານການນຳໃຊ້ແຮງງານເດັກ ໂດຍສະເພາະແນ່ໃສເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງຕ່າງໆ ຢ່າງຖືກຕ້ອງຕໍ່ບັນຫາແຮງງານເດັກ. ແຕ່ໃນປີນີ້ ເນື່ອງຈາກຍັງມີການລະບາດຂອງເຊື້ອພະຍາດ COVID-19 ໃນຊຸມຊົນຢູ່ ເຊິ່ງຈະເກີດຄວາມສ່ຽງຕໍ່ຄວາມປອດໄພດ້ານສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ກໍ່ຄືເດັກນ້ອຍລາວບັນດາເຜົ່າ ໃນປະເທດເຮົາ ຈຶ່ງບໍ່ສາມາດຈັດຕັ້ງປະຕິບັດໄດ້ ເໝືອນດັ່ງແຕ່ລະປີທີ່ຜ່ານມາ. ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ການຈັດຕັ້ງ ພັກ-ລັດ ກໍ່ຄືການຈັດຕັ້ງມະຫາຊົນ ແລະ ຜູ້ປົກຄອງເດັກທຸກຖ້ວນໜ້າ ໄດ້ຮັບຮູ້ເຂົ້າໃຈເຖິງຄວາມໝາຍສຳຄັນຂອງວັນດັ່ງກ່າວ, ຂ້າພະເຈົ້າຈຶ່ງຂໍມີຄຳເຫັນບາງຈຸດສຳຄັນຄື:
ດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າ ເດັກໃນມື້ນີ້ ແມ່ນຜູ້ໃຫຍ່ໃນມື້ໜ້າ ແລະ ເປັນອະນາຄົດອັນສົດໃສຂອງຊາດ, ຖ້າເດັກໄດ້ຮັບການພັດທະນາຢ່າງມີຄຸນນະພາບ ແລະ ຕໍ່ເນື່ອງ ກໍຈະກາຍເປັນຜູ້ໃຫຍ່ທີ່ມີຄວາມຮູ້ ຄວາມສາມາດ ແລະ ປະເທດຊາດ ຈະມີຊັບພະຍາກອນມະນຸດທີ່ມີຄຸນນະພາບ. ແຕ່ໃນທາງກົງກັນຂ້າມ, ເດັກນ້ອຍຢູ່ຫຼາຍປະເທດໃນໂລກ ລວມທັງຢູ່ປະເທດຂອງພວກເຮົາ ສ່ວນຫຼາຍ ແມ່ນຍັງບໍ່ທັນໄດ້ຮັບການພັດທະນາດີເທົ່າທີ່ຄວນ, ໜຶ່ງໃນບັນຫາທີ່ເກີດຂຶ້ນ ແມ່ນຍັງມີການນໍາໃຊ້ເດັກນ້ອຍເຮັດວຽກ, ໂດຍອີງຕາມຂໍ້ມູນຂອງອົງການແຮງງານສາກົນ (ILO) ໃຫ້ຮູ້ວ່າເດັກນ້ອຍເຖິງ 215 ລ້ານຄົນ ໃນທົ່ວໂລກ ໄດ້ເຮັດວຽກທີ່ໜັກໜ່ວງ ແລະ ເປັນອັນຕະລາຍຕໍ່ສຸຂະພາບ, ກະທົບຕໍ່ການພັດທະນາທັງທາງດ້ານຮ່າງກາຍ, ມັນສະໜອງ ແລະ ຈິດໃຈຂອງເດັກ ໂດຍສະເພາະແມ່ນ ກະທົບຕໍ່ການຮຽນຮູ້ ຫຼື ການສຶກສາຂອງເດັກໃນໄວຮຽນ ທັງຍັງຂັດກັບກົດໝາຍ ແລະ ລະບຽບການຂອງປະເທດ ແລະ ສາກົນ ອີກດ້ວຍ.
ສຳລັບ ສປປ ລາວ, ພັກ ແລະ ລັດຖະບານ ຍາມໃດກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຢ່າງຈິງຈັງໃນການພັດທະນາ ແລະ ປົກປ້ອງເດັກ, ເພາະວ່າເດັກເປັນຊັບພະຍາກອນອັນລໍ້າຄ່າຂອງຊາດ ແລະ ເປັນຜູ້ສືບທອດພາລະກິດໃນການສ້າງສາ ແລະ ພັດທະນາປະເທດຊາດຢ່າງແທ້ຈິງ ເຊິ່ງໃນໄລຍະຜ່ານມາ, ພວກເຮົາໄດ້ມີນະໂຍບາຍ, ຍຸດທະສາດ, ກົດໝາຍ, ລະບຽບການຕ່າງໆ ໃນການປົກປ້ອງ ແລະ ຄຸ້ມຄອງເດັກນ້ອຍ ແລະ ໄວໜຸ່ມ ເພື່ອລຶບລ້າງການນຳໃຊ້ແຮງງານເດັກ.
ເວົ້າສະເພາະການພົວພັນຮ່ວມມືຂອງ ສປປ ລາວ ໃນລະດັບພາກພື້ນ ແລະ ສາກົນ, ລັດຖະບານລາວເຮົາ ກໍໄດ້ໃຫ້ການຮ່ວມມື ແລະ ເຂົ້າຮ່ວມການເຄື່ອນໄຫວວຽກງານຕ່າງໆກ່ຽວກັບເດັກຢ່າງເປັນປົກກະຕິ ໂດຍການເຂົ້າເປັນພາຄີຂອງສົນທິສັນຍາສາກົນ, ໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າດ້ວຍສິດທິເດັກ ຂອງອົງການສະຫະປະຊາຊາດ; ໃນປີ 2005 ສປປ ລາວ ເຮົາ ກໍໄດ້ໃຫ້ສັດຕະຍາບັນ ຕໍ່ສົນທິສັນຍາ ຂອງອົງການແຮງງານສາກົນ ວ່າດ້ວຍອາຍຸຕໍ່າສຸດຂອງການເຮັດວຽກ ແລະ ວ່າດ້ວຍການຫ້າມ ແລະ ດໍາເນີນການລຶບລ້າງການໃຊ້ແຮງງານເດັກໃນຮູບແບບທີ່ຮ້າຍແຮງ ແລະ ອື່ນໆ.
ພາຍຫຼັງທີ່ອົງການສະຫະປະຊາຊາດໄດ້ຮັບຮອງເອົາ ວັນທີ 12 ມິຖຸນາ ເປັນວັນຕ້ານການນຳໃຊ້ແຮງງານເດັກ ສາກົນ ໃນປີ 2002 ເປັນຕົ້ນມາ, ບັນດາປະເທດໃນທົ່ວໂລກໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ແກ້ໄຂບັນຫາແຮງງານເດັກໃນທຸກຮູບແບບ ຢ່າງຈິງຈັງ.
ພວກເຮົາຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈນໍາກັນ ເຖິງເນື້ອແທ້ຂອງຄໍາວ່າ ແຮງງານເດັກ ເປັນຫຍັງຈຶ່ງມີການຫ້າມບໍ່ໃຫ້ມີການນຳໃຊ້ແຮງງານເດັກ ເພາະການຫ້າມບໍ່ໃຫ້ມີແຮງງານເດັກຢູ່ໃນໂລກນີ້ ບໍ່ໄດ້ໝາຍຄວາມວ່າຫ້າມບໍ່ໃຫ້ເດັກນ້ອຍເຮັດວຽກ ໂດຍສະເພາະແມ່ນເດັກນ້ອຍທີ່ມີ ອາຍຸຕໍ່າກວ່າ 18 ປີ ທີ່ຢູ່ໃນສະພາບ ແລະ ເງື່ອນໄຂຕົວຈິງຂອງປະເທດ ບໍ່ວ່າທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ລວມໄປເຖິງຮີດຄອງປະເພນີຂອງແຕ່ລະປະເທດ ມັນເປັນໄປບໍ່ໄດ້ເລີຍທີ່ຈະໄປຫ້າມເດັດຂາດບໍ່ໃຫ້ເດັກເຮັດວຽກໄດ້. ເພາະສະນັ້ນ, ຕ້ອງເຂົ້າໃຈວ່າ ການນຳໃຊ້ແຮງງານເດັກ ແມ່ນໝາຍເຖິງການນຳໃຊ້ ຫຼື ການໃຫ້ເດັກ ເຮັດວຽກທີ່ຂັດກັບກົດໝາຍ ແລະ ລະບຽບການຂອງປະເທດ ໂດຍສະເພາະແມ່ນກົດໝາຍວ່າດ້ວຍແຮງງານ ເຊັ່ນ: ໃຫ້ເດັກເຮັດວຽກລ່ວງເວລາ ຫຼື ເກີນກວ່າ 8 ຊົ່ວໂມງ ຕໍ່ວັນ, ເຮັດວຽກໃນຂະແໜງການທີ່ເປັນອັນຕະລາຍ ເຊັ່ນ: ຂະແໜງການກໍ່ສ້າງ, ບໍ່ແຮ່, ເຮັດວຽກທີ່ພົວພັນສານເຄມີ, ສິ່ງມຶນເມົາ, ການພະນັນ ແລະ ອື່ນໆ ທີ່ມີຜົນກະທົບຕໍ່ສຸຂະພາບຮ່າງກາຍ ແລະ ຈິດໃຈຂອງເດັກ.
ນອກຈາກນັ້ນ, ແຮງງານເດັກແມ່ນການເອົາເດັກທີ່ອາຍຸຕ່ຳກວ່າເກນອາຍຸທີ່ກົດໝາຍກຳນົດ ເຊັ່ນ: ຕໍ່າກວ່າ 14 ປີ ໄປເຮັດວຽກ ໂດຍໃຫ້ປະລະການສຶກສາ ແລະ ອື່ນໆ. ສຳລັບເດັກເຮັດວຽກຊ່ວຍຄອບຄົວເຊັ່ນ: ວຽກໃນຄົວເຮືອນ, ໃນຊີວິດປະຈຳວັນ ຫຼື ການໄປເຮັດວຽກຫາເງິນຊ່ວຍຄອບຄົວແບບຊົ່ວຄາວໃນຊ່ວງພັກພາກຮຽນ ທີ່ເປັນການຊ່ວຍທຸລະກິດຄອບຄົວໃນແຕ່ລະວັນ ໂດຍບໍ່ມີຜົນກະທົບຕໍ່ການສຶກສາ, ຕໍ່ພັດທະນາການທາງດ້ານຮ່າງກາຍ ແລະ ຈິດໃຈຂອງເດັກ ຈະບໍ່ຖືວ່າເປັນແຮງງານເດັກ.
ສະນັ້ນ, ຖ້າບໍ່ມີການໄຈ້ແຍກ ແລະ ກໍານົດນິຍາມໃຫ້ຊັດເຈນ ກໍຈະສ້າງຄວາມສັບສົນ, ສ້າງຄວາມເຂົ້າໃຈທີ່ບໍ່ຖືກຕ້ອງໃຫ້ແກ່ສັງຄົມ ພ້ອມທັງຈະກາຍເປັນອຸປະສັກໃຫ້ແກ່ການກໍານົດນະໂຍບາຍ, ການວາງແຜນເພື່ອປ້ອງກັນ ແລະ ສະກັດກັ້ນການນໍາໃຊ້ແຮງງານເດັກ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ຮີດຄອງປະເພນີຂອງປະເທດເຮົາ.
ເຫດການທີ່ພົ້ນເດັ່ນໃນປີ 2021 ນີ້, ບັນດາປະເທດສະມາຊິກຂອງ ອົງການສະຫະປະຊາຊາດ ໄດ້ຮັບຮອງເອົາປີນີ້ເປັນປີສາກົນ ເພື່ອລຶບລ້າງການນໍາໃຊ້ແຮງງານເດັກ ໃນທຸກຮູບແບບ ຊຶ່ງຈະເປັນໂອກາດອັນສໍາຄັນ ໃນການຈັດຕັ້ງປະຕິບັດແຜນຕ່າງໆ ເພື່ອບັນລຸເປົ້າໝາຍສະຫັດສະວັດ, ຍຸດທະສາດການພັດທະນາແບບຍືນຍົງ ໃນເປົ້າໝາຍທີ 8.7 ໂດຍສະເພາະແມ່ນເປົ້າໝາຍຂອງການສິ້ນສຸດການນໍາໃຊ້ແຮງງານເດັກ ພາຍໃນປີ 2025 ແລະ ສິ້ນສຸດການນໍາໃຊ້ແຮງງານແບບບັງຄັບ ແລະ ທາລຸນ ໃນປີ 2030.
ເນື່ອງໃນໂອກາດວັນສໍາຄັນດັ່ງກ່າວ, ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ຂໍຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ, ເອກະຊົນ, ອົງການຈັດຕັ້ງທຸກຂັ້ນ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນຮ່ວມມືກັບ ສປປ ລາວ ຈົ່ງນຳເອົາເນື້ອໃນຈິດໃຈດັ່ງກ່າວ ໄປເຜີຍແຜ່ ແລະ ຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງພວກທ່ານ ໂດຍການສ້າງເປັນແຜນການ, ຍຸດທະສາດ, ລະບຽບການຕ່າງໆ ໃນການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຫຼາຍຂຶ້ນ. ພ້ອມດຽວກັນນັ້ນ, ກໍຂໍການຮ່ວມມື ແລະ ການສະໜັບສະໜູນ ທັງທາງດ້ານວິຊາການ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ຈາກພວກທ່ານ ໃນການເຮັດໃຫ້ບັນຫາແຮງງານເດັກ ໃນທຸກຮູບແບບທີ່ເປັນອັນຕະລາຍຮ້າຍແຮງຕໍ່ເດັກ ນັ້ນໄດ້ຖືກລຶບລ້າງ ແລະ ກ້າວໄປສູ່ລະບົບການຈ້າງງານທີ່ມີຄຸນຄ່າ ແລະ ເປັນທໍາ ເພື່ອເຮັດໃຫ້ເດັກໄດ້ມີໂອກາດໄດ້ເຂົ້າຮັບການສຶກສາຫຼາຍຂຶ້ນ ຫຼື ຖ້າຈຳເປັນຕ້ອງໄດ້ເຮັດວຽກ ກໍຕ້ອງແມ່ນວຽກທີ່ມີຄວາມປອດໄພ, ມີຄຸນຄ່າ, ເປັນທໍາ ແລະ ມີລາຍໄດ້ທີ່ເໝາະສົມ ຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການຕ່າງໆຂອງ ສປປ ລາວ. ສໍາລັບຄອບຄົວ ແລະ ຊຸມຊົນທີ່ເດັກອາໃສຢູ່ນັ້ນ ກໍຂໍໃຫ້ເພີ່ມທະວີຄວາມເອົາໃຈໃສ່ ໃນການຫຼຸດຜ່ອນການເຮັດວຽກຂອງເດັກ ລົງເທື່ອລະກ້າວ ທັງນີ້ກໍເພື່ອໃຫ້ເດັກ ໄດ້ມີເວລາໄດ້ຮັບການສຶກສາຮໍ່າຮຽນ, ໄດ້ຮັບການຝຶກຝົນຫຼໍ່ຫຼອມດ້ານຕ່າງໆ ຕາມໄວຂອງເດັກ ຢ່າງເໝາະສົມ.
ສຸດທ້າຍນີ້, ຂໍອວຍພອນໃຫ້ການນຳ ຂອງການຈັດຕັ້ງ ທຸກຂັ້ນ, ທຸກພາກສ່ວນ ແລະ ປະຊາຊົນລາວບັນດາ ເຜົ່າ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານຂອງຕົນທຸກປະການ. ເນື່ອງໃນວັນຕ້ານການນຳໃຊ້ແຮງງານເດັກສາກົນ ແລະ ການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ທີ 1 ມິຖຸນາ 2021 ທີ່ຫາກໍ່ຜ່ານພົ້ນໄປວ່າງມໍ່ໆນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ເດັກນ້ອຍລາວທຸກຖ້ວນໜ້າໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກທາງກາຍ ແລະ ໃຈ, ເປັນເດັກຄຳຮູ້ຂອງພໍ່ແມ່, ເປັນລູກຫຼານທີ່ດີຂອງປະເທດຊາດອັນແສນຮັກຂອງພວກເຮົາ ເພື່ອກ້າວຂຶ້ນເປັນຜູ້ໃຫຍ່ທີມີຄຸນນະພາບ ແລະ ກາຍເປັນຊັບພະຍາກອນມະນຸດທີ່ດີ ຂອງປະເທດຊາດ ໃນຕໍ່ໜ້າ.