8 ຈຸດໃນນະຄອນຫຼວງຈະໄດ້ໃຊ້ທາງດ່ວນແຫ່ງທຳອິດຂອງປະເທດໃນປີ 2021

ໜັງສືພິມວຽງຈັນທາມລາຍງານເມື່ອວັນທີ 20 ກຸມພາ 2020 ວ່າ ໂຄງການກໍ່ສ້າງທາງດ່ວນວຽງຈັນໝາຍເລກ 1 ນັບແຕ່ເຂດເສດຖະກິດສະເພາະບຶງທາດຫຼວງ ເມືອງ ໄຊເຊດຖາ ຫາ ດົງໝາກຄາຍ ເມືອງ ໄຊທານີ ມີຄວາມຍາວ 15,30 ກິໂລແມັດ ໄດ້ເຮັດພິທີວາງສິລາລຶກ, ການກໍ່ສ້າງມື້ເຊົ້າວັນທີ 20 ກຸມພາ 2020 ນີ້ ຢູ່ ເຂດເສດຖະກິດສະເພາະບຶງທາດຫຼວງ. ຕາມແຜນການຈະໃຫ້ສໍາເລັດການກໍ່ສ້າງ ພາຍໃນ 24 ເດືອນ ຫຼື ຈະສໍາເລັດໃນປີ 2021. ເຂົ້າຮ່ວມພິທີໂດຍທ່ານ ປ.ອ ສີນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ.

ຈຸດປະສົງໃນການສ້າງທາງດ່ວນນີ້ເພື່ອແນໃສ່ແກ້ໄຂບັນຫາລົດແອອັດ ແລະ ລົດຕິດໃນຕົວເມືອງ, ໂຄງການກໍ່ສ້າງທາງດ່ວນວຽງຈັນໝາຍເລກ 1 ເປັນການລົງທຶນຂອງນັກທຸລະກິດເອກະຊົນ (ບໍລິສັດທາງດ່ວນວຽງຈັນໝາຍເລກ 1) ໃນຮູບແບບ BOT ຊຶ່ງໄລຍະສໍາປະທານ ແມ່ນ 50 ປີ ມີມູນຄ່າການລົງທຶນປະມານ 200 ລ້ານໂດລາ ໃນນີ້ລວມມີຄ່າຊົດເຊີຍ, ທົດແທນມູນຄ່າເສຍຫາຍໃຫ້ຜູ້ຖືສິດນໍາໃຊ້ ແລະ ສິດໃຊ້ທີ່ດິນທີ່ຖືກໂຄງການ ລວມປະມານ 50 ລ້ານໂດລາ (ຊົດເຊີຍປະຊາຊົນຜູ້ຖືກຜົນກະທົບເປັນສ່ວນໃຫຍ່ແລ້ວ).

ໂຄງການດັ່ງກ່າວມີຄວາມຍາວ 15,30 ກິໂລແມັດ, ໜ້າທາງກວ້າງ 23,6 ແມັດ ປະກອບມີ 4 ເລນ ບາງເຂດຈະປູດ້ວຍ ຄອນກຣີດ ແລະ ບາງເຂດຈະປູດ້ວຍຢາງ, ຈະມີທາງຂຶ້ນລົງ 8 ຈຸດຄື: ເຂດເສດຖະກິດສະເພາະບຶງທາດຫລວງ, ບ້ານ ໂນນສະຫວ່າງ, ດອກຈໍາປາ, ຕະຫຼາດອານຈີ, ຖະໜົນ 450 ປີ, ບ້ານໄຊ, ຖະໜົນ 13 ໃຕ້ ແລະ ດົງໝາກຄາຍ ຊຶ່ງໂຄງການກວມເອົາ 2 ເມືອງ 21 ບ້ານ ຄືເມືອງ ໄຊເຊດຖາ 14 ບ້ານ ແລະ ເມືອງ ໄຊທານີ 7 ບ້ານ.

 

 

ຮຽບຮຽງຂ່າວ: ພຸດສະດີ