65 ປີທີ່​ວຽງ​ຈັນ​ເປັນ​ເມືອງ​ຮ້າງ

ນະຄອນຫລວງ​ວຽງ​ຈັນ​​ໄດ້​ຈະ​ເລີ​ນຮຸ່ງ​ເຮືອງ​ສູງ​ສຸດ ຈົນ​ເປັນ​ທີ່​ລືຊາ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໃນອາດີດນັ້ນ ນອກຈາກ​ຕຳລາ​ປະຫວັດສາດ​ລາວ​ບັນ​ທຶກ​ໄວ້​ແລ້ວ ກໍ​ຍັງ​ມີ​ບົດ​ບັນທຶກ​ຈາກ​ນັກ​ທ່ອງ​ທ່ຽວ ພໍ່ຄ້າ​ຊາວ​ຂາຍ​ຈາກ​ປະ​ເທດ​ອື່ນ ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ຢູ​ໂຣບທີ່​ມາລາ​ວ​ໃນ​ຊຸມ​ປີ 1640 ​ເພິ່ນ​ໄດ້​ຂຽນ​ເຖິງ ​ເຫດການ​ຕອນ​ນັ້ນ​ວ່າ: ວຽງຈັນມີຄວາມຈະ​ເລີ​ນຮຸ່ງ​ເຮືອງ​ທີ່​ສຸດ ​ແຕ່​ພໍ​ສິ້ນ​ສຸດ​ລາຊະ​ການ​ພະ​ເຈົ້າ​ສຸລິຍະ​ວົງສາ ​ໃນ​ປີ 1690 ຄວາມ​ຮຸ່ງ​ເຮືອງ​ນັ້ນ​ກໍ​ເລີ່ມຊຸດ​ໂຊມ​ລົງ ຍ້ອນ​ຂ້າ​ເສີກ​ມາ​ທຳລາຍ​ມ້າງ​​ເພ, ຈູດ​ເລົາ​ເຜົາ​ໄຫມ້ ​ແລະ ​ເກັບ​​ເກນ​ເອົາຄົນ​ລາວ​ໄປ. ມາ​ຮອດ​ປີ 1828 ນະຄອນຫລວງ​ວຽງ​ຈັນ​ກໍ​ເປັນ​ເມືອງ​ຮ້າງ​ຈົນ​ຮອດ​ປີ 1893.

​ໄລຍະ 65 (1828-1893) ປີ ທີ່​ວຽງ​ຈັນ​ເປັນ​ເມືອງ​ຮ້າງ​ນັ້ນ ຕົ້ນ​ໄມ້​ໃບ​ຫຍ້າ​ໄດ້​ເກີດ​ຫຸ້ມ​ຫໍ່​ຊາກ ສະຫລັກ​ຫັກ​ພັງ ທີ່​ໄຟ​ບໍ່​ສາມາດ​ໄຫມ້​ໄດ້​ຫມົດ​ນັ້ນ ​ຢູ່​ທ່າມກາງ​ປ່າດົງ​ພົງ​ໄພ​ອັນ​ຕຶບ​ຫນາ ວຽງ​ຈັນ​ກາຍ ​ເປັນ​ປ່າຊ້າ​ງດົງ​ເສືອ ​ເປັນ​ເຮືອນ​ຮ້າງ​ຂອງ​ນົກ​ ຫມູ ປູ​ຈີ່… ຕາມ​​ເຖົ້າ​ແກ່​ບູຮາ​ນ​ເວົ້າ​ວ່າ: “ຕອນ​ນັ້ນ​ຈະ ​ເຂົ້າ​ໄປ​ກາງ​ເວັນ​ກໍ​ເປັນຕາ​ຢ້ານ​ແລ້ວ” ບາງ​ຄົນ​ກໍ​ເວົ້າ​ວ່າ: “ລ່ອງ​ເຮືອ​ຕາມ​ລຳ​ນ້ຳຂອງ​ກາຍ​ນະຄອນ ຫລວງ​ວຽງ​ຈັນ​ຮ້າງ​ໄດ້​ຍິນ​ແຕ່​ສຽງ​ຮ້ອງ​ໄຫ້​ຮໍ່າ​ໄຮ ຈາ​ກຜີ​ພໍ່​ຜີ​ແມ່ຢ່າງ​ສະຫຍອງ​ຂວັນ ມັນ​ເປັນ​ແນວ​ນັ້ນ ​​ໄດ້​ເກືອບ​ຊາວ​ປີ ສຽງ​ນັ້ນ​ຈິ່ງ​ຈາງ​ຫາຍ​ໄປ”.

ມາ​ຮອ​ດປີ 1893 ວຽງ​ຈັນ​ຮ້າງ​ໄດ້​ຖືກ​ແບ່ງ​ເປັນ 2 ຟາກ​ຝັ່ງ(ວຽງຈັນເດີມແທ້ກວມເອົາຝາກຝັ່ງແມ່ນໍ້າຂອງຄືຝາກຈັງຫວັດຫນອງຄາຍ) ​ແລ້ວ​ຕໍ່​ມາ​ຈິ່ງ​ມີ​ຄົນ​ຈາກ​ຫລາຍ​ເຂດ​ຫລາຍ​ບ່ອນ​ເຂົ້າ​ຢູ່​ອາ​ໄສ. ຈາກ​ປີ 1893 ມາ​ເຖິງ​ປະຈຸ​ບັນ ​ເວລາ​ຜ່ານ​ໄປ​ໄດ້ 124 ປີ ດັ່ງ​ນັ້ນ ຈິ່ງສາມາດ​ເວົ້າ​ໄດ້​ວ່າ ຜູ້​ເພິ່ນ​ມີ​ອາຍຸ​ຍືນ​ປັດຈຸບັນ (ຄົນ​ວຽງ​ຈັນ) ຍັງ​ໄດ້​ຍິນ​ໄດ້​ຟັງ​ຈາກ​ປາກ​ຜູ້​ເຫັນ​ຕົວ​ຈິງ ​ເລົ່າ​ເລື່ອງ​ເມືອງ​ຮ້າງ​ວຽງ​ຈັນ​​ໃຫ້​ຟັງ ​ແລະ ຈາກ​ປີ 1893 ຊາວ​ວຽງ​ຈັນ ​ແລະ ຊາວ​ຕ່າງ​ດ້າວ​ທີ່​ໄດ້​ເຂົ້າ ມາ​ຢູ່​ກໍ​ໄດ້​ພ້ອມ​ກັນ​ພັດທະນາ​ວຽງ​ຈັນ ​ໂດຍ​ຜ່ານ​ຜ່າ​ອຸປະສັກ​ນາໆ​ປະການ. ຍ້ອນ​ຄວາມ​ຮັກ​ເຊື້ອ​ແພງ ຊາດ​ຮັກ​ບ້ານ​ເກີດ​ເມືອງ​ນອນ ມີ​ຄວາມ​ມານະ​ອົດທົນປະຊາຊົນ​ລາວ​ກໍ​ໄດ້​ເປັນ​ເຈົ້າ​ຂອງ​ປະ​ເທດ, ປົດ ປ່ອຍ​ຕົນ​ເອງ​ຈາກ​ການ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ຕ່າງ​ຊາດ​ໃນ​ປີ 1975, ນະຄອນ​ຫລວງ​ວຽງ​ຈັນ​ກໍ​ໄດ້​ຮັບ ການ​ພັດທະນາ​ມາ​ເປັນ​ກ້າວໆ .

 

ຂຽນໂດຍ: ສ. ສົມພົງ ສຸກສາຄອນ (http://raosukunfung.com)

2 COMMENTS

  1. ຂໍຂອບໃຈເຈົ້າຂອງຜົນງານ ແລະເວັບໄຊນີ້ຫຼາຍໆ

Comments are closed.