6 ເລື່ອງອັນຕະລາຍທີ່ຄູ່ຜົວເມຍບໍ່ຄວນເວົ້າເດັດຂາດ

ແນ່ນອນວ່າຄວາມສຳພັນລະຫວ່າງຜົວເມຍ ເລື່ອງຂອງຄວາມເຊື່ອໃຈ ແລະ ຄວາມຊື່ສັດຖືເປັນສິ່ງສຳຄັນອັນດັບຕົ້ນໆໃນການປະຄອງຊີວິດຄູ່ໃຫ້ຢູ່ຢືນຍາວ ແຕ່ເມື່ອເບິ່ງເຂົ້າໄປເລິກໆແລ້ວ ເລື່ອງເລັກໆນ້ອຍໆ ທີ່ຄິດວ່າມັນອາດບໍ່ເປັນບັນຫາ ມັນອາດມີຜົນສະທ້ອນທີ່ຊັບຊ້ອນດ້ານອາລົມ ແລະ ຄວາມຮູ້ສຶກຂອງອີກຝ່າຍໄດ້ ສຳລັບໃນຄໍລຳ ຊີວິດ ແລະ ຄວາມຮັກ ມື້ນີ້ແອັດມິນເລີຍມີ 6 ເລື່ອງອັນຕະລາຍທີ່ຄູ່ຜົວເມຍບໍ່ຄວນເວົ້າເດັດຂາດ ຖ້າບໍ່ຢາກໃຫ້ເກີດລະເບິດນິວເຄຣຍລົງເຮືອນ ຜູ້ເປັນເມຍຜົວກັນແລ້ວຕ້ອງຈຳ 6 ຂໍ້ດັ່ງຕໍ່ໄປນີ້:

1. ເລື່ອງຄົນຮັກເກົ່າ ຢ່າເຜີໄປເລົ່າສູ່ຜົວ ຫຼື ເມຍຟັງ ເພາະມັນອາດໄປກະທົບຄວາມຮູ້ສຶກຂອງຄູ່ຮັກໄດ້
2. ເລື່ອງຕຳນິເພື່ອນຂອງຜົວວ່າເປັນຄົນແບບນັ້ນແບບນີ້ ເພາະນິໄສຂອງຜູ້ຊາຍສ່ວນຫຼາຍຈະມີຄວາມຮັກແພງເພື່ອນຝູງ
3. ເລື່ອງຄອບຄົວຝ່າຍຜົວ ເລື່ອງນີ້ (ທັງຜົວ ແລະ ເມຍ) ຕ້ອງຈຳໄວ້ວ່າແຕ່ລະຝ່າຍຍ່ອມມີສາຍໃຍຄວາມສຳພັນກັບຄອບຄົວທີ່ຕັດບໍ່ຂາດ ດັ່ງນັ້ນຈົ່ງຈຳໄວ້ວ່າເຮົາຕ້ອງໃຫ້ກຽດຄົນໃນຄອບຄົວອີກຝ່າຍ ຢ່າໄດ້ເວົ້າຈົ່ມຂວັນ ຫຼື ຕຳນິຄົນໃນຄອບຄົວຂອງອີກຝ່າຍໂດຍບໍ່ໄດ້ຮັບການເຫັນດີຈາກອີກຝ່າຍບໍ່ດັ່ງນັ້ນມັນອາດຈະເຮັດໃຫ້ຄົນຮັກຂອງທ່ານເສຍຄວາມຮູ້ສຶກໄດ້.
4. ປຽບທຽບຜົວກັບຄົນອື່ນ ເລື່ອງແບບນີ້ກໍ່ຂໍເຕືອນທັງຜົວ ແລະ ເມຍ ເພາະທຸກຄົນຍ່ອມມີຈຸດອ່ອນ ແລະ ຈຸດແຂງຂອງແຕ່ລະຄົນແຕກຕ່າງກັນອອກໄປດັ່ງນັ້ນບໍ່ວ່າຈະເປັນແນວໃດກໍ່ຕາມຢ່າເອົາຄົນຮັກຂອງຕົວເອງໄປປຽບທຽບໃສ່ຄົນອື່ນຖ້າບໍ່ຢາກຜິດໃຈກັນ
5. ຢ່າໃຊ້ຄຳເວົ້າປະຊົດ ມີຫຍັງບໍ່ພໍໃຈກໍ່ໃຫ້ເວົ້າກັນຕົງໆແບບຊ່ອງໜ້າກັນໄປໂລດ ເພາະການເວົ້າປະຊົດນັ້ນນອກຈາກຈະເຮັດໃຫ້ອີກຝ່າຍບໍ່ເຂົ້າໃຈຄວາມໝາຍໄດ້ຈະແຈ້ງແລ້ວຍັງເຮັດໃຫ້ຮູ້ສຶກອາລົມເສຍອີກຕ່າງຫາກ.
6. ຢ່າເວົ້າ, ຢ່າເບິ່ງຄົນຮັກໃນແງ່ລົບ ບໍ່ວ່າເວລາໃດກໍ່ຕ້ອງເວົ້າໃຫ້ກຳລັງໃຈກັນ ຢ່າໃຊ້ຄຳເວົ້າຕອກຢ້ຳ, ສຽດສີ, ດູໝິ່ນກັນ ເພາະຖ້າອີກຝ່າຍໂມໂຫຂຶ້ນມາມີຫວັງລະເບີດລົງເຮືອນແທ້.

ນີ້ເປັນພຽງທິດທາງເລັກນ້ອຍບາງຂໍ້ເທົ່ານັ້ນເບິ່ງຜິວເຜີນແລ້ວອາດບໍ່ແມ່ນເລື່ອງໃຫຍ່ ແຕ່ໂດຍຄວາມຈິງແລ້ວເລື່ອງພວກນີ້ມັນກະທົບເຖິງຈິດໃຈຂອງອີກຝ່າຍເຖິງຂັ້ນຂີດສຸດໄດ້.