5 ເຫດຜົນທີ່ທ່ານຕ້ອງຮູ້ກ່ຽວກັບ ນິດສັນເທີລ້າອໍນີວໃໝ່

ບໍລິສັດຕັນຈອງ ມໍເຕີ້ (ລາວ)​ ຈໍາກັດພຽງຜູ້ດຽວ “ TCML ”  ຜູ້ຈໍາໜ່າຍສະເພາະ ພຽງຜູ້ດຽວ ຂອງລົດຍີ່ຫໍ້ນິສສັນ ແລະ ເປັນບໍລິສັດໃນເຄືອຂອງບໍລິສັດຕັນຈອງ ມໍເຕີ ໂຮນດີ້ງ ເບີຫາດ (ມາເລເຊຍ) ເປັນຜູ້ດໍາເນີນການເປີດຕົວລົດນິສສັນເທີລ້າໃໝ່ ໃນງານເປີດຕົວ ເດືອນທັນວາທີ່ຈະມາເຖິງນີ້. ກ່ອນອື່ນ, ເຮົາມາເບິ່ງ “5 ເຫດຜົນ ທີ່ທ່ານຕ້ອງຮູ້ກ່ອນໃຜ”.

ລົດນິສສັນເທີລ້າໃໝ່ ປະກອບດ້ວຍຕາໄຟເດທາມ ຣັນນີ້ງໄຣ ( DRL) ຮູບຊົງບູມເບີແລງ ທີ່ຈະເຮັດໃຫ້ລົດເບິ່ງເຫັນໄດ້ງ່າຍໃນເວລາກາງເວັນ ແລະ ໃນສະພາບທີ່ມີເມກໝອກໜາ ດ້ວຍຕາໄຟໜ້າ LED ອັດຕະໂນມັດ ເພື່ອການຂັບຂີ່ໃນເວລາກາງຄືນ.

1) ບໍ່ແມ່ນແບບລົດເອສຍູວີທົ່ວໄປຂອງທ່ານ. ຫລາຍທ່ານອາດຈະໄດ້ເຫັນປະເພດລົດເອສຍູວີທີ່ແຕກຕ່າງກັນ ເທິງທ້ອງຖະໜົນ; ບາງລຸ້ນແມ່ນລຸ້ນຄອສໂອເວີ ແລະ ບາງລຸ້ນແມ່ນກຸ່ມເອັສຍູວີຂະໜາດກາງຂ້ອນຂ້າງໃຫຍ່ ແລະ ໜັກກວ່າ. ໃນທາງເລືອກເຫລົ່ານີ້, ພວກເຮົາຮູ້ວ່າ ຜູ້ຜະລິດລົດສ່ວນໃຫຍ່ແມ່ນມີສ່ວນກ່ຽວຂ້ອງໂດຍກົງກັບການອອກແບບທີ່ທັນສະໄໝ ເພື່ອເຮັດໃຫ້ລົດຂອງເຂົາເຈົ້າ ມີຮອຍບາກໜ້າລົດທີ່ສູງກວ່າຢ່າງແທ້ຈິງ. ສໍາລັບລົດນິສສັນ, ມັນແມ່ນເກມບານທີ່ຕ່າງອອກໄປ. ຍີ່ຫໍ້ລົດຍີ່ປຸ່ນຈະສ້າງແບບທີ່ເປັນປະໂຫຍດ ສໍາລັບຜູ້ໃຊ້ເທິງທາງທົ່ວໄປ ແລະ ທາງວິບາກ. ກະຈັງໜ້າສັນຍາລັກ “V-Motion” ທີ່ມີສະໄຕລ໌ ໃຫ້ຮູບລັກຄ່ອງຕົວຈາກດ້ານໜ້າ ແລະ ຕາໄຟດ້ານໜ້າ LED ບູມເບີແລງ ທີ່ເປັນຮູບແບບລຽມຄົມ ແລະ ເບິ່ງມີອໍານາດເໜືອລະດັບ. ບໍ່ພຽງແຕ່ເທົ່ານັ້ນ, ຫລັງທີ່ມີນໍ້າໜັກເບົາທີ່ມາຈາກຕົວກັນຊົນດ້ານໜ້າໄປຫາດ້ານຫລັງ ດ້ວຍໄຟທ້າຍຈະເພີ່ມຮູບລັກທີ່ທັນສະໄໝ. ແມ້ແຕ່ລໍ້ອັນລອຍຂະໜາດ 18 ນີ້ວ ຍັງເປັນການຕົບແຕ່ງທີ່ຈະເຮັດໃຫ້ເກີດຄວາມໜ້າສົນໃຈ ສ້າງຄວາມປະທັບໃຈເທິງທ້ອງຖະໜົນ!

2) ອະເນກປະສົງ ບໍ່ມີຂີດຈໍາກັດ.  ດ້ວຍຄວາມຍືດຍຸ່ນ ຄວາມໄວບໍ່ມີຂີດຈໍາກັດ, ນິສສັນເທີລ້າແມ່ນສາມາດສະແດງປະສິດທິພາບຂອງຕົນໄດ້ຢ່າງສົມບູນແບບ. ເຄື່ອງຈັກ 2.5 ລິດ 4 ສູບແຖວລຽງ ເທີໂບແປຜັນ DOHC (VGS) ພ້ອມດ້ວຍລະບົບອິນເຕີຄູລເລີ, ລະບົບເກຍອັດຕະໂນມັດ 7 ສະປີດ ພ້ອມໂໝດເກຍທໍາມະດາ (+ / -) ທີ່ຈະໃຫ້ປະສິດທິພາບອັດຕາເລັ່ງຄວາມໄວດີທີ່ສຸດໃນລຸ້ນ. ພະລະກໍາລັງທີ່ບໍ່ເຄີຍຂາດຫາຍ ບໍ່ວ່າຈະຢູ່ເທິງທາງຫລວງ ຫລື ທາງວິບາກ, ຍ້ອນມີເຄື່ອງຈັກແຮງມ້າຂະໜາດ 190 ແລະ ແຮງບິດ 450 ນີວຕັນແມັດ! ດ້ວຍເຫດນີ້ “ຈິ່ງສາມາດໄປໄດ້ທຸກຫົນທຸກແຫ່ງ”

3) ລະບົບກັນສະເທືອນທີ່ລືນໄຫລ່ ແລະ ລະບົບຣ໋ອກ 4WD-DIFF. ທ່ານຈະບໍ່ຜິດຫວັງກັບໂຄງລົດແບບຂັ້ນໄດທີ່ສົມບູນແບບອະເນກປະສົງຂອງນິສສັນເທີລ້າ ລະບົບກັນສະເທືອນດ້ານຫລັງ 5 ຂໍ້ ຄອຍສະປີງ ແລະ ແກນລໍ້ຫລັງທີ່ແຂງແກ່ນ ທີ່ເຮັດວຽກຮ່ວມກັນ ເພື່ອຮັບປະກັນຄວາມແຂງແກ່ນ, ຄວາມທົນທານ, ແລະ ຄວາມສະດວກສະບາຍ.​

ແມ່ນຫຍັງທີ່ເຮັດໃຫ້ລົດນິສສັນເທີລ້າມີເອກະລັກສະເພາະ ຈາກຄູ່ແຂ່ງຂອງຕົນ ເຊິ່ງລົດແມ່ນລົດເອສຍູວີຂະໜາດກາງ ໃນລຸ້ນ ທີ່ມາພ້ອມກັບລະບົບປ້ອງກັນການລື່ນໄຫລ ຂະນະທາງມື່ນ 4 ລໍ້ (ABLS) ແລະ ລະບົບຣ໋ອກເຝືອງທ້າຍໄຟຟ້າ (ELRD)  ເມື່ອລົດຮັບຮູ້ເຖິງການປິ່ນຂອງກົງໃດໜຶ່ງ ມັນຈະສົ່ງກໍາລັງອັດຕະໂນມັດໄປຫາກົງອື່ນໆ ດ້ວຍການຍືດເກາະທີ່ຫລາກຫລາຍ ເພື່ອຊ່ວຍໃນການຮັບມືກັບເສັ້ນທາງວິບາກທີ່ສຸດ. ໃນຂະນະທີ່ ລະບົບຊ່ວຍອອກຕົວເທິ່ງທາງລາດຊັນ (HSA) ປ້ອງກັນຍານພາຫະນະຈາກການໄຫລ່ກັບ ຊ່ວຍໃຫ້ນັກຂັບຂີ່ ມີເວລາພໍໃນການປ່ຽນຈາກແປ້ນເບຣກໄປຫາຄັນເລັ່ງ; ແລະ ລະບົບຊ່ວຍລົງທາງລາດຊັນ (HDC)ຈະຊ່ວຍຄວບຄຸມຄວາມໄວໃນການຂັບຂີ່ລົງທາງສູງຊັນ ສະນັັ້ນ ທ່ານພຽງແຕ່ຕ້ອງເອົາໃຈໃສ່ໃນການຄວບຄຸມພວງມະໄລເທົ່ານັ້ນ. ທ່ານຄິດວ່າ ຄັກບໍ່??!!!

4) ຄວາມສະດວກສະບາຍທີ່ເໜືອກວ່າ ສໍາລັບຄອບຄົວ. ດ້ວຍຂະໜາດທີ່ພໍເໝາະ, ນິສສັນເທີລ້າສາມາດຮອງຮັບຜູ້ໂດຍສານໄດ້ເຖິງເຈັດບ່ອນນັ່ງ ແລະ ມີຄວາມຍາວຂອງໂຕລົດ 4,855 ມມ ແລະ ຄວາມກວ້າງ 1,865 ມມ – ນິສສັນເທີລ້າແມ່ນມີຄວາມຍາວ ແລະ ກວ້າງກວ່າລົດເອັສຍູວີຍີ່ຫໍ້ອື່ນເລັກນ້ອຍ. ແນວໃດກໍ່ຕາມ, ບັນຫາທົ່ວໄປສ່ວນໃຫຍ່ຂອງລົດເອສຍູວີທັງໝົດໃນຕະຫລາດແມ່ນເກີດຂຶ້ນໃນເວລາທີ່ ພວກເຮົາພະຍາຍາມເຂົ້າໄປຂ້າງໃນບ່ອນນັ່ງແຖວສາມ. ແມ່ນແລ້ວ, ນິສສັນມາພ້ອມກັບທາງເລືອກທີ່ສາມາດເຮັດໃຫ້ຜູ້ໂດຍສານສາມາດເຂົ້າອອກລົດໄດ້ສະດວກສະບາຍຫລາຍ. ພຽງແຕ່ໃຊ້ປຸ່ມ “1-Touch Remote Fold and Tumble Seat”  ຢູ່ທີ່ຄອນໂຊນກາງຂອງນັກຂັບຂີ່; ບ່ອນນັ່ງແຖວສອງຈະພັບຂຶ້ນ ແລະ ດຶງກັບໄປມາອັດຕະໂນມັດ.

ນັກຂັບຂີ່ ແລະ ຜູ້ໂດຍສານດ້ານໜ້າຈະມີບ່ອນນັ່ງດ້ານໜ້າແບບບໍ່ມີແຮມໂນ້ມທ່ວງ, ລະບົບຄວບຄຸມອາກາດອັດຕະໂນມັດແບບແຍກສ່ວນ, ຂະນະທີ່ຜູ້ໂດຍສານດ້ານຫລັງຈະມີຊ່ອງແອດ້ານຫລັງສະເພາະ ແລະ ລະບົບຄວບຄຸມອາກາດບ່ອນນັ່ງດ້ານຫລັງ ທີ່ຈະເຮັດໃຫ້ອຸນຫະພູມເຢັນສະດວກສະບາຍ ສໍາລັບຜູ້ໂດຍສານດ້ານຫລັງ. ນອກຈາກນີ້, ຜູ້ໂດຍສານດ້ານຫລັງຍັງຈະມີລະບົບຄວາມບັນເທີງແຍກສອງລະບົບ (ໜ້າຈໍຕິດເບາະນັ່ງດ້ານຫລັງ ຂະໜາດ 10.25 ນີ້ວ) ແລະ ບ່ອນວາງຂວດນໍ້າ ທີ່ຈະເຮັດໃຫ້ການເດີນທາງຄອບຄົວຂອງທ່ານ ກາຍເປັນຄວາມຊົງຈໍາທີ່ຍາວນານຂຶ້ນ.

 

5) ເຕັກໂນໂລຊີຂັບເຄື່ອນອັດສະລິຍະ. ຫລາຍກວ່າ ຄວາມງາມ ແລະ ກໍາລັງແຮງຂອງລົດເອສຍູວີ, ນິສສັນເທີລ້າຄຳນຶງເຖີງປະສົບການ ການຂັບຂີ່ທີ່ປອດໄພສະເໝີ. ເຕັກໂນໂລຊີຂັບເຄື່ອນອັດສະລິຍະຂອງນິສສັນແມ່ນໜຶ່ງໃນສິ່ງທີ່ລໍຄອຍມາຍາວນານຂອງບໍລິສັດ ທີ່ຖືກອອກແບບ ເພື່ອນໍາເອົາຄວາມປອດໄພ ແລະ ຄວາມສະດວກສະບາຍມາໃຫ້ຜູ້ຂັບຂີ່ ແລະ ຜູ້ໂດຍສານ. ນິສສັນເທີລ້າຍັງມີຈຸດເດັ່ນດ້ານຄວາມປອດໄພເຕັກໂນໂລຊີສູງ ທີ່ຈະຊ່ວຍໃຫ້ຜູ້ຂັບຂີ່ ສາມາດຂັບເຄື່ອນໄປໃນທາງຂອງຕົນ ຜ່ານເສັ້ນທາງໃນເມືອງ ແລະ ເຂດປ່າຊົນນະບົດ! ນິສສັນເທີລ້າ ມາພ້ອມກັບກຸນແຈອັດສະລິຍະ (i-Key) ພ້ອມດ້ວຍປຸ່ມກົດສະຕາດລົດ, ລະບົບແຈ້ງເຕືອນການອອກຈາກເລນ (LDW), ລະບົບກວດວັດຖຸເຄື່ອນທີ່ (MOD) ແລະ ລະບົບກ້ອງເບິ່ງຮອບດ້ານອັດສະລິຍະ (i-AVM) ທີ່ຈະໃຫ້ທ່ານເຫັນພາບດ້ານເທິງ 360 ອົງສາ ຢູ່ອ້ອມຮອບລົດ ເພື່ອການຫລົບຫລີກທີ່ງ່າຍຂຶ້ນ.

ອຸປະກອນຄວາມປອດໄພອື່ນໆ ລວມມີຖົງລົມນິລະໄພ  SRS 6 ຖົງ (ຜູ້ຂັບຂີ່ ແລະ ຜູ້ໂດຍສານ, ດ້ານຂ້າງ ແລະ ປະຕູແວ່ນຂ້າງ), ເຊັນເຊີການຈອດດ້ານຫລັງ, ກ້ອງຖອຍຫລັງ, ລະບົບ immobilizer ປ້ອງກັນການໂຈນລະກໍາ ພ້ອມດ້ວຍລະບົບແຈ້ງເຕືອນ VSS, ລະບົບຟັງຊັນ Follow-Me-Home, ລະບົບເບຣກກັນລໍ້ຣ໋ອກ ABS, ລະບົບກະຈາຍແຮງ-ເບຣກໄຟຟ້າ (EBD) ແລະ ລະບົບຊ່ວຍເບຣກ (BA), ລະບົບຄວບຄຸມການຊົງຕົວອັດຕະໂນມັດ (VDC), ລະບົບຣ໋ອກປ້ອງກັນຄວາມປອດໄພເດັກນ້ອຍ ແລະ ການປະກອບສ້າງຂອງໂຄງລົດທີ່ເປັນໂຊນ.

 

ເພື່ອຄົ້ນຫາຂໍ້ມູນເພີ່ມເຕີມ, ບັນດາທ່ານ ລູກຄ້າອາດຈະເຂົ້າຢ້ຽມຊົມຫ້ອງວາງສະແດງໂຊຣູມ ແລະ ສະເໜີໃຫ້ລົງທະບຽນ ເພື່ອຮັບບັດເຊີນເຂົ້າເບິ່ງງານເປີດຕົວລົດນິສສັນເທີລ້າ ອໍນີວໃໝ່.

ການຈັບຈອງລົດໃໝ່ ຢູ່ໃນຫ້ອງວາງສະແດງລົດນິສສັນ ກ່ອນງານເປີດຕົວ ແມ່ນຈະໄດ້ຮັບໂປຣໂມຊັນພິເສດເພີ່ມເຕີມ ແລະ ຍັງສາມາດເລືອກໄດ້ຫລາຍສີ – ສີນໍ້າຕານດິນ, ສີເທົ່າລູນາ ເມທາລິກ, ສີຄໍາ ແຟເມທາລິກໂກ, ສີແດງຟີຣີເຣັດ, ສີດໍາກະເລັກຊີ, ສີຟ້າເຂັ້ມ, ສີເງິນບີວລ້ຽນຊິວເວີ້ ແລະ ສີຂາວມຸກ ແອັສເປັນ.

ບໍລິສັດ TCML ແມ່ນຈະນໍາສະເໜີຍານພາຫະນະຕ່າງໆຢ່າງຕໍ່ເນື່ອງ ແລະ ສໍາລັບຜູ້ອ່ານທີ່ສົນໃຈ ທີ່ຕ້ອງການເຂົ້າຮ່ວມງານເປີດຕົວ, ກະລຸນາ ຕອບກັບການເຊີນຂອງທ່ານ ໂດຍການກົດລີ້ງ*.  https://goo.gl/forms/hXLciIA75ZksJgvh2 (ລີ້ງຕົວຢ່າງ) ຫລື ສະແກນລະຫັດ QR-code (ລະຫັດຕົວຢ່າງ).

*ເປັນໄປຕາມຂໍ້ກໍານົດ ແລະ ເງື່ອນໄຂ

 

ສໍາລັບຂໍ້ມູນເພີ່ມເຕີມຂອງລົດນິສສັນທັງໝົດໃນປະເທດລາວ, ກະລຸນາເຂົ້າຢ້ຽມຊົມເວັບໄຊນິສສັນລາວຢູ່ທີ່ເວັບໄຊສ໌  http://www.nissan-lao.la ຫລື http://nissan-lao.la/ ຕິດຕາມໜ້າເຟສບຸກຂອງນິສສັນລາວຢູ່ທີ່ http://fb.com/NissanLaos/. ຫຼຶ https://www.facebook.com/NissanLaos/