5 ເລື່ອງທີ່ຄົນເປັນແຟນຄົນປັດຈຸບັນບໍ່ຢາກໄດ້ຍິນ

ເພື່ອເປັນການຫຼີກລ່ຽງບັນຍາກາດອັນຄຸ່ນມົວໃນຄວາມຮັກ ດັ່ງນັ້ນບໍ່ວ່າທ່ານຈະເປັນຍິງ ຫຼື ຊາຍ ກໍ່ຄວນຄຳນຶງວ່າມັນມີກົດເກນບາງເລື່ອງທີ່ບໍ່ສາມາດເວົ້າກັບແຟນຄົນປັດຈຸບັນຂອງທ່ານໄດ້ ຖ້າຫາກເຜີເວົ້າ ຫຼື ຕັ້ງໃຈເວົ້າອອກໄປ ຮັບຮອງວ່າຄວາມສຳພັນມີການສັ່ນຄອນຂຶ້ນມາທັນທີ ຈະມີເລື່ອງໃດແນ່ນັ້ນ ມາອ່ານໄປພ້ອມກັນເລີຍ

1.​ ເວົ້າເຖິງເລື່ອງແຟນເກົ່າ ແລະ ຂໍ້ດີຂອງແຟນເກົ່າ
2. ຫ້າມເວົ້າວ່າພໍ່ແມ່ຂອງທ່ານຮັກ ຫຼື ມັກແຟນເກົ່າຂອງທ່ານຫຼາຍພຽງໃດ
3. ຢ່າເວົ້າວ່າທ່ານເສຍໃຈກັບແຟນເກົ່າຫຼາຍພຽງໃດ ເພາະມັນໝາຍເຖິງທ່ານຮັກແຟນເກົ່າຂອງທ່ານຫຼາຍ
4. ພຽງແຕ່ຊື່ຂອງແຟນເກົ່າກໍ່ຢ່າໄດ້ເອີ່ຍໃຫ້ແຟນປັດຈະບັນໄດ້ຍີນ ເພາະມັນສະແຫຼງໃຈ
5. ຫ້າມບອກວ່າທ່ານຍັງຄິດຮອດແຟນເກົ່າ ແລະ ຍັງແອບຕິດຕໍ່ກັບແຟນເກົ່າຢູ່ ເພາະມັນເລື່ອງທີ່ຮັບໄດ້ຍາກ

ບາງເລື່ອງບາງເຫດການທ່ານອາດຈະຄິດວ່າແຟນປັດຈຸບັນຂອງທ່ານສາມາດຮັບຮູ້ມັນໄດ້ ແຕ່ໃນຄວາມຈິງແລ້ວເກືອບຮ້ອຍເປີເຊັນທີ່ຄົນເປັນແຟນປັດຈຸບັນຈະສາມາດຍອມຮັບເລື່ອງນີ້ໄດ້ຢ່າງສະໜິດໃຈ ໃນຄວາມຮູ້ສຶກເລິກໆມັນຕ້ອງມີຂັດໆກັນແນ່ລະ! ເຖິງຈະບໍ່ເວົ້າບໍ່ສະແດງອອກມາບໍ່ແມ່ນວ່າພວກເຂົາບໍ່ຮູ້ສຶກ ພຽງແຕ່ພວກເຂົາກໍ່ຈະເກັບກົດເອົາໄວ້ໃນໃຈຈົນກວ່າຈະຮອດວັນລະເບີດມັນອອກມາ ແລ້ວເມື່ອວັນທີ່ພວກເຂົາລະບາຍມັນອອກມາມັນກໍ່ຈະນຳມາສູ່ຄວາມສັ່ນຄອນຂອງຊີວິດຮັກຂອງພວກທ່ານເອງ.