Home ຊີວິດແລະຄວາມຮັກ Wedding-Sex-love 5 ເລື່ອງກ່ຽວກັບອະສຸຈິ ທີ່ຫຼາຍຄົນອາດຍັງບໍ່ຮູ້

5 ເລື່ອງກ່ຽວກັບອະສຸຈິ ທີ່ຫຼາຍຄົນອາດຍັງບໍ່ຮູ້

0
6939

ອະສຸຈິເປັນເລື່ອງໜຶ່ງທີ່ຄວນໃສ່ໃຈ ໂດຍສະເພາະສາວໆທີ່ມີສາມີ ເຊິ່ງຫຼາຍໆຄົນອາດຈະຍັງເຂົ້າໃຈຜິດ ແລະບໍ່ຮູ້ຈັກອະສຸຈິດີພໍ, ມື້ນີ້ ເຮົາມາທຳຄວາມເຂົ້າໃຈກ່ຽວກັບອະສຸຈິນຳກັນ

  1. ອະສຸຈິຢູ່ໄດ້ດົນກວ່າທີ່ຄິດ: ຫຼາຍໆຄົນຍັງເຂົ້າໃຈຜິດຢູ່ວ່າ ອະສຸຈິມີອາຍຸສັ້ນ ແລະບໍ່ສາມາດຢູ່ໄດ້ດົນ ເຊິ່ງຄວາມຈິງແລ້ວ ອະສຸຈິມີຊີວິດຢູ່ໃນຊ່ອງຄອດຂອງເຮົາດົນເຖິງ 5 ວັນ, ເພາະເປັນບ່ອນທີ່ປຽກຊື້ນ ແລະມີອຸນຫະພູມພໍດີ ເຖິງແມ່ນບໍ່ແມ່ນຊ່ວງໄຂ່ຕົກ ແຕ່ຖ້າມີເຊັກສ໌ທີ່ບໍ່ປ້ອງກັນ ກໍມີຄວາມສ່ຽງທີ່ຈະຖືພາໄດ້
  2. ນໍ້າອະສຸຈິ ແລະອະສຸຈິ ບໍ່ແມ່ນອັນດຽວກັນ: ຫຼາຍຄົນຄິດວ່າ ນໍ້າອະສຸຈິ ແລະອະສຸຈິເປັນອັນດຽວກັນ, ເຊິ່ງວ່ານໍ້າອະສຸຈິແມ່ນນໍ້າສີຂາວຂຸ່ນ ທີ່ອອກມາເມື່ອຝ່າຍຊາຍເຖິງຈຸດສຸດຍອດ, ແຕ່ອະສຸຈິ ເປັນໂຕທີ່ຢູ່ໃນນໍ້ານັ້ນ ເມື່ອເຂົ້າໄປໃນມົດລູກ ໂຕອະສຸຈິຈະປະຕິສົນທິກັບໄຂ່ນັ້ນເອງ
  3. ຜູ້ຍິງສາມາດເກີດອາການແພ້ອະສຸຈິໄດ້: ຈະສະແດງອອກມາໃຈຮູບແບບຂອງການຄັນ ແລະລະຄາຍເຄືອງໃນອະໄວຍະວະເພດ, ບາງຄັ້ງອາດເກີດອາການເປັນຜື່ນແດງ, ບວມ ຫຼັງຈາກມີເຊັກສ໌ ເຊິ່ງສາມາດໄປພົບແພດໄດ້ແບບບໍ່ຕ້ອງອາຍ ແລະເປັນເລື່ອງທຳມະດາ
  4. ອະສຸຈິມີເພດ: ຄວາມຈິງແລ້ວ ອະສຸຈິມີເພດຍິງ ແລະເພດຊາຍ ຂຶ້ນຢູ່ກັບໂຄໂມໂຊມໃນຂັ້ນຕອນຂອງການສ້າງອະສຸຈິໃນຮ່າງກາຍຂອງຝ່າຍຊາຍ, ຖ້າມີໂຄໂມໂຊມ Y ຄືເພດຊາຍ ແລະອະສຸຈິໂຄໂມໂຊມ X ຄືເພດຍິງ ຂຶ້ນຢູ່ກັບວ່າໂຕໃດຈະໄປຮອດໄຂ່ກ່ອນ, ຖ້າ Y ໄປຮອດກ່ອນ ກໍຈະໄດ້ XY ເກີດເປັນຜູ້ຊາຍ, ແຕ່ຖ້າ X ໄປຮອດໄຂ່ກ່ອນ ກໍຈະໄດ້ XX ເກີດເປັນຜູ້ຍິງ
  5. ສາມາດເກັບອະສຸຈິໄດ້: ແຕ່ຕ້ອງໄດ້ໃຊ້ຂັ້ນຕອນ ແລະວິທີລະອຽດຊັບຊ້ອນຫຼາຍ ແຕ່ເຊື້ອອະສຸຈິນັ້ນ ສາມາດເກັບຮັກສາໄດ້ ເໝາະສຳລັບຜູ້ຊາຍທີ່ບໍ່ແຂງແຮງ ແຕ່ຕ້ອງການເກັບອະສຸຈິໄວ້ເພື່ອອະນາຄົດ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips