5 ອາຫານແຄລໍລີຕ່ຳ ຊ່ວຍຄວບຄຸມນ້ຳໜັກ

 

ຈາກ​ການ​ທີ່​ກະ​ແສຫ​ລຸດ​ນ້ຳ​ໜັກ​ ແລະ​ ການ​ກິນ​ອາຫານ​ຫລຸດຄວາມນໍ້າໜັກ​ຍັງ​ຄົງ  ​ບໍ່​ຈາງໄປ​ໃສ ອີກ​ຢ່າງ​ໜຶ່ງ​ທີ່​ຕ້ອງ​ຄອບຄູ່​ກັນ​ໄປ​ນັ້ນ​ຄື ການ​ເລືອກ​ກິນ​ອາຫານ​ທີ່​ເບິ່ງ  ​ແຄ​ລໍ​ລີ ເພື່ອ​ໃຫ້​ເຮົາ​ສາມາດ​ເຜົາ​ຜານ​ພະລັງ​ງານ​ເຫລົ່າ​ນັ້ນ​ອອກ​ໄປ​ໄດ້ ບໍ່​ເກີດ​ການ​  ສະ​ສົມ ແລະ ​ອາຫານ​ທີ່​ມີ​ແຄ​ລໍ​ລີ​ຕ່ຳ ກໍ​ມີ​ຢູ່​ບໍ່ແມ່ນ​ໜ້ອຍ ເຊິ່ງ​ບາງຢ່າງ​ກໍ່ບໍ່ແຊບ ແຕ່​ເວົ້າ​ເຖິງ​ເຈົ້າ​ປະໂຫຍດ​ກໍ​ຫລາຍ​ພໍ​ສົມຄວນ​

original-1406089999738

  1. ໄຂ່

ອາຫານ​ແຄ​ລໍ​ລີຕ່ຳ ກໍ່ຄືໄຂ່ ມີ​ແຄ​ລໍ​ລີ​ພຽງແຕ່ 70-80ແຄ​ລໍ​ລີ​ຕໍ່​ໜຶ່ງ​ໜ່ວຍ ແນ່ນອນ​ໄຂ່​ເປັນ​ອາຫານ​ທີ່​ເຮັດ​ງ່າຍ​ແລະ​ມີ​ຢູ່​ເກືອບ​ທຸກ​ເມ​ນູ ແຕ່​ເນັ້ນ​ການ​ປຸງ​ດ້ວຍ​ວິທີ​ອົບ ຕົ້ມ ໜຶ້ງ​ດີກ່ວາ ບໍ່​ສະ​ນັ້ນ ອາຫານ​ແຄ​ລໍ​ລີ​ຕ່ຳ ຈະ​ກາຍ​ເປັນ​ອາຫານ​ເພີ່ມ​ຄວາມ​ຕຸ້ຍ ປ່ຽນ​ຈາກ​ໄຂ່​ດາວ ຈື່ນໄຂ່​ມາ​ເປັນ​ໄຂ່​ລວກ ໄຂ່​ຕົ້ມ  ສາລະພັດ​ໄຂ່​ ເຊິ່ງ​ມັນ​ໃຫ້​ໄດ້ຮັບ​ແຄ​ລໍ​ລີບໍ່​ເກີນ 100ແຄ​ລໍ​ລີແນນ​ອນ

มันเทศ-ลดน้ำหนัก

  1. ມັນ​ດ້າງ

ມັນ​ດ້າງ​ເປັນ ອາຫານ​ ແຄ​ລໍ​ລີ ​ຕ່ຳ ທີ່​ເໝາະ​ສົມ ຈະ​ນຳ​ມາ​ເປັນ​ເຂົ້າໜົມ ​ເພາະ​ມັນ​ດ້າງ​ມີ​ແຄ​ລໍ​ລີ​ພຽງ 55ແຄ​ລໍ​ລີ ແລະ​ຍັງ​ບໍ່​ມີ​ນ້ຳ​ມັນ​​ບໍ່​ເຮັດໃຫ້​​ຕ້ອງ​ກັງ​ວົນ​ກ່ຽວກັບ​ການ​ຈຳ​ກັດ​ຈຳນວນ​ແຄ​ລໍລີ

soymilk

  1. ຖົ່ວ​ເຫລືອງ

ຖົ່ວ​ເຫລືອງຖືວ່າ​ເປັນອາຫານ​ແຄ​ລໍ​ລີ​ຕ່ຳ ທີ່​ມີ​ ແຄ​ລໍ​ລີ ​ຕ່ຳ​ກວ່າ 100ແຄ​ລໍ​ລີ່ ຖົ່ວ​ເຫລືອງ 3ບ່ວງ​ຈະ​ມີ​ປະລິມານ​ພຽງ​ແຕ່ 80ແຄ​ລໍ​ລີ​ເທົ່າ​ນັ້ນ ​

Watermelon-1

  1. ໝາກໂມ

ອາຫານ​ແຄ​ລໍ​ລີ​ ຕ່ຳ ເຊັ່ນ ໝາກ​ໂມ​ຊ່ວຍ​ໃຫ້​ຮູ້ສຶກ​ສົດ​ຊື່ນ ມີ​ກຳ​ລັງ​ຢາກ​ຈະ​ເຮັດ​ສິ່ງ​ຕໍ່ໄປ ໝາກໂມ​ ເປັນ​ຫມາກໄມ້​ທີ່​ເໝາະສົມ​ຫລາຍ​ກັບ​ລະດູ​ຮ້ອນ ບໍ່​ຕ້ອງ​ກັງ​ວົນ​ກັບ​ການ​ກິນໝາກ​ໂມ​ໃຫ້​ສົດ​ຊື່ນ​ທຸກ​ມື້ ເພາະ​ແຕງ​ໂມ​ໃຫ້​ແຄ​ລໍ​ລີ​ພຽງ 90ແຄ​ລໍ​ລີ ເທົ່າ​ນັ້ນ

หัวไช้เท้า

  1. ຫົວ​ຜັກກາດຂາວ

ຫົວ​ຜັກກາດຂາວ​ ອ່ານ​ເບິ່ງ​ແລ້ວ ບໍ່​ເປັນຕາຢາກ​ປານ​ໃດ ແຕ່​ມັນ​ເປັນ ອາຫານ​   ແຄ​ລໍ​ລີ​ຕ່ຳ ທີ່​ໃຫ້​ແຄ​ລໍ​ລີ​ພຽງ​ແຕ່ 14ແຄ​ລໍ​ລີ​ເທົ່າ​ນັ້ນ ຫົວ​ຜັກກາດຂາວ​ເປັນ​ແຫລ່ງ​ອາຫານ​ທີ່​ດີ​ຂອງ​ວິ​ຕາ​ມິນ ແຄ​ຊຽມ ແມກ​ນີ​ຊຽມ ຟອດ​ຟໍ​ລັດ​ທອງ​​ແລະ​ເຫລັກ ເຊິ່ງ​ໝາຍ​ຄວາມ​ວ່າ​​ຄົນເຮົາຄວນ​ຈະ​ມີ​ສານ​ອາຫານ​ເຫລົ່າ​ນີ້​ໃນ​ຮ່າງກາຍ​ເຖິງວ່າ​ເຈົ້າ​ບໍ່​ໄດ້​ໃສ່​ໃຈ​ທີ່​ຈະກິນ​ກໍ​ຕາມ

ນອກ​ຈາກ​ແຄ​ລໍ​ລີ​ຕ່ຳ​ແລ້ວ​ຍັງມີ​ປະໂຫຍດ​ຫລວງຫລາຍ ສາມາດ​ປັບ​ປ່ຽນ​ເມ​ນູ​ອາຫານ​ເພື່ອ​ໃສ່​ພວກ​ນີ້​ເປັນ​ສ່ວນ​ປະກອບ ແຕ່​ຢ່າ​ລືມ​ຫາ​ຢ່າງ​ອື່ນ​ກິນ​ຄວບຄູ່​ໄປ​ນໍາ ເຊັ່ນ ພວກ​ຄາລໂບ​ໄຮ​ເດດ ມັນ​ອາດ​ບໍ່​ໄດ້​ເປັນ ອາຫານ​ແຄ​ລໍ​ລີ​ຕ່ຳ ແຕ່​​ກໍ​ຈຳ​ເປັນ​ຕ້ອງ​ກິນ​ເພື່ອ​ເຮັດໃຫ້​ສຸຂະພາບ​ແຂງ​ແຮງ​ດ້ວຍ​ການ​ກິນອາຫານໃຫ້​ຄົບ​ທຸກ​ໝູ່​