5 ວິທີ​ປ້ອງ​ກັນ ມະ​ເຮັງ​ເຕົ້າ​ນົມ

ผลไม้2

ມະ​ເຮັງ​ເຕົ້າ​ນົມ ເປັນ​ອີກ​ພະຍາດ​ທີ່​ຂ້າ​ຊີວິດ​ແມ່ຍິງ​ທົ່ວ​ໂລກ​ເປັນ​ຈຳນວນ​ຫລາຍ ສາວໆ​ຫລາຍໆ​ຄົນ ​ກໍ​ຄົງ​ຢ້ານ ​ແລະ ​ກັງ​ວົນ​ວ່າ ຕົນເອງ​ຈະ​ມີ​ໂອ​ກາດ​ເປັນ ມະ​ເຮັງ ​ເຕົ້າ​ນົມ ຫລື​ບໍ່? ມື້​ນີ້​ເຮົາ​ມາເບິ່ງ ກັບ 5ວິທີ​ສ້າງ​ພະລັງ ປ້ອງ​ກັນ ມະ​ເຮັງ​ເຕົ້າ​ນົມ

ການ​ກິນ​ອາຫານ​ ແລະ ​ການ​ອອກ​ກຳ​ລັງ​ກາຍ​ຂອງ​ສາວໆ ກໍ່​ມີປະໂຫຍດ​ທັງ​ຄວາມ​ແຂງ​ແຮງ​ແກ່​ຮ່າງກາຍ ແລະ​ ຍັງ​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ເຊວ​ປົກກະຕິ​ກາຍ​ສະພາບ​ເປັນ​ເຊວ​ຮ້າຍ ອັນ​ເປັນ​ຕົ້ນ​ເຫດ​ຂອງ ມະ​ເຮັງ​ເຕົ້າ​ນົມ ມາ​ເບິ່ງແຍງ​ສຸຂະພາບ​ເຕົ້າ​ນົມ​ໃຫ້​ມີ​ສຸຂະພາບ​ແຂງ​ແຮງ​ດ້ວຍ 5ວິທີ ດັ່ງນີ້

  1. ຮັກສານ້ຳ​ໜັກ​ໂຕ

ແມ່ນ​ຄວາມ​ສຳພັນ​ລະຫວ່າງ​ຄວາມ​ຕຸ້ຍ ​ກັບ ​ມະ​ເຮັງ​ເຕົ້າ​ນົມ​ຈະ​ຍັງ​ບໍ່​ເປັນ​ທີ່​ຊັດເຈນ ແຕ່​ແມ່ຍິງ​ທີ່​ນ້ຳ​ໜັກ​ໂຕ​ຢູ່ໃນ​ເກນ​ປົກກະຕິ​ ຈະ​ມີ​ຄວາມ​ສ່ຽງ​ການ​ເປັນ​ພະຍາດ​ມະ​ເຮັງ​ເຕົ້າ​ນົມ​ນ້ອຍ​ກວ່າ​ແມ່ຍິງ​ທີ່​ມີ​ນ້ຳ​ໜັກ​ເກີນ ໂດຍ​ຈາກ​ການສຶກສາ​ຫລ້າ​ສຸດ ພົບ​ວ່າ ແມ່ຍິງ​ທີ່​ມີ​ຄ່າ​ດັດສະ​ນີ​ ມວນ​ກາຍ (Body Mass Index ຫລື BMI) ຫລາຍກວ່າ 30ຂຶ້ນ​ໄປ ມັກ​ເຂົ້າ​ຂ່າຍ​ເປັນ​ພະຍາດ​ມະ​ເຮັງ ອັນ​ເປັນ​ສາ​ເຫດ​ຂອງ​ການ​ເສັຍຊີວິດ​ຫລາຍກວ່າ​ແມ່ຍິງ​ທີ່​ມີ​ຄ່າ​ດັດສະ​ນີ​ ມວນ​ກາຍ​ຕ່ຳ​ກວ່າ 25
ສາ​ເຫດ​ມາ​ຈາກ​ຊີ້ນ​ເຍື່ອ​ມະ​ເຮັງ​ເຕົ້າ​ນົມ​ໃນ​ຜູ້ຍິງ​ທີ່​ມີ​ນ້ຳ​ໜັກ​ໂຕ​ຫລາຍ ຈະ​ມີ​ຮໍ​ໂມນ   ​ເອດ​ໂຕ​ເຈນ​ປະລິມານ​ສູງ ເຊິ່ງ​ຮໍ​ໂມນ​ຊະນິດ​ນີ້​ ຈະ​ກະຕຸ້ນ​ເຊວ​ມະ​ເຮັງ​ເຕົ້າ​ນົມ​ໃຫ້​ຈະເລີນ​ເຕີບໂຕ​ ແລະ​ ພັດທະນາ​ຫລາຍ​ຂຶ້ນ

  1. ໝັ່ນ​ອອກ​ກຳ​ລັງ​ກາຍ

ເພາະ​ແມ່ຍິງ​ທີ່​ນັ່ງ​ດົນ​ໆ ຫລື ​ບໍ່​ຄ່ອຍ​ໄດ້​ເຄື່ອນ​ໄຫວ​ຮ່າງກາຍ ມີ​ໂອ​ກາດ​ທີ່​ມະ​ເຮັງ​ເຕົ້າ​ນົມ ​ຈະ​ລຸ​ກາມ​ປະ​ມານ 75ເປີເຊັນ ເນື່ອງ​ຈາກ​ມີ​ງານ​ວິ​ໄຈ ລະ​ບຸ​ວ່າ ການ​ອອກ​ກຳ​ລັງ​ກາຍ​ສາມາດ​ຊ່ວຍ​ເສີມ​ລະບົບ​ພູ​ມ​ຄຸ້ມ​ກັນ ປ້ອງ​ກັນ​ພະຍາດ​ຕຸ້ຍ ຮັກສາ​ນ້ຳ​ໜັກ​ຕົວ​ໃຫ້​ຄົງ​ທີ່ ເຮັດໃຫ້​ລະ​ດັບ​ຮໍ​ໂມນ​ເອດ​ໂຕ​ເຈນ​ສົມ​ດຸນ ແລະ ​ເສີມ​ມວນ​ກະດູກ ທັງ​ນີ້ ງານ​ວິ​ໄຈ​ຍັງ​ໄດ້​ແນະ​ນຳ​ວ່າ ວິທີ​ອອກ​ກຳ​ລັງ​ກາຍ​ທີ່​ງ່າຍ​ທີ່ສຸດ ຄື ການ​ຍ່າງ ນັ້ນ​ເອງ ໂດຍ​ເຮັດ​ມື້​ລະ 30ນາ​ທີ ຢ່າງ​ນ້ອຍ​ອາທິດ​ລະ 4-5ມື້

  1. ກິນ​ອາຫານ​ໃຫ້​ສົມ​ດຸນ

ຄວນ​ກິນ​ຜັກ ​ແລະ ​ຫມາກໄມ້​ທີ່​ມີ​ສານ ​ແອນ​ຕິ​ອອກ​ຊິ​ແດນ ​ເຊັ່ນ ບັອກ​ໂຄ​ລີ    ກະ​ຫລ່ຳ​ ຜັກກາດນາ ໝາກ​ໂມ ທັນຍະ​ພືດ ແລະ ​​ອາຫານ​ທີ່​ອຸດົມ​ໄປດ້ວຍ​ກົດ​ໄຂ​ມັນ​ໂອ​ເມ​ກ້າ 3ເຊັ່ນ ໝາກອຶ ຖົ່ວ​ເຫລືອງ ແລະ ​ປາ ເພາະ​ສານ​ອາຫານ​ເຫລົ່າ​ນີ້ ຊ່ວຍ​ປ້ອງ​ກັນ​ການ​ເກີດ​ພະຍາດ​ມະ​ເຮັງ ແລະ ​ຊ່ວຍ​ບໍ່​ໃຫ້​ກັບ​ມາ​ເປັນ​ຊ້ຳ​ໄດ້

  1. ງົດ​ດື່ມ​ແອວກໍຮໍ

ແມ່ຍິງ​ທີ່​ດື່ມ​ເຄື່ອງ​ດື່ມ​ແອວກໍ​ຮໍຫລາຍກວ່າ​ ມື້​ລະ 1-2ຈອກ ມີ​ຄວາມ​ສ່ຽງ​ທີ່​ຈະ​ເປັນ​ພະຍາດ​ມະ​ເຮັງ​ເຕົ້າ​ນົມຫລາຍກວ່າ​ຜູ້​ທີ່​ບໍ່​ດື່ມ ໂດຍ​ສະເພາະ​ຢ່າງ​ຍິ່ງ ຫາກ​ດື່ມ​ເຄື່ອງ​ດື່ມ​ແອວກໍ​ຮໍຫລາຍກວ່າ​ອາທິດ​ລະ 3ເທື່ອ​ຂຶ້ນ​ໄປ ເຖິງແມ່ນ​ປິ່ນປົວ​ຫາຍ​ດີ​ແລ້ວ ກໍ​ມີ​ໂອ​ກາດ​ສູງ​ທີ່​ຈະ​ກັບ​ມາ​ເປັນ​ມະ​ເຮັງ​ໄດ້​ເຊັ່ນ​ກັນ

  1. ກິນ​ວິ​ຕາ​ມິນ​ດີ​ໃຫ້​ພຽງ​ພໍ

ມີ​ງານ​ວິ​ໄຈ​ພົບ​ວ່າ ແມ່ຍິງ​ທີ່​ໄດ້ຮັບ​ວິ​ຕາ​ມິນ​ດີ ​ຫລື ​ມີ​ລະ​ດັບ​ວິ​ຕາ​ມິນ​ດີ ​ໃນ​ຮ່າງກາຍ​ຕ່ຳ ຈະ​ມີ​ຄວາມ​ສ່ຽງ​ເປັນ​ມະ​ເຮັງ​ເຕົ້າ​ນົມ​ຫລາຍກວ່າ ຜູ້​ທີ່​ມີ​ລະ​ດັບ​ວິ​ຕາ​ມິນ​ດີ​ຢູ່ໃນ​ເກນ​ປົກຕິ

ສຳລັບ​ຜູ້​ປ່ວຍ​ພະຍາດ​ນີ້​ ທີ່​ປິ່ນປົວ​ຕົນເອງ​ຈົນ​ອາການ​ເປັນ​ປົກກະຕິ​ແລ້ວ ຫາກ​ຮ່າງກາຍ​ມີ​ລະ​ດັບ​ວິ​ຕາ​ມິນ​ດີ​ຕ່ຳ ກໍ​ມີ​ໂອ​ກາດ​ກັບ​ມາ​ເປັນ​ພະຍາດ​ມະ​ເຮັງ​ຊ້ຳ​ໄດ້
ດັ່ງ​ນັ້ນ ຄວນ​ໝັ່ນ​ໄປ​ກວດ​ເຊັກ​ປະລິມານ​ວິ​ຕາ​ມິນ​ດີ​ໃນ​ຮ່າງກາຍ​ຢ່າ​ງສະ​ໝໍ່າ​ສະເໝີ ແລະ​ຫາກ​ພົບ​ວ່າ ​ມີ​ປະລິມານ​ຕ່ຳ ຄວນ​ຮີບ​ປຶກ​ສາ​ແພດ​ໝໍທັນທີ