5 ວິທີສ້າງຄວາມໝັ້ນໃຈໃຫ້ລູກຕັ້ງແຕ່ 1-3 ປີ

ວິທີສ້າງຄວາມໝັ້ນໃຈໃຫ້ລູກເດັກນ້ອນໄວອາຍຸແຕ່ 1-3 ປີ ພໍ່ແມ່ຄວນທຳຄວາມເຂົ້າໃຈກ່ຽວກັບພັດທະນາການຂອງເດັກນ້ອຍໃນໄວນີ້ ແລະ ກຽມພ້ອມຮັບມື ເຊິ່ງການພັດທະນາຄວາມໝັ້ນໃຈລູກຈະມີວິທີໃດແນ່ນັ້ນເຮົາມາຮູ້ຈັກໄປພ້ອມກັນເລີຍ

  1. ປ່ອຍໃຫ້ລູກມີອິດສະຫຼະໃນການສຳຫຼວດສິ່ງອ້ອມຂ້າງຕົວເຂົາ
  2. ໃຫ້ເຂົາທົດລອງເຮັດສິ່ງທີ່ເຂົາສົນໃຈດ້ວຍຕົວເອງກ່ອນ
  3. ໃຫ້ພື້ນທີ່ອິດສະຫຼະໃນການຮຽນຮູ້ຂອງເຂົາຢ່າງເຕັມທີ່
  4. ຝຶກໃຫ້ເຂົາຮູ້ຈັກການຕັດສິນໃຈ
  5. ຫາກິດຈະກຳໃຫ້ລູກເຮັດຊ່ວຍ

ນີ້ເປັນພຽງຫຼັກການງ່າຍໆພື້ນຖານທີ່ພໍ່ແມ່ສາມາດນຳໄປໃຊ້ໄດ້ ເພື່ອເສີມສ້າງຄວາມໝັ້ນໃຈໃຫ້ກັບລູກຂອງທ່ານ