5 ຂ່າວດັງທີ່ສຸດໃນລາວ ປີ 2014

 

ລາວໂພສຕ໌ດັອດຄອມ ບໍ່ແນ່ໃຈວ່າທ່ານຜູ້ອ່ານໄດ້ລອງທົບຄວນເບິ່ງບໍວ່າ ຕະຫຼອດປີ 2014 ໄດ້ມີເຫດການທີ່ສຳຄັນຕໍ່ຊີວິດໃດແດ່ ທີ່ຜ່ານເຂົ້າມາໃນຊີວິດຂອງທ່ານ ເຊັ່ນ ປະສົບຜົນສຳເລັດ, ໄດ້ລົດ, ໄດ້ເຮືອນ, ຮຽນຈົບ, ສ້າງຕັ້ງບໍລິສັດ… ຫຼືມີເຫດການອັນໃດທີ່ເປັນຄວາມຜິດພາດ ໃນຊີວິດຂອງທ່ານ ແລ້ວທ່ານອາດຈະຖືເອົາ ຄວາມຜິດພາດ ຫຼົ້ມແຫຼວນັ້ນມາເປັນບົດຮຽນ ຢ່າງໜ້ອຍກໍໄດ້ລະວັງບໍ່ໃຫ້ມີການ ຜິດພາດໃນເລື່ອງເກົ່າຊ້ຳອີກ.

ກັບມາສູ່ຫົວຂໍ້ຂອງພວກເຮົາ ທ່ານຜູ້ອ່ານຄິດວ່າມີເຫດການໃດແດ່ ທີ່ເປັນຂ່າວດັງທີ່ສຸດໃນປະເທດລາວ ຕະຫຼອດໄລຍະ 12 ເດືອນ ຂອງປີ 2014 ? ຖ້າຍັງຄິດບໍ່ອອກວ່າມີເຫດການໃດແດ່ນັ້ນ ໃນໂອກາດນີ້ ແອັດມິນຊຽງ ຈະນຳພາທ່ານຫວນຄືນໄປເບິ່ງຂ່າວ ທີ່ດັງທີ່ສຸດໃນປະເທດລາວໝົດປີ 2014 ທີ່ຜ່ານມາ ເຊິ່ງການສະຫຼຸບນີ້ບໍ່ໄດ້ອີງໃສ່ຄວາມສຳຄັນ ຫຼືບໍ່ສຳຄັນຂອງເຫດການ ແຕ່ຈະເນັ້ນໃຫ້ຮູ້ວ່າ ເລື່ອງທີ່ນຳສະເໜີ ເປັນຂ່າວທີ່ດັງທີ່ສຸດທີ່ເກີດຂຶ້ນໃນ ປະເທດລາວເທົ່ານັ້ນ. ວ່າແລ້ວເຮົາມາເບິ່ງນຳກັນວ່າ 5 ຂ່າວດັງທີ່ສຸດໃນປີ 2014 ຂອງລາວ ມີຂ່າວໃດແດ່?

1. ເຮືອບິນຜູ້ນຳປະສົບອຸບັດເຫດ

fall5

ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວ ສ້າງຊາດ,ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ນະຄອນຫລວງວຽງຈັນ, ຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍຄອບຄົວພິຈິດ, ຄອບຄົວແສງອາພອນ, ຄອບຄົວມະຫາລາດ ແລະ ຄອບຄົວສົມບູນຂັນ, ສະມາຊິກພັກ, ພະນັກງານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດ ແລະ ພີ່ນ້ອງຮ່ວມຊາດ ມີຄວາມເສົ້າໂສກສະເທືອນໃຈຫາທີ່ສຸດບໍ່ໄດ້ ເມື່ອໄດ້ຂ່າວວ່າ ເຮືອບິນໂດຍສານທີ່ມີຜູ້ນຳຂັ້ນສູງຂອງລາວ ໄດ້ປະສົບອຸບັດເຫດຕົກທີ່ເມືອງແປກ ແຂວງຊຽງຂວາງ ເປັນເຫດໃຫ້ຜູ້ນຳລະດັບສູງຂອງລາວຄື ທ່ານ ພົນໂທ ດວງໃຈ ພິຈິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ; ທ່ານ ທອງບັນ ແສງອາພອນ, ເລຂາທິການສູນກາງພັກ,ລັດຖະມົນ ຕີວ່າການກະຊວງປ້ອງກັນຄວາມສະຫງົບ; ທ່ານ ສຸກັນ ມະຫາລາດ,ເລຂາທິ ການສູນກາງພັກ, ເລຂາຄະນະພັກ, ທັງເປັນ ເຈົ້າຄອງນະຄອນຫລວງວຽງຈັນ; ທ່ານ ເຈືອງ ສົມບູນ ຂັນ, ເລຂາທິການສູນກາງພັກ,ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເສຍຊີວິດ. ນອກຈາກນັ້ນກໍຍັງມີຜູ້ໂດຍສານອື່ນ ພ້ອມຈຸບິນ ລວມຜູ້ເສຍຊີວິດທັງໝົດມີ 17 ທ່ານ ຍ້ອນອຸບັດເຫດຍົນອານ 74 TK 300 ຂອງກອງທັບອາກາດລາວຕົກເມື່ອວັນທີ17/05/2014, ເວລາປະມານ7:00ໂມງ ໃນເວລາເດີນທາງໄປປະຕິບັດໜ້າ ທີ່ທາງລັດຖະການ ຢູ່ແຂວງຊຽງຂວາງ.

 

2. ໂຈນລັກເດັກນ້ອຍ

66666

ຂ່າວລືວ່າມີກຸ່ມໂຈນຕ່າງດ້າວ ໃຊ້ລົດຕູ້ເລາະຊອກລັກເດັກນ້ອຍ ໂດຍການໃຊ້ເຂົ້າໜົມອ່ອຍ ຫຼືໃຊ້ຢາສະຫຼົບ ແລ້ວເອົາໄປປາດເອົາອະໄວຍະວະ ສົ່ງອອກຂາຍຕ່າງປະເທດ ເປັນຂ່າວລືທີ່ໂດ່ງດັງໄປທົ່ວທຸກ ທ້ອງຖິ່ນຂອງປະເທດລາວ ເລິ່ມແຕ່ຕົ້ນປີ ຈົນເຖິງກາງປີ ໂດຍເລິ່ມຈາກຂ່າວໂຈນລັກ ເດັກນ້ອຍນັກຮຽນຢູ່ແຂວງສາລະວັນ ແລ້ວກໍແພ່ລາມໄປຫຼາຍທ້ອງຖິ່ນ ຈົນເດືອດຮ້ອນຮອດທາງການ ຫຼາຍແຂວງໄດ້ອອກແຈ້ງການປະຕິເສດ ຕໍ່ຂ່າວລືດັ່ງກ່າວແລະກໍແນະນຳໃຫ້ ຜູ້ປົກຄອງແລະຄູອາຈານໃຫ້ເພິ່ມທະວີ ໃນການເບິ່ງແຍງຮັກສາລູກເຕົ້າຂອງຕົນ ແຕ່ຂ່າວກໍຍັງບໍ່ຍອມສະຫງົບ ທ້າຍທີ່ສຸດຫ້ອງວ່າການລັດຖະບານ ໄດ້ອອກແຈ້ງການເຖິງກະຊວງປະກັນຄວາມສະຫງົບ ໃຫ້ລົງຕິດຕາມກວດກາເບິ່ງຂ່າວລືຕົວຈິງ ແລະທ້າຍທີ່ສຸດ ທ່ານ ພົນຈັດຕະວາ ສີສະຫວາດ ແກ້ວມາລາວົງ ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 3 ກໍລະກົດ 2014 ໂດຍປະຕິເສດຕໍ່ຂ່າວລືດັ່ງກ່າວ ວ່າບໍ່ມີມູນຄວາມຈິງແຕ່ປະການໃດ. ແນວໃດກໍຕາມ ຂ່າວລືດັ່ງກ່າວນັ້ນ ກໍໄດ້ເຮັດໃຫ້ ຜູ້ປົກຄອງແລະໂຮງຮຽນ ເພິ່ມທະວີໃນການ ປົກປັກຮັກສາເດັກນ້ອຍຫຼາຍຂຶ້ນ.

 

3. ໄຟໄໝ້ຕະຫຼາດທົ່ງຂັນຄຳ

laopost4

ຕະຫຼາດ​ທົ່ງ​ຂັນ​ຄຳ ທີ່​ມີ​ອາຍຸ​ເກົ່າ​ແກ່​ປະມານ 20 ກວ່າ​ປີ ໄດ້​ຖືກ​ໄຟ​ໄໝ້​ເມື່ອ​ວັນ​ທີ 26 ມີນາ 2014 ຜ່ານ​ມາ ລວມ​ມີ​ຮ້ານ​ຄ້າ​ທັງ​ໝົດ​ເກືອບ 400 ຮ້ານ ສ້າງ​ຄວາມ​ເສຍ​ຫາຍ​ເປັນ​ຈຳນວນ​ເງິນ​ປະມານ 110 ຕື້​ກີບ ເຊິ່ງເຫດດັ່ງກ່າວ ໄດ້ສ້າງຄວາມລະແວສົງໄສ ໃຫ້ກັບຊາວຄ້າ ຂາຍຜູ້ທີ່ໄດ້ຮັບຜົນກະທົບ ແລະ ສັງຄົມທີ່ຄິດວ່າອຸປະຕິເຫດຄັ້ງນີ້ເກີດຈາກການຈົງ ໃຈ, ຈົນໃນທີ່ສຸດກໍຮູ້ວ່າ​​ແມ່ນ​ຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ ​ດັ່ງທ່ານ ສາຍທອງ ແກ້ວດວງ ດີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທັງເປັນຄະນະຮັບຜິດຊອບໃນວຽກງານດັ່ງ ກ່າວໄດ້ອອກມາດຖະແຫຼງຕໍ່ສື່ມວນຊົນ ກ່ຽວກັບສາເຫດຂອງໄຟໄໝ້ຕະຫຼາດທົ່ງ ຂັນຄຳ ແລະ ທິດທາງຊ່ວຍເຫຼືອຊາວຄ້າຂາຍທີ່ໄດ້ຮັບຜົນກະທົບຈາກເຫດການດັ່ງ ກ່າວ​ໃນ​ວັນ​ທີ 15 ພຶດສະພາ​ຢູ່​ຫ້ອງການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ, ທ່ານຮອງເຈົ້າຄອງຖະແຫຼງວ່າ: ຫຼັງຈາກການສືບ ສວນ ສອບສວນ ແລະ ເກັບກຳຂໍ້ມູນມາ ເປັນເວລາສອງເດືອນກວ່າຈຶ່ງພົບຫຼັກຖານທີ່ສາມາດຢືນຢັນໄດ້ວ່າເຫດການ ໄຟໄໝ້ ຕະຫຼາດທົ່ງຂັນຄຳນັ້ນເກີດຈາກໄຟຟ້າ ລັດວົງຈອນ, ບໍ່ແມ່ນການລັກວາງເພີງ ແລະ ແກ້ງແຍ່ງທາງດ້ານການຄ້າແຕ່ຢ່າງໃດ, ຊຶ່ງໄຟຟ້າລັດ ວົງຈອນດັ່ງກ່າວເກີດຂຶ້ນຢູ່ ເທິງເພດານຂອງຮ້ານນາງຕູ່ ຊຶ່ງເປັນຮ້ານທຳອິດທີ່ຖືກໄຟໄໝ້, ເຈົ້າໜ້າທີ່ກ່ຽວຂ້ອງໄດ້ພົບສາຍໄຟມີການຊັອດກ່ອນຈະເກີດ ແປວໄຟໄໝ້ລາມ ຊຶ່ງເປັນຫຼັກຖານສາມາດຢັ້ງຢືນຕໍ່ເຫດການຄັ້ງນີ້.

 

4. ຈັບຄອບຄົວຢາບ້າ

10514644_853880657976941_8783263414699972299_n

ຂ່າວດັງຂ່າວໜຶ່ງນັ້ນແມ່ນ ວັນທີ 5 ຕຸລາ 2014 ທີ່ຜ່ານມາ, ເຈົ້າໜ້າທີ່ ຕ້ານຢາເສບຕິດ ໄດ້ເຂົ້າຈັບກຸມ ທ້າວ ບຸນສະຫຼີ ບ້ານຕານມີໄຊ, ເມືອງໄຊທານີ, ນວຈ ພ້ອມຄອບຄົວ ແລະ ພີ່ນ້ອງລວມ 5 ຄົນ. ຍຶດຢາບ້າໄດ້ເກືອບ 1 ລ້ານເມັດ, ຝຸ່ນສີເຫຼືອງ ແລະ ຂາວ 35 ກລ, ລົດໃຫຍ່ 5 ຄັນ, ເງິນ 100 ກວ່າລ້ານກີບ, ຄຳ ຫຼາຍກວ່າ 1 ກລ, ປຶ້ມບັນຊີທະນາຄານ 17 ຫົວ ແລະ ອື່ນໆ.

ຂ່າວໃຫ້ຮູ້ຕື່ມອີກພາຍຫຼັງວ່າ ການບຸກຈັບກຸມມ້າງຄອບຄົວຢາບ້າຄັ້ງນີ້ ແມ່ນຍ້ອນພົນລະເມືອງດີໄດ້ແຈ້ງ ໃຫ້ເຈົ້າໜ້າທີ່ຮັບຮູ້ເຖິງພຶດຕິກຳການຄ້າຂາຍ ຢາເສບຕິດຂອງຄອບຄົວດັ່ງກ່າວ ຈຶ່ງຂໍຍ້ອງຍໍຊົມເຊີຍ ແລະຂໍໃຫ້ຄົນລາວທຸກຄົນຈົ່ງເປັນຫູເປັນຕາ ຊ່ວຍເຈົ້າໜ້າທີ່ໃນການປາບປາມຢາເສບຕິດ.

 

5. ອຸດົມໄຊເກມ

16407_1604668516428574_4012989047811947332_n1

ງານ​ມະຫະ​ກຳ​ກີລາ​ແຫ່ງ​ຊາດ ຄັ້ງ​ທີ X ຫຼື ອຸດົມ​ໄຊ​ເກມ ຢູ່​ທີ່​ແຂວງ​ອຸດົມ​ໄຊ ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 13 ທັນວາ 2014 ໂດຍ​ການ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ປະທານ​ປະເທດ​ແຫ່ງ ​ສປປ ລາວ ທ່ານ ຄຳ​ຫຼ້າ ລິ້ງ​ນະ​ສອນ ເຈົ້າແຂວງ​ອຸດົມ​ໄຊ ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາຍົກລັດຖະມົນຕີ ທ່ານ ​ດຣ. ພັນ​ຄຳ ວິພາ​ວັນ ຮອງ​ນາຍົກ​ລັດ​ຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ພ້ອມ​ດ້ວຍ​ບັນດາ​ການ​ນຳພັກ-ລັດ ແຂກ​ທັງ​ພາຍ​ໃນ ແລະ ຕ່າງປະເທດ ຄະນະ​ນຳ​ຄູ​ເຝິກ ແລະ ນັກກີລາ​ຈາກ 17 ແຂວງ 1 ນະຄອນ​ຫຼວງ 7 ກະຊວງ ພ້ອມ​ດ້ວຍ​ມວນ​ຊົນ​ຊາວ​ແຂວງ​ອຸດົມ​ໄຊ ​ເຂົ້າຮ່ວມ.

ຜ່ານການແຂ່ງຂັນເປັນເວລາ 9 ວັນ ໃນທີ່ສຸດງານມະຫະກຳກິລາແຫ່ງຊາດ ຄັ້ງທີ X ທີ່ແຂວງອຸດົມໄຊເປັນເຈົ້າພາບ ກໍໄດ້ປິດລົງໃນວັນທີ 21 ທັນວາ 2014 ດ້ວຍຜົນສຳເລັດອັນຈົບງາມ. ໂດຍພາກສ່ວນທີ່ເປັນເຈົ້າຫຼຽນໃນຄັ້ງນີ້ໄດ້ແກ່ ກະຊວງປ້ອງກັນປະເທດ ໄດ້ 61 ຫຼຽນຄຳ 29 ຫຼຽນເງິນ ແລະ 37 ຫຼຽນທອງ, ພາກສ່ວນທີ່ໄດ້ຫຼຽນໜ້ອຍກວ່າໝູ່ແມ່ນ ແຂວງໄຊສົມບູນ ເຊິ່ງບໍ່ສາມາດຍາດໄດ້ຫຼຽນເລີຍ, ສ່ວນເຈົ້າພາບແຂວງອຸດົມໄຊແມ່ນໄດ້ 33 ຫຼຽນຄຳ, 24 ຫຼຽນເງິນ ແລະ 53 ຫຼຽນທອງ. ສຳລັບຄັ້ງຕໍ່ໄປຈະຈັດຂຶ້ນທີ່ແຂວງຊຽງຂວາງໃນປີ 2017.