4 ປະເທດສະມາຊິກອາຊຽນມີຍອດຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນບໍ່ຢຸດ

ສະພາບການລະບາດຂອງໄວຮັດໂຄວິດ-19 ໂດຍສະເພາະໃນ 4 ປະເທດສະມາຊິກອາຊຽນຍັງມີຍອດຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງໃນປະເທດສິງກະໂປ, ອິນໂດເນເຊຍ, ຟິລິບປິນ ແລະ ມາເລເຊຍ ທ່າມກາງຄວາມກັງວົນໂດຍສະເພາະ ສິງກະໂປ ກັບ ອິນໂດເນເຊຍ ທີ່ກາຍເປັນ 2 ປະເທດໃນອາຊຽນທີ່ມີຍອດຜູ້ຕິດເຊື້ອເພີ່ມສູງຂຶ້ນ.

ມີລາຍງານວ່າ ສິງກະໂປ ຍອດຜູ້ຕິດເຊື້ອສະສົມ 16,169 ຄົນ ຫຼັງຈາກພົບຜູ້ຕິດເຊື້ອລາຍວັນອີກ 528 ຄົນ ສ່ວນໃຫຍ່ເປັນແຮງງານຕ່າງຊາດທີ່ພັກອາໃສຕາມຫໍພັກແຮງງານ ສ່ວນຍອດຜູ້ເສຍຊີວິດຢູ່ທີ່ 15 ຄົນ. ແຕ່ ອິນໂດເນເຊຍ ກາຍເປັນປະເທດທີສອງຂອງອາຊຽນທີ່ມີຍອດຜູ້ຕິດເຊື້ອສະສົມ 10,118 ຄົນ ມີຍອດຜູ້ເສຍຊີວິດ 792 ຄົນ.

ໃນຂະນະດຽວກັນ ຟິລິບປິນມີຜູ້ຕິດເຊື້ອໃໝ່ 276 ຄົນ ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມ 8,488 ຄົນ ເສຍຊີວິດ 10 ຄົນ ສ່ວນປະເທດມາເລເຊຍ ມີຜູ້ຕິດເຊື້ອໃໝ່ອີກ 57 ຄົນ ເຮັດໃຫ້ມີຍອດຜູ້ຕິດເຊື້ອ 6,002 ຄົນ ເສຍຊີວິດ 2 ຄົນ.

ສຳລັບ ສປປ ລາວ ບໍ່ມີລາຍງານພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ເປັນເວລາ 18 ວັນຕິດຕໍ່ກັນ ເຮັດໃຫ້ມີຍອດຜູ້ຕິດເຊື້ອສະສົມທີ່ 19 ຄົນ, ເສຍຊີວິດ 0 ຄົນ ຮັກສາຫາຍແລ້ວ 11 ຄົນ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: www.bangkokbiznews.com