4 ນິໄສທີ່ຄວນເຊົາເຮັດກ່ອນຖືກຜົວປະ

Couple Having a Disagreement Outdoors --- Image by © Corbis

ແມ່ຍິງເຮົາເມື່ອແຕ່ງງານມີຄອບຄົວໄປແລ້ວກໍ່ຈະຫວັງໃຫ້ຄອບຄົວຂອງຕົນມີຄວາມສົມບູນແບບ ແລະ ດ້ວຍເຫດນີ້ຈິ່ງເຮັດໃຫ້ແມ່ຍິງບາງຄົນປ່ຽນໄປຈາກຕອນທີ່ເປັນສາວຕອນທີ່ຍັງບໍ່ທັນໄດ້ແຕ່ງງານກັນ ອາດມີນິໄສເຂົ້າໄປຫຍຸ້ງວຸ້ນວາຍກັບຝ່າຍຊາຍຫຼາຍຈົນເກີນໄປຈົນເຮັດໃຫ້ຝ່າຍຊາຍອຶດອັດແບບ ໃນຄໍລຳຊີວິດ ກັບ ຄວາມຮັກ ມື້ນີ້ ແອັດມີ 4 ນິໄສທີ່ຜູ້ເປັນເມຍບໍ່ຄວນເຮັດຖ້າບໍ່ຢາກໃຫ້ຜົວປະມາຝາກ ເຊິ່ງຈະມີຂໍ້ໃດແນ່ນັ້ນເຮົາມາອ່ານນຳກັນເລີຍ

  1. ນິໄສທີ່ມັກຄວບຄຸມຊີວິດທຸກຢ່າງຂອງຝ່າຍຊາຍໃຫ້ເລີກເຮັດຊະ
  2. ເຮັດຕົວແຂງຢາກມີອຳນາດເໜືອຜົວໄປທຸກເລື່ອງ
  3. ພະຍາຍາມປ່ຽນແປງຝ່າຍຊາຍໃຫ້ເປັນໄປຕາມທີ່ໃຈຕົນຕ້ອງການ
  4. ມີການຮຽກຮ້ອງຈາກຝ່າຍຜົວຫຼາຍຈົນເກີນໄປ

4 ຂໍ້ທີ່ກ່າວມາຂ້າງເທິງນີ້ ຖືວ່າເປັນເລື່ອງໃຫຍ່ລະດັບຄອບຄົວທີ່ບໍ່ຝ່າຍຈະເປັນຝ່າຍຍິງ ຫຼື ຊາຍ ກໍ່ບໍ່ສາມາດຮັບມັນໄດ້ ດັ່ງນັ້ນ ເພື່ອຢາກໃຫ້ຄອບຄົວມີຄົວສຸກ, ສະຫງົບ ກໍ່ຈົ່ງຈຳໄວ້ວ່າຢ່ານຳນິໄສທີ່ກ່າວມາທັງ 4 ຂໍ້ຂ້າງເທິງນີ້ ມາໃຊ້ເດັດຂາດ.