4 ຈຸດ​ສຳຄັນ​ ​ທີ່​ຕ້ອງ​ໃສ່​ໃຈ​ກ່ອນ​ໜ້າ​ໜາວ​ມາ​ເຖິງ

index

  1. ເສັ້ນ​ຜົມ
    ເສັ້ນ​ຜົມ​ແມ່ນ​ຈະ​ມີ​ຄວາມ​ຊຸ່ມ​ຊື້ນ​ໃນ​ຕົວ​ຢູ່​ນຳ ແຕ່​ຖ້າ​ທ່ານເປັນ​ສາວ​ຜິວ​ແຫ້ງ​ຢູ່​ແລ້ວ ບອກ​ໄດ້​ຄຳ​ດຽວ​ເລີຍ​ວ່າ​ສະພາບ​ເສັ້ນ​ຜົມ​ຂອງ​ທ່ານ​ນັ້ນ​ອາດຈະ​ແຫ້ງ​ກອບ​ງ່າຍ​ດາຍ​ຫລາຍ​ຂຶ້ນ ເມື່ອ​ລົມ​ໜາວ​ມາ​ເຖິງ.. ດັ່ງ​ນັ້ນ ຢ່າ​ລໍ​ໃຫ້​ຄວາມ​ໜາວ​ເຢັນ​ຂອງ​ສະພາບ​ອາ​ກາດ​ທີ່​ແປ​ປ່ຽນ​ມາ​ດູດ​ຊັບ​ເອົາ​ຄວາມ​ຊຸ່ມ​ຊື້ນ​ຂອງ ເສັ້ນ​ຜົມ​ຂອງ​ເຮົາ​ອອກ​ໄປ​ຈົນ​ໝົດ ເຫລືອ​ພຽງ​ສະພາບ​ຜົມ​ທີ່​ແຫ້ງ​ກອບ ແລະ​ ​ຟູ​ກັນ​ດີກວ່າ ໃນ​ລະຫວ່າງ​ນີ້​ໃຫ້​ສາວໆ ໝັ່ນໝັກ​ຜົມ​ກັນ​ແນ່ ດ້ວຍ​ສູດ​ງ່າຍໆ ເຊັ່ນ ໃຊ້​ໄຂ່​ແດງ​ກັບ​ນ້ຳ​ມັນ​ມະ​ກອກ​ປະສົມ​ກັນ​ແລ້ວ​ໝັກ​ຜົມ ​ຫລື ​ໝັກ​ດ້ວຍ​ນ້ຳ​ມັນ​ໝາກ​ພ້າວ​ເປັນ​ປະຈຳ ພຽງ​ເທົ່າ​ນີ້​ກໍ​ຈະ​ຊ່ວຍ​ຟື້ນ​ບຳ​ລຸງ​ຜົມ​ແຫ້ງ​ໃຫ້​ອຸດົມ​ໄປ​ດ້ວຍ​ຄວາມ​ນຸ່ມ​ຊຸ່ມ​ຊື້ນ​ ແລະ ​ນຸ່ມ​ແບບ​ມີ​ສຸກຂະພາບ​ດີ​ໄດ້​ແລ້ວ​

beauty23

       2. ຜິວແຫ້ງ
ບໍ່​ວ່າ​ຈະ​ຜິວ​ໜ້າ​ ຫລື ​ຜິວ​ກາຍ​ລ້ວນ​ແລ້ວ​ແຕ່​ຈະ​ຍິ່ງ​ຕ້ອງ​ໃສ່​ໃຈ​ເບິ່ງແຍງ​ກັນ​ຕັ້ງ​ແຕ່​ເນີ່ນໆ ເລີ່ມຕັ້ງ​ແຕ່​ການ​ເລືອກ​ອາບ​ນ້ຳ​ທຳມະດາ ບໍ່​ອາບ​ນ້ຳ​ຮ້ອນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຜິວ​ແຫ້ງ​ໜັກ​ຂຶ້ນ ການ​ທາ​    ມອຍສ໌​ເຈີ​ໄລ​ເຊີລ໌​ບຳ​ລຸງ​ເປັນ​ພິເສດ​ ແລະ ​ການ​ປົກ​ປ້ອງ​ຜິວ​ດ້ວຍ​ຄີມ​ກັນ​ແດດ​ທີ່​ມີ​ຄ່າ SPF 30 ຂຶ້ນ​ໄປ ງ່າຍ​ດາຍ​ເທົ່າ​ນີ້​ກໍ​ຖື​ເປັນ​ການ​ເບິ່ງແຍງ​ຜິວ​ໃຫ້​ຄົງ​ຄວາມ​ຊຸ່ມ​ຊື້ນ​ອ່ອນ​ເຍົາ​ກ່ອນ​ໜ້າ​ໜາວມາ​ເຖິງ​ໄດ້​ແລ້ວ

beauty33

 

3. ຮິມ​ສົບ
ເຊື່ອ​ວ່າ​ສາວໆ ຫລາຍ​ຄົນ​ຍ່ອມ​ມີ​ບັນຫາ​ຮີມສົບ ແຫ້ງ​ແຕກ​ໄດ້​ງ່າຍ​ນຳກັນ​ທັງ​ນັ້ນ ເພາະຮີມສົບ ​ ​ເປັນ​ຜິວ​ອີກ​ສ່ວນຫນຶ່ງ​ທີ່​ມີ​ຄວາມ​ບອບ​ບາງ ​ແລະ​ ຍັງ​ງ່າຍ​ຕໍ່​ການ​ແພ້​ອີກດ້ວຍ ​ຕໍ່​ໃຫ້​ລົມ​ໜາວ​ມາ​ເຖິງ ອາການ​ແພ້​ຍັງ​ອາດ​ກໍ່ກວນ​ຜິວຮີມສົບ ​​ໃຫ້​ມີ​ຕຸ່ມ​ຜື່ນ​ຄັນ​ຂຶ້ນ​ໄດ້​ອີກ​ດ້ວຍ​ເຊັ່ນ​ກັນ ສະ​ນັ້ນ ໃຫ້​ສາໆ ໝັ່ນ​ຖະ​ໜອມ​ຮີມສົບ ດ້ວຍ​ການ​ໝັ່ນ​ ​ກຳຈັດ​ເຊນລ໌​ຜິວ​ເກົ່າ​ທີ່​ຕາຍ​ແລ້ວ​ໃຫ້​ຫລຸດ​ອອກ ເປັນ​ປະຈຳ ຕາມ​ດ້ວຍ​ການ​ບຳ​ລຸງ​ດ້ວຍ​ລິບ​ບາ​​ຢູ່​ສະເໝີ ຮີມສົບ ​ກໍ​ຄົງ​ຄວາມ​ນຽນ​ນຸ່ມ​ ແລະ ​ຊຸ່ມ​ຊື່ນ​ເຮັດໃຫ້​ທາ​ສີ​ລິບສະ​ຕິກ​ງາມ​ທຸກ​ເສດ​ສີ​ໄດ້

beauty4

 

4.  ມື​ແລະ​ສົ້ນ​ຕີນ
ມື ​ແລະ ​ສົ້ນ​ຕີນ​ເປັນ​ສ່ວນ​ທີ່​ຄ່ອນ​ຂ້າງ​ງ່າຍ​ຕໍ່​ການ​ຫຍາບ​ກ້ານ​ສຸດໆ ແຖມ​ຍັງ​ເປັນ​ສ່ວນ​ທີ່​ເຮົາ​ມັກ​ລະ​ເລີຍ​ການ​ໃສ່​ໃຈ​ອີກ​ດ້ວຍ ດັ່ງ​ນັ້ນ ຄົງ​ຕ້ອງ​ໝັ່ນ​ຂັດ​​ມື​ ແລະ ​ຜິວ​ຕີນ​ກັນ​ນຳແນ່ ແມ່ນແຕ່​ສົ້ນ​ຕີນ​ເອງ​ກໍ​ຕ້ອງ​ຂັດ​ຢູ່​ເລື້ອຍໆ ຢ່າງ​ນ້ອຍ​ທຸກ​ອາທິດ​ເພື່ອ​ກະຕຸ້ນ​ການ​ຜັດ​ຜິວ​ໃໝ່​ທີ່​ອ່ອນ​ເຍົາ​ກວ່າ ຈາກ​ນັ້ນ​ທາ​ຄີມ​ບຳ​ລຸງ​ສູດ​ເຂັ້ມ​ຂຸນ.. ພຽງ​ເທົ່າ​ນີ້​ກໍ​ຈະ​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ຄວາມ​ແຫ້ງ​ກ້ານ​ຈາກ​ລົມ​ໜາວ​ມາ​ທຳລາຍ​ຜິວ​ຈົນ​ແຫ້ງ ແຕກ​ໄດ້​ແລ້ວ​