39 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່ ຍອດຕິດເຊື້ອທົ່ວໂລກທະລຸ 5 ລ້ານຄົນແລ້ວ!

ຕາມການຖະແຫຼງຂ່າວຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ COVID-19 ໃຫ້ຮູ້ວ່າ ປະເທດລາວບໍ່ມີຕົວເລກຜູ້ຕິດເຊື້ອເພີ່ມຂຶ້ນເປັນເວລາ 39 ມື້ລຽນຕິດແລ້ວ ເຊິ່ງຈໍານວນຜູ້ຕິດເຊື້ອທົ່ວໄປເທດສະສົມຍັງມີພຽງ 19 ຄົນ, ປິ່ນປົວແລ້ວ 14 ຄົນ ແລະ ຍັງຮັກສາຕົວຢູ່ໂຮງໝໍອີກ 5 ຄົນ.