3 ໄລຍະໂຣກໄຂ້ເລືອດອອກທີ່ຕ້ອງລະວັງໃນເດັກນ້ອຍ

ເຂົ້າສູ່ລະດູຝົນແລ້ວ ພະຍາດທີ່ຕາມມາຫຼັກໆກໍ່ຄົງຈະແມ່ນໄຂ້ເລືອດອອກ ບໍ່ວ່າຈະເປັນເດັກນ້ອຍ ຫຼື ຜູ້ໃຫຍ່ກໍ່ອາດຈະຕິດພະຍາດນີ້ໄດ້ ເພາະພາະຫະນະການແຜ່ໂຣກນີ້ແມ່ນຍຸງລາຍ ເປັນກັບຜູ້ໃຫຍ່ກໍ່ວ່າຮ້າຍແຮງແລ້ວ ແຕ່ຖ້າເປັນກັບເດັກນ້ອຍແມ່ນຮ້າຍແຮງຍິ່ງກວ່າໂດຍສະເພາະກັບເດັກອາຍຸທີ່ຕ່ຳກວ່າ 2 ປີລົງມາ ເພາະເດັກນ້ອຍຈະບໍ່ສາມາດອະທີບາຍລາຍລະອຽດໄດ້ຄືຜູ້ໃຫຍ່ ແລະ ຮ່າງກາຍຂອງເດັກນ້ອຍຈະອ່ອນແອກວ່າຜູ້ໃຫຍ່ ສະນັ້ນຜູ້ເປັນພໍ່ແມ່ ຫຼື ຜູ້ທີ່ລ້ຽງເດັກຕ້ອງສັງເກດອາການ 3 ໄລຍະໂຣກໄຂ້ເລືອດອອກທີ່ຕ້ອງລະວັງໃນເດັກນ້ອຍດັ່ງນີ້:

  1. ໄລຍະໄຂ້ສູງ: ມີໄຂ້ສູງກະທັນຫັນ 39-41 ອົງສາ ປວດເມື່ອຍຕົນຕົວ ປວດຮອບເປົ້າຕາ ປວດຮາກ, ຮາກ, ມີຈຸດເມັດເລືອດອອກຕາມຕົວ ເຊິ່ງຈະເປັນ 2-7 ວັນ
  2. ໄລຍະວິກິດ ຫຼື ໄລຍະຊັອກ: ຕີນມືເຢັນ ຊີບພະຈອນເຕັ້ນໄວ ຄວາມດັນເລືອດຕ່ຳລົງ (ອາດເສຍຊີວິດໄດ້) ອາການນີ້ອາດເປັນຫຼັງຈາກ ໄຂ້ຫຼຸດລົງ
  3. ໄລຍະຟື້ນຕົວ: ຊີບພະຈອນເຕັ້ນເປັນປົກກະຕິ ເລີ່ມປັດສະວະຫຼາຍຂຶ້ນ ເລີ່ມກິນອາຫານໄດ້ ອຸນຫະພູມຮ່າງກາຍເລີ່ມປົກກະຕິ 2-3 ວັນ ຫຼັງໄຂ້ຫຼຸດ

 

ທີ່ມາ:​http://world.kapook.com/