3 ວີທີດູແລຕົວເອງໃນຊ່ວງໄລຍະແພ້ທ້ອງ

ອາການແພ້ທ້ອງເປັນອາການຂອງຄົນຖືພາ ເຊິ່ງມັນໄດ່ສ້າງຄວາມລຳບາກໃຫ້ກັບແມ່ຖືພາຫຼາຍທ່ານ ນອກຈາກຈະກິນຫຍັງກໍ່ອາຫານລຳບາກແລ້ວເນື່ອງຈາກມີອາການປວດຮາກ ແລະ ຮູ້ສຶກອິດເມື່ອຍ ສະນັ້ນຄົນແພ້ທ້ອງຕ້ອງດູແລຕົວເອງໃຫ້ດີ ໃນຄໍລຳ ແມ່ ແລະ ລູກ ມື້ນີ້ແອັດມິນມີ 3 ວີທີດູແລຕົວເອງໃນຊ່ວງໄລຍະແພ້ທ້ອງມາຝາກເຊິ່ງຈະເປັນແນວໃດນັ້ນເຮົາມາອ່ານໄປພ້ອມກັນເລີຍ

  1. ໃສ່ໃຈເລື່ອງການເລືອກອາຫານມາກິນແຕ່ລະເທື່ອ

ໃນຊ່ວງໄລຍະແພ້ທ້ອງເປັນຊ່ວງເບື່ອອາຫານເຮັດໃຫ້ກິນໄດ້ໜ້ອຍ ເພາະຮູ້ສຶກເໝັນຂິວກິ່ນອາຫານ ຫາກຮູ້ວ່າຕົວເອງບໍ່ສາມາດກິນເຂົ້າໄດ້ຫັນມາກິນ ຂະໜົມປັງ, ເຂົ້າຈີ່, ນົມອຸ່ນ, ໝາກໄມ້ ຫຼື ນ້ຳໝາກໄມ້ແທນລອງກິນໃນຕອນເຊົ້າຈະຊ່ວຍຫຼຸດຜ່ອນອາການແພ້ທ້ອງໄດ້

2. ຫຼຸດການກິນອາຫານປະເພດໄຂມັນອີ່ມຕົວ

ອາຫານປະເພດໄຂມັນອີ່ມຕົວເຊັ່ນ: ນ້ຳມັນໝູ, ຣີມ, ນົມ, ເນີຍ ແລະ ໄຂມັນສັດ ເປັນຕົ້ນ ເພາະມັນຈະເຮັດໃຫ້ແມ່ຖືພາມີອາການວິນຫົວປວດຮາກກວ່າເພີ່ມຂຶ້ນ

3. ຫຼີກລ່ຽງການສູດດົມກິ່ນທີ່ຮູ້ສຶກວ່າເໝັນ, ຂິວ

ບໍ່ວ່າຈະເປັນກິ່ນອາຫານ, ກິ່ນນ້ຳຫອມ ຫຼື ກິ່ນອື່ນໆທີ່ເຮັດໃຫ້ທ່ານຮູ້ສຶກວິນຫົວປວດຮາກໃນໄລຍະແພ້ທ້ອງນີ້ຄວນຢູ່ຫ່າງໄກຈາກກິນພວກນີ້ແມ່ນຈະດີທີ່ສຸດ

1 COMMENT

Comments are closed.