2020 ຄ​າດ​ວ່າ​ເສດ​ຖະ​ກິດ ສ​ປ​ປ ລ​າ​ວ​ ຈະ​ຍັງ​ຄົງ​ໝັ້​ນ​ທ່ຽງ

ການ​ຂະ​ຫຍາຍ​ຕົວ​ເສດ​ຖະ​ກິດ​ຂອງ ສ​ປ​ປ ລາວ ຄາດ​ວ່າ​ຈະ​ຍັງ​ໝັ້ນ​ທ່ຽງ​ສໍ​າ​ລັບປີ 2019 ແລະ 2020 ໂດຍ​ໄດ້​ຮັບ​ແຮງ​ສະ​ໜັບ​ສະ​ໜູນ​ຈາ​ກ​ການ​ຂະ​ຫຍາຍ​ຕົວ​ຂອງ​ຂະ​ແໜງ​ກະ​ສິ​ກຳ, ຂະ​ແໜງ​ພະ​ລັງ​ງານ, ຂະ​ແໜງ​ອຸດ​ສາ​ຫະ​ກຳ ແລະ ຂະ​ແໜງ​ບໍ​ລິ​ການ.

ອີງ​ຕາມ​ບົດ​ລາຍ​ງານ​ການ​ຄາດ​ຄະ​ເນ​ເສດ​ຖະ​ກິດ​ຂອງ​ອາ​ຊີ​ປະ​ຈຳ​ປີ 2019 ໄດ້​ຄາດ​ຄະ​ເນ​ວ່າ ອັດ​ຕາ​ການ​ຂະ​ຫຍາຍ​ຕົວ​ ຂອງ​ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ(ຈີ​ດີ​ພີ) ຂອງ​ສ​ປ​ປ ລາວ ແມ່​ນ​ຍັງ​ຄົງ​ຢູ່​ທີ 6,5% ສຳ​ລັບປີ2019 ແລະ ປີ2020 ໂດຍ​ການ​ຂະ​ຫຍາຍ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ​ແມ່ນ​ຄາດ​ວ່າ​ຈະ​ສູງ​ຂຶ້ນ​ເລັກ​ນ້ອຍ​ໃນ​ອັດ​ຕາ 8,1% ໃນ​ປີ 2019 ເພີ່ມ​ຂຶ້ນ​ຈາ​ກ​ປີ 2018 ປະ​ມາ​ນ 8% ສາ​ເຫດ​ຍ້ອນ ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ ພ້ອມ​ທັງ​ການ​ຜະ​ລິດ​ກະ​ແສ​ໄຟ​ຟ້າ ​ທີ່​ເພີ່ມ​ຂຶ້ນ. ສ່ວນ​ຂະ​ແໜງ​ກະ​ສິ​ກຳ ​ແມ່ນ​ຂະ​ຫຍ​າຍ​ຕົວ​ໃນ​ອັດ​ຕາ 2,5% ໃນ​ປີ2019 ແລະ ປີ2020 ຂະ​ນະ​ທີ່​ຂະ​ແໜງ​ບໍ​ລິ​ການ​ຄາດ​ວ່າ​ຈະ​ຂະ​ຫຍາຍ​ຕົວ​ໃນ​ອັດ​ຕາ 6,7%.

ທ່ານ ຢາ​ຊູ​ຊີ ເນ​ກິ​ຊີ ຕາງ​ໜ້າສຳ​ນັ​ກ ADB ​ປະ​ຈຳ ສ​ປ​ປ ລາວ ໄດ້​ກ່າວ​ວ່າ: ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ​ ສ​ປ​ປ ລາວ ຈະຍັງ​ຄົງ​ແຂງ​ແຮງ​ຍ້ອນ​ມີ​ການ​ຟື້ນ​ຕົວ​ຂອງ​ຂະ​ແໜງ​ກະ​ສິ​ກຳ ພ້ອມ​ທັງ​ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງ​ໃນ​ການ​ຜະ​ລິດ​ກະ​ແສ​ໄຟ​ຟ້າ, ການ​ກໍ່​ສ້າງ ແລະ ການ​ບໍ​ລິ​ການ​ຕ່າງໆ​ທີ່​ຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວ.

ທ່ານ ຢາ​ຊູ​ຊີ ເນ​ກິ​ຊີ​ ຍັງ​ກ່າວ​ຕື່ມ​ອີກວ່າ: ເພື່ອ​ຮັກ​ສາ​ຄວາມ​ມີ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ເສດ​ຖ​ະ​ກິດ​ມະ​ຫາ​ພາກ ແລະ ບັນ​ລຸ​ການ​ຈະ​ເລີນ​ເຕິບ​ໂຕ​ທີ່​ທົ່ວ​ເຖິງ ແລະ ຍືນ​ຍົງ ລັດ​ຖະ​ບານ​ລາວ​ຄວນ​ຈະ​ສືບ​ຕໍ່​ຫລຸດ​ຜ່ອນ​ລະ​ດັບ​ໜີ້​ສິນ​ພາກ​ລັດ ພ້ອ​ມ​ທັງ​ປັບ​ປຸງ​ການ​ຄຸ້ມ​ຄອງ​ຂອງ​ການ​ເງິນ​ພາກ​ລັດ​ຂ​ອງ​ຕົນ ດ້ວຍ​ການ​ເພີ່ມ​ເກັບ​ລາຍ​ຮັບ ແລະ ການ​ຄຸ້ມ​ຄອງ​ໜີ້​ສິນ​ໃຫ້​ດີ​ຂຶ້ນ ແລະ ຫລຸດ​ຜ່ອນ​ການ​ຂາດ​ດຸນ​ງົບ​ປະ​ມານ​ໃນ​ຊຸມ​ປີ​ຕໍ່​ໜ້າ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ