spot_img
Homeຂ່າວພາຍ​ໃນນວ ກຽມ​ຈັດ 4 ກິດ­ຈະ­ກຳ​ໃຫຍ່ບຸນ­ປີ­ໃໝ່​ລາວ

ນວ ກຽມ​ຈັດ 4 ກິດ­ຈະ­ກຳ​ໃຫຍ່ບຸນ­ປີ­ໃໝ່​ລາວ

Published on

   ເພື່ອ​ເປັນ​ການ​ຮັກ­ສາ​ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ ແລະ​ວິ­ຖີ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ລາວ ກໍ​ຄື​ຊາວ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ທີ່​ປະ­ຕິ­ບັດ​ກັນ​ມາ​ແຕ່​ບູ­ຮານ​ນະ​ການ​ໃຫ້​ຄົງ​ໄວ້​ໃນ​ບຸນ­ປີ­ໃໝ່​ລາວ​ປະ­ຈຳ​ປີ​ນີ້ ນວ ຈະ​ຈັດ 4 ກິດ­ຈະ­ກຳ​ໃຫຍ່​ໃຫ້​ມີ​ຄວາມ​ຄຶກ­ຄື້ນດຶງ​ດູດ​ນັກ​ທ່ອງ​ທ່ຽວ.

   ບ່າຍ​ວັນ​ທີ 11 ກຸມ­ພາ 2016 ນີ້ ທ່ານ ສາຍ­ທອງ ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຖະ­ແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ​ວ່າ: ບຸນ­ປີ­ໃໝ່​ລາວ​ປະ­ຈຳ​ປີ 2016 ທີ່​ຈະ​ມາ​ຮອດ​ໃນ­ຕໍ່­ໜ້າ​ນີ້​ກໍ​ແມ່ນ​ງານ​ໜຶ່ງ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ­ຄັນ​ຕໍ່​ກັບ​ຄົນ​ລາວ ຊຶ່ງ​ເປັນ​ງານ​ທີ່​ບົ່ງ​ບອກ​ເຖິງ​ການ​ຮັກ­ສາ​ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ ແລະ​ວິ­ຖີ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ​ລາວ ທີ່​ມີ​ມາ​ແຕ່​ດົນ​ນານທັງ​ເປັນການ​ສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ທາງ​ດ້ານວັດ­ທະ­ນະ­ທຳ​ຂອງ​ລາວ​ເຮົາ ເພື່ອ​ໃຫ້​ຊາວ ຕ່າງ​ຊາດ​ໄດ້​ຮັບ​ຮູ້​ນຳ, ສຳ­ລັບ​ການ​ຫ້າງ ຫາ​ກະ­ກຽມ​ຄວາມ​ພ້ອມ​ໃນ​ການ​ສະ­ເຫຼີມສະ­ຫຼອງ​ບຸນ­ປີ­ໃໝ່​ລາວທີ່​ຈະ​ໄດ້​ຈັດ​ຂຶ້ນໃນ​ລະ­ຫວ່າງ​ວັນ​ທີ 13-16 ເມ­ສາ​ນີ້ ແລະ ເພື່ອ​ເຮັດ​ໃຫ້­ການ​ສະ­ເຫຼີມ­ສະ­ຫຼອງ​ມີ​ຄວາມມ່ວນ­ຊື່ນປີ​ນີ້​ນະ­ຄອນ­ຫຼວງ​ຈະ​ໄດ້​ຈັດ 4 ກິດ­ຈະ­ກຳ​ໃຫຍ່​ຄື: ໜຶ່ງແມ່ນ​ງານ​ເດີນແບບ​ຜ້າ­ໄໝ​ລາວ​ທີ່​ຈະ​ຈັດ​ຂຶ້ນ​ເປັນ​ເວ­ລາ 4 ເດືອນ, ສອງການ​ປະ​ກວດ​ນາງ​ສາວງາມ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ປະ­ຈຸບັນ​ໄດ້​ເລີ່ມ​ປະ­ກາດ​ຮັບ​ສະ­ໝັກ​ແລ້ວ, ສາມ ງານ​ປະ­ຕິ​ມະ​ກຳ​ຫາດ​ຊາຍ​ຢູ່​ຫາດດອນ​ຈັນ, ສີ່ ກິດ­ຈະ­ກຳ​ກີ­ລາ​ຫາດ​ຊາຍ ໂດຍ​ປີ​ນີ້​ຈະ​ສົມ­ທົບ​ກັບ​ກີ­ລາ​ບານ­ສົ່ງ​ອາຊີ ຈັດ​ຂຶ້ນ​ທີ່​ຫາດ​ຊາຍ​ດອນ​ຈັນ.

ນອກ­ຈາກ​ນັ້ນ ຍັງ​ຈະ​ມີ​ການ​ນຳ​ເອົາພະ​ພຸດ​ທະ​ຮູບ​ທີ່​ສັກ­ສິດຄູ່​ບ້ານ​ຄູ່​ເມືອງ ລົງ​ມາ​ໃຫ້​ປະ­ຊາ­ຊົນ​ຫົດ­ສົງ ແລະ​ຈະ​ມີ ການ​ແຂ່ງ­ຂັນ​ຕົບ​ພະ­ທາດ​ຊາຍ​ຂອງ​ແຕ່ລະ​ເມືອງ​ທີ່​ເປັນ​ກິດ­ຈະ­ກຳ​ໄດ້​ປະ­ຕິ­ບັດມາ​ຫຼາຍ​ຮ້ອຍ​ປີ​ແລ້ວ.

ດັ່ງ­ນັ້ນ ພໍ່​ແມ່​ປະ­ຊາ­ຊົນ​ພາຍ​ໃນ​ນະຄອນ​ຫຼວງ​ກໍ​ຄື​ບັນ­ດາ​ແຂວງ​ຕ່າງໆ​ທົ່ວປະ­ເທດ ແລະ​ຕ່າງ­ປະ­ເທດ, ບັນ­ດາ​ຫ້າງ ຮ້ານ, ໂຮງ­ແຮມ ແລະ​ບໍ­ລິ­ສັດ​ຕ່າງໆ​ຈົ່ງໃຫ້​ຊ່ວຍ​ເປັນ​ເຈົ້າ​ການ​ໃນ​ການ​ໂຄ­ສະ­ນາ ແລະ​ເປັນ​ເຈົ້າ­ພາບ​ໃນ​ການ​ຕ້ອນ­ຮັບ​ແຂກທີ່​ເຂົ້າ​ມາ​ທ່ອງ​ທ່ຽວ​ໃນ​ງານ​ດັ່ງ­ກ່າວ​ນີ້ ດ້ວຍທ່ານ​ຮອງ​ເຈົ້າ​ຄອງ​ກ່າວ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...