20 ຄົນສຸດທ້າຍ ຈາກເວທີ ທູດວັດທະນະທຳແດນຈຳປາ (Miss tourism Queen)

ໃນຊຸມປີທີ່ຜ່ານມາ, ປະເທດເຮົາໄດ້ສົ່ງສາວລາວເຂົ້າຮ່ວມການປະກວດໃນເວທີຕ່າງໆບໍ່ວ່າຈະເປັນເວທີລະດັບຊາດ ແລະ ລະດັບສາກົນ. ມື້ນີ້ທາງເວັບໄຊສ໌ Laopost ຈື່ງຂໍນຳສະເໜີໃຫ້ທ່ານໄດ້ຮູ້ຈັກກັບ ອີກເວທີຫນື່ງທີ່ຫຼາຍໆຄົນໃຫ້ຄວາມສົນໃຈບໍ່ໜ້ອຍເລີຍ ນັ້ນກໍຄື Miss Tourism Queen.

Miss Tourism Queen ເປັນເວທີການປະກວດໜຶ່ງທີ່ສົ່ງເສີມການທ່ອງທ່ຽວ ເປັນການປະກວດ ແລະ ຄົ້ນຫາ ນາງສາວຈາກທົ່ວທຸກແຂວງພາຍໃນປະເທດ ເພື່ອເຮັດໜ້າທີ່ເປັນ ທູດວັດທະນະທໍາແດນຈໍາປາ ເຜີຍປະກາຍຄວາມງາມສູ່ເວທີລະດັບໂລກ.ດ້ວຍການຄັດເລືອກເອົາສາວງາມພຽງໜຶ່ງດຽວເພື່ອເປັນຕົວແທນໄປປະກວດໃນເວທີ Miss Tourism Queen International.

ນາງສາວທີ່ໄດ້ຮັບຕຳແໜ່ງ MISS TOURISM QUEEN LAOS ຈະໄດ້ດຳລົງໜ້າທີ່ປະສານງານເປັນໄລຍະເວລາ 1 ປີ ໂດຍການເປັນທູດວັທະນະທຳປະຊາສຳພັນ ໂຄສະນາກິດຈະກຳຕ່າງໆ ທາງດ້ານປະເພນີ, ວັດທະນະທຳ, ເທດສະການທ່ອງທ່ຽວຕ່າງໆຂອງ ສປປ ລາວ ສູ່ສາກົນ ໄດ້ຮັບຮູ້.

ສະນັ້ນ, ບໍ່ລໍຊ້າ! ມາເບີ່ງທັງ 20 ນາງສາວຈາກ 18 ແຂວງ ຂອງ ສປປ ລາວ ກັນເລີຍ:

ການປະກວດຄັດເລືອກນາງສາວໃນຮອບສຸດທ້າຍແມ່ນຈະມີຂື້ນໃນວັນທີ 23 ພະຈິກ 2018 ຕັ້ງແຕ່ເວລາ 18:00-22:00 ເປັນຕົ້ນໄປ, ທີ່ສູນການຄ້າລາວ-ໄອເຕັກ. ທ່ານສາມາດຮ່ວມໂຫວດ ແລະ ໃຫ້ກຳລັງໃຈສາວງາມຈາກບັນດາແຂວງໃນທົ່ວປະເທດໄດ້ທາງ Facebook page: MISS TOURISM QUEEN LAOS ໄດ້ແລ້ວ.

Miss Tourism Queen Laos ໄດ້ຮັບການຈົດລິຂະສິດໂດຍ ບໍລິສັດ ທົວຣິສຊຶມ ຄວີນລາວ ຈຳກັດ ຜູ້ຖືລິຂະສິດ ແຕ່ພຽງຜູ້ດຽວ. Miss Tourism Queen Laos ເລີ່ມດຳເນິນການປະກວດມາແຕ່ປີ 2017 ແລະ ຜູ້ທຳອິດທີ່ໄດ້ຮັບຕຳແໜ່ງນີ້ແມ່ນ ທ່ານ ນາງ ວະລິສະລາ ຕັ້ງສຸວັນ ຫຼື ເມ ເຂົ້າຮ່ວມປະກວດ Miss Tourism Queen of the Year International 2016 ທີ່ ຊຽງໄຮ້ ໃນວັນທີ 18 ທັນວາ 2016 ພ້ອມທັງສາວງາມຈາກອີກ 50 ປະເທດ.

 

 

 

 

ຮຽບຮຽງໂດຍ: ບຸນມີ ຄຳມີໄຊ

ຂອບໃຈຮູບພາບຈາກ: Miss Tourism Queen Lao