ການຊ່ວຍເຫຼືອຜ່າຕັດປົວແປງສົບແວ່ງ ເພດານປາກໂວ່ ໂດຍບໍ່ເກັບຄ່າໃຊ້ຈ່າຍ

0
606

ທາງຄະນະແພດຂອງໂຄງການ Bridge the Gap, ໂດຍຮ່ວມກັບຄະນະແພດຂອງໂຮງໝໍມະໂຫສົດ, ໃຫ້ການຊ່ວຍເຫຼືອຜ່າຕັດປົວແປງສົບແວ່ງ ເພດານປາກໂວ່ ໂດຍບໍ່ເກັບຄ່າໃຊ້ຈ່າຍຫຍັງ.

ທາງທີມງານອາສາ ຂໍເຊີນຊວນທຸກທ່ານທີ່ມີເງື່ອນໄຂຊ່ວຍບໍລິຈາກໃນການລະດົມທຶນເພີ່ມເຕີມເພື່ອຊ່ວຍປະຊາຊົນທີ່ດ້ອຍໂອກາດໃຫ້ສາມາດເຂົ້າເຖິງການປົວແປງນີ້ໄດ້.

ເຊິ່ງທາງສູນຈະຄ່ອຍໆລາຍງານຄວາມຄືບໜ້າ ແລະ ລາຍລະອຽດການຊ່ວຍເຫຼືອໃຫ້ທຸກທ່ານໄດ້ຮັບຮູ້ນຳກັນເປັນແຕ່ລະໄລຍະໄປ.
ສາມາດພາໄປກວດ ແລະ ປິ່ນປົວ ອາການເຫຼົ່ານີ້ ໄດ້ທີ່ ໂຮງຫມໍ ມະໂຫສົດ ພະແນກຜ່າຕັດປົວແປງ-ຕົບແຕ່ງ ເລີ່ມແຕ່ມື້ນີ້ຈົນເຖິງ 27 ມັງກອນ 2023.